ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຍີ່ປຸ່ນ ປະກາດຖອນໂຕ ຈາກ ກຳມາທິການ ຄຸ້ມຄອງປາວານສາກົນ


ທ່ານ Joji Morishita ຫົວໜ້າຄະນະກຳມາທິການ ຄຸ້ມຄອງ
ປາວານສາກົນ ຂອງຍີ່ປຸ່ນ ຫຼື IWC ຫຼຽວເບິ່ງຄອມພິວເຕີ້ ຂອງ
ເພິ່ນ ຢູ່ໃນກອງປະຊຸມນັກຂ່າວ ໃນນະຄອນຫຼວງໂຕກຽວ ວັນ
ທີ 28 ພະຈິກ 2014.
ທ່ານ Joji Morishita ຫົວໜ້າຄະນະກຳມາທິການ ຄຸ້ມຄອງ ປາວານສາກົນ ຂອງຍີ່ປຸ່ນ ຫຼື IWC ຫຼຽວເບິ່ງຄອມພິວເຕີ້ ຂອງ ເພິ່ນ ຢູ່ໃນກອງປະຊຸມນັກຂ່າວ ໃນນະຄອນຫຼວງໂຕກຽວ ວັນ ທີ 28 ພະຈິກ 2014.

ຍີ່ປຸ່ນຈະຖອນໂຕ ອອກຈາກຄະນະກຳມາທິການຄຸ້ມຄອງປາວານ ສາກົນຫຼື IWC ແລ້ວຫັນກັບຄືນໄປຫາປາວານເປັນການຄ້າຕາມເຄີຍ ໃນເດືອນກໍລະກົດນີ້. ຄຳ
ປະກາດໃນວັນພຸດຜ່ານມາໄດ້ພົບກັບການຕໍ່ ຕ້ານ ຈາກກຸ່ມປົກປ້ອງສິດທິຂອງສັດ
ກຸ່ມຕ່າງໆທີ່ພາກັນກ່າວວ່າ ໂຕ ກຽວພວມລະເມີດກົດໝາຍສາກົນ. ຍີ່ປຸ່ນກ່າວວ່າ ການຫາປາວານຈະ ຢູ່ແຕ່ໃນເຂດນ່ານນໍ້າ ແລະ ເຂດເສດຖະກິດສະ​ເພາະ ຂອງຕົນ
ເທົ່າ ນັ້ນ. Arash Arabasadi ມີລາຍງານເລື້ອງນີ້ ດັ່ງສາລີຈະສະເໜີລາຍ ລະ
ອຽດ ໃນອັນດັບຕໍ່ໄປ.

ນີ້ແມ່ນບ່ອນຊື້ຂາຍປາວານກັນ. ຄະນະກຳມາທິການ ຄຸ້ມຄອງປາ ວານສາກົນ ຫຼື
IWC ໄດ້ຫ້າມການປະຕິບັດດັ່ງກ່າວມາຕັ້ງແຕ່ປີ 1986.

ຍີ່ປຸ່ນໄດ້ປະກາດໃນວັນພຸດອາ​ທິດ​ແລ້ວນີ້ວ່າ ຕົນຈະຖອນໂຕອອກຈາກ IWC.

ທ່ານ Yoshihide Suga ຫົວ​ໜ້າ​ກອງ​ເລ​ຂາຂອງລັດຖະບານຍີ່ປຸ່ນກ່າວ ວ່າ “ພວກເຮົາໄດ້ຕັດສີນໃຈແລ້ວ ວ່າຈະກັບຄືນໄປຫາປາວານ ເປັນ ການຄ້າຕັ້ງແຕ່
ເດືອນກໍລະກົດປີ 2019 ເປັນຕົ້ນໄປ ແລະຈະຖອນໂຕ ອອກຈາກຄະນະກຳມາທິ
ການຄຸ້ມຄອງປາວານສາກົນ.”

ການຕັດສີນໃຈດັ່ງກ່າວ ໄດ້ກະຕຸ້ນໃຫ້ເກີດມີການຕ້ອງຕິ ຈາກກຸ່ມຄຸ້ມ ຄອງສັດສາ
ກົນ ຊຶ່ງເວົ້າວ່າ ຍີ່ປຸ່ນພວມລະເມີດກົດໝາຍລະຫວ່າງຊາດ.

ທ່ານນາງ Nicola Benyon ຈາກອົງການຄຸ້ມຄອງສັດນາໆຊາດກ່າວວ່າ “ຄະນະ
ກຳມາທິການຄຸ້ມຄອງປາວານສາກົນ ໄດ້ຕົກລົງເຫັນດີນຳກັນ ຮັບເອົາຂໍ້ຫ້າມສາ
ກົນການຊື້ຂາຍປາວານ ຢູ່ໃນທະເລເລິກ ແລະຢູ່ໃນ ເຂດນ່ານນໍ້າແຄມຝັ່ງທະເລ
ຂອງປະເທດຕ່າງໆ. ຍີ່ປຸ່ນພວມປະຕິເສດ ບໍ່ຮັບເອົາກົດໝາຍດັ່ງກ່າວ. ສິ່ງທີ່ພວກ
ເຂົາເຈົ້າກຳລັງເຮັດຢູ່ກໍຄືການ ລັກຊື້ຂາຍປາວານ ແລະຈະຖືກປະນາມໂດຍປະຊາ
ຄົມນາໆຊາດ.”

ຍີ່ປຸ່ນໄດ້ເກ້ຍກ່ອມຄະນະກຳມາທິການ IWC ຢ່າງບໍ່​ສຳ​ເລັດຜົນ ໃນ ເດືອນກັນຍາ ເພື່ອໃຫ້ສາມາດຫາປາວານ ເປັນການຄ້າໄດ້.”

ທ່ານ Yoshihide Suga ກ່າວວ່າ “ພວກປະເທດທີ່ເພັ່ງເລັງໃສ່ໂດຍສະ ເພາະ
ເລື້ອງການປ້ອງກັນປາວານ ບໍ່ໄດ້ເຫັນພ້ອມນຳກັນ ວ່າຈະເອົາ ບາດກ້າວທີ່ເປັນ
ແກ່ນສານ ໄປສູ່ການບັນລຸຈຸດໝາຍອັນດຽວກັນ ແລະ ມັນກໍເປັນທີ່ຈະແຈ້ງວ່າ
ມັນເປັນໄປບໍ່ໄດ້ ທີ່ຈະໃຫ້ຫຼາຍໆປະເທດ ທີ່ມີ ທັດສະນະຕ່າງກັນຢູ່ຮ່ວມກັນໄດ້ ຈຶ່ງໄດ້ນຳໄປສູ່ການຕັດສິນໃຈດັ່ງກ່າວ ນີ້.”

ນັບຕັ້ງແຕ່ກາງຊຸມປີ 1980 ເປັນຕົ້ນມາ ຍີ່ປຸ່ນ ໄດ້ຮັບເອົາ ອັນທີ່ເອີ້ນ ວ່າ “ອະນຸຍາດດ້ານວິທະຍາສາດ” ຊຶ່ງໃຊ້ເປັນຊ່ອງໂວ່ໃນການຫຼີກລ້ຽງ ການຫ້າມຊື້ຂາຍປາວານໂດຍການໃຊ້ຊັບພະຍາກອນດ້ານການຄົ້ນຄວ້າຊິວິດສັດນໍ້າ. ການປະກາດໃນວັນພຸດຜ່ານມາ ໃນການທີ່ຈະກັບຄືນໄປ ຫາປາວານ ເພື່ອການຄ້າ ແລະຕັ້ງໂຄຕ້າເອົາເອງ ແທນທີ່ຈະເອົາຕາມ ທີ່ໄດ້ຕົກລົງກັນໄວ້ ກັບ IWC ນັ້ນ ໄດ້ຈັດເອົາຍີ່ປຸ່ນ ເຂົ້າໄວ້ໃນບັນຊີ ຂອງພວກປະເທດກຸ່ມນ້ອຍ ທີ່ສືບຕໍ່ການກະທຳແບບນອກກົດໝາຍ.

ເຊີນອ່ານເລື້ອງນີ້ຕື່ມເປັນພາສາອັງກິດ

XS
SM
MD
LG