ສະໜາມບິນຢູ່ໃນຂົງເຂດພາກຕາເວັນຕົກສຽງໃຕ້ຂອງຍີ່ປຸ່ນ ໄດ້ຖືກປິດໃນວັນພຸດມື້ນີ້ ຫຼັງຈາກ ລະເບີດລູກນຶ່ງຂອງສະຫະລັດ ທີ່ອາດເປັນໄປໄດ້ວ່າ ຖືກຖິ້ມລົງໃນລະຫວ່າງສົງຄາມໂລກຄັ້ງທີສອງ ເພື່ອສະກັດກັ້ນ ການໂຈມຕີແບບທີ່ເອີ້ນກັນວ່າ “ຄາມິຄາຊີ” ນັ້ນ ໄດ້ລະເບີດຂຶ້ນຢູ່ໃກ້ໆກັບທາງແລ່ນເສັ້ນນຶ່ງຂອງສະໜາມບິນ ຈຶ່ງເປັນສາເຫດເຮັດໃຫ້ມີການຍົກເລີກ 90 ຖ້ຽວບິນ ອີງຕາມອົງການຂ່າວຣອຍເຕີສ໌.
ສະໜາມບິນ ມີຢາຊາກິ ໄດ້ປິດທາງແລນຂອງຕົນ ຫຼັງຈາກເກີດລະເບີດແຕກ ເຮັດໃຫ້ເປັນຂຸມກວ້າງເຖິງເຈັດແມັດ ແລະເລິກນຶ່ງແມັດ ຢູ່ກາງທາງສຳລັບກຽມແລ່ນເຂົ້າເສັ້ນທາງບິນຂຶ້ນ ອີງຕາມເຈົ້າໜ້າທີ່ກະຊວງຂົນສົ່ງຂອງຍີ່ປຸ່ນ.
ທີມເກັມກູ້ລະເບີດ ຈາກກອງກຳລັງປ້ອງກັນຕົນເອງທາງພາກພື້ນດິນຂອງຍີ່ປຸ່ນ ໃນເວລາຕໍ່ມາໄດ້ພົບເຫັນສາເຫດຂອງການລະເບີດແຕກນັ້ນ ເປັນຍ້ອນວ່າ ໜ່ວຍລະເບີດຂອງອາເມຣິກາ ໄດ້ຝັງຢູ່ໃຕ້ພື້ນຜິວ ທີ່ອາດຕົກຄ້າງໃນຊ່ວງສົ່ງຄາມການບຸກໂຈມຕີທາງອາກາດພຸ້ນ ຕາມທີ່ເຈົ້າໜ້າທີ່ໄດ້ກ່າວ.
ບໍ່ມີລາຍງານ ຜູ້ໃດໄດ້ຮັບບາດເລີຍ ແຕ່ກ້ອງຖ່າຍສົດໄດ້ສະແດງໃຫ້ເຫັນເຮືອບິນລຳນຶ່ງ ໄດ້ຈອດລໍຖ້າທີ່ຈະບິນຂຶ້ນຢູ່ໃນບໍລິເວນໃກ້ໆ ພຽງສອງນາທີກ່ອນທີ່ມັນຈະລະເບີດຂຶ້ນ ອີງຕາມຜູ້ປະກາດຂ່າວຂອງໂທລະພາບທ້ອງຖິ່ນ MRT.
ທາງແລນຂອງເຮືອບິນໄດ້ຖືກປິດ ສົ່ງຜົນໃຫ້ 87 ຖ້ຽວບິນຕ້ອງຈອດໄວ້ ແຕ່ບໍ່ມີໄພອັນຕະລາຍໃດໆຈາກເຫດລະເບີດແຕກນັ້ນ ແລະວຽກງານການຊ້ອມແປງຂຸມນັ້ນ ຄວນຈະສຳເລັດລົງພາຍໃນຕອນເຊົ້າ ວັນພະຫັດມື້ອື່ນນີ້ ຕາມການກ່າວຂອງໂຄສົກລັດຖະບານ ທ່ານໂຢຊີມາສະ ຮາຢາຊິ.
ຖ້ຽວບິນທັງຫຼາຍກໍໄດ້ຮັບຜົນກະທົບ ເຊິ່ງດຳເນີນງານໂດຍ ສາຍການບິນ JAL, ANA ແລະສາຍການບິນອື່ນໆ ທີ່ມີການຕໍ່ຍົນຢູ່ທີ່ສະໜາມບິນ ມີຢາຊາກິ ໄປຍັງເມືອງອື່ນໆ ເຊັ່ນວ່າ ໂຕກຽວ, ໂອຊາກະ ແລະຟູກູໂອກະກັບ ອີງຕາມເວັບໄຊ້ຂອງສະໜາມບິນ.
A regional airport in southwest Japan was closed on Wednesday after a U.S. bombshell, likely dropped during World War Two to stem "kamikaze" attacks, exploded near its runway, causing nearly 90 flight cancellations.
Miyazaki Airport shut its runway after the explosion caused a crater seven meters wide and one meter deep in the middle of the taxiway next to the runway, according to a Japanese transport ministry official.
A bomb disposal team from the Japan Ground Self-Defense Force later found that the cause of the explosion was an American bomb that had been buried beneath the land surface, probably dating to a wartime air raid, the official said.
No injuries were reported but live cam footage showed an airplane had been taxiing nearby just two minutes before the explosion, according to local broadcaster MRT.
The runway shutdown has led to the grounding of 87 flights but there is no danger of any further explosions and repair works to fill the hole should be completed by Thursday morning, said Japan's top government spokesperson Yoshimasa Hayashi.
The affected flights were operated by JAL, ANA and other airlines connecting Miyazaki with cities such as Tokyo, Osaka and Fukuoka, according to the airport website.
Located at the southeast end of Kyushu island, Miyazaki airport was formerly a Japanese navy base until the end of World War II, from where hundreds of young "kamikaze" pilots set off on their final missions, according to the Miyazaki city website.
Multiple unexploded bombs previously have been found at Miyazaki airport, the transport ministry official said.
More than 79 years since the end of the war, unexploded bombs from the intense airstrikes are still found across Japan today. A total of 2,348 bombs weighing 37.5 tons were disposed of during fiscal year 2023, the Self-Defense Forces have said.
ຟໍຣັມສະແດງຄວາມຄິດເຫັນ