ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ວ່າ ຍັງບໍ່ຈໍາເປັນຕ້ອງ ຍິງທໍາລາຍ ລູກສອນໄຟ ຂອງເກົາຫລີເໜືອ ເທື່ອ​


ພາບຖ່າຍໂດຍກະຊວງ​ປ້ອງ​ກັນ​ປະ​ເທດ​ເກົາຫລີໃຕ້ ໃນນະຄອນຫລວງໂຊລ ໃນວັນທີ 18 ກັນຍາ, 2017 ສະແດງໃຫ້ເຫັນ ເຮືອບິນ​ລົບ​​​ຂອງສະຫະລັດ ​​ແລະ​ເກົາຫຼີ​ໃຕ້ ບິນຢູ່ເທິງໜ່ານຟ້າຂອງເກົາຫລີໃຕ້ເພື່ອຊ້ອມລົບຮ່ວມກັນລະຫວ່າງສອງປະເທດ.
​
ພາບຖ່າຍໂດຍກະຊວງ​ປ້ອງ​ກັນ​ປະ​ເທດ​ເກົາຫລີໃຕ້ ໃນນະຄອນຫລວງໂຊລ ໃນວັນທີ 18 ກັນຍາ, 2017 ສະແດງໃຫ້ເຫັນ ເຮືອບິນ​ລົບ​​​ຂອງສະຫະລັດ ​​ແລະ​ເກົາຫຼີ​ໃຕ້ ບິນຢູ່ເທິງໜ່ານຟ້າຂອງເກົາຫລີໃຕ້ເພື່ອຊ້ອມລົບຮ່ວມກັນລະຫວ່າງສອງປະເທດ. ​

ທ່ານ John Mattis, ລັດຖະມົນຕີກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດ​ເວົ້າວ່າ ​ສະຫະລັດ​ຍັງ​ບໍ່ທັນ​ໄດ້​ຍິງທຳລາຍ ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດຂອງ​ເກົາ​ຫລີເໜືອ​ ​ເພາະວ່າ ມັນ​ຍັງ​ບໍ່ທັນ​ໄດ້​ເປັນ​ໄພ​ຂົ່ມຂູ່​ຕໍ່ສະຫະລັດ ຫລື​ຕໍ່ພັນທະ​ມິດ​ຂອງ​ສະຫະລັດເທື່ອ.

​ໃນ​ການກ່າວຕໍ່ພວກ​ນັກ​ຂ່າວຢູ່​ທີ່​ທໍານຽບຫ້າ​ແຈນັ້ນ ທ່ານ Mattis ​ເວົ້າ​ໃນ​ວັນ​ຈັນ​ວານ​ນີ້ວ່າ ຖ້າຫາກ​ເຫັນ​ວ່າລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ຈະ​ເປັນໄພ​ຂົ່ມຂູ່​ໄດ້ "ມັນຈະ​ຕ້ອງເຮັດ​ໃຫ້​ມີ​ການ​ຕອບ​ໂຕ້​ຈາກ​ພວກ​ເຮົາທີ່​ຕ່າງ​ໄປ​ຈາກ​ນີ້ ໂລດ.''

​ເມື່ອ​ຖືກ​ຖາມ​ວ່າການ​ຕອບ​ໂຕ້ດັ່ງກ່າວນັ້ນ ອາດ​ຈະ​ແມ່ນ​ຫຍັງ ທ່ານ Mattis ປະຕິ​ເສດ​ທີ່​ຈະ​ອະທິບາຍ​ໃຫ້​ຮູ້ລາຍ​ລະອຽດ.

​ໃນຕົ້ນໆ​ເດືອນ​ນີ້ ​ເກົາຫລີ​ເໜືອ​ໄດ້​ທົດ​ລອງ​ສິ່ງ​ທີ່ເອີ້ນວ່າ ອາວຸດນີວ​ເຄລຍທີ່​ສາມາດ​ຕິດຕັ້ງ​ໃສ່ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂ້າມ​ທະວີບ​ໄດ້.

ຢູ່​ໃນຕົ້ນ​ເດືອນ​ນີ້ ທ່ານ Kim Jong Un ຜູ້​ນໍ​າ​ເກົາຫລີ​ເໜືອ​ໄດ້​ປະກາດ​ແຜນການ​ໃນ​ການ​ພັດທະນາສອນ​ໄຟ​ຂີ​ປະ​ນາ​ວຸດ​ຂ້າມ​ທະວີບ​ໄລຍະ​ໄກ ທີ່​ສາມາດ​ຍິງ​ໄປ​ເຖິງ​ແຜ່ນດິນ​ໃຫຍ່​ຂອງ​ສະຫະລັດໄດ້.

​ໃນ​ວັນ​ຈັນ​ວານ​ນີ້ ​ເຮືອບິນ​ລົບທີ່​ຕິດ​ອາວຸດເຕັມ​ອັດຕາ​ຂອງສະຫະລັດ ຍີ່ປຸ່ນ ​ແລະ​ເກົາຫຼີ​ໃຕ້​ 10 ກວ່າລໍາ ​ໄດ້​ບິນ​ຢູ່​ເທິງໜ່ານຟ້າ​ຂອງ​ແຫລມ​ເກົາຫລີ ຊຶ່ງ​ເປັນສິ່ງ​ທີ່​ກອງທັບສະຫະລັດ​ເອີ້ນວ່າ "ການສະ​ແດງກໍາລັງ​ທະຫານ​ທີ່​ມີ​ການລຽງລໍາດັບ​ຊ້ອນ​ກັນ​ແບບ​ສອງ​ຝ່າຍ" ເພື່ອ​ຕອບ​ໂຕ້​ຕໍ່ການ​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດຂອງ​ເກົາ​ຫລີເໜືອຄັ້ງຫລ້າ​ສຸດ.

ທໍານຽບຫ້າ​ແຈ​ເວົ້າວ່າ ​ເຮືອບິນ​ລົບ​ດັ່ງກ່າວ ​ໄດ້​ຝຶກ​ຊ້ອມ​ໃຫ້​ມີ​ຄວາມ​ສາມາດໃນ​ການ​ທໍາ​ການ ​ໂຈມ​ຕີ ​ໂດຍ​ການໃຊ້ກະ​ສຸນແທ້​ ຢູ່​ໃນ​ຂັ້ນ​ຝຶກ​ຊ້ອມຢູ່​ເກົາຫລີ​ໃຕ້. ການ​ຊ້ອມ​ລົບ​ຂອງ​ສອງ​ປະ​ເທດ​ດັ່ງກ່າວ ຍັງມີ​ການ​ສົມທົບ​ຂອງ​ເຮືອບິນ​ອາຍ​ພົ່ນ​ລົບ F-2 ຂອງ​ຍີ່ປຸ່ນ ສີ່ລໍາ​ ສໍາລັບ​ຝຶກຊ້ອມ​ການ​ພັດທະນາ​ກໍາລັງ​ເພີ້ມອີກ ຢູ່​ໃນ​ເຂດນ່ານນໍ້າຢູ່​ໃກ້​ກັບ​ເກາະ Kyushu ຂອງ​ຍີ່ປຸ່ນ.

​ຢູ່ໃນ​ການ​ຊ້ອມ​ລົບ​ທີ່​ປະກາດໃຫ້​ຮູ້ໃນ​ວັນ​ອາທິດ​ຜ່ານ​ມານັ້ນ ກອງ​ບັນຊາ​ການ​ຂອງ​ສະຫະລັດ ​ປະ​ຈໍາມະຫາ​ສະໝຸດປາຊີ​ຟິກ​ເວົ້າວ່າ "ຕົນ​ໄດ້​ຮັກສາ​ຄວາມ​ສາມາດ​ໃນ​ການ​ຕອບ​ໂຕ້ຕໍ່ການ​ນາບ​ຂູ່​ໃດໆ ທີ່​ສັງ​ເກດ​ເຫັນ​ໃນທັນທີວ່າ ມີ​ຂຶ້ນຢູ່​ຂົງ​ເຂດອິນ​ເດຍ​ ແລະ​ເອ​ເຊຍ​ໃນ​ມະຫາ​ສະໝຸດປາຊີ​ຟິກນັ້ນ​ໄວ້." ​ເຮືອບິນ​ລົບ​ທີ່​ໃຊ້ໃນ​ການ​ຊ້ອມ​ລົບ​ດັ່ງກ່າວ​ລວມມີ ​ເຮືອບິນ​ຖິ້ມລະ​ເບີດ B-1B ຂອງ​ສະຫະລັດ 2 ລໍາ, ​ເຮືອບິ​ນລົບ​ F-35B ​ແບບ​ສາຍ​ຟ້າ​ແລບ​ທີ່​ມີ​ຄວາມ​ທັນ​ສະ
ໄໝຂອງທະຫານມາຣິນສະຫະລັດ ​4 ລໍາ ແລະ​ເຮືອບິ​ນລົບ F-15K ຂອງ​ເກົາຫລີ​ໃຕ້ 4 ລໍາ.

ການ​ຊ້ອມ​ລົບ​ໄດ້​ດໍາ​ເນີນ​ໄປ​ໃນ​ວັນ​ສຸກ​ຜ່ານ​ມາ ​ເພື່ອ​ຕອບ​ໂຕ້​ຕໍ່​ການ​ຍິງລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດໄລຍະ​ກາງ​ຂອງ​ເກົາ​ຫລີເໜືອ​ຂ້າມ​ຍີ່ປຸ່ນ, ຊຶ່ງ​ເປັນ​ການ​ທົດ​ລອງຍິງ​ອາວຸດ​ຄັ້ງທີ​ສອງ​ຂອງ​ປະ​ເທດ​ດັ່ງ​ກ່າວ ​ໃນ​ຮອບ 1 ​ເດືອນ​ຜ່ານ​ມາ. ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ດັ່ງກ່າວ​ ໄດ້​ຍິງ​ໄປ​ໄກ 3,700 ກິ​ໂລ​ແມັດ ກ່ອນ​ມັນ​ຈະ​ຕົກລົງ​ໃສ່​ມະຫາ​ສະໝຸດປາຊີ​ຟິກ​ເຂດ​ເໜືອ​ແລະທັງເປັນ​ການຍິງ​ທົດ​ລອງລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດທີ່​ໄປ​ໄດ້​ໄກ​ທີ່​ສຸດ​ຂອງ​ເກົາ​ຫລີເໜືອ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

US-North Korea
please wait
Embed

No media source currently available

0:00 0:00:33 0:00

XS
SM
MD
LG