ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່າມ​ກາງ​ການ​ຕັດການ​ຊ່ອຍ​ເຫຼືອ ​ຕ່າງ​ປະ​ເທດ ການ​ຢ້ຽມ​ຢາມ ​ອາ​ຟ​ຣິ​ກາ ຂອງທ່ານ​ນາງ​ອີ​ວັງ​ກາ ທ​ຣຳ ສົ່ງ​ສັນ​ຍານ ການ​ສົ່ງ​ເສີມ​ໃນ​ທົ່ວ​ໂລກ


ທີ່​ປຶກ​ສາ​ຂັ້ນ​ສູງ​ຂອງ​ທຳ​ນຽບ​ຂາວ ທ່ານ​ນາງ​ອີ​ວັງ​ກາ ທ​ຣຳ ເຂົ້າ​ຮ່ວມງານ​ໂອ້​ລົມ​ສົນ​ທະ​ນາ​ເພື່ອ​ສົ່ງ​ເສີມ​ສິດ​ອຳ​ນາດ​ໃຫ້​ແກ່​ພວກ​ແມ່​ຍິງ ໃນ​ທົ່ວ​ໂລກ ທີ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, 15 ເມ​ສາ 2019, ນະ​ຄອນ ອາ​ດີ​ສ ອາ​ບາ​ບາ, ເອທິ​ໂອ​ເປຍ.
ທີ່​ປຶກ​ສາ​ຂັ້ນ​ສູງ​ຂອງ​ທຳ​ນຽບ​ຂາວ ທ່ານ​ນາງ​ອີ​ວັງ​ກາ ທ​ຣຳ ເຂົ້າ​ຮ່ວມງານ​ໂອ້​ລົມ​ສົນ​ທະ​ນາ​ເພື່ອ​ສົ່ງ​ເສີມ​ສິດ​ອຳ​ນາດ​ໃຫ້​ແກ່​ພວກ​ແມ່​ຍິງ ໃນ​ທົ່ວ​ໂລກ ທີ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, 15 ເມ​ສາ 2019, ນະ​ຄອນ ອາ​ດີ​ສ ອາ​ບາ​ບາ, ເອທິ​ໂອ​ເປຍ.

ຫຼັງ​ຈາກ 3 ມື້ ໃນ​ການ​ຢ້ຽມ​ຢາມ​ເອທິ​ໂອ​ເປຍແລ້ວ, ທີ່​ປຶກ​ສາ​ຂັ້ນ​ສູງ​ຂອງ​ທຳ​ນຽບ​ຂາວ
ທ່ານ​ນາງ​ອີ​ວັງ​ກາ ທ​ຣຳ ກໍໄດ້ໄປປະ​ເທດ ໄອ​ວໍ​ຣີ ຄົ​ສຕ໌, ບ່ອນຢຸດ​ແຫວ່​ສຸດ​ທ້າຍຂອງ​
ການ​ຢ້ຽມ​ຢາມ 4 ມື້​ ທີ່ມີ​ເປົ້າ​ໝາຍ​ເພື່ອ​ເພີ້ມ​ພູນໂອ​ກາດ​ທາງ​ດ້ານ​ເ​ສດຖະ​ກິດ ສຳ​ລັບ
​ພວກ​ແມ່​ຍິງ​ໃນ​ທະ​ວີບອາ​ຟ​ຣິ​ກາ. ການ​ຢ້ຽມ​ຢາມ​ຂອງ​ລູກ​ສາວຂອງ​ປະ​ທາ​ນາ​ທິ​ບໍ​ດີ
​ສະ​ຫະ​ລັດ ທ່ານດໍ​ໂນ​ລ ​ທ​ຣຳ ແມ່ນໝາຍ​ເຖິງ​ການ​ໃຫ້ສັນ​ຍານຂອງ​ລັດ​ຖະ​ບານ​ຊຸດ​ນີ້
ທີ່ຈະສືບ​ຕໍ່ນະ​ໂຍ​ບາຍ​ ທີ່ໄດ້ເລີ້ມ​ມາຫຼາຍ​ທົດ​ສະ​ວັດ​ ໂດຍ​ປະ​ທາ​ນາ​ທິ​ບໍ​ດີ ຄົນ​ກ່ອນໆ
ກໍ​ຄື​ການ​ສົ່ງ​ເສີມສິດ​ອຳ​ນາດ​ ໃຫ້​ແກ່​ພວກ​ແມ່​ຍິງ ໃນ​ທົ່ວ​ໂລກ. ແຕ່​ມັນ​ກໍມີ​ຂຶ້ນ ພ້ອມໆ​
ກັບ​ການ​ຕຳ​ນິ​ຕິ​ຕຽນ​ຂອງ​ທ່ານ​ທ​ຣຳ ກ່ຽວ​ກັບການ​ຊ່ອຍ​ເຫຼືອ​ຕ່າງ​ປະ​ເທດ ພາຍ​ໃຕ້
ນະໂຍ​ບາຍ “ອາ​ເມ​ຣິ​ກາມາ​ກ່ອນ ຫຼື America First.” ນັກ​ຂ່າວ​ປະ​ຈຳ​ທຳ​ນຽບ​ຂາວ
ແພັສ​ຊີ ວີ​ດາ​ຄຸ​ຊວາ​ຣາ ມີ​ລາຍ​ງານ​ເພີ້ມ​ຕື່ມ ຊຶ່ງວັນ​ນະ​ສອນ ​ຈະນຳ​ລາຍລະ​ອຽດມາ
​ສະ​ເໜີ​ທ່ານ​ ໃນ​ອັນ​ດັບ​ຕໍ່​ໄປ.

ທະ​ວີບ​ອາ​ຟ​ຣິ​ກາ ​ເປັນ​ພຽງ​ຂົງ​ເຂດ​ດຽວ​ໃນ​ໂລກ ​ທີ່​ມີ​ພວກ​ແມ່​ຍິງຫຼາຍກວ່າ ​ຜູ້​ຊາຍ
ທີ່​ເລືອກປະ​ກອບ​ທຸ​ລະ​ກິດ.

ໃນ​ນະ​ຄອນ ອາ​ດີ​ສ ອາ​ບາ​ບາ, ທີ່​ປຶກ​ສາ​ຂັ້ນ​ສູງ​ຂອງ​ທຳ​ນຽບ​ຂາວ ທ່ານ​ນາງ​ອີ​ວັງ​ກາ
ທ​ຣຳ ໄດ້​ຢ້ຽມ​ຢາມ​ທຸ​ລະ​ກິດ​ທີ່​ພວກ​ແມ່​ຍິງ​ເປັນ​ເຈົ້າ​ຂອງ, ບ່ອນ​ທີ່​ທ່ານ​ນາງ ໄດ້ທົດ​ລອງ​
ຕ່ຳ​ຜ້າ ໃນ​ໂຮງ​ງານ​ຕ່ຳຜ້າແຫ່ງ​ນຶ່ງ…​ແລະ​ລອງ​ຊິມ​ກາ​ເຟ ​ຂອງ ເອທິ​ໂອ​ເປຍ ໃນ​ຂະ​ນະ​ທີ່
ສົ່ງ​ເສີມ​ການ​ລິ​ເລີ້ມ​ໂຄງ​ການ​ສົ່ງ​ເສີມ​ເສດ​ຖະ​ກິດ​ ໃນ​ທົ່ວ​ໂລກຂອງ​ທຳ​ນຽບ​ຂາວ ສຳລັບ
​ພວກ​ແມ່​ຍິງ.

ທ່ານ​ນາງ​ອີ​ວັງ​ກາ ທ​ຣຳ ທີ່​ປຶກ​ສາ​ຂັ້ນ​ສູງ​ຂອງ​ທຳ​ນຽບ​ຂາວ ກ່າວ​ວ່າ “ພວກ​ເຮົາ​ເຊື່ອ​ວ່າ
ການ​ລົງ​ທຶນ​ສຳລັບ​ພວກ​ແມ່​ຍິງ ແມ່ນ​ນະ​ໂຍ​ບາຍ​ການ​ພັດ​ທະ​ນາ​ທີ່​ສະ​ຫຼາດ​ແລະ​ມັນ​
ແມ່ນ​ການທຸ​ລະ​ກິດ​ທີ່​ສະ​ຫຼາດ​ຫຼັກ​ແຫຼມ. ມັນ​ຍັງ​ເປັນ​ຜົນ​ປະ​ໂຫຍດ​ທີ່​ປອດ​ໄພ​ຂອງ
​ພວກ​ເຮົາ ເພາະ​ວ່າ ພວກ​ແມ່​ຍິງ​ຕອນ​ທີ່​ພວກ​ເຂົາ​ເຈົ້າ​ໄດ້ຮັບ​ສິດ​ອຳ​ນາດ, ມີສັນ​ຕິ​ພາບ
ແລະ​ສະ​ຖຽນ​ລະ​ພາບ ແລະ​ພ​ວກ​ເຮົາ​ກໍໄດ້​ເຫັນ​ມັນ​ເກີດ​ຂຶ້ນມາ​ ຊ້ຳ​ແລ້ວ ຊ້ຳ​ອີກ.”

ເປົ້າ​ໝາຍ​ລິ​ເລີ້ມ​ນັ້ນ ແມ່ນ​ສ້າງ​ໂອ​ກາດ​ສຳ​ລັບ​ພວກ​ແມ່​ຍິງ ໃນ​ສະ​ຖານ​ທີ່​ເຮັດ​ວຽກແລະ
ຫຼ​ບ່ອນ​ປະ​ກອບທຸ​ລະ​ກິດ ໂດຍ​ຜ່ານ​ຕຶກ​ທີ່​ມີເຄື່ອງ​ອຸບ​ປະ​ກອນພຽບ​ພ້ອມ, ທາງ​ດ້ານ​ການ
​ເງິນ ແລະ​ພັກ​ດັນ​ໃຫ້​ປ່ຽນ​ແປງແບບ​ແຜນ​ ແລະ​ກົດ​ລະ​ບຽບ ທີ່​ຂັດຂວາງ​ພວກ​ແມ່ຍິງ
ບໍ່ໃຫ້​ຈະ​ເລີນ​ກ້າວ​ໜ້າ.ໃນ​ທົ່ວ​ໂລກ​, ພວກ​ແມ່​ຍິງ​ທັງ​ຫຼາຍ ໄດ້ຮັບ​ຄ່າແຮງງານ 63 ເປີ​ເຊັນ
ຂອງ​ຄ່າ​ແຮງ​ງານພວກ​ຜູ້​ຊາຍ. ໃນ​ຫຼາຍກວ່າ​ເຄິ່ງ​ນຶ່ງ​ຂອງ​ຫຼາຍໆ​ປະ​ເທດ​ຂອງ​ໂລກພວກ​
ແມ່​ຍິງ​ ຍັງ​ບໍ່ສາ​ມາດ​ຈະ​ປະ​ກອບ​ທຸ​ລະ​ກິດ​ຄື​ກັບ​ພວກ​ຜູ້​ຊາຍ. ພວກ​ເຂົາ​ເຈົ້າແມ່​ນພົບ
​ຄວາມ​ຫຍຸ້ງ​ຍາກ​ທີ່​ຈະ​ໄດ້​ຮັບ​ສິນ​ເຊື່ອ ຫຼື credit, ເຊັນ​ສັນ​ຍາ​ຕ່າງໆ ແລະ​ເປີ​ດ​ບັນ​ຊີ​
ທະ​ນາ​ຄານ.

ເຊີນ​ຊົມ: ການ​ຢ້ຽມ​ຢາມ​ຂອງ​ທ່ານ​ນາງ​ອີ​ວັງ​ກາ ທ​ຣຳ ເພື່ອ​ສົ່ງ​ເສີມການ​ມີ​ສິດ​ອຳ​ນາດ​ຂອງພວກ​ແມ່​ຍິງ

Ivanka Trump's Africa Trip Signals Support for Global Women Empowerment
please wait

No media source currently available

0:00 0:02:27 0:00

ບັນ​ຫາ​ໜັກ​ໜ່ວງອີກ​ອັນ​ນຶ່ງ​ທີ່ປະ​ເຊີນ​ ກໍແມ່ນ​ການ​ເຂົ້າ​ເຖິງ​ການ​ສຶກ​ສາ.

ທ່ານ​ນາງ Sahle-Work Zewde ປະ​ທາ​ນາ​ທິ​ບໍ​ດີ ເອທິ​ໂອ​ເປຍເວົ້າວ່າ “ສິ່ງທຳ​ອິດ
ທີ່ພວກ​ເຮົາ​ຕ້ອງ​ການ​ ເໜືອກວ່າ​ສິ່ງ​ໃດ ແມ່ນ​ສຸມ​ໃສ່​ການ​ສຶກ​ສາ ໃນ​ລະ​ດັບ​ມະ​ຫາ
​ວິ​ທະ​ຍາ​ໄລ ເພື່ອ​ຊ່ອຍ​ໃຫ້​ການ​ສຶກ​ສາ​ຂອງພວກ​ແມ່​ຍິງສາ​ມາດຈົບ​ຈາກ​ມະ​ຫາ​
ວິ​ທະ​ຍາ​ໄລ ຍ້ອນ​ວ່າ​ພວກ​ເຂົາ​ເຈົ້າຍັງ​ພົບຄວາມ​ຫຍຸ້ງ​ຍາກລຳ​ບາກ ມີ​ບັນ​ຫາ​
ຢ່າງມາກ​ມາຍຢູ່.”

“ໂຄງການລິເລີ້ມການ​ພັດ​ທະ​ນາ​ທົ່ວ​ໂລກ​ແລະ​ຄວາມ​ຮຸ່ງ​ເຮືອງ” ໂດຍ​ທ່ານ​ນາງ​
ອີ​ວັງ​ກາ ທ​ຣຳ ແລະ​ໄດ້​ລົງ​ນາມ ໂດຍ​ພໍ່​ຂອງ​ທ່ານ​ນາງ ໃນ​ເດືອນ​ກຸມ​ພາ​ຜ່ານ​ມາ​ນີ້,
ທີ່​ຈັດ​ສັນ​ໃຫ້​ມີ​ກອງ​ທຶນ​ເລີ້ມ​ຕົ້ນ ຈຳນວນ 50 ລ້ານ​ໂດ​ລາ ເພື່ອ​ຊ່ອຍ​ໃຫ້ ພວກ​ແມ່​ຍິງ
50 ລ້ານຄົນ ໃນ​ທົ່ວ​ໂລກ ໄດ້ເປັນ​ອິດສະຫລະ​ທາງ​ດ້ານ​ເສດ​ຖະ​ກິດ ພາຍ​ໃນ​ປີ 2025.

ພາຍ​ໃຕ້ນະ​ໂຍ​ບາຍ “ອາ​ເມ​ຣິ​ກາ ມາ​ກ່ອນ ຫຼື America First” ຂອງ​ປະ​ທາ​ນາ​ທິ​ບໍ​ດີ
ທ​ຣຳ ແມ່ນ​ໄດ້ ພັກ​ດັນ​ຊ້ຳ​ແລ້ວ​ຊ້ຳ​ອີກ ທີ່​ປະ​ນາມ​ການ​ໃຫ້​ການຊ່ອຍ​ເຫຼືອ​ຕ່າງ​ປະ​ເທດ
ເພື່ອ​ມາສົ່ງ​ເສີມ​ການ​ໃຊ້​ຈ່າຍທາງ​ທະ​ຫານ.

ແຕ່​ວ່າ ການ​ລິ​ເລີ້ມດັ່ງ​ກ່າວ​ນີ້ ແມ່ນ​ຊີ້​ໃຫ້​ເຫັນ​ວ່າ​ລັດ​ຖະ​ບານ​ຊຸດ​ນີ້ ແມ່ນ​ເດີນ​ຕາມ​
ຮອຍ​ນະ​ໂຍ​ບາຍ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກັນຄົນ​ກ່ອນໆ ທີ່​ມີ​ມາ​ໄດ້ 4 ທົດ​ສະ​ວັດ
​ມາແລ້ວ​ ເພື່ອ​ສົ່ງ​ເສີມ​ການ​ມີ​ສິດ​ອຳ​ນາດ​ຂອງ​ພວ​ກ​ແມ່​ຍິງ ໃນ​ທົ່ວ​ໂລກ.

ທ່ານ​ແດນ​ນຽ​ລ ຣັນ​ດີ ຈາກ CSIS ກ່າວ​ວ່າ “ມັນ​ບໍ່​ແມ່ນ​ເລື້ອງ​ແປກ​ໃໝ່ ທັງ​ໝົດ​ດອກ,
ແຕ່​ວ່າ​ມັນ​ໃຫ້​ສັນ​ຍານ​ເຖິງການ​ດຳ​ເນີນ​ສືບ​ຕໍ່​ໄປ, ສະ​ນັ້ນ ການ​ທີີ່ທ່ານ​ສົ່ງ​ເສີມ​ໃຫ້​ສິດ
​ອຳ​ນາດ​ແກ່​ພວກ​ແມ່​ຍິງ​ທາ​ງດ້ານ​ເສດ​ຖະ​ກິດ​ ໃນ​ລັດ​ຖະ​ບານ​ຂອງ​ທ່ານ​ໂອ​ບາ​ມາ,
ສະ​ນັ້ນ​ທ່ານ​ຄວນ​ຈະ​ໃຫ້​ໂອ​ກາດ​ແກ່​ລັດ​ຖະ​ບານ​ຂອງ​ທ່ານ​ທ​ຣຳ ແລະ​ເຮັດ​ໃຫ້​ມັນ
ເປັນໄປຢ່າງ​ຈິງ​ຈັງ ຕອນ​ນີ້​ເລີຍ.”

ໃນເອ​ທິ​ໂອ​ເປຍ. ທ່ານ​ນາງ​ອີ​ວັງ​ກາ ທ​ຣຳ ໄດ້ເປັນ​ເຈົ້າ​ພາບ​ຈັດງານ​ໂອ້​ລົມ​ສົນ​ທະ​ນາ​
ເພື່ອ​ສົ່ງ​ເສີມ​ສິດ​ອຳ​ນາດ​ໃຫ້​ແກ່​ພວກ​ແມ່​ຍິງ ໃນ​ທົ່ວ​ໂລກ ທີ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ
ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ທາງ​ດ້ານ​ເສດ​ຖະ​ກິດ ສຳ​ລັບ​ອາຟ​ຣິ​ກາ, ແລະ​ໄດ້​ປະ​ກາດ​ໄປ
ໃນ​ງານ "OPIC 2X ອາຟ​ຣິ​ກາ," ໃນ​ຄວາມ​ພະ​ຍາ​ຍາມ ໃ​ຫ້ເງິນ ຈຳ​ນວນ 350 ລ້ານ
ໂດ​ລາ ຈາກ​ການ​ຮ່ວມ​ມື​ຂອງບໍລິສັດ​ລົງ​ທຶນ​ສ່ວນ​ຕົວໃນຕ່າງ​ປະ​ເທດ ສຳ​ລັບເຈົ້າຂອງ​
ທຸ​ລະ​ກິດ ແລະ​ນຳ​ພາ​ໂດຍ​ພວກ​ແມ່​ຍິງ ຫຼື​ບໍ່ ກໍ​ເຮັດ​ວຽກ​ທີ່​ຈະ​ຊ່ອຍ​ພວກ​ເຂົາ​ເຈົ້າ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ທີ່ປຶກສາຂັ້ນສູງຂອງທຳນຽບຂາວ ທ່ານນາງອີວັງກາ ທຣຳ ຍິ້ມ ໃນ Azalech Tesfaye ຜູ້ຊຶ່ງໄດ້ຮັບເງິນຢືມທີ່ຮບປະກັນ ປ່ານກອງທຶນ USAID ໃນຂະນະທີ່ທ່ານນາງພົບປະກັບພວກແມ່ຍິງ ພວກທີ່ເຮັດວຽກໃນໂຮງການກາເຟ, 14 ເມສາ 2019.
ທີ່ປຶກສາຂັ້ນສູງຂອງທຳນຽບຂາວ ທ່ານນາງອີວັງກາ ທຣຳ ຍິ້ມ ໃນ Azalech Tesfaye ຜູ້ຊຶ່ງໄດ້ຮັບເງິນຢືມທີ່ຮບປະກັນ ປ່ານກອງທຶນ USAID ໃນຂະນະທີ່ທ່ານນາງພົບປະກັບພວກແມ່ຍິງ ພວກທີ່ເຮັດວຽກໃນໂຮງການກາເຟ, 14 ເມສາ 2019.

After three days in Ethiopia, White House Senior Advisor Ivanka Trump is in Ivory Coast, the last stop of her four-day visit aimed at increasing economic opportunities for women in the African continent. The trip by President Donald Trump's daughter is meant to signal the administration's willingness to continue decades of previous president's policies to empower women world-wide.But it also comes as President Trump has criticized foreign aid under his "America First" policy. White House Correspondent Patsy Widakuswara reports.

Africa is the only region in the world where more women than men choose to become entrepreneurs.

And in Addis Ababa, White House advisor Ivanka Trump toured female-owned businesses, where she tried her hand at weaving at a textile factory…

and sampled Ethiopian coffee, while promoting a White House global economic initiative for women.

Ivanka Trump, White House Adviser:
"We believe that investing in women is smart development policy and it is smart business. It is also in our security interest. Because women, when they are empowered, foster peace and stability. And we have seen this play out time and time again."

The initiative aims to create opportunities for women in the work place and in business, through capacity building, financing, and pushing to change norms and laws that hinder women from prospering.

Globally, women are paid 63% of what men earn.In more than half of the world's countries, women still cannot run a business the same way as men. They have difficulties in getting credit, signing contracts and opening bank accounts.

Another huge obstacle: access to education.

Sahle-Work Zewde, Ethiopian President:
"We need first and foremost to concentrate on our universities to help educated women to be able to graduate from universities because they have many obstacles."

The "Women's Global Development and Prosperity" initiative championed by Ivanka Trump and signed by her father in February, allocates initial funding of $50 million to help 50 million women around the world become economically independent by 2025.

Under his "America First" policy President Trump has repeatedly pushed to slash foreign aid in favor of military spending.

But this initiative indicates the administration is in line with four decades of previous American presidents' policies to empower women globally.

Daniel Runde, CSIS:
"It's not radically new, but it signals continuity, and so if you support women's economic empowerment in the Obama administration, then you should be willing to give the Trump administration a chance and take them seriously now."

In Ethiopia, Ivanka Trump hosted a women's empowerment dialogue at the United Nation's Economic Commissions for Africa, and announced "OPIC 2X Africa," a $ 350 million financing effort from the Overseas Private Investment Corporation, for businesses owned and led by women, or working to help them.

XS
SM
MD
LG