ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຕາລີ ຮຽກຕົວ ທູດຝຣັ່ງ ເຂົ້າພົບ ຍ້ອນ ຄວາມເຫັນ ຂອງ ປະທານາທິບໍດີຝຣັ່ງ


EU Migrants
please wait
Embed

No media source currently available

0:00 0:01:05 0:00

ອີຕາລີ ໄດ້ຮຽກຕົວ ເອກອັກຄະລັດຖະທູດຝຣັ່ງເຂົ້າພົບ ໃນວັນພຸດມື້ນີ້ ໃນການຕອບໂຕ້
ຕໍ່ຄຳເຫັນຂອງປະທານາທິບໍດີ ຝຣັ່ງ ທ່ານ ເອັມມານູແອລ ມາກຣົງ ທີ່ໄດ້ປະນາມ ລັດຖະ
ບານ ຂອງອີຕາລີ ທີ່ໄດ້ຫັນຫລັງໃຫ້ແກ່ພວກ ອົບພະຍົບຫຼາຍຮ້ອຍຄົນຢູ່ເທິງກຳປັ່ນກູ້ໄພ.

ທ່ານມາກຣົງ ໄດ້ກ່າວວ່າ ຕາມກົດໝາຍສາກົນແລ້ວ ອີຕາລີ ແມ່ນຈຳເປັນຕ້ອງໄດ້ຮັບ
ເອົາພວກອົບພະຍົບ ຜູ້ທີ່ສ່ວນໃຫຍ່ແມ່ນມາຈາກເຂດໃຕ້ທະເລຊາຍ ຊາຮາຣາຂອງ
ອາຟຣິກາ.

“ມັນມີລະດັບຂອງການເຍາະເຍີ້ຍຖາກຖາງ ແລະການຂາດຄວາມຮັບຜິດຊອບ ໃນ
ພຶດຕິກຳ ຂອງລັດຖະບານ ອີຕາລີ ທີ່ກ່ຽວກັບການປະພຶດຂອງຕົນຕໍ່ ສະຖານະການ
ດ້ານມະນຸດສະທຳ”
ທ່ານມາກຣົງ ໄດ້ກ່າວຕໍ່ຄະນະລັດຖະບານຂອງທ່ານ ອີງຕາມ
ໂຄສົກລັດຖະບານ ທ່ານ ເບັນຈາມິນ ກຣີໂວ.

ລັດຖະມົນຕີກະຊວງພາຍໃນຂອງອີຕາລີ ທ່ານມັດເທວ ຊາລວີນີ ກ່າວໃນວັນພຸດວານນີ້
ວ່າ ຝຣັ່ງຄວນຮັບເອົາພວກອົບພະຍົບເພີ້ມຕື່ມ ແລະທ່ານມາກຣົງ ກໍຄວນຈະປ່ຽນຈາກ
ຄຳເວົ້າ ໃຫ້ເປັນການກະທຳ.

ການຂັດແຍ້ງ ໄດ້ເນັ້ນໃຫ້ເຫັນຄວາມເຄັ່ງຕຶງ ໃນສະຫະພາບຢູໂຣບ ກ່ຽວກັບວ່າ ຈະຈັດ
ການຢ່າງໃດດີ ກັບວິກິດການອົບພະຍົບ. ໃນຂະນະທີ່ປະເທດອີຕາລີ ໄດ້ຮັບເອົາອົບ
ພະຍົບຫຼາຍກວ່າ 640,000 ຄົນ ໃນຮອບ 5 ປີທີ່ຜ່ານມາ ແຕ່ປະເທດສະຫະພາບຢູໂຣບ
ອື່ນໆ ສ່ວນໃຫຍ່ກໍບໍ່ໄດ້ເອົາຫົວຊາ ຕໍ່ຄຳຮ້ອງຮຽນຂອງ ອີຕາລີ ເພື່ອໃຫ້ຮັບເອົາພວກ
ອົບພະຍົບສ່ວນໃດສ່ວນນຶ່ງ.

ຮອງນາຍົກລັດຖະມົນຕີຂອງອີຕາລີ ທ່ານລູອີຈີ ດີ ເມໂອ ບໍ່ຖືເອົາການຕຳນິຂອງຝຣັ່ງ
ເປັນເລື້ອງສຳຄັນ ໂດຍກ່າວວ່າ “ມັນມີຄຸນຄ່າຫຼາຍທີ່ມາຈາກພວກເຂົາເຈົ້າ.”

ອີຕາລີໄດ້ສົ່ງກຳປັ່ນ ສອງລຳອອກໄປ ໃນວັນອັງຄານວານນີ້ ເພື່ອຊ່ອຍໃນການນຳສົ່ງ
ພວກອົບພະຍົບ 629 ຄົນ ໄປຍັງສະເປນ ເຊິ່ງໂດຍບໍ່ຄາດຄິດເລີຍ ໄດ້ອາສາທີ່ຈະຮັບ
ເອົາກຸ່ມອົບພະຍົບດັ່ງກ່າວ ໃນວັນຈັນຜ່ານມານີ້. ມັນບໍ່ເປັນທີ່ຈະແຈ້ງວ່າ ເມື່ອໃດ
ການເດີນທາງນັ້ນ ຈະເລີ້ມຂຶ້ນ.

ພວກອົບພະຍົບດັ່ງກ່າວ ຜູ້ທີ່ໄດ້ຖືກຮັບຂຶ້ນກຳປັ່ນນອກຝັ່ງຂອງລີເບຍ ເມື່ອທ້າຍສັບ
ປະດາແລ້ວນີ້ ໄດ້ຖືກຕົກຄ້າງຢູ່ໃນກຳປັ່ນກູ້ໄພ Aquarius ຢູ່ໃນນ່ານນ້ຳສາກົນ ນອກ
ຝັ່ງຂອງອີຕາລີ ແລະ ມາລຕາ ເຊິ່ງທັງສອງປະເທດນີ້ ຍັງໄດ້ປະຕິເສດ ທີ່ຈະໃຫ້ພວກ
ເຂົາເຈົ້າ ເຂົ້າປະເທດ.

ກຸ່ມຊ່ອຍເຫຼືອສາກົນແພດບໍ່ມີພົມແດນ ຫຼື Doctors Without Borders ຊຶ່ງເປັນຜູ້
ຈັດການ ກ່ຽວກັບ ກຳປັ່ນ Aquarius ພ້ອມກັບ SOS Mediterranee ໄດ້ກ່າວວ່າ
ພວກອົບພະຍົບ ແມ່ນ “ເມື່ອຍ ແລະ ຕຶງຄຽດຫຼາຍ” ແລະ ໄດ້ເຕືອນເຖິງຄວາມສ່ຽງ
ຮ້າຍແຮງຕໍ່ສຸຂະພາບ ຂອງພວກຜູ້ໂດຍສານຈຳນວນນຶ່ງ ໃນລະຫວ່າງ ການເດີນທະເລ
ໄລຍະ 1,500 ກິໂລແມັດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG