ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ອີ​ຕາ​ລີ ຈະ​ເປັນ​ເຈົ້າ​ພາບ ​ຈັດ​ກອງ​ປະ​ຊຸມ ກ່ຽວ​ກັບ ລີ​ເບຍ ເພື່ອ​ສ້າງ ​ຄວາມ​ທຸ່ນ​ທ່ຽງ


ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ອີ​ຕາ​ລີ ທ່ານ​ເອນ​ໂຊ ມົວ​ເວໂຣ ​ມີ​ລາ​ເນຊີ.
ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ອີ​ຕາ​ລີ ທ່ານ​ເອນ​ໂຊ ມົວ​ເວໂຣ ​ມີ​ລາ​ເນຊີ.

ອີ​ຕ​າ​ລີ​ຈະ​ເປັນ​ເຈົ້າ​ພາບຈັດກອງ​ປະ​ຊຸມ​ສາ​ກົນ ກ່ຽວ​ກັບ​ລີ​ເບຍ ​ໃນ​ເດືອນ​ໜ້າ​ນີ້​ ທີ່​ແນ​
ໃສ່​ເພື່ອ​ສ້າງຄວາມ​ທຸ່ນ​ທ່ຽງໃນປະ​ເທດ​ດັ່ງ​ກ່າວ ​ທີ່​ພວມ​ປະ​ສົບ​ກັບ​ບັນ​ຫາ​ໃນ​ການ​ມີ
2 ລັດ​ຖະ​ບານ.

ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ອີ​ຕາ​ລີ ທ່ານ​ເອນ​ໂຊ ມົວ​ເວໂຣ ​ມີ​ລາ​ເນຊີ ໄດ້​ປະ​ກາດ​ວ່າ
ການ​ປະ​ຊຸມ​ນີ້ ​ຈະ​ຈັດ​ຂຶ້ນ​ໃນວັນທີ 12 ຫາ 13 ​ເດືອນ​ພະ​ຈິກ ທີ່​ນະ​ຄອນ​ຫຼວງ​ຊາ​ເລີ​ໂນ
ຂອງຊິ​ຊິລີ.

ທ່ານ​ກ່າວ​ວ່າ “ພວກ​ເຮົາ​ຕ້ອງ​ການ​ຢາກ​ໃຫ້​ມີ​ການ​ແກ້​ໄຂຮ່ວມກັນ ເຖິງ​ແມ່ນ​ວ່າ​ຈະ​ມີ
ຄວາມ​ເຫັນທີ່​ແຕກ​ຕ່າງກັນ ຢູ່ອ້​ອມ​ໂຕະກໍ​ຕາມ” ແລະ​ກ່າວ​ເພີ້ມ​ອີກວ່າ​ເປົ້າ​ໝາຍ​ກໍ​ຄື
​ສັນ​ຕິ​ພາບ ແລະ ການ​ເມືອງ ແບບ​ມີ​ທຸກ​ພັກ​ຝ່າຍ​ເຂົ້າ​ຮ່ວມ ກ່ອນ​ໜ້າ​ການ​ເລືອກ​ຕັ້ງ ​
ທີ່​ອາດ​ມີ​ຂຶ້ນນັ້ນ.

​ໃນ​ຖາ​ນະທີ່​ເປັນ​ພາກ​ສ່ວນ​ນຶ່ງ ຂອງ​ແຜນ​ການຝ​ຣັ່ງ​ສຳ​ລັບ​ປະ​ເທດ ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ
​ລີ​ເບຍ​ເຫັນ​ພ້ອມ​ໃນ​ເດືອນ​ພຶດ​ສະ​ພາ ຢູ່ກອງ​ປະ​ຊຸມ​ທີ່ນະ​ຄອນ​ປາ​ຣີເພື່ອໃຫ້ ຈັດ​ການ
​ເລືອກ​ຕັ້ງ ​ໃນ​ວັນ​ທີ 10 ທັນ​ວາ ຈະ​ມາ​ເຖິງ​ນີ້.

ແຕ່​ທ່ານ​ມີ​ລາ​ເນີ​ຊີ ພ້ອມ​ດ້ວຍ​ບັນ​ດາ​ເຈົ້າ​ໜ້າ​ທີ່ສະ​ຫະ​ພາບ​ຢູ​ໂຣບ​ຄົນ​ອື່ນໆ ແລະ​ສະ​
ຫະ​ລັດ ໄດ້​ສະ​ແດງ​ຄວາມ​ສົງ​ໄສວ່າ ​ປະ​ເທດ​ດັ່ງ​ກ່າວຈະ​ພ້ອມ​ແລ້ວ​ໃນ​ເວ​ລາ​ນັ້ນ.

ທ່ານ​ຄາ​ລີ​ຟາ ຮັ​ຟ​ຕາ​ຣ ຜູ້​ບັນ​ຊາ​ການ​ທະ​ຫານ ເຂົ້າ​ຮ່ວມກອງ​ປະ​ຊຸມ​ລີ​ເບຍ ທີ​ນະ​ຄອນ​ປາ​ຣີ ວັນ​ທີ 29 ພຶດ​ສະ​ພາ 2018.
ທ່ານ​ຄາ​ລີ​ຟາ ຮັ​ຟ​ຕາ​ຣ ຜູ້​ບັນ​ຊາ​ການ​ທະ​ຫານ ເຂົ້າ​ຮ່ວມກອງ​ປະ​ຊຸມ​ລີ​ເບຍ ທີ​ນະ​ຄອນ​ປາ​ຣີ ວັນ​ທີ 29 ພຶດ​ສະ​ພາ 2018.

ທ່ານ​ໄດ້ປະ​ກາດ​ວ່າ “ບໍ່​ມີ​ເສັ້ນ​ຕາຍ​ທີ່​ຈະ​ກົດ​ດັນ​ຕໍ່​ຊາ​ວລີ​ເບຍ ຫຼື​ການ​ກຳ​ນົດ​ທີ່​ໄດ້ຕັ້ງ​ໄວ້.
ລັດ​ຖະ​ບານ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ​ໄດ້​ໃຫ້​ການ​ອະ​ນຸ​ມັດ ຕໍ່​ກອງ​ປະ​ຊຸມ​ຊິ​ຊີ​ລີ.

ລີ​ເບຍ​ໄດ້​ປະ​ສົບ​ກັບ​ຄວາມ​ວຸ້ນ​ວາຍ​ທາງ​ເມືອງ ແລ​ະ​ສັງ​ຄົມ​ ຢ່າງບໍ່ຢຸດ​ເຊົາ ນັບ​ແຕ່ຈອມ
ຜະ​ເດັດ​ການ​ທີ່ປົກ​ຄອງ​ປະ​ເທດ​ມາ​ເປັນ​ເວ​ລາ​ດົນ​ນານ ​ທ່ານມົວ​ມາ​ ກາ​ດາ​ຟີ ໄດ້​ຖືກໂຄນ
​ລົ້ມ ແລະ​ສັງ​ຫານ​ໃນ​ປີ 2011.

ນາ​ຍົກ​ລັດ​ຖະ​ມົນ​ຕີ ລັດ​ຖະ​ບານ​ສາ​ມັກ​ຄີ​ຊາດລີ​ເບຍ ທ່ານ​ຟາ​ເຢ​ສ ເຊີ​ຣາ​ຊ .
ນາ​ຍົກ​ລັດ​ຖະ​ມົນ​ຕີ ລັດ​ຖະ​ບານ​ສາ​ມັກ​ຄີ​ຊາດລີ​ເບຍ ທ່ານ​ຟາ​ເຢ​ສ ເຊີ​ຣາ​ຊ .

​ລັດ​ຖະ​ບານ​ທີ່​ເປັນ​ຄູ່​ແຂ່ງ ​ຄື​ລັດ​ຖະ​ບານ​ຂອງ​ກຸ່ມພັນ​ທະ​ມິດ​ທະ​ຫານ ​ຢູ່​ໃນ​ພາກ​ຕາ​ເວັນ​
ອອກ​ຂອງ​ປະ​ເທດ ແລະລັດ​ຖະ​ບານ​ທີ່ສະ​ຫະ​ປະ​ຊາ​ຊາດ ​ໜູນ​ຫຼັງຢູ່​ຕ​ຣີ​ໂປ​ລີ ​ຕ່າງ​ກໍໄດ້​
ຊອກ​ສະ​ແຫວງ​ຫາ​ອຳ​ນາດ ພ້ອມ​ດ້ວຍ​ພວກ​ທະ​ຫານ​ບ້ານ​ທີ່ຕິດ​ອາ​ວຸດ.

​ລັດ​ຖະ​ບານທັງ​ສອງ​ຝ່າຍ ​ຍັງ​ຊອກ​ຫາ​ຊ່ອງ​ທາງ​ທີ່​ຈ​ະ​ເຂົ້າ​ຄວບ​ຄຸມ​ບໍ່​ນ້ຳ​ມັນ​ທີ່​ຮັ່ງມີ​ຂອງ​
ລີ​ເບຍ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG