ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີ​ຕາ​ລີ ກັກ​ບໍ​ລິ​ເວນ ທົ່ວ​ປະ​ເທດ ຂະ​ນະ​ທີ່ ການ​ຕິດ​ໄວ​ຣັ​ສ​ໂຄ​ໂຣ​ນາ ​ໃນ ສະ​ຫະ​ລັດ ມີ 1,000 ກໍ​ລະ​ນີ


ປະ​ຊາ​ຊົນ​ຍ່າງ​ຢູ່​ຈະ​ຕຸ​ລັດ ເຊັ້ນ ມາກ ທີ່​ເປົ່າ​ຫວ່າງໃນ​ເມືອງ ເວ​ນີ​ສ, ປະ​ເທດ ອິີຕາ​ລີ. 3 ມີ​ນາ 2020.
ປະ​ຊາ​ຊົນ​ຍ່າງ​ຢູ່​ຈະ​ຕຸ​ລັດ ເຊັ້ນ ມາກ ທີ່​ເປົ່າ​ຫວ່າງໃນ​ເມືອງ ເວ​ນີ​ສ, ປະ​ເທດ ອິີຕາ​ລີ. 3 ມີ​ນາ 2020.

ລັດ​ຖະ​ບານ​ໃນ​ທົ່ວ​ໂລກ​ແມ່ນ​ກຳ​ລັງ​ພະ​ຍາ​ຍາມ​ທີ່​ຈະ​ເອົາ​ບາດ​ກ້າວ ເພື່ອ​ແກ້​ໄຂ​ການ​ລະ​ບາດ​ຂອງ​ໄວ​ຣັ​ສ​ໂຄ​ໂຣ​ນາ​ສາຍ​ພັນ​ໃໝ່ ທີ່​ກຳ​ລັງ​ຂະ​ຫຍາຍ​ຕົວ​ຢ່າງ​ຕໍ່​ເນື່ອງ, ເຊິ່ງ​ນັບ​ຕັ້ງ​ແຕ່​ເດືອນ​ທັນ​ວາ​ທີ່​ຜ່ານ​ມາ ​ໄດ້​ຕິດ​ແປດ​ໃສ່​ປະ​ຊາ​ຊົນຫຼາຍ ກວ່າ 118,000 ຄົນ ແລະ ເສຍ​ຊີ​ວິດ​ປະ​ມານ 4,300 ຄົນ​ໃນ 114 ປະ​ເທດ.

ໄວ​ຣັ​ສ​ດັ່ງ​ກ່າວ, ເຊິ່ງ​ຮູ້​ຈັກ​ກັນ​ຢ່າງ​ເປັນ​ທາງ​ການ​ວ່າ COVID-19 ນັ້ນ, ໄດ້​ກຳ​ເນີດ​ຂຶ້ນ​ທຳ​ອິດ​ໃນ​ປະ​ເທດ ຈີນ, ບ່ອນ​ທີ່​ບັນ​ດາ​ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ​ໄດ້​ລາຍ​ງານ 24 ກໍ​ລະ​ນີ​ໃໝ່​ໃນ​ວັນ​ພຸດມື້ນີ້.

ໃນ​ຂະ​ນະ​ທີ່​ການ​ເພີ່ມ​ຂຶ້ນ​ຂອງ​ກໍ​ລະ​ນີໃໝ່​ນັ້ນ ໄດ້​ສະ​ແດງ​ໃຫ້​ເຫັນ​ການຫຼຸດ​ລົງ​ຢ່າງ​ຕໍ່​ເນື່ອງ​ຈາກ​ຈຸດ​ສູງ​ສຸດ​ຂອງ​ການ​ລະ​ບາດ​ໃນ ຈີນ, ​ເຊິ່ງລັດ​ຖະ​ບານຂອງ​ປະ​ເທດ​ດັ່ງ​ກ່າວ​ໄດ້​ກຳ​ນົດ​ໃຫ້​ເມືອງ​ຕ່າງໆ​ຖືກ​ປິດ​ບໍ່​ໃຫ້​ເຂົ້າ​ອອກ​ ເພື່ອ​ປ້ອງ​ກັນ​ການ​ແຜ່​ລະ​ບາດ​ລະ​ຫວ່າງ​ຊຸມ​ຊົນ​ນັ້ນ ໃນ​ເວ​ລານີ້​ແມ່ນ​ກຳ​ລັງ​ຮັບ​ມື​ກັບ​ຕົວ​ເລກ​ທີ່​ເພີ່ມ​ຂຶ້ນ​ຂອງ​ກໍ​ລະ​ນີ​ຕ່າງໆ​ທີ່​ເດີນ​ທາງ​ມາ​ຮອດ​ຈາກ​ປະ​ເທດ​ອື່ນ.

ນັ້ນ​ໄດ້​ກໍ່​ໃຫ້​ບັນ​ດາ​ເຈົ້າ​ໜ້າ​ທີ່​ໃນ ປັກ​ກິ່ງ ຕ້ອງ​ສັ່ງ​ໃຫ້​ທຸກ​ຄົນ​ທີ່​ເດີນ​ທາງ​ມາ​ຮອດ​ກັກ​ຕົວ​ເພື່ອກວດ​ໂຣກ 14 ວັນ.

ປະ​ເທດ ອີ​ຕາ​ລີ ໄດ້​ປະ​ຕິ​ບັດ​ຕາມ​ການຄວບ​ຄຸມ​ຂອງ ຈີນ ຫຼັງ​ຈາກ​ໄດ້​ກາຍ​ເປັນ​ສູນ​ກາງ​ແຫ່ງ​ທີ​ສອງ​ ຂອງ​ການ​ແຜ່​ລະ​ບາດ ດ້ວຍ​ການ​ລາຍ​ງານຫຼາຍກວ່າ 10,000 ກໍ​ລະ​ນີ​ໃນ​ປັດ​ຈຸ​ບັນ​ນີ້ ແລະ ກໍ​ລະ​ນີ​ຕ່າງໆ​ໃນຫຼາຍ​ປະ​ເທດ​ທີ່​ເຊື່ອມ​ໂຍງ​ກັບ​ຜູ້​ທີ່​ໄດ້​ເດີນ​ທາງ​ຈາກ​ປະ​ເທດ ອິ​ຕາ​ລີ. ປະ​ຊາ​ຊົນ ອີ​ຕາ​ລີ ແມ່ນ​ໄດ້​ຢູ່​ພາຍ​ໃຕ້​ການ​ກັກ​ຕົວ​ທົ່ວ​ປະ​ເທດ​ເປັນ​ວັນ​ທີ​ສອງໃນ​ວັນ​ພຸດມື້ນີ້ ເຊິ່ງ​ປະ​ຊາ​ຊົນ​ພຽງ​ແຕ່​ສາ​ມາດ​ເຄື່ອນ​ໄຫວ​ໄປ​ມາ​ໄດ້​ ສຳ​ລັບ​ເຫດ​ຜົນ​ສຸກ​ເສີນ​ທາງ​ສຸ​ຂະ​ພາບ ແລະ ວຽກ​ງານ​ເທົ່າ​ນັ້ນ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ໃນ ສະ​ຫະ​ລັດ ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ເປັນ​ຫ່ວງ​ຫຼາຍກວ່າ​ເກົ່າ ໃນ​ຂະ​ນະ​ທີ່​ຕົວ​ເລກ​ຂອງ​ກໍ​ລະ​ນີ​ການ​ຕິດ​ເຊື້ອ​ໄດ້​ເພີ່ມ​ຂຶ້ນ​ກາຍ 1,000 ຄົນ.

ມັນ​ໄດ້​ມີ​ການ​ແຜ່​ລະ​ບາດ​ຢູ່​ຫຼາຍ​ຈຸດ​ໃນ​ລັດ ວໍ​ຊິງ​ຕັນ ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ, ບ່ອນ​ທີ່​ຜູ້​ປົກ​ຄອງ​ລັດ​ຄາດ​ວ່າ​ ຈະ​ປະ​ກາດ​ການ​ຫ້າມ​ບໍ່​ໃຫ້​ເຕົ້າ​ໂຮມ​ກັນ ຫຼາຍກວ່າ 250 ຄົນ, ແລະ ​ຢູ່​ທີ່​ອີກ​ຟາກ​ນຶ່ງ​ຂອງ​ປະ​ເທດ ​ໃນລັດ ນິວຢອກ ບ່ອນ​ທີ່​ຜູ້​ປົກ​ຄອງ​ລັດ ແມ່ນ​ກຳ​ລັງ​ຈັດ​ເຂດ​ໂດດ​ດ່ຽວ​ ໃນ​ທົ່ວ​ຊຸມ​ຊົນ​ທີ່​ມີ​ລາຍ​ງານຫຼາຍກວ່າ 100 ກໍ​ລະ​ນີ.

ຄົນ​ສ່ວນຫຼາຍ​ທີ່​ໄດ້​ຕິດ​ໄວ​ຣັ​ສ​ໂຄ​ໂຣ​ນາ​ສາຍ​ພັນ​ໃໝ່ ຈະ​ມີ​ອາ​ກາດ​ເບົາໆ ຫຼື ປານ​ກາງ, ແຕ່​ບາງ​ຄົນ, ສ່ວນ​ໃຫຍ່​ແມ່ນ​ຜູ້​ທີ່​ມີ​ອາ​ຍຸ​ສູງ ແລະ ຜູ້​ທີ່​ມີ​ບັນ​ຫາ​ສຸ​ຂະ​ພາບ​ຢູ່​ແລ້ວ, ແມ່ນ​ມີ​ຄວາມ​ສ່ຽງ​ສຳ​ລັບ​ການ​ເຈັບ​ປ່ວຍ​ທີ່​ຮ້າຍ​ແຮງ.

ອົງ​ການ​ອະ​ນາ​ໄມ​ໂລກ ໄດ້​ແນະ​ນຳ​ໃຫ້​ປະ​ຊາ​ຊົນ​ລ້າງ​ມື​ຂອງ​ເຂົາ​ເຈົ້າ, ຫຼີກ​ລ່ຽງ​ການ​ບາຍ​ໜ້າ, ໃຫ້​ຢູ່​ຫ່າງໆ​ຈາກ​ຄົນ​ຜູ້​ທີ່​ໄອ ຫຼື ຈາມ, ແລະ ຢູ່​ບ້ານ​ຖ້າ​ຮູ້​ສຶກບໍ່​ສະ​ບາຍ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG