ຜົນການນັບຄະແນນສຽງເລືອກຕັ້ງ ໄດ້ຖືກເປີດເຜີຍ ໃນຂະນະທີ່ໜ່ວຍເລືອກຕັ້ງທັງຫຼາຍ
ຂອງອີຕາລີ ໄດ້ປິດລົງໃນວັນອາທິດວານນີ້ ເຊິ່ງໄດ້ບົ່ງຊີ້ວ່າ ບໍ່ມີພັກໃດນຶ່ງ ຈະໄດ້ຄວບ
ຄຸມສະພາ ດ້ວຍສຽງສ່ວນຫຼາຍ ແຕ່ວ່າ ພວກພັກຕ່າງໆ ທີ່ປະຊາຊົນນິຍົມ ກໍແມ່ນໄດ້ຮັບ
ຄະແນນສຽງ ຢ່າງຫຼວງຫຼາຍ. ການເລືອກຕັ້ງໃນຄັ້ງນີ້ ໄດ້ເປັນການເລືອກຕັ້ງທີ່ເດັດຂາດ
ທີ່ສຸດ ທີ່ມີມາໃນຄວາມຊົງຈຳ.
ອີງຕາມຜົນຂອງໜ່ວຍເລືອກຕັ້ງແລ້ວ ພັກອິດສະລະ ທີ່ຕໍ່ຕ້ານການຈັດຕັ້ງ ຊື່ວ່າ Movi-
mento 5 Stelle ຫຼື M5S ໄດ້ມີຜົນງານ ທີ່ດີເດັ່ນ ໂດຍພິເສດ ກໍແມ່ນຢູ່ໃນພາກໃຕ້ ຂອງ
ປະເທດ ບ່ອນທີ່ການອອກມາໃຊ້ສິດອອກສຽງ ແມ່ນສູງກວ່າທີ່ໄດ້ຄາດໝາຍເອົາໄວ້. ພັກ
M5S ອາດຈະໄດ້ຮັບຄະແນນສຽງ 29 ຫາ 31 ເປີເຊັນຢ່າງແນ່ນອນ ເຊິ່ງໝາຍຄວາມວ່າ
ພັກນີ້ ຈະເປັນພັກໃຫຍ່ທີ່ສຸດ ຢູ່ໃນສະພາ ແຕ່ກໍຍັງມີເປີເຊັນທີ່ຕ່ຳເກີນໄປ ທີ່ຈະໄດ້ຄວບ
ຄຸມສະພາດ້ວຍສຽງສ່ວນຫຼາຍ.
ສ່ວນພັກປະຊາທິປະໄຕທີ່ນິຍົມແນວທາງປານກາງຫາຊ້າຍ ໄດ້ຮັບຄະແນນສຽງ 20
ເປີເຊັນ ກວ່າໆ ໂດຍໜ່ວຍເລືອກຕັ້ງ ຊີ້ບອກວ່າ ພັກນີ້ ອາດໄດ້ຮັບຄະແນນສຽງ ຫຼາຍ
ເຖິງ 23 ເປີເຊັນ. ແຕ່ມັນໄດ້ຖືກປັບປຸງໃໝ່ໂດຍ ພັກພັນທະມິດ ທີ່ນິຍົມແນວທາງຝ່າຍ
ຂວາ ຂອງທ່ານ ຊີລວີໂອ ເບີລູສໂຄນີ ເຊິ່ງເປັນໄປໄດ້ສູງທີ່ຈະຄວບຄຸມພາກສ່ວນໃຫຍ່
ໃນສະພາຕ່ຳ ທີ່ເອີ້ນວ່າ Chamber of Deputies ຫຼື ສະພາຜູ້ແທນ. ບົດບາດການ
ທຳງານ ຂອງພັກພັນທະມິດຝ່າຍຂວາ ມີຂີດໝາຍແບບສ່ວນຕົວ ຂອງການຟື້ນໂຕຂຶ້ນ
ມາມີບົດບາດອີກຄັ້ງນຶ່ງຢ່າງໂດດເດັ່ນ ໂດຍທ່ານ ເບີລູສໂຄນີ ອາຍຸ 81 ປີ ຜູ້ທີ່ໄດ້ຖືກ
ຫ້າມຈາກການດຳລົງຕຳແໜ່ງ ຈົນຮອດປີໜ້າ ແຕ່ເປັນທີ່ຈະແຈ້ງຂາວວ່າ ທ່ານຈະເປັນ
ຜູ້ນຶ່ງ ທີ່ມີບົດບາດໃນການສັ່ງການໃນວົງການໆເມືອງ.
ບັນດານັກວິເຄາະ ໄດ້ໃຫ້ຂໍ້ສັງເກດວ່າ ຜົນການເລືອກຕັ້ງໃນປີ 2013 ນັ້ນ ແມ່ນບໍ່ແນ່
ນອນ ແຕ່ໄດ້ກ່າວວ່າ ພວກເຂົາເຈົ້າເອງ ກໍໄດ້ຄາດໝາຍວ່າ ອີຕາລີ ຈະມີສະພາທີ່ບໍ່ມີ
ພັກໃດໄດ້ມີສຽງສ່ວນຫຼາຍ.
ທ້ອງຟ້າສີຂີ້ເຖົ່າມືດ ທີ່ປົກຄຸມປະເທດ ໄດ້ສະທ້ອນໃຫ້ເຫັນອາລົມທີ່ເສົ້າໝອງ ຂອງ
ບັນດາຜູ້ລົງຄະແນນສຽງ ທີ່ໄດ້ຜ່ານພ່າທົນສະພາບອາກາດທີ່ບໍ່ດີ ແລະ ຝົນທີ່ຢຸດເຊົາ
ຊົ່ວຄາວ. ຫຼາຍຄົນໄດ້ເດີນທາງຮອດສະຖານທີ່ປ່ອນບັດ ໃນພາກພື້ນ ລາຊີໂອ
"Lazio," ເຊິ່ງລວມມີນະຄອນຫຼວງ ໂຣມ, ໄດ້ກ່າວວ່າ ເຂົາເຈົ້າບໍ່ພໍໃຈ ກັບຜູ້ສະໝັກ
ຕ່າງໆທີ່ມີໄວ້ ໃຫ້ເຂົາເຈົ້າເລືອກ ເຖິງແມ່ນວ່າມັນຈະມີເຖິງ 21 ພັກການເມືອງແຂ່ງ
ຂັນກັນ ກໍຕາມ.