ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຕາລີ ຈັບ ຄົນຂັບເຮືອ ທີ່ຫຼົ້ມ ຢູ່ນອກຝັ່ງທະເລ ອີຕາລີ (ວີດີໂອ)


ໜ່ວຍຍາມຝັ່ງ ຂອງອີຕາລີ ກຳລັງເອົາສົບໃສ່ຖົງ ນອກເກາະ Lampedusa ວັນທີ 8 ຕຸລາ, 2013.
ໜ່ວຍຍາມຝັ່ງ ຂອງອີຕາລີ ກຳລັງເອົາສົບໃສ່ຖົງ ນອກເກາະ Lampedusa ວັນທີ 8 ຕຸລາ, 2013.
ອີ​ຕາ​ລີ​ໄດ້​ຈັບ​ກຸມ​ຜູ້​ຊາຍ Tunisia ຄົນ​ນຶ່ງ ​ທີ່​ເຊື່ອ​ວ່າ​ເປັນ
captain ຂອງ​ເຮືອ​ ທີ່ບັນທຸກ​ພວກ​ອົບ​ພະຍົບອາ​ຟຣິກາຫຼາຍ​
ຮ້ອຍ​ຄົນ ທີ່​ຫຼົ້ມ​ຢູ່​ນອກ​ຝັ່ງ​ທະ​ເລ​ຂອງ​ເກາະ Lampedusa ​ໃນ
​ສັບປະດາ​ແລ້ວນີ້.

ການ​ຈັບ​ກຸມຜູ້​ຊາຍ​ ​ໄວ 35 ປີ ໃນ​ວັນ​ອັງຄານ​ວານ​ນີ້ ມີ​ຂຶ້ນ​ໃນ​ຂະ
ນະ​ທີ່​ພວກ​ດຳ​ນ້ຳສືບ​ຕໍ່​ເກັບ​ກູ້​ສົບຂອງ​ພວກ​ທີ່​ເສຍ​ຊີວິດ ​ໃນ​ເຮືອ
​ທີ່​ຫຼົ້ມມາ​ໄດ້​ຫຼາຍ​ສົບ ​ເຮັດ​ໃຫ້​ຈຳນວນ​ຜູ້ເສຍ​ຊີວິດ​ໄປ​ແລ້ວ​ທັງ​ໝົດ ​ເພີ່ມ​ຂຶ້ນ​ເປັນ 275 ຄົນ.

​ເຮືອ​ລຳ​ດັ່ງກ່າວ​ ບັນທຸກ​ພວກ​ອົບ​ພະຍົບ​ຫຼາຍ​ເຖິງ 500 ຄົນ ຊຶ່ງ​ສ່ວນ​ຫຼາຍ ມາ​ຈາກ Eritrea ​ແລະ​ໂຊ​ມາ​ເລຍ ອັນ​ເປັນ​ພາກສ່ວນ​ນຶ່ງ​ຂອງ​ຄື້ນຟອງຊາວ​ອົບ​
ພະຍົບອາ​ຟຣິກາ​ທີ່​ພະຍາຍາມ​ລັກລອບ​ເຂົ້າ​ໄປ​ໃນ​ທະວີບຢູ​ໂຣບ. ມີ​ການ​ຊ່ອຍເຫຼືອ​ພວກ
​ທີ່​ລອດ​ຊີວິດ​ມາ​ໄດ້​ພຽງ​ແຕ່ 155 ຄົນ​ເທົ່າ​ນັ້ນ.

​ເຫດກາ​ນດັ່ງກ່າວໄດ້​ເປັນ​ນຶ່ງ​ໃນ​ບັນດາ​ເຫດການທີ່​ຮ້າຍ​ແຮງ​ທີ່​ສຸດ​ທີ່​ພົວພັນ​ກັບ​ພວກ​ໜີ​ໄພ ດ້ານ​ເສດຖະກິດ​ແລະ​ພວກ​ອົບ​ພະຍົບທີ່​ພະຍາຍາມ​ເດີນທາງ​ຂ້າມ​ທະ​ເລ Mediterranean ຈາກ​ທະວີບອາ​ຟຣິກາ ໃນ​ການ​ຊອກ​ຫາ​ການ​ເລີ້ມຊີວິດ​ໃໝ່​ໃນ​ຢູ​ໂຣບນັ້ນ.

Italy Migrants
please wait
Embed

No media source currently available

0:00 0:00:41 0:00
XS
SM
MD
LG