ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜູ້​ຕັ້ງ​ຖິ່ນ​ຖານ​ຊາວ ອິ​ສ​ຣາ​ແອ​ລ ທຳ​ການ​ອາ​ລະ​ວາດ​ທີ່​ຮຸນ​ແຮງ ຫຼັງ​ຈາກ​ມື​ປືນ​ຊາວ​ປາ​ແລັ​ສ​ໄຕ​ນ ສັງ​ຫານ 2 ຄົນ


ທະ​ຫານ ອິ​ສ​ຣາ​ແອ​ລ ເຂົ້າ​ປະ​ຈຳ​ຕຳ​ແໜ່ງ​ຢູ່​ຈຸດ​ເກີດ​ເຫດ​ການ​ຍິງ​ໂຈມ​ຕີ​ໂດຍ​ຊາວ​ ປາ​ແລັ​ສ​ໄຕ​ນ໌ ຄົນ​ນຶ່ງ​ຢູ່​ດ່ານກວດ​ກາ, ໃກ້​ກັບ​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່​ນ້ຳ​ຈໍ​ແດນ ຂອງ​ເມືອງ ນາ​ບ​ລັ​ສ໌, 26 ກຸມ​ພາ 2023.
ທະ​ຫານ ອິ​ສ​ຣາ​ແອ​ລ ເຂົ້າ​ປະ​ຈຳ​ຕຳ​ແໜ່ງ​ຢູ່​ຈຸດ​ເກີດ​ເຫດ​ການ​ຍິງ​ໂຈມ​ຕີ​ໂດຍ​ຊາວ​ ປາ​ແລັ​ສ​ໄຕ​ນ໌ ຄົນ​ນຶ່ງ​ຢູ່​ດ່ານກວດ​ກາ, ໃກ້​ກັບ​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່​ນ້ຳ​ຈໍ​ແດນ ຂອງ​ເມືອງ ນາ​ບ​ລັ​ສ໌, 26 ກຸມ​ພາ 2023.

ຜູ້ຕັ້ງ​ຖິ່ນ​ຖານ​ຊາວ ອິ​ສ​ຣາ​ແອ​ລ ຈຳ​ນວນຫຼາຍ​ໄດ້​ທຳ​ການ​ອາ​ລະ​ວາດ​ທີ່ຮຸນ​ແຮງ​ໃນ​ພາກ​ເໜືອ​ຂອງ​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່​ນ້ຳ​ຈໍ​ແດນ ຫຼື West Bank, ດ້ວຍ​ການ​ຈູດ​ລົດ ແລະ ເຮືອນ ຫຼັງ​ຈາກ​ຜູ້​ຕັ້ງ​ຖິ່ນ​ຖານ​ສອງ​ຄົນ​ຖືກ​ຂ້າ​ຕາຍ​ໂດຍ​ມື​ປືນ​ຊາວ ປາ​ແລັ​ສ​ໄຕ​ນ໌ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ພວກ​ເຈົ້າ​ໜ້າ​ທີ່ ປາ​ແລັ​ສ​ໄຕ​ນ໌ ໄດ້​ກ່າວ​ວ່າ​ຜູ້​ຊາຍ​ຄົນ​ນຶ່ງ​ໄດ້​ເສຍ​ຊີ​ວິດ ແລະ ອີກ​ສີ່​ຄົນ​ໄດ້​ຮັບ​ບາດ​ເຈັບ. ການ​ຍິງ​ກັນ​ທີ່​ຮ້າຍ​ແຮງ​, ເຊິ່ງ​ຕາມ​ມາ​ດ້ວຍ​ການ​ອາ​ລະ​ວາດ​ໃນ​ຕອນ​ເດິກນັ້​ນ, ໄດ້​ເຮັດ​ໃຫ້​ມີ​ຄຳ​ຖາມ ກ່ຽວ​ກັບ ຄຳ​ປະ​ກາດ​ຂອງ​ປະ​ເທດ ຈໍ​ແດັນ ທີ່​ເຂົາ​ເຈົ້າ​ໄດ້​ຮັບ​ປະ​ກັນຈາກ ອິ​ສ​ຣາ​ແອ​ລ ແລະ ປາ​ແລັ​ສ​ໄຕ​ນ໌ ເພື່ອ​ສະ​ຫງົບ​ຄື້ນ​ຂອງ​ຄວາມ​ຮຸນ​ແຮງ​ຕະ​ຫຼອດ​ປີ​ນັ້ນ. ການ​ອາ​ລະ​ວາດ​ດັ່ງ​ກ່າວ​ໄດ້​ເກີດ​ຂຶ້ນບໍ່​ດົນ ຫຼັງ​ຈາກ​ລັດ​ຖະ​ບານ ຈໍ​ແດັນ, ເຊິ່ງ​ໄດ້​ເປັນ​ເຈົ້າ​ພາບ​ຈັດ​ການ​ເຈ​ລະ​ຈາ​ຢູ່ ຣີ​ສອດ ທະ​ເລ​ແດງ ອາ​ກາ​ບາ ໃນ​ວັນ​ອາ​ທິດ​ວານນີ້, ໄດ້​ເວົ້າ​ວ່າ ສອງຝ່າຍດັ່ງ​ກ່າວ​ໄດ້​ຕົກ​ລົງ​ກັນ​ທີ່​ຈະ​ເອົາ​ບາດ​ກ້າວ​ເພື່ອຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ ແລະ ຈະ​ປະ​ຊຸມ​ກັນ​ອີກ​ ໃນ​ເດືອນ​ໜ້າ ກ່ອນ​ບຸນ​ສັກ​ສິດ ຣາ​ມາ​ດານ ຂອງ​ຊາວ ມຸ​ສ​ລິມ.

Scores of Israeli settlers have gone on a violent rampage in the northern West Bank, setting cars and homes on fire after two settlers were killed by a Palestinian gunman. Palestinian officials say one man has been killed and four others were badly wounded. The deadly shooting, followed by the late-night rampage, is raising questions about a Jordanian declaration that it had received assurances from Israel and the Palestinians to calm a year-long wave of violence. The rampage occurred shortly after the Jordanian government, which hosted Sunday's talks at the Red Sea resort of Aqaba, said the sides had agreed to take steps to de-escalate tensions and would meet again next month ahead of the Muslim holy month of Ramadan.

XS
SM
MD
LG