ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ນາຍົກ ເນຕັນຢາຮູ ກ່າວວ່າ ອົງການ UN ຊ່ອຍເຫຼືອ ອົບພະຍົບ ປາແລັສໄຕນ໌ 'ບໍ່ໃຫ້ມີອີກຕໍ່ໄປ'


ນາຍົກລັດຖະມົນຕີ ຂອງອິສຣາແອລ ທ່ານເບັນຈາມິນ ເນຕັນຢາຮູ (Benjamin Netanyahu) ເປັນປະທານ ກອງປະຊຸມ ຄະນະລັດຖະບານ ປະຈຳສັບປະດາ ຢູ່ທີ່ຫ້ອງ
ການຂອງທ່ານ ໃນນະຄອນ ເຈຣູເຊແລັມ, ວັນທີ 7 ມັງກອນ 2018.
ນາຍົກລັດຖະມົນຕີ ຂອງອິສຣາແອລ ທ່ານເບັນຈາມິນ ເນຕັນຢາຮູ (Benjamin Netanyahu) ເປັນປະທານ ກອງປະຊຸມ ຄະນະລັດຖະບານ ປະຈຳສັບປະດາ ຢູ່ທີ່ຫ້ອງ ການຂອງທ່ານ ໃນນະຄອນ ເຈຣູເຊແລັມ, ວັນທີ 7 ມັງກອນ 2018.

ນາຍົກລັດຖະມົນຕີ ຂອງອິສຣາແອລ ທ່ານເບັນຈາມິນ ເນຕັນຢາຮູ ໄດ້ບອກ ຄະນະ
ລັດຖະບານຂອງທ່ານ ໃນວັນອາທິດວານນີ້ ວ່າ ອົງການສະຫະປະຊາຊາດ ທີ່ໃຫ້ ການຊ່ອຍເຫຼືອແກ່ ພວກອົບພະຍົບຊາວປາແລັສໄຕນ໌ ນັ້ນ ແມ່ນເຮັດໃຫ້ເກີດບັນຫາ
ເລື້ອຍມາ ແລະຄວນຖືກປິດລົງ.

ທ່ານເນຕັນຢາຮູ ໄດ້ຈົ່ມວ່າ ອົງການທຳງານເພື່ອການບັນເທົາທຸກ ຂອງສະຫະປະຊາ
ຊາດ ຫຼື (UNRWA) ແມ່ນໄດ້ເພັ່ງເລັງໃສ່ ພຽງແຕ່ພວກອົບພະຍົບຊາວປາແລັສໄຕນ໌
ເທົ່ານັ້ນ ແລະວ່າ ທຶນຊ່ວຍເຫຼືອຂອງຕົນນັ້ນ ຄວນຖືກຫັນໄປໃສ່ ອົງການສຸກເສີນ ທີ່ ປົກຄຸມບັນຫາອົບພະຍົບ ຂອງສະຫະປະຊາຊາດ ແທນ.

Netanyahu Calls for Closure of UN Aid Agency for Palestinians
please wait

No media source currently available

0:00 0:02:23 0:00

ທ່ານນາຍົກລັດຖະມົນຕີ ໄດ້ກ່າວວ່າ “ມັນຍັງເຮັດໃຫ້ເກີດບັນຫາເລື້ອຍມາ ໃນເລື່ອງ
ຂອງສິດທິໃນການກັບຄືນໄປ ເພື່ອທີ່ຈະຕັດປະເທດອິສຣາແອລ ອອກໄປ. ສະນັ້ນ
ອົງການ UNRWA ຈະຕ້ອງ ບໍ່ໃຫ້ມີອີກຕໍ່ໄປ.”

ອົງການນີ້ ກ່າວວ່າ ມີອົບພະຍົບ 5 ລ້ານຄົນ ທີ່ມີສິດໄດ້ຮັບ ການບໍລິການ ຈາກຕົນ.

ມັນແມ່ນພວກຊາວປາແລັສໄຕນ໌ ຜູ້ທີ່ໄດ້ຫລົບໜີອອກຈາກເຮືອນຊານຂອງພວກ
ເຂົາເຈົ້າ ໃນລະຫວ່າງສົງຄາມ ທີ່ກ່ຽວພັນ ກັບເລື່ອງ ການສ້າງຕັ້ງປະເທດ

ພວກເດັກນ້ອຍຊາວອົບພະຍົບ ຍ່າງໄປກັບແມ່ຂອງພວກເຂົາເຈົ້າ ໃນມື້ທຳອິດຂອງການເປີດໂຮງຮຽນ ສົກຮຽນປີໃໝ່ ຢູ່ທີ່ແຫ່ງນຶ່ງ ໃນບັນດາໂຮງຮຽນທັງຫຼາຍ ຂອງອົງການ UNRWA ທີ່ສູນອົບພະຍົບ ອາລ ວີແດັດ (al Wehdat) ຂອງຊາວປາແລັສໄຕນ໌, ຢູ່ໃນນະຄອນ ອາມມານ ຂອງຈໍແດັນ.
ພວກເດັກນ້ອຍຊາວອົບພະຍົບ ຍ່າງໄປກັບແມ່ຂອງພວກເຂົາເຈົ້າ ໃນມື້ທຳອິດຂອງການເປີດໂຮງຮຽນ ສົກຮຽນປີໃໝ່ ຢູ່ທີ່ແຫ່ງນຶ່ງ ໃນບັນດາໂຮງຮຽນທັງຫຼາຍ ຂອງອົງການ UNRWA ທີ່ສູນອົບພະຍົບ ອາລ ວີແດັດ (al Wehdat) ຂອງຊາວປາແລັສໄຕນ໌, ຢູ່ໃນນະຄອນ ອາມມານ ຂອງຈໍແດັນ.

ອິສຣາແອລ ໃນປີ 1948 ຫຼື ພວກລູກຫລານຂອງພວກເຂົາເຈົ້າ. ໃນປັດຈຸບັນນີ້
ຊາວປາແລັສໄຕນ໌ ຫຼາຍກວ່າ 1 ລ້ານ 5 ແສນຄົນ ອາໄສຢູ່ໃນສູນອົບພະຍົບຕ່າງໆ
ຢູ່ໃນປະເທດ ຈໍແດັນ ເລບານອນ ຊີເຣຍ ຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່ນ້ຳຈໍ​ແດັນ ແລະ
ພື້ນທີ່ເຂດກາຊາ.

ໂຄສົກ ອົງການ UNRWA ທ່ານ ຄຣິສ ກັນນິສ ໄດ້ກ່າວວ່າ ອົງການນີ້ ຈະສືບຕໍ່ ວຽກງານຂອງຕົນ ຈົນກວ່າວ່າ ຈະມີ “ການແກ້ໄຂທີ່ເປັນທຳ ແລະ ຍືນຍົງ” ສຳລັບ
ພວກອົບພະຍົບ.

ປະທານາທິບໍດີ ດໍໂນລ ທຣຳ ໂອ້ລົມ ກັບບັນດານັກຂ່າວ ຢູ່ໃນຫ້ອງການ ໂອໂວລ ຂອງທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 22 ທັນວາ 2017.
ປະທານາທິບໍດີ ດໍໂນລ ທຣຳ ໂອ້ລົມ ກັບບັນດານັກຂ່າວ ຢູ່ໃນຫ້ອງການ ໂອໂວລ ຂອງທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 22 ທັນວາ 2017.

ທ່ານກັນນິສ ໄດ້ກ່າວໃນຖະແຫລງການສະບັບນຶ່ງວ່າ “ສິ່ງທີ່ເຮັດໃຫ້ເກີດບັນຫາ
ວິກິດການດ້ານອົບພະຍົບ ນັ້ນ ກໍແມ່ນຄວາມຜິດພາດ ຂອງຝ່າຍຕ່າງໆ ທີ່ຈະຮັບ
ມືກັບບັນຫາ. ອັນນີ້ ຕ້ອງໄດ້ຖືກແກ້ໄຂ ໂດຍຝ່າຍຕ່າງໆ ຕໍ່ບັນຫາຂັດແຍ້ງ ໃນ
ເນື້ອຫາ ຂອງການເຈລະຈາສັນຕິພາບ ອີງຕາມມັດຕິ ຂອງອົງການສະຫະປະຊາ
ຊາດ ແລະ ກົດໝາຍສາກົນ ແລະຕ້ອງກຳນົດໃຫ້ມີການພົວພັນ ຢ່າງແຂງຂັນ
ໂດຍປະຊາຄົມນານາຊາດ.”

ຄວາມພະຍາຍາມທີ່ຈະໃຫ້ມີສືບຕໍ່ ກອງປະຊຸມສັນຕິພາບ ອິສຣາແອລ-ປາແລັສໄຕນ໌
ໄດ້ຢຸດສະງັກລົງ ໄດ້ຫຼາຍປີແລ້ວ ແລະອະນາຄົດກ່ຽວກັບເລື່ອງນີ້ ຍິ່ງເພີ່ມທະວີຄວາມ
ຫຍຸ້ງຍາກຕື່ມຂຶ້ນ ຍ້ອນວ່າ ໃນເດືອນແລ້ວນີ້ ປະທານາທິບໍດີ ທຣຳ ຮັບຮູ້ວ່າ ເຈຣູຊາແລັມ
ເປັນນະຄອນຫຼວງຂອງ ອິສຣາແອລ.

​ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG