ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

​ອິ​ສ​ຣາ​ແອ​ລ ທຳ​ການ​ແກ້​ແຄ້ນ ຫຼັງ​ຈາກ​ມີ​ຈະຫຼວດ ຖືກ​ຍິງ​ມາ​ຈາກ ຊີ​ເຣຍ ຕື່ມ​ອີກ


ທະ​ຫານ ອິ​ສ​ຣາ​ແອ​ລ ຄົ້ນ​ຫາ​ຈະຫຼວດ​ ທີ່​ໄດ້​ຕົກ​ຢູ່​ໃກ້​ກັບເມືອງ ຄິບ​ບັດ​ສ໌ ເມດ​ຊາ ໃນ​ພາກ​ພື້ນ ໂກ​ແລນ ຮ້າຍ​ທ໌ ທີ່​ຖືກ​ຄວບ​ຄຸມ​ໂດຍ ອິ​ສ​ຣາ​ແອ​ລ, 9 ເມ​ສາ 2023.
ທະ​ຫານ ອິ​ສ​ຣາ​ແອ​ລ ຄົ້ນ​ຫາ​ຈະຫຼວດ​ ທີ່​ໄດ້​ຕົກ​ຢູ່​ໃກ້​ກັບເມືອງ ຄິບ​ບັດ​ສ໌ ເມດ​ຊາ ໃນ​ພາກ​ພື້ນ ໂກ​ແລນ ຮ້າຍ​ທ໌ ທີ່​ຖືກ​ຄວບ​ຄຸມ​ໂດຍ ອິ​ສ​ຣາ​ແອ​ລ, 9 ເມ​ສາ 2023.

ກອງ​ທັບ ອິ​ສ​ຣາ​ແອ​ລ ກ່າວ​ວ່າ​ຈະຫຼວດ​ອີກ​ສາມ​ລູກ​ຖືກ​ຍິງ​ຈາກ​ປະ​ເທດ ຊີ​ເຣຍ ມາ​ສູ່ ອິ​ສ​ຣາ​ແອ​ລ, ເຊິ່ງ​ເພີ່ມ​ຂຶ້ນ​ເປັນ​ລູກ​ທີ 6 ຂອງ​ຈຳ​ນວ​ນ​ລູກ​ສອນ​ໄຟ​ທີ່​ຖືກ​ຍິງ​ພາຍ​ໃນ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ໃນ​ການ​ໂຈມ​ຕີ​ທີ່​ດົນໆ​ເກີດ​ຂຶ້ນ​ເທື່ອ​ນຶ່ງ​ຈາກ​ປ​ະ​ເທດ​ທີ່​ຢູ່​ໃກ້​ຄຽງ​ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ ອິ​ສ​ຣາ​ແອ​ລ, ອີງ​ຕາມ​ອົງ​ກາ​ນ​ຂ່າວ AP. ອິ​ສ​ຣາ​ແອ​ລ ກ່າວ​ວ່າ​ເຂົາ​ເຈົ້າ​ໄດ້​ແກ້​ແຄ້ນ​ດ້ວຍ​ການ​ຍິງ​ປືນ​ໃຫຍ່ ແລະ ການ​ໂຈມ​ຕີ​ທາງ​ອາ​ກາດໃສ່​ເປົ້າ ໝາຍ​ໃນ ຊີ​ເຣຍ. ກອງ​ທັບ​ເວົ້າ​ວ່າ​ ຈະຫຼວດ​ສອງ​ ໃນ​ສາມ​ລູກ​ທີ່​ຖືກ​ຍິງ​ໃນ​ຕອນ​ເຊົ້າ​ຂອງວັນ​ອາ​ທິດ​ວານນີ້​ໄດ້​ຂ້າມ​ເຂົ້າ​ໄປ​ໃນ ອິສ​ຣາ​ແອ​ລ. ໃນ​ການ​ໂຈມ​ຕີ​ຄັ້ງ​ທຳ​ອິດ​ເມື່ອ​ວັນ​ເສົາ​ທີ່​ຜ່ານ​ມາ, ຈະຫຼວດ​ລູກ​ນຶ່ງ​ໄດ້​ຕົກ​ຢູ່​ທົ່ງ​ຫຍ້າ​ໃນ​ພາກ​ພື້ນ ໂກ​ລານ ຮ້າຍ​ທ໌. ການ​ຍິງ​ຈະຫຼວດ​ໄດ້​ເກີດ​ຂຶ້ນ​ພຽງ​ນຶ່ງວັນ ຫຼັງ​ຈາກເຮື​ອ​ບິນ​ລົບ ອິ​ສ​ຣາ​ແອ​ລ ໄດ້​ໂຈມ​ຕີ​ເປົ້າ​ໝາຍ​ທີ່​ຖືກ​ກ່າວ​ວ່າ​ເປັນ​ພວ​ກຫົວ​ຮຸນ​ແຮງ ປາ​ແລັ​ສ​ໄຕ​ນ໌ ໃນ​ປະ​ເທດ ເລ​ບາ​ນອນ ແລະ ເຂດກາ​ຊາ ລຸນຫຼັງ​ການ​ຍິງ​ຈະຫຼວດ​ຈຳ​ນວນຫຼວງຫຼາຍ​ທີ່ບໍ່​ປົກ​ກະ​ຕິ​ຈາກ​ພາກ​ໃຕ້​ຂອງ​ປະ​ເທດ ເລ​ບາ​ນອນ. ຄວາມ​ເຄັ່ງ​ຕຶງ​ແມ່ນ​ໄດ້​ເພີ່ມ​ສູງ​ຂຶ້ນ ​ເຊັ່ນ​ກັນ​ໃນ​ນະ​ຄອນ ເຈ​ຣູ​ຊາ​ແລັມ ທີ່​ມີ​ຄວາມ​ຂັດ​ແຍ້ງ​ກັນ.

The Israeli military says three more rockets have been launched from Syria toward Israel, raising to six the number of missiles fired within hours in a rare attack from Israel's northeastern neighbor. Israel says it is retaliating with artillery fire and airstrikes on targets in Syria. The military says two of the three rockets fired early Sunday crossed into Israel. In the first attack on Saturday, one rocket landed in a field in the Israeli-annexed Golan Heights. The rocket launches come just a day after Israeli warplanes struck alleged Palestinian militant targets in both Lebanon and the Gaza Strip following an unusual burst of rocket fire from southern Lebanon. Tensions are also running high in the contested capital of Jerusalem.

XS
SM
MD
LG