ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຮງໝໍຂອງ ອິສຣາແອລ ກ່າວວ່າ ການສັກຢາວັກຊີນຄັ້ງທີ 4 ບໍ່ສາມາດປ້ອງກັນການແຜ່ລະບາດ ຂອງໄວຣັສສາຍພັນໂອໄມຄຣອນໄດ້


ແຟ້ມຮູບ-ທ່ານນາງ ລີລີ ໂຊຮາຣີ ອາຍຸ 90 ປີ, ຮັບການສັກຢາວັກຊີນ​ກັນໂຄວິດ-19 ໂດສທີ 4 ຢູ່ທີ່ເຮືອນພັກຜູ້ສູງອາຍຸ ໃນເມືອງເນີທັນຢາ, ປະເທດ ອິສຣາແອລ, ວັນທີ 5 ມັງກອນ 2022.
ແຟ້ມຮູບ-ທ່ານນາງ ລີລີ ໂຊຮາຣີ ອາຍຸ 90 ປີ, ຮັບການສັກຢາວັກຊີນ​ກັນໂຄວິດ-19 ໂດສທີ 4 ຢູ່ທີ່ເຮືອນພັກຜູ້ສູງອາຍຸ ໃນເມືອງເນີທັນຢາ, ປະເທດ ອິສຣາແອລ, ວັນທີ 5 ມັງກອນ 2022.

ການຄົ້ນຄວ້າໃນເບື້ອງຕົ້ນສະແດງໃຫ້ເຫັນວ່າ ຢາວັກຊີນໂດສທີສີ່​ກັນໂຄວິດ-19 ມີປະສິດທິພາບໃນການປ້ອງກັນ ການຕິດເຊື້ອຈາກໄວຣັສສາຍພັນໂອໄມຄຣອນໄດ້ພຽງແຕ່ເລັກນ້ອຍເທົ່ານັ້ນ, ອີງຕາມລາຍງານຈາກນັກຄົ້ນ​ຄວ້າ ແຫ່ງໂຮງໝໍຂອງອິສຣາແອລ.

ໂຮງໝໍ ເຊີບາ ກ່າວວ່າ ໄດ້ສັກຢາວັກຊີນໂດສທີ 4 ທັງ ຟາຍເຊີ-ໄບໂອເອນເທັກ ຫຼື ຢາວັກຊີນໂມເດິນນາ ໃຫ້ແກ່ພະນັກງານການແພດ 274 ຄົນ ແລະພົບວ່າ ໃນລະຫວ່າງທີ່ຢາບູສເຕີ້ ເພີ້ມພູມຄຸ້ມກັນຂຶ້ນ, ບໍ່ໄດ້ໝາຍຄວາມວ່າມັນສາມາດປ້ອງກັນການແຜ່ລະບາດໄວຣັສສາຍພັນໂອໄມຄຣອນໄດ້.

“ນີ້ເປັນພຽງຜົນໃນເບື້ອງຕົ້ນທີ່ສຸດ, ເປັນຜົນຮັບກ່ອນການເປີດເຜີຍຕໍ່ປະຊາຊົນຊົນທົ່ວໄປ. ແຕ່ວ່າ ພວກເຮົາກໍາລັງໄດ້ແຈກຢາຍຢາວັກຊີນອອກໄປ ເນື່ອງຈາກພວກເຮົາເຂົ້າໃຈເຖິງຄວາມຮີບດ່ວນຂອງປະຊາຊົນ ໃນຄວາມເປັນໄປໄດ້ຂອງການຮັບຂໍ້ມູນຕ່າງໆ ກ່ຽວກັບ ຢາວັກຊີນໂດສທີ 4,” ດຣ. ກີລີ ຣີເກັບວ໌ ໂຢຊາຍ (Gili Regev-Yochay), ຜູ້ອໍານວຍການໜ່ວຍຄວບຄຸມ ແລະປ້ອງກັນໂຣກຕິດຕໍ່ຂອງໂຮງໝໍກ່າວຕໍ່ບັນດານັກຂ່າວ ໃນລະຫວ່າງການຖະແຫຼງຂ່າວ ທາ​ງ ອອນລາຍໃນມື້ວັນຈັນວານນີ້.

ອິສຣາແອລ ໄດ້ສະເໜີສັກຢາວັກຊີນໂດສທີ 4 ໃຫ້ແກ່ປະຊາຊົນທີ່ມີອາຍຸແຕ່ 60 ປີຂຶ້ນໄປ. ປະເທດນີ້ ເປັນນຶ່ງໃນປະເທດທີ່ສັກຢາວັກຊີນ ແລະສະເໜີ​ສັກເຂັມບູສເຕີ້ ໃຫ້ແກ່ປະຊາກອນພາຍໃນປະເທດ.

ດຣ. ນາຈແມນ ອາຊ (Nachman Ash), ຜູ້ອໍານວຍການແຫ່ງກະຊວງສາທາລະນະສຸກຂອງອິສຣາແອລ ກ່າວວ່າ ຂໍ້ມູນຫຼ້າສຸດອາດຈະຖືກພິຈາລະນາໃນການຕັດສິນໃຈວ່າ ຈະຂະຫຍາຍໂຄງ ການເຂັມບູສເຕີ້ໃຫ້ເປັນວົງກວ້າງແກ່ປະຊາຊົນທົ່ວໄປ ໂດຍການເພີ້ມການສັກຢາວັກຊີນອີກເຂັມຫຼືບໍ່.

ໃນການດໍາເນີນງານຂອງປະເທດອື່ນໆໃນມື້ວັນຈັນວານນີ້, ນິວຊີແລນ ເລີ້ມການສັກຢາໃຫ້ແກ່ເດັກອາຍຸລະຫວ່າງ 5-11 ປີ ດ້ວຍຢາວັກຊີນໂຄວິດ-19 ຟາຍເຊີສໍາລັບເດັກນ້ອຍ. ຢາວັກຊີນຫຼາຍກວ່າ 120,000 ເຂັມໄດ້ແຈກຢາຍໃຫ້ແກ່ສູນກາງຢາວັກຊີນ 500 ແຫ່ງໃນທົ່ວປະເທດ, ອີງຕາມລາຍ ງານ ຈາກກະຊວງສາທາລະນະສຸກຂອງປະເທດດັ່ງກ່າວ.

“ຮັບການສັກຢາວັກຊີນແຕ່ດຽວນີ້ ເປັນວິທີທີ່ດີທີ່ສຸດໃນການຊ່ວຍປ້ອງກັນເດັກນ້ອຍ ຫຼື ທາມາຣິກິ ກ່ອນທີ່ພວກເຂົາເຈົ້າຈະກັບໄປເຂົ້າໂຮງຮຽນຄືນ,” ດຣ. ແອນໂທນີ ຈໍແດນ, ຜູ້ອໍານວຍການຄລິນິກໂຄງການຢາວັກຊີນກັນໂຄວິດ-19 ແຫ່ງນະຄອນອັອກແລນ ກ່າວຢູ່ໃນຖະແຫຼງການ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG