ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລັດຖະບານຊຸດໃໝ່ ຂອງອິສຣາແອລ ສາບານໂຕເຂົ້າຮັບຕຳແໜ່ງ ເຮັດໃຫ້ການປົກຄອງ ຂອງທ່ານເນຕັນຢາຮູ ສິ້ນສຸດລົງ


ທ່ານນາຟທາລີ ເບັນເນັດຕ໌, ຜູ້ນຳພັກ Yamina (New Right) ຂອງອິສຣາແອລ, ກ່າວຖະແຫລງຕໍ່ບັນດາຜູ້ສະໜັບສະໜຸນທ່ານ ຢູ່ສຳນັກງານໃຫຍ່ໂຄສະນາຫາສຽງຂອງພັກ ໃນເມືອງແຄມຝັ່ງທະເລເມດີເຕຣານຽນ ຂອງນະຄອນ ແທລ ອາວີບ, ວັນທີ 24 ເມສາ 2021.
ທ່ານນາຟທາລີ ເບັນເນັດຕ໌, ຜູ້ນຳພັກ Yamina (New Right) ຂອງອິສຣາແອລ, ກ່າວຖະແຫລງຕໍ່ບັນດາຜູ້ສະໜັບສະໜຸນທ່ານ ຢູ່ສຳນັກງານໃຫຍ່ໂຄສະນາຫາສຽງຂອງພັກ ໃນເມືອງແຄມຝັ່ງທະເລເມດີເຕຣານຽນ ຂອງນະຄອນ ແທລ ອາວີບ, ວັນທີ 24 ເມສາ 2021.

ລັດຖະບານຊຸດໃໝ່ ຂອງອິສຣາແອລ ໄດ້ສາບານໂຕເຂົ້າຮັບຕຳແໜ່ງ ໃນວັນອາທິດວານນີ້ ຊຶ່ງເປັນການສິ້ນສຸດການປົກຄອງໄລຍະ 12 ປີຂອງນາຍົກລັດ ຖະມົນຕີເບັນຈາມິນ ເນຕັນຢາຮູ ແລະເຮັດໃຫ້ ທ່ານນາຟທາລີ ເບັນເນັດຕ໌ ທີ່ເປັນຫົວໜ້າພັກສາສະໜາຫົວຊາດນິຍົມຈັດ ຊຶ່ງເປັນພັກນ້ອຍໆ ກາຍເປັນຜູ້ນຳຄົນໃໝ່ ຂອງປະເທດຢິວ.

ທ່ານເບັນເນັດຕ໌ ຈະໄດ້ເປັນນາຍົກລັດຖະມົນຕີໄລຍະສອງປີ ພາຍໃຕ້ຂໍ້ຕົກລົງທີ່ບໍ່ໜ້າເປັນໄປໄດ້ເລີຍ ໃນການກຳອຳນາດຮ່ວມກັນພາຍໃນ 8 ພັກການເມືອງ ທີ່ບໍ່ຄ່ອຍມີຫຍັງເຫັນພ້ອມນຳກັນເລີຍ ນອກເໜືອຈາກວ່າ ຢາກຈະຍຸຕິການປະຕິ ບັດໜ້າທີ່ອັນວຸ້ນວາຍຂອງທ່ານເນຕັນຢາຮູ ເທົ່ານັ້ນ. ທ່ານເບັນເນັດຕ໌ ເຄີຍເປັນອະດີດພັນທະມິດຂອງທ່ານເນຕັນຢາຮູຜູ້ທີ່ໄດ້ຮັບໜ້າທີ່ເປັນລັດຖະມົນຕີກະຊວງ ປ້ອງກັນປະເທດ ໃນປີ 2019 ແລະ 2020.

ທ່ານເບັນເນັດຕ໌ ອາຍຸ 49 ປີ ຕໍ່ຈາກນັ້ນ ກໍຈະໄດ້ຖືກສັບປ່ຽນໂດຍ ທ່ານແຢຣ ລາພິດ ອາຍຸ 57 ປີເປັນເວລາໄລຍະສອງປີ ຊຶ່ງທ່ານເຄີຍເປັນລັດຖະມົນຕີກະຊວງການເງິນ ແລະອະດີດຜູ້ດຳເນີນລາຍການຂ່າວຂອງໂທລະພາບ ທີ່ໄດ້ໄກ່ເກ່ຍຂໍ້ຕົກລົງ ເພື່ອໂຄ່ນລົ້ມທ່ານເນຕັນຢາຮູ.

ທ່ານລາພິດ ໄດ້ຊະນະການລົງຄະແນນສຽງໃຫຍ່ທີ່ສຸດອັນດັບສອງຮອງຈາກພັກລີຄູດ ຂອງທ່ານເນຕັນຢາຮູ ເມື່ອເດືອນມີນາທີ່ຜານມາ ຊຶ່ງເປັນການເລືອກຕັ້ງຂອງອິສຣາແອລ ທີ່ບໍ່ເດັດຂາດຄັ້ງທີ 4 ໃນຊ່ວງໄລຍະສອງປີທີ່ຜ່ານມາ.

ທ່ານເນຕັນຢາຮູ ຜູ້ທີ່ໄດ້ພະຍາຍາມທີ່ຈະຂັດຂວາງ 8 ພັກການເມືອງທີ່ລວມຕົວກັນເປັນພັນທະມິດ ຊຶ່ງໄດ້ຂັບໄລ່ທ່ານອອກຈາກຕຳແໜ່ງນັ້ນ ຈະຍັງຄົງໄດ້ເປັນຜູ້ນຳພັກຝ່າຍຄ້ານຢູ່ ແຕ່ກໍຍັງຈະປະເຊີນກັບການດຳເນີນຄະດີ ໃນຂໍ້ຫາສໍ້ລາດບັງຫຼວງ.

ການຂຶ້ນມາກຳອຳນາດຂອງທ່ານເບັນເນັດຕ໌ ໄດ້ເປັນຂີດໝາຍຂອງຄວາມຄຽດແຄ້ນ ໃນຫໍສະພາແຫ່ງຊາດ ຫຼື Knesset ຂອງອິສຣາແອລ ໃນຂະນະທີ່ບັນ ດາສະມາຊິກສະພາຝ່າຍອະນຸລັກນິຍົມ ຮ້ອງອອກມາວ່າ “ໜ້າອັບອາຍ” ແລະ “ຂີ້ຕົວະ.” ບັນດາສະມາຊິກສະພາຈໍານວນນຶ່ງ ໄດ້ຖືກຂັບໄລ່ໃຫ້ອອກໄປຈາກກອງປະຊຸມ.

“ພວກເຮົາບໍ່ສາດມາທີ່ຈະນັ່ງຮ່ວມກັນໄດ້-ແມ່ນຫຍັງກໍາລັງເກີດຂຶ້ນກັບພວກເຮົາ?” ທ່ານເບັນເນັດຕ໌ ໄດ້ກ່າວໄປ ທ່າມກາງການສຽງຮ້ອງບໍ່ເຫັນດີ ແລະຄຳເວົ້າເຍາະເຍີ້ຍຕ່າງໆນາໆ ເຖິງແມ່ນວ່າ ພວກລູກເຕົ້າຂອງທ່ານໄດ້ສົ່ງສັນຍາລັກຂອງຫົວໃຈໃຫ້ທ່ານຈາກຫ້ອງສຳລັບຜູ້ຢ້ຽມຊົມ ກໍຕາມ.

ທ່ານໄດ້ກ່າວອີກວ່າ “ຂ້າພະເຈົ້າພາກພູມໃຈນຳການນັ່ງຮ່ວມກັບຜູ້ຄົນ…ຜູ້ທີ່ມີຄວາມຄິດເຫັນທີ່ແຕກຕ່າງກັນແທ້ໆ. ພວກເຮົາໄດ້ຕັດສິນໃຈທີ່ຈະຮັບເອົາຄວາມຮັບຜິດຊອບ.”

ທ່ານລາພິດ ກໍໄດ້ຂໍອະໄພໂທດສຳລັບສຽງຮ້ອງລົບກວນຈາກແມ່ຂອງທ່ານອາຍຸ 86 ປີ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG