ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິສຣາແອລ ກ່າວຫາ ສຫລ ຢູ່ເບື້ອງຫລັງ 'ການຮວມຫົວກັນ' ໃນການລົງຄະແນນສຽງ


ທຸງຊາດຂອງອິສຣາແອລ ສາມາດແນມເຫັນ ຢູ່ໃກ້ກັບເຂດ ຕັ້ງຖິ່ນຖານໃໝ່ ໃນເມືອງ Maaleh Adumim ແຄມຝັ່ງຕາເວັນຕົກ ຂອງແມ່ນ້ຳຈໍແດັນ ຢູ່ເຂດຊານເມືອງ ນະຄອນຫຼວງ Jerusalem.
ທຸງຊາດຂອງອິສຣາແອລ ສາມາດແນມເຫັນ ຢູ່ໃກ້ກັບເຂດ ຕັ້ງຖິ່ນຖານໃໝ່ ໃນເມືອງ Maaleh Adumim ແຄມຝັ່ງຕາເວັນຕົກ ຂອງແມ່ນ້ຳຈໍແດັນ ຢູ່ເຂດຊານເມືອງ ນະຄອນຫຼວງ Jerusalem.

ອິສຣາແອລ ສືບຕໍ່ຕຳນິຕິຕຽນສະຫະລັດຢ່າງໜັກ ກ່ຽວກັບການຕັດສິນໃຈ ຂອງ
ສະຫະລັດ ທີ່ບໍ່ໃຊ້ສິດຍັບຍັ້ງ ຕໍ່ຍັດຕິຂອງສະພາຄວາມໝັ້ນຄົງອົງການສະຫະ
ປະຊາຊາດ ທີ່ຮຽກຮ້ອງໃຫ້ອິສຣາແອລ ຍຸຕິການກໍ່ສ້າງບ້ານໃໝ່ ໃນດິນແດນ ຂອງປາແລັສໄຕນ໌.

ທ່ານ Ron Dermer ເອກອັກຄະລັດຖະທູດ ຂອງອິສຣາແອລ ປະຈຳວໍຊິງຕັນ ໄດ້
ກ່າວຫາ ລັດຖະບານທ່ານໂອບາມາ ວ່າ “ຮວມຫົວກັນ” ຕໍ່ຕ້ານປະເທດຂອງຕົນ ໃນການລົງຄະແນນສຽງ ເມື່ອສັບປະດາແລ້ວນີ້.

“ອັນທີ່ເປັນຕາໜ່າຍຫຼາຍ ກໍແມ່ນວ່າ ສະຫະລັດ ແທ້ຈິງແລ້ວ ແມ່ນຢູ່ເບື້ອງຫຼັງ ຂອງການຮວມຫົວ​ກັນ. ຂ້າພະເຈົ້າຄິດວ່າມັນເປັນມື້ທີ່ໂສກເສົ້າຫຼາຍ ເປັນເລື້ອງ ທີ່ໜ້າລະອາຍໃຈແທ້ໆ” ນັ້ນ ແມ່ນຄຳເວົ້າ ຂອງນັກການທູດອິສຣາແອລ ທີ່ກ່າວຕໍ່ ຕາໜ່າງຂ່າວ CNN ໃນວັນຈັນວານນີ້.

ທ່ານ Ron Dermer, ເອກອັກຄະລັດຖະທູດ ອິສຣາແອລ ປະຈຳສະຫະລັດ, ກ່າວຖະແຫລງ ຕໍ່ບັນດາສະມາຊິກຂອງສື່ມວນຊົນ ຫຼັງຈາກທີ່ໄດ້ພົບປະກັບ ປະທານາທິບໍດີ ທີ່ຖືກເລືອກໃໝ່ ທ່ານ Donald Trump ຢູ່ທີ່ຕຶກ Trump Tower ໃນນະຄອນ New York City, ວັນທີ 17 ພະຈິກ 2016.
ທ່ານ Ron Dermer, ເອກອັກຄະລັດຖະທູດ ອິສຣາແອລ ປະຈຳສະຫະລັດ, ກ່າວຖະແຫລງ ຕໍ່ບັນດາສະມາຊິກຂອງສື່ມວນຊົນ ຫຼັງຈາກທີ່ໄດ້ພົບປະກັບ ປະທານາທິບໍດີ ທີ່ຖືກເລືອກໃໝ່ ທ່ານ Donald Trump ຢູ່ທີ່ຕຶກ Trump Tower ໃນນະຄອນ New York City, ວັນທີ 17 ພະຈິກ 2016.

ທ່ານ Dermer ໄດ້ກ່າວວ່າ ລັດຖະບານຂອງທ່ານມີ “ຫລັກຖານຢ່າງຈະແຈ້ງ”
ກ່ຽວ​ກັບການເຄື່ອນໄຫວຂອງສະຫະລັດ ແລະຍິນດີ ທີ່ຈະ​ແບ່ງປັນ​ໃຫ້ລັດຖະບານ ຊຸດໃໝ່ຂອງທ່ານດໍໂນລ ທຣຳ ທີ່ກຳລັງຈະເຂົ້າມາຮັບໜ້າ​ທີ່ ​ນັ້ນ ຮູ້ນຳກັນ. ທ່ານ ກ່າວຕື່ມວ່າ “ແລະຖ້າພວກເຂົາເຈົ້າ ຢາກຈະໃຫ້ປະຊາຊົນອາ​ເມຣິກັນ ​ຮູ້​ເລື້ອງ​ນຳ
ພວກ​ເຮົາ​ກໍ​ຍິນ​ດີ​ໃຫ້ເຂົາເຈົ້າເຮັດເຊັ່ນນັ້ນ.”

ໃນວັນສຸກຜ່ານມາ ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ໄດ້ຮັບຜ່ານຍັດຕິ ສະບັບໜຶ່ງ ທີ່ຮຽກຮ້ອງໃຫ້ “ອິສຣາແອລ ຢຸດເຊົາກິດຈະກຳ ການຕັ້ງຖິ່ນຖານທັງ​ໝົດ ໃນດິນແດນຂອງປາແລັສໄຕນ໌ ທີ່ຍຶດຄອງໂດຍອິສຣາແອລ ລວມທັງເຂດ
Jerusalem ຕາເວັນອອກ ໃນທັນທີ ແລະຢ່າງຄົບຖ້ວນ.”

ສະຫະລັດ ຊຶ່ງມີສິດຍັບຍັ້ງ ໃນສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ງົດໃຊ້ສິດລົງຄະແນນສຽງຂອງຕົນ ຊຶ່ງເປັນຜົນເຮັດ​ໃຫ້ມາດຕະການດັ່ງກ່າວນັ້ນ ມີການຮັບຮອງເອົາ ອັນເປັນມະຕິສະບັບທຳອິດ ນັບຕັ້ງແຕ່ ປີ 1979 ເປັນຕົ້ນມາ ທີ່ປະນາມອິສຣາແອລ ກ່ຽວກັບ ນະໂຍບາຍການຕັ້ງຖິ່ນຖານ ຂອງຕົນ.

ນາຍົກລັດຖະມົນຕີອິສຣາແອລ ທ່ານ Benjamine Natanyahu ທີ່​ມີຄວາມໂມໂຫ ໄດ້ຮຽກໂຕເອກອັກຄະລັດຖະທູດສະຫະລັດ ທ່ານ Daniel Shapiro ເຂົ້າພົບ ໃນວັນອາທິດຜ່ານ​ມານີ້ ເພື່ອໂອ້ລົມກ່ຽວກັບການທີ່ສະຫະລັດ ບໍ່ອອກ ສຽງນັ້ນ.
ທັງ ກະຊວງການຕ່າງປະເທດ ແລະສຳນັກງານຂອງທ່ານ Netanyahu ຕ່າງກໍ ບໍ່ໄດ້ໃຫ້ຄຳເຫັນໃດໆ ກ່ຽວກັບການພົບປະກັນ ໃນວັນອາທິດຜ່ານມານີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG