ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິສຣາແອລ ກ່າວວ່າ ພວກທະຫານໄດ້ບຸກເຂົ້າໄປໃນ 'ໃຈກາງຂອງ' ຕົວເມືອງກາຊາ ແລ້ວ


ຊາວປາແລັສໄຕນ໌ ພາກັນເບິ່ງຕຶກຕ່າງໆທີ່ໄດ້ຖືກທຳລາຍໃນການໂຈມຕີຖິ້ມລະເບີດຂອງອິສຣາແອລ ໃນເມືອງເດຍຣ໌ ອາລ ບາລາ, ແຫຼມກາຊາ, ວັນທີ 7 ພະຈິກ 2023.
ຊາວປາແລັສໄຕນ໌ ພາກັນເບິ່ງຕຶກຕ່າງໆທີ່ໄດ້ຖືກທຳລາຍໃນການໂຈມຕີຖິ້ມລະເບີດຂອງອິສຣາແອລ ໃນເມືອງເດຍຣ໌ ອາລ ບາລາ, ແຫຼມກາຊາ, ວັນທີ 7 ພະຈິກ 2023.

ລັດຖະມົນຕີກະຊວງປ້ອງກັນປະເທດຂອງອິສຣາແອລ ທ່ານໂຢອາບ ກາລານຕ໌ ໄດ້ກ່າວໃນວັນອັງຄານວານນີ້ ວ່າ ກອງກຳລັງປ້ອງກັນຊາດຂອງອິສຣາແອລ ດຽວນີ້ກຳລັງປະຕິບັດການ ຢູ່ໃນຕົວເມືອງກາຊາ, ຊຶ່ງເປັນສູນກາງບັນຊາການຂອງກຸ່ມຮາມາສ, ຂະນະທີ່ສົງຄາມຕໍ່ຕ້ານກຸ່ມຫົວຮຸນແຮງຂອງອິສຣາແອລ ທະ ວີຂຶ້ນນັບມື້.

“ພວກເຮົາຢູ່ໃນໃຈກາງເມືອງກາຊາ” ທ່ານກາລານຕ໌ ໄດ້ກ່າວຕໍ່ບັນດານັກຂ່າວ ແລະກ່າວຕໍ່ໄປວ່າ “ກາຊາເປັນຖານກໍ່ການຮ້າຍທີ່ໃຫຍ່ສຸດທີ່ເຄີຍສ້າງຂຶ້ນມາ.”

ທ່ານກາລານຕ໌ ຍັງໄດ້ຢືນຢັນວ່າ ເມື່ອສົງຄາມສິ້ນສຸດລົງ ທັງຮາມາສ ຫຼືອິສຣາແອລ ຈະບໍ່ປົກຄອງວົງລ້ອມແຫ່ງນີ້ໄດ້, ທີ່ເປັນຖິ່ນຖານບ້ານເກີດ ຂອງຊາວປາແລັສໄຕນ໌ 2 ລ້ານ 2 ແສນຄົນ. ກາຊາໄດ້ຖືກໂຈມຕີທາງອາກາດຢ່າງໜັກນັບຕັ້ງແຕ່ກຸ່ມຮາມາສ ໄດ້ໂຈມຕີກໍ່ການຮ້າຍຕໍ່ອິສຣາແອລ ໃນວັນທີ 7 ຕຸລາ.

ກ່ອນໜ້ານີ້ ນາຍົກລັດຖະມົນຕີ ເບັນຈາມິນ ເນທັນຢາຮູ ໄດ້ກ່າວວ່າ ອິສຣາແອລ ຈະບໍ່ພິຈາລະນາການໂຈະໄລຍະສັ້ນໃດໆໃນປະຕິບັດການທາງທະຫານ ເພື່ອອຳນວຍໃຫ້ເຄື່ອງຂອງດ້ານມະນຸດສະທຳເຂົ້າໄປເຖິງແຫຼມກາຊາ ຫຼືໃຫ້ພວກໂຕປະກັນທັງຫຼາຍທີ່ຖືກຈັບໂດຍພວກຫົວຮຸນແຮງຮາມາສ ອອກໄປໄດ້, ແຕ່ທ່ານໄດ້ປະຕິເສດຕໍ່ການຢຸດຍິງທົ່ວໄປ ໃນສົງຄາມຂອງອິສຣາແອລ ກັບກຸ່ມຮາມາສ ທີ່ແກ່ຍາວເຂົ້ານຶ່ງເດືອນແລ້ວ.

ໃນການກ່າວຕໍ່ ອົງການຂ່າວ ABC News, ທ່ານເນທັນຢາຮູ ໄດ້ກ່າວວ່າ ທ່ານມີວິໄສທັດເຖິງອິສຣາແອລ ຈະ “ມີຄວາມຮັບຜິດຊອບໃນດ້ານຄວາມປອດໄພໂດຍລວມ” ຢູ່ໃນເຂດກາຊາ ສຳລັບຊ່ວງເວລາທີ່ບໍ່ມີກຳນົດ ຫຼັງຈາກທີ່ໄດ້ບັນລຸເປົ້າໝາຍຂອງຕົນໃນການກວດລ້າງກຸ່ມຮາມາສ, ທີ່ສະຫະລັດ ໄດ້ກຳນົດໃຫ້ເປັນກຸ່ມກໍ່ການຮ້າຍ.

“ເມື່ອໃດທີ່ພວກເຮົາບໍ່ມີຄວາມຮັບຜິດໃນດ້ານຄວາມປອດໄພ, ສິ່ງທີ່ພວກເຮົາມີກໍແມ່ນການລະເບີດຂຶ້ນຂອງກຸ່ມກໍ່ການຮ້າຍຮາມາສ ໃນລະດັບ ທີ່ພວກເຮົາບໍ່ສາ ມາດຈິນຕະນາການໄດ້” ທ່ານເນທັນຢາຮູ ກ່າວ.

ກຸ່ມຮາມາສ ຍັງຈັບກຸມໂຕປະກັນຫຼາຍກວ່າ 240 ຄົນ ທີ່ໄດ້ຈັບໂຕໄປ ໃນລະ ຫວ່າງການໂຈມຕີເມື່ອວັນທີ 7 ຕຸລາ ຕໍ່ອິສຣາແອລ ແລະໄດ້ສັງຫານປະຊາ ຊົນອິສຣາແອລ 1,400 ຄົນ.

ກະຊວງສາທາລະນະສຸກທີ່ຄຸ້ມຄອງໂດຍກຸ່ມຮາມາສ ໃນເຂດກາຊາ ໄດ້ກ່າວວ່າ ຈຳນວນຜູ້ເສຍຊີວິດ ຍ້ອນການໂຈມຕີຂອງອິສຣາແອລ ໄດ້ສູງຂຶ້ນກາຍ 10,000 ຄົນ.

Israel’s Defense Minister Yoav Gallant said Tuesday that Israel Defense Forces are now operating in Gaza City, the center of Hamas’ operations, as Israel’s war against the militant group intensifies.

“We are in the heart of Gaza City,” Gallant told reporters. “Gaza is the largest terrorist base ever built.”

Gallant also affirmed that when the war is over neither Hamas nor Israel would rule the enclave, home to 2.2 million Palestinians. Gaza has been pounded with airstrikes since Hamas’ October 7 terror attack on Israel.

Earlier, Prime Minister Benjamin Netanyahu said Israel would consider short-term pauses in military operations to allow for humanitarian goods to reach the Gaza Strip or for hostages held by Hamas militants to leave, but he ruled out a general cease-fire in Israel’s month-old war with Hamas.

ຊາວປາແລັສໄຕນ໌ ພາກັນຍົກຍ້າຍພວກທີ່ລອດຊີວິດອອກໄປ ຫຼັງຈາກການໂຈມຕີທາງອາກາດຂອງອິສຣາແອລ ຕໍ່ຕຶກອາຄານ ໃນເມືອງເດຍຣ໌ ອາລ ບາລາ ໃນແຫຼມກາຊາ ຫຼື Gaza Strip, ວັນທີ 7 ພະຈິກ 2023.
ຊາວປາແລັສໄຕນ໌ ພາກັນຍົກຍ້າຍພວກທີ່ລອດຊີວິດອອກໄປ ຫຼັງຈາກການໂຈມຕີທາງອາກາດຂອງອິສຣາແອລ ຕໍ່ຕຶກອາຄານ ໃນເມືອງເດຍຣ໌ ອາລ ບາລາ ໃນແຫຼມກາຊາ ຫຼື Gaza Strip, ວັນທີ 7 ພະຈິກ 2023.

Speaking to ABC News, Netanyahu said he envisions Israel will “have the overall security responsibility” in Gaza for an indefinite period after achieving its goal of routing Hamas, a U.S.-designated terror group.

"When we don't have that security responsibility, what we have is the eruption of Hamas terror on a scale that we couldn't imagine,” Netanyahu said.

Israel says Hamas is holding more than 240 hostages taken during its October 7 attack that killed 1,400 people.

The Hamas-run health ministry in Gaza said the death toll from Israeli attacks has surpassed 10,000.

XS
SM
MD
LG