ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຍັງ​ບໍ່​ທັນ ​ມີ​ການ​ຊະ​ນະ​ ຢ່າງ​ແຈ້ງ​ຂາວ ໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ ໃນ ອິສຣາແອລ


ທ່ານ ເບັນຈາມິນ ເນຕັນຢາຮູ ແລະ​ທ່ານ ເບັນ​ນີ ແກ້ນຊ໌
ຄູ່​ແຂ່ງ​ໃນ​ການ​ເລືອກ​ຕັ້ງ​ ທົ່ວ​ປະ​ເທດອິສຣາແອລ.
ທ່ານ ເບັນຈາມິນ ເນຕັນຢາຮູ ແລະ​ທ່ານ ເບັນ​ນີ ແກ້ນຊ໌ ຄູ່​ແຂ່ງ​ໃນ​ການ​ເລືອກ​ຕັ້ງ​ ທົ່ວ​ປະ​ເທດອິສຣາແອລ.

ພວກ​ທີ່​ມີ​ສິດ​ປ່ອນ​ບັດ ໃນອິສຣາແອລ ໄດ້​ອອກ​ໄປ​ປ່ອນ​ບັດ ໃນ​ວັນ​ອັງ​ຄານ​ວານ​ນີ້
ຢູ່​ໃນການ​ເລືອກ​ຕັ້ງ​ທົ່ວ​ໄປທີ່​ມີ​ການ​ແຂ່ງ​ຂັນ​ກັນຫຼາຍ​ທີ່​ສຸດໃນ​ປະ​ຫວັດສາດຢູ່​ໃນ
​ໄລ​ຍະມໍ່ໆ​ມາ​ນີ້. ນາຍົກລັດຖະມົນຕີ ເບັນຈາມິນ ເນຕັນຢາຮູ ຫົວ​ໜ້າ​ຂອງ​ພັກລີ​ຄູດ ​
ທີ່ລົງ​ແຂ່ງ​ຂັນເປັນ​ສະ​ໄໝ​ທີ 5 ເພື່ອ​ເອົາ​ຕຳ​ແໜ່ງ​ນີ້ ກຳ​ລັງປະ​ເຊີນ​ໜ້າ​ກັບການທ້າ​ທາຍ​ຢ່າງໜັກໜ່ວງຈາກ​ຄູ່​ແຂງ, ​ຄືທ່ານເບັນນີ ແກ້ນຊ໌, ຫົວ​ໜ້າ​ພັກປະ​ສົມສີຟ້າ ແລະສີຂາວ
ທີ່​ນິ​ຍົມສາຍ​ກາງ. ຍັງ​ບໍ່​ທັນ​ມີ​ການ​ຊະ​ນະສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະແຈ້ງ​ເທື່ອ​ ສະ​ນັ້ນ
ຈຶ່ງ​ເປັນ​ໂອ​ກາດ​ໃຫ້ຜູ້​ສະ​ໝັກຄົນ​ໃດ​ທີ່ສາ​ມາດ​ດຶງ​ດູດ​ເອົາ​ພັກ​ອື່ນໃຫ້​ເຂົ້າ​ມາ​ຮ່ວມແນວ
​ໂຮມ​ຂອງ​ຕົນໄດ້​ຫລາຍ​ທີ່​ສຸດ​ ກໍຈະຖືກ​ຮຽກ​ຮ້ອງ​ໃຫ້ທຳ​ການ​ສ້າງຕັ້ງ​ລັດ​ຖະ​ບານໃໝ່ຂຶ້ນ. ຕາມລາຍ​ງານຂອງ ຊ​ລາ​ຕິ​ກາ ໂຮກ ນັກ​ຂ່າວ​ຂອງວີ​ໂອ​ເອ ກໍ​ແມ່ນ​ວ່າ ບັນ​ດາ​ພັກ​ນ້ອຍໆ​ສາມາດທີ່​ຈະມີ​ອິດ​ທິ​ພົນ​ຊັກ​ນຳການ​ລົງ​ຄະ​ແນນ​ສຽງ​ໄດ້ ແຕ່​ວ່າບາງ​ພັກກໍປະ​ຕິ​ເສດ
ບໍ່​ໃຊ້​ອິດ​ທິ​ພົນ​ນັ້ນ ຊຶ່ງວັນ​ນະ​ສອນ ​ມີ​ລາຍ​ລະ​ອຽດ​ມາ​ສະ​ເໜີ​ທ່ານ​ ໃນ​ອັນ​ດັບ​ຕໍ່​ໄປ.

ເຖິງ​ແມ່ນ​ໄດ້​ມີ​ການເປັນ​ປໍ​ລະ​ປັກ​ກັນ​ກັບ​ຊາວປາ​ແລັ​ສໄຕນ໌ ຄືນ​ມາອີກກໍ​ຕາມ,
ຄວາມ​ພະ​ຍາຍາມ​ທີ່​ຈະ​ສ້າງ​ສັນ​ຕິ​ພາບ​ບໍ່​ໄດ້​ປາກົດ​ໃຫ້​ເຫັນຢ່າງ​ໂດດ​ເດັ່ນໃນ​ການ
​ໂຄ​ສະນາ​ຫາ​ສຽງ​ຂອງ​ທ່ານເບັນຈາມິນ ເນຕັນຢາຮູ ແຕ່​ຢ່າງ​ໃດ. ແມ່ນແຕ່ ​ກ່ອນ​ໜ້າ​
ນັ້ນ ທ່ານ​ກໍໄດ້​ໃຫ້ຄຳ​ໝັ້ນ​ສັນ​ຍາ​ວ່າ ຈະ​ບໍ່​ມີ​ປະ​ເທດປາ​ແລັ​ສໄຕນ໌ “ຢູ່ພາຍ​ໃຕ້ສະ​ໄໝ
ດຳ​ລົງ​ຕຳ​ແໜ່ງຂອງ​ທ່່ານ”
ແລະ​ໃຫ້​ຂໍ້ສະ​ເໜີວ່າ ລັດ​ຖະ​ບານ​ຂອງ​ທ່ານຈະ​ຍຶດ​ເອົາ​
ຫລາ​ຍ​ພາກ​ສ່ວນ​ຂອງ​ເຂດຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່​ນ້ຳ​ຈໍ​ແດນ ຫລື West Bank .
ທ່ານ​ຍັງ​ໄດ້​ສະ​ແຫວງ​ເອົາ​ຜົນ​ປະ​ໂຫຍດ​ຈາກ​ການ​ມີ​ສາຍ​ພົວ​ພັນ​ທີ່​ໃກ້​ຊິດ​ກັບທ່ານ
ດໍໂນລ ທຣຳ, ປະທານາທິບໍດີ ຂອງ​ສະ​ຫະ​ລັດ. ພວກ​ຊາວ​ຢິວທີ່​ໄປ​ຕັ້ງ​ຖິ່ນ​ຖານ​ຢູ່​ໃນ
ເຂດ​ອະ​ທິ​ປະ​ໄຕ​ຂອງປາ​ແລັ​ສໄຕນ໌ ແມ່ນ​ເປັນ​ພວກທີ່​ສະ​ໜັບ​ສະ​ໜຸນ​ທີ່​ໜຽວ​ແໜ້ນ
​ທີ່​ສຸດພວກ​ນຶ່ງ ​ຂອງ​ທ່ານເນຕັນຢາຮູ.

ທ່ານ Shlomo Roz, ຜູ້​ອາ​ໄສ​ຢູ່​ໃນ​ເຂດ Efrat, ຂອງ West Bank ກ່າວ​ເປັນ​ພາສາ
ຮີບ​ຣູ​ວ່າ “ຂ້ອຍ​ຫວັງ​ວ່າ ທ່ານເນຕັນຢາຮູ ຈະ​ສືບ​ຕໍ່ເດີນ​ໄປ​ໃນ​ທິດ​ທາງ​ເດີມນີ້,
ຕາມ​ເສັ້ນທາງແບບ​ດຽວ​ກັນນີ້ ແລະເບິ່ງວ່າມັນ​ຈະ​ດີຂຶ້ນກວ່າ​ນີ້ ຫລື​ບໍ. ສະ​ນັ້ນ
ແນ່ນອນ ມັນ​ເປັນ​ເສັ້ນ​ທາງ​ທີ່​ດີ. ດຽວນີ້, ລັດ​ຖະ​ບານ​ຂອງ​ທ່ານ​ທ​ຣຳ ແມ່ນ​ໃຫ້​ທາງ​ເລືອກທີ່ກວ້າງກວ່າ​ເກົ່າ ​ແກ່​ພວກ​ເຮົາ ເພື່ອ​ໃຫ້ປະ​ຕິ​ບັດ​ງານ​ໄດ້ຫຼາຍກວ່າ​ເດີມ
ຢູ່ໃນ​ພ​າກ​ພື້ນ​ດິນ. ບາງ​ຄັ້ງ​ຄາວ ພວກ​ເຮົາກໍ​ຖືກ​ຈຳ​ກັດ​ຂອບ​ເຂດ​. ມັນ​ມີ​ການ​ໂຈະ​
ການ​ກໍ່​ສ້າງໄວ້ເປັນ​ເວ​ລາ​ຫຼາຍໆ​ປີ ຊຶ່ງ​ມັນ​ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ພວກ​ເຮົາຫລາຍ​ອີ່ຫລີ.​”

ພວກ​ບໍ​ລິ​ສັດ​ສຳ​ຫລວດ​ເວົ້າ​ວ່າ ຊາວ​ອາ​ຣັບ​ທີ່​ລົງ​ປ່ອນ​ບັດ ແມ່ນ​ມີ​ຈຳ​ນວນ​ໜ້ອຍ​ທີ່​ສຸດ
ຕັ້ງ​ແຕ່​ເຄີຍ​ມີ​ມາ - ມີ​ພຽງ​ແຕ່ 1 ສ່ວນ 4 ຂອງຊາວ​ອາ​ຣັບ​ທີ່​ໄປ​ປາ​ກົດ​ຕົວ​ຢູ່ໃນ​ສະ​ຖານ​ທີ່
​ປ່ອນ​ບັດ ເມື່ອ​ທຽບ​ໃສ່ 40 ເປີ​ເຊັນ ໃນ​ປີ 2015 ໃນ​ຕອນ​ທີ່​ມີ​ຄະ​ນະ​ປະ​ສົບຊາວ​ອາ​ຣັບ
ທີ່​ຢຶດ​ເອົາ 13 ບ່ອນ​ນັ່ງໃນ​ສະ​ພາ. ບາງຄົນ​ຢູ່ ໃນເຂດ​ເລືອກ​ຕັ້ງ​ຂອງພວກ​ເຂົາ​ເຈົ້າ​ເວົ້າ​ວ່າ
ສະ​ມາ​ຊິກ​ສະ​ພາ​ຊາວ​ອາ​ຣັບ ບໍ່​ໄດ້​ສ້າງ​ໃຫ້ມີ​ການ​ປ່ຽນ​ແປງ​ຫຍັງເລີຍ.

ທ່ານ Abed al Salam ຜູ້​ອາ​ໄສ​ຢູ່​ໃນ​ບ້ານ Musmus, ຢູ່ອິສຣາແອລ ກ່າວ​ເປັນ​ພາ​ສາ
​ອາ​ຣັບວ່າ “ມື້​ນີ້ ພວກ​ເຂົາ​ທັບ​ມ້າງ​ບ້ານ​ເຮືອນ​ລົງ ແລະ​ຂ້ອຍກໍ​ບໍ່​ຮູ້​ວ່າ ​ພວກ​ສະ​ມາ​ຊິກ
ສະ​ພາ​ຊາວ​ອາ​ຣັບພາ​ກັນເຮັດ​ຫຍັງຢູ່ໃນຫ້ອງ​ການສະ​ພາຂອງ ອິ​ສ​ຣາ​ແອ​ລ ຫລື
Knesset. ສະນັ້ນ ຂ້ອຍຄິດ​ວ່າ ​ພວກ​ເຮົາ​ບໍ່​ໄປ​ປ່ອນ​ບັດຈະ​ດີກວ່າ. ​ບໍ່​ໄປ Knesset
ຈະ​ເປັນ​ການ​ດີກວ່າ. ​ຜ່ານ​ມາ ພວກ​ເຮົາ​ແມ່ນ​ບໍ່​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຫຍັງ​ເລີຍຈາກ​ມັນ.”


ເຊີນ​ຊົມ: ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ຂອງ​ອິ​ສ​ຣາ​ແອ​ລ

ຊາວ​ອາ​ຣັບ ແມ່ນ​ກວາມ​ເອົາ​ເກືອບ​ຮອດ 20 ເປີ​ເຊັນຂອງ​ປະ​ຊາຊົນ ອິສຣາແອລທີ່​ມີ
​ຫຼາຍກວ່າ 8 ລ້ານ​ຄົນ​ນັ້ນ, ແລະ​ພວກ​ຜູ້​ນຳ​ຂອງ​ພວກ​ເຂົາ​ເຈົ້າ​ເວົ້າວ່າ ພວກເພິ່ນ​ສາ​ມາດ
​ທີ່​ຈະ​ຊັກ​ນຳ​ໃຫ້​ຄົນ​ລົງຄະ​ແນນ​ສຽງເອົາ​ເຂົາ​ເຈົ້າ​ໄດ້. ທ່ານເນຕັນຢາຮູເບິ່ງ​ຄື​ວ່າ ກໍ​ຄິດ
ແບບ​ນັນ​ຄື​ກັນ. ທ່ານ​ໄດ້​ກ່າວ​ຫາ ທ່ານແກ້ນຊ໌ ວ່າ ​ສົມຮູ້​ຮ່ວ​ມ​ຄິດ​ກັນ​ກັບ​ບັນ​ດ​າ​ພັກ
​ຂອງຊາວ​ອາ​ຣັບເພື່ອ​ໃຫ້​ຮັບ​ປະ​ກັນໃຫ້​ໄດ້​ຮັບ​ສຽງ​ສ່ວນ​ຫຼາຍ. ນາຍົກລັດຖະມົນຕີ
ອາດ​ຈະ​ຕ້ອງ​ກາງ​ຕໍ່​ພັກ​ນ້ອຍໆ​ຈຳ​ນວນ​ນຶ່ງ ເພື່ອ​ທີ່​ຈະ​ຊະ​ນະການ​ດຳ​ລົງ​ຕຳ​ແໜ່ງ
​ອີກ​ສະ​ໄໝ​ນຶ່ງ​. ນຶ່ງ​ໃນ​ນັ້ນ​ແມ່ນ ​ພັກໂອ​ໂຕດອກ​ສ໌ ທີ່ມີ​ຫົວ​ຮຸນ​ແຮງ ຊຶ່ງກໍ​ຄືພັກ United
Torah Judaism.

ທ່ານ Nachum, ຊາວ​ຢິວ​ທີ່​ນິຍົມໂອ​ໂຕດອກ​ສ໌ຫົວ​ຮຸນ​ແຮງ ທີ່ໄປ​ປ່​ອນ​ບັດ ໃນນະ​ຄອນ Jerusalem ກ່າວ​ເປັນ​ພາ​ສາ​ຮີບຣູ​ວ່າ “ຂ້ອຍ​ລົງ​ຄະ​ແນນ​ສຽງ​ຕາມການ​ແນະ​ນຳ
​ຂອງຜູ້​ສອນ​ສະ​ສະ​ໜາ​ບອກ​ໄວ້. ຜູ້​ສອນ​ສະ​ສະ​ໜາຂອງ​ຂ້ອຍ​ບອກ​ພວກ​ເຮົາ​ໃຫ້
​ລົງ​ຄະ​ແນນ​ສຽງ​ໃຫ້​ພັກ United Torah Judaism, ສະ​ນັ້ນ ຂ້ອຍ​ຈຶ່ງ​ປ່ອນ​ເອົາ​
ພັກ​ນີ້.”

ຍັງ​ບໍ່ເຄີຍ​ມີ​ພັກ​ໃດ ໄດ້​ຊະ​ນະ​ສຽງ​ສ່ວນ​ຫຼາຍ​ຢ່າງ​ສິ້ນ​ເຊີງມາ​ກ່ອນ ໃນ​ການ​ເລືອກ​ຕັ້ງ​ຂອງອິສຣາແອລ. ຜູ້​ລົງ​ສະ​ໝັກ​ທີ່​ຊະ​ນະນັ້ນ ແມ່ນ​ຜູ້​ທີ່ດຶງ​ເອົາ​ພັກ​ຕ່າງໆ ​ເຂົ້າ​ມາໄດ້​ໃຫ້
ພຽງ​ພໍທີ່​ຈະ​ຍາດ​ເອົາ​ໃຫ້​ໄດ້​ຢ່າງ​ໜ້ອຍ 61 ບ່ອນ​ນັ່ງ​ຂອງ​ທັງ​ໝົດ 120 ບ່ອນ​ໃນສະ​ພາ
ອິສຣາແອລ ຫລື Knesset ນັ້ນ. ການ​ແຂ່ງ​ຂັນ​ທີ່​ດຸ​ເດືອດ ມັກຈະ​ເຮັດ​ໃຫ້​ພັກ​ທີ່ບໍ່​ມີ​ຊື່
​ສຽງ​ຫລາຍ ຫຼືບໍ່ກໍ​ພວກພັກ​ທີ່ນິ​ຍົມຫົວແຮງ​ຈັດທີ່ຕ້ອງໄດ້​ຮັບຄະ​ແນນ​ສຽງພໍ​ຕາມທີ່​
ຕ້ອງ​ການ​ທີ່​ຈະ​ຄວບ​ຄຸມ​ບ່ອນ​ນັ່ງ​ໃຫ້​ໄດ້ຫຼາຍກວ່າ​ເຄິ່ງນຶ່ງນັ້ນ ມີ​ຄວາ​ມສຳ​ຄັນຂຶ້ນ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

Voters in Israel cast their ballots Tuesday in one of the toughest general elections in recent history. Right-wing Prime Minister Benjamin Netanyahu, head of the Likud Party, ran for a fifth term in office, meeting a tough challenge from his rival Benny Gantz, head of the centrist Blue and White coalition. There was no clear victor, so the candidate who can attract most parties to his coalition will be asked to form the new government. VOA's Zlatica Hoke reports small parties could have a sway, but some refuse to use it. ]]

Despite renewed hostilities with Palestinians, peace efforts did not feature prominently in Netanyahu's election campaign. Even before, he vowed there would be no Palestinian state "under (his) watch" and suggested that his government will annex parts of the West Bank. He also sought to benefit from his close ties with U.S. President Donald Trump. Jewish settlers in the Palestinian territory are among Netanyahu's staunchest supporters.

Shlomo Roz, resident of Efrat, West Bank(in Hebrew
"I hope Netanyahu will continue in the same direction, the same way, and if it will be better. So, of course it's good. At the moment, Trump's administration gives us broader options to do more here on the ground. Sometimes we were limited. There were construction freezes for years that really hurt us."

Pollsters say Arab voter turnout was lower than ever — only about a quarter of Arab voters showed up at the polls, compared to about 40% in 2015, when an Arab coalition secured 13 seats in the parliament. Some of their constituents say Arab lawmakers have not made a difference.

(( Abed al Salam, resident of Musmus village, Israel (in Arabic) ))
"Today, they are demolishing houses, and I do not know what Arab lawmakers do in the Knesset. So, I think it's better for us not to vote. It is better not to go to Knesset. We have had no benefit from it so far."

Arabs make nearly 20% of Israel's more than 8 million people, and their leaders say they could sway the vote. Netanyahu seems to think the same. He accused Gantz of plotting with Arab parties to secure the majority votes.The prime minister may rely on a number of small parties himself to win another term in office. One of them is the ultra-Orthodox party, United Torah Judaism.

Nachum, ultra-Orthodox Jew voting in Jerusalem (in Hebrew
"I vote according to what the rabbis say. My rabbi told us to vote for the United Torah Judaism Party, so I voted for it."

No party has ever won an absolute majority in Israeli elections. The winning candidate is the one who manages to bring together enough parties to control at least 61 of the 120 seats in Israel's parliament, the Knesset. Tight races often give prominence to fringe or extremist parties whose votes are needed to gain control of more than half the seats.

XS
SM
MD
LG