ຜົນການຢັ່ງຫາງສຽງອອກມາສະແດງໃຫ້ເຫັນວ່າ ພັກຂອງນາຍົກລັດຖະມົນຕີ ເບັນຈາມິນ ເນຕັນຢາຮູ ໄດ້ຄະແນນນຳໜ້າໝູ່ ຢູ່ໃນການເລືອກຕັ້ງຄັ້ງຫລ້າສຸດຂອງປະເທດນັ້ນ ແຕ່ວ່າ ກໍຍັງບໍ່ສາມາດສ້າງຕັ້ງລັດຖະບານທີ່ໄດ້ຮັບສຽງສ່ວນຫລາຍໄດ້ເທື່ອ.
ບັນດາເຈົ້າໜ້າທີ່ຮັບຜິດຊອບການເລືອກຕັ້ງ ກຳລັງນັບບັດຄະແນນໃນວັນອັງຄານມື້ນີ້ ພາຍຫລັງທີ່ສິ້ນສຸດການເລືອກຕັ້ງຄັ້ງທີສາມຢູ່ໃນຂອບເຂດນຶ່ງປີນີ້.
ການປ່ອນບັດສອງຄັ້ງຜ່ານມາ ຢູ່ໃນເດືອນເມສາ ແລະເດືອນກັນຍາ ປີ 2019 ຈົບລົງດ້ວຍສະພາບທີ່ບໍ່ໄປບໍ່ມາ ໂດຍທີ່ທ່ານ ເນຕັນຢາຮູ ແລະຄູ່ແຂ່ງຫລັກ ຂອງເພິ່ນຈາກພັກສີຟ້າ ແລະສີຂາວ, ທ່ານ ເບັນນີ ແກນສ໌ (Benny Gantz) ບໍ່ສາມາດທີ່ຈະຮອບຮວມເອົາຄະແນນສຽງຢ່າງພຽງພໍເພື່ອໃຫ້ຊະນະການເລືອກຕັ້ງໄດ້ຢ່າງສຽບຂາດ.
ທ່ານເນຕັນຢາຮູ ຍັງເປັນນາຍົກລັດຖະມົນຕີທີ່ຮັກສາການຢູ່ໃນຕະຫລອດເວລາທີ່ມີການເລືອກຕັ້ງຄັ້ງແລ້ວຄັ້ງເລົ່ານີ້. ການເລືອກຕັ້ງຄັ້ງຫລ້າສຸດ ແມ່ນມີຂຶ້ນໃນເວລາສອງອາທິດກ່ອນທ່ານຈະໄປເຂົ້າຮ່ວມການດຳເນີນຄະດີໃນຂໍ້ຫາກິນສິນບົນ, ທຳການສໍ້ໂກງ ແລະເປັນຄົນທີ່ບໍ່ໜ້າໄວ້ວາງໃຈໄດ້.
ຢູ່ໃນການໂຄສະນາຫາສຽງຂອງຕົນນັ້ນ, ທ່ານ ແກນສ໌ (Gantz) ເວົ້າວ່າ ທ່ານເນຕັນຢາຮູ ມີມົນທິນທີ່ເຕັມໄປດ້ວຍເລື້ອງນອງນັນ, ໃນຂະນະທີ່ທ່ານ ເນຕັນຢາຮູ ກໍເວົ້າວ່າ ທ່ານເປັນຄົນທີ່ມີຄຸນນະວຸດທິເໝາະສົມດີທີ່ສຸດ ທີ່ຈະນຳພາປະເທດຊາດຢູ່ໃນໄລຍະນີ້.
ເມື່ອໃດຫາກມີຜົນການເລືອກຕັ້ງຢ່າງເປັນທາງການອອກມາແລ້ວ, ປະທານາທິບໍດີ ຣຽວເບນ ຣິບຟລິນ (Reuben Rivlin) ກໍຈະເລືອກເອົາຜູ້ລົງສະໝັກທີ່ທ່ານຄິດວ່າ ມີໂອກາດດີທີ່ສຸດທີ່ຈະສ້າງແນວໂຮມຂຶ້ນ ແລະໃຫ້ເວລາແກ່ເຂົາເຈົ້າຫລາຍເຖິງ 6 ອາທິດໃຫ້ເຮັດເຊ່ນນັ້ນ. ຖາຫາກຜູ້ສະໝັກຄົນດັ່ງກ່າວບໍ່ສາມາດເຮັດໄດ້, ຈາກນັ້ນ ຄົນຕໍ່ໄປກໍຈະມີເວລາ 28 ມື້ ເພື່ອສ້າງຕັ້ງແນວໂຮມລັດຖະບານຂອງຕົນເອງຂຶ້ນ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
Exit polls show Israeli Prime Minister Benjamin Netanyahu's party leading in the country's latest election, but falling short of being able to form a governing majority.
Election officials were counting ballots Tuesday after the third election in the span of a year.
The last two polls in April and September of 2019 ended in a stalemate with both Netanyahu and his main challenger, Blue and White party candidate Benny Gantz, unable to cobble together enough votes to win a decisive electoral victory.
Netanyahu has remained the caretaker prime minister through the repeat elections. The latest comes two weeks before he is set to go on trial on charges of bribery, fraud and breach of trust.
Gantz, in his campaign, said Netanyahu is plagued by scandal, while Netanyahu said he is best qualified to lead the country at this time.
Once the official results are in, President Reuben Rivlin will select the candidate he thinks has the best chance to form a coalition and give them up to six weeks to do so. If that candidate fails, another would then have 28 days to form their own coalition.