ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​​ອິ​ສ​ຣາ​ແອ​ລ ສັງ​ຫານ ຜູ້​ບັນ​ຊາ​ການສູງ​ສຸດ ​ຂອງ​ກຸ່ມ​ຫົວ​ຮຸນ​ແຮງ ​ຈີ​ຮາດ ຢູ່ໃນ​ເຂດ​ກາ​ຊາ


ຊາວປາ​ແລ​ສ​ຕາຍ​ນ໌ ກວດ​ກາ​ຄວາມ​ເສຍ​ຫາຍຂອງ​ເຮືອນຫັ​ລງ​ນຶ່ງ ​ທີ່​ຖືກ​ລູກ​ສອນ​ໄຟ​ຂອງອິ​ສ​ຣາ​ແອ​ລ ຍິງ​ໃສ່ ຢູ່ໃນ​ເຂດ​ກາ​ຊາ ໃນ​ວັນ​ທີ 12 ພະ​ຈິກ 2019.
ຊາວປາ​ແລ​ສ​ຕາຍ​ນ໌ ກວດ​ກາ​ຄວາມ​ເສຍ​ຫາຍຂອງ​ເຮືອນຫັ​ລງ​ນຶ່ງ ​ທີ່​ຖືກ​ລູກ​ສອນ​ໄຟ​ຂອງອິ​ສ​ຣາ​ແອ​ລ ຍິງ​ໃສ່ ຢູ່ໃນ​ເຂດ​ກາ​ຊາ ໃນ​ວັນ​ທີ 12 ພະ​ຈິກ 2019.

ກຳ​ລັງ​ທະ​ຫານ​ຂອງ​ອິ​ສ​ຣາ​ແອ​ລ ໄດ້​ດຳ​ເນີນ​ການ​ໂຈມ​ຕີ​ທີ່ບໍ່​ຄ່ອຍ​ເກີດ​ຂຶ້ນ​ໃນ​ວັນ​ອັງ​ຄານມື້ນີ້ ຢູ່​ໃນ​ເຂດ​ກາ​ຊາ ທີ່​ໄດ້​ສັງ​ຫານ​ຊີ​ວິດ​ຂອງ​ຜູ້​ບັນ​ຊາ​ການສູງ​ສຸດຄົນ​ນຶ່ງ​ຂອງ​ກຸ່ມ​ຫົວ​ຮຸນ​ແຮງ​ຈີ​ຮາດອິ​ສ​ລາມ.

ຖະ​ແຫລງ​ການ​ສະ​ບັບ​ນຶ່ງ​ທີ່​ອອກ​ມາ​ຈາກ​ສຳ​ນັກ​ງານນາ​ຍົກ​ລັດ​ຖະ​ມົນ​ຕີ ເບັນ​ຈາ​ມິນ ເນ​ຕັນຢາ​ຮູ (Benjamin Netanyahu) ເວົ້າ​ວ່າ ທ້າວ​ບາ​ຮາ ອາ​ບູ ແອ​ລ-ອັດ​ຕາ (Bahaa Abu el-Atta) "ເປັນ​ຜູ້​ຮັບ​ຜິດ​ຊອບ​ຕໍ່​ການ​ໂຈມ​ຕີກໍ່​ການ​ຮ້າຍ​ຫລາຍ​ຄັ້ງ ແລະ​ການ​ຍິງ​ຈະ​ຫລວດ​ໃສ່​ອິ​ສ​ຣາ​ແອ​ລ ຢູ່​ໃນ​ຊຸມ​ເດືອນ​ມໍ່ໆ​ມານີ້ ແລະ​ມີ​ເຈດ​ຈຳ​ນົງ​ທີ່​ຈະທຳ​ການ​ໂຈມ​ຕີໄດ້​ທຸກ​ເມື່ອ.”

ກຸ່ມ​ຈີ​ຮາດອິ​ສ​ລາມ ເວົ້າ​ວ່າ ການ​ໂຈມ​ຕີ​ດັ່ງ​ກ່າວ​ຍັງ​ໄດ້​ສັງ​ຫານ​ຊີ​ວິດ​ຂອງ​ເມຍ ທ້າວ ອາ​ບູ ແອ​ລ-ອັດຕາ ແລະ​ເຮັດ​ໃຫ້​ລູກ​ຂອງ​ພວກ​ເຂົາ​ໄດ້​ຮັບ​ບາດ​ເຈັບ​ອີກ​ດ້ວຍ.

ກຸ່ມ​ດັ່ງ​ກ່າວ​ໃຫ້​ສັນ​ຍາ​ວ່າ​ ຈະ​ແກ້​ແຄ້ນ​ຄືນ​ໃຫ້​ໄດ້ ເຊັ່ນ​ດຽວ​ກັນ​ກັບ​ກຸ່ມ​ຫົວ​ຮຸນ​ແຮງ​ຮາມ​າ​ສ ທີ່​ເວົ້າ​ວ່າ ອິ​ສ​ຣາ​ແອ​ລ “ຕ້ອງ​ໄດ້​ຮັບ​ໂທດ​ກຳ​ຕາມມາ ແລະ​ຜົນ​ຂອງ​ການ​ແນ​ເປົ້າ​ໝາຍ​ໃສ່​ແບບ​ເປັນ​ອັນ​ຕະ​ລາຍ ແລະ​ການ​ເພີ້ມ​ຄວາມ​ຮຸນ​ແຮງ​ຂຶ້ນ​ທັງ​ໝົດເຫລົ່າ​ນີ້."

​ພວກ​ຫົວ​ຮຸນ​ແຮງ​ຊາວ​ປາ​ແລ​ສ​ຕາຍ​ນ໌ ໄດ້​ຕອບ​ໂຕ້​ຄືນ​ຕໍ່​ການ​ກະ​ທຳ​ຂອງອິ​ສ​ຣາ​ແອ​ລ ດ້ວຍ​ການ​ຍິງ​ຈະ​ຫລວດ​ໃສ່ຫລາຍ​ລູກ. ​

ອົງ​ການ​ຂ່າວ​ຂອງ​ລັດ​ຖະ​ບານຊີ​ເຣຍ ຍັງ​ໄດ້​ລາຍ​ງານ​ອີກ​ວ່າ ມີການ​ໂຈມ​ຕີ​ຄັ້ງ​ນຶ່ງ​ຂອງ​ອິສຣາແອ​ລໃສ່ຕຶກ​ຢູ່​ອາ​ໄສ​ຂອງຄົນ​ຢູ່​ໃນ​ນະ​ຄອນ​ຫລວງ​ດາ​ມັ​ສ​ກັ​ສທີ່​ເປັນ​ບ່ອນ​ຢູ່​ຂອງ​ຜູ້​ບັນ​ຊາ​ການ​ກຸ່ມ​ຈີ​ຮາດອິ​ສ​ລາມ​ອີກຄົນ​ອີກ​ດ້ວຍ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ​ຢູ່​ລຸ່ມນີ້:

Israeli forces carried out a rare targeted strike Tuesday in the Gaza Strip that killed a top commander of the militant group Islamic Jihad.

A statement from Prime Minister Benjamin Netanyahu's office said Bahaa Abu el-Atta "was responsible for many terrorist attacks and the firing of rockets at Israel in recent months and had intended to carry out imminent attacks."

Islamic Jihad said the strike also killed Abu el-Atta's wife and wounded their children.

The group vowed revenge, as did the militant Hamas group, which said Israel "bears all the consequences and results from this dangerous targeting and escalation."

Palestinian militants responded to the Israeli action by firing rockets.

Syrian state media also reported an Israeli strike on a residential building in Damascus that was home to another Islamic Jihad commander.

XS
SM
MD
LG