ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອິສຣາແອລ ປິດເຂດຊາຍແດນ ກາຊາ


ເຈົ້າໜ້າທີ່ຮັກສາຄວາມປອດໄພ ປາແລັສໄຕນ໌ ແລະ ປະຊາ
ຊົນທີ່ອາໄສຢູ່ໃນທ້ອງຖິ່ນ ນັ່ງຢູ່ທາງເຂົ້າທີ່ຖືກປິດໄວ້ຂອງ
ເຂດຊາຍແດນ ຣາຟາ (Rafah) ຕິດກັບປະເທດ ອີຈິບ. ເຂດ ກາຊາ . 17 ກໍລະກົດ, 2018.
ເຈົ້າໜ້າທີ່ຮັກສາຄວາມປອດໄພ ປາແລັສໄຕນ໌ ແລະ ປະຊາ ຊົນທີ່ອາໄສຢູ່ໃນທ້ອງຖິ່ນ ນັ່ງຢູ່ທາງເຂົ້າທີ່ຖືກປິດໄວ້ຂອງ ເຂດຊາຍແດນ ຣາຟາ (Rafah) ຕິດກັບປະເທດ ອີຈິບ. ເຂດ ກາຊາ . 17 ກໍລະກົດ, 2018.

ອິສຣາແອລ ໄດ້ປິດເຂດຊາຍແດນແຫ່ງດຽວຂອງເຂົາເຈົ້າໃນເຂດ ກາຊາ.

ເຂດຊາຍແດນດັ່ງກ່າວໄດ້ຖືກປິດໃນວັນອາທິດມື້ນີ້.

ແນວໃດກໍຕາມ, ກໍລະນີດ້ານມະນຸດສະທຳຕ່າງໆ, ແມ່ນຈະສາມາດຂ້າມເຂດຊາຍ
ແດນໄດ້. ອີງຕາມການກ່າວຂອງບັນດາເຈົ້າໜ້າທີ່ ອິສຣາແອລ.

ໃນວັນສຸກທີ່ຜ່ານມາ, ບັນດາເຈົ້າໜ້າທີ່ສາທາລະນະສຸກຂອງ ປາແລັສໄຕນ໌ ໄດ້ກ່າວວ່າ
ຊາວປາແລັສໄຕນ໌ ສອງຄົນໄດ້ຖືກ ອິສຣາແອລ ຍິງຕາຍ ແລະ ອີກ 60 ຄົນໄດ້ຮັບບາດ
ເຈັບ ຢູ່ທີ່ການປະທ້ວງຕາມເຂດຊາຍແດນ ບາສ, ໃນຂະນະທີ່ຜູ້ໄກ່ເກ່ຍຊາວ ອີຈິບ ໄດ້
ພະຍາຍາມເຈລະຈາການຢຸດຍິງ.

ຊາວປາແລັສໄຕນ໌ ໄດ້ປະທ້ວງຢູ່ເຂດຊາຍແດນ ກາຊາ ນັບຕັ້ງແຕ່ທ້າຍເດືອນມີນາເປັນ
ຕົ້ນມາ ເຊິ່ງສ່ວນນຶ່ງກໍແມ່ນສຳລັບການຂໍໃຫ້ຢຸດການປິດລ້ອມເຂດ ກາຊາ ໂດຍ ອິສຣາ
ແອລ ແລະ ອີຈິບ. ບັນດາເຈົ້າໜ້າທີ່ ປາແລັສໄຕນ໌ ກ່າວວ່າ ປະຊາຊົນ ປາແລັສໄຕນ໌
ໄດ້ຖືກຂ້າຕາຍໂດຍການຍິງຂອງ ອິສຣາແອລ ນັບຕັ້ງແຕ່ການປະທ້ວງໄດ້ເລີ່ມຂຶ້ນ.

ບັນດາເຈົ້າໜ້າທີ່ ອີຈິບ ໄດ້ປະຊຸມກັບພວກຕົວແທນຂອງກຸ່ມ ຮາມັສ ເຊິ່ງແມ່ນກຸ່ມອິສ
ລາມ ຊາວປາແລັສໄຕນ໌, ຜູ້ທີ່ຄວບຄຸມເຂດ ກາຊາ ໃນນະຄອນຫຼວງ ໄຄໂຣ, ແລະ ໄດ້
ນຳເອົາຂໍ້ມູນຕ່າງໆ ກ່ຽວກັບ ຄວາມເປັນໄປໄດ້ທີ່ຈະສະຫງົບເສິກກັບ ອິສຣາແອລ.

ອິສຣາແອລ ກັບ ອີຈິບ ໄດ້ກຳນົດການປິດລ້ອມທາງເສດຖະກິດທີ່ຮຸນແຮງຕໍ່ເຂດ
ກາຊາ ຫຼັງຈາກກຸ່ມ ຮາມັສ ໄດ້ຍຶດເອົາເຂດແດນຕາມຊາຍຝັ່ງດັ່ງກ່າວນັ້ນ ຈາກອຳ
ນາດການປົກຄອງ ປາແລັສໄຕນ ເຊິ່ງເປັນທີ່ຮັບຮູ້ໂດຍນານາຊາດໃນປີ 2007.

ອິສຣາແອລ ເວົ້າວ່າ ການປິດລ້ອມທາງເສດຖະກິດ ແມ່ນຈຳເປັນຕ້ອງໄດ້ມີ ເພື່ອຄວບ
ຄຸມພວກ ຮາມັສ, ເຊິ່ງແມ່ນກຸ່ມຫົວຮຸນແຮງກຸ່ມນຶ່ງທີ່ພະຍາຍາມທຳລາຍ ອິສຣາແອລ.
ການປິດລ້ອມດັ່ງກ່າວໄດ້ສ້າງຄວາມເສຍຫາຍຢ່າງຍິ່ງຕໍ່ເສດຖະກິດຂອງເຂດ ກາຊາ,
ແຕ່ບໍ່ໄດ້ປະສົບຄວາມສຳເລັດໃນການຂັບໄລ່ພວກ ຮາມັສ ຫຼື ຫຼຸດຜ່ອນອຳນາດຂອງ
ກຸ່ມດັ່ງກ່າວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG