ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິສຣາແອລ ຍອມຮັບເອົາ ການໂຈມຕີ ທາງອາກາດ ໃນປີ 2007 ຕໍ່ເຕົາແຍກ ປະລະມານູ ຂອງຊີເຣຍ


ພາບລວມ ທີ່ເອົາອອກມາຈາກຈໍຄອມພິວເຕີ ສະແດງໃຫ້ເຫັນ ພາບວີດີໂອ ທີ່ໄດ້ຖືກເປີດເຜີຍ ໃນວັນທີ h 21 ມີນາ 2018, ຊຶ່ງກອງທັບອິສຣາແອລ ໄດ້ອະທິບາຍວ່າ ເປັນການໂຈມຕີທາງອາກາດ ຂອງອິສຣາແອລ ຕໍ່ສະຖານທີ່ ທີ່ສົງໄສວ່າ ເປັນເຕົາແຍກປະລະມານູ ຂອງຊີເຣຍ ຢູ່ໃກ້ເມືອງ ເດຍ ອາລ-ຊູຣ (Deir al-Zor), ເມື່ອວັນທີ 6 ກັນຍາ 2007.
ພາບລວມ ທີ່ເອົາອອກມາຈາກຈໍຄອມພິວເຕີ ສະແດງໃຫ້ເຫັນ ພາບວີດີໂອ ທີ່ໄດ້ຖືກເປີດເຜີຍ ໃນວັນທີ h 21 ມີນາ 2018, ຊຶ່ງກອງທັບອິສຣາແອລ ໄດ້ອະທິບາຍວ່າ ເປັນການໂຈມຕີທາງອາກາດ ຂອງອິສຣາແອລ ຕໍ່ສະຖານທີ່ ທີ່ສົງໄສວ່າ ເປັນເຕົາແຍກປະລະມານູ ຂອງຊີເຣຍ ຢູ່ໃກ້ເມືອງ ເດຍ ອາລ-ຊູຣ (Deir al-Zor), ເມື່ອວັນທີ 6 ກັນຍາ 2007.

ກອງທັບຂອງອິສຣາແອລ ໄດ້ຍອມຮັບໃນວັນພຸດມື້ນີ້ ວ່າ ຕົນເປັນຜູ້ຮັບຜິດຊອບ ໃນ
ການໂຈມຕີທາງອາກາດ ເມື່ອປີ 2007 ທີ່ໄດ້ທຳລາຍສະຖານທີ່ ທີ່ສົງໄສວ່າ ເປັນເຕົາ
ແຍກປະລະມານູ ຂອງຊີເຣຍ.

ອິສຣາແອລໄດ້ກ່າວວ່າ ສະຖານທີ່ດັ່ງກ່າວ ທີ່ຕັ້ງຢູ່ໃນຂົງເຂດ ເດຍ ອາລ-ຊູຣ (Deir
al-Zour) ແມ່ນໃກ້ທີ່ຈະເລີ່ມທຳງານໄດ້ ໃນເວລານັ້ນ ຕົນຈຶ່ງໄດ້ສົ່ງຝຸງເຮືອບິນລົບ
ອາຍພົ່ນ ໄປປະຕິບັດການທີ່ເປັນຄວາມລັບສຸດຍອດ. ການເປີດເຜີຍ ໃນວັນພຸດມື້ນີ້
ແມ່ນລວມທັງການນຳອອກເຜີຍແຜ່ ພາບວີດີໂອຈາກຫ້ອງນັກບິນ ທີ່ສະແດງໃຫ້ເຫັນ ການໂຈມຕີທາງອາກາດ ພ້ອມກັນກັບຮູບພາບຕ່າງໆ ທີ່ພົວ ພັນກັບການປະຕິບັດ
ການນັ້ນ.

ຊີເຣຍ ໄດ້ປະຕິເສດຕໍ່ການກ່າວຫາວ່າ ຕົນໄດ້ສ້າງເຕົາແຍກປະລະມານູ ຢູ່ສະຖານທີ່
ດັ່ງກ່າວ.

ອົງການພະລັງງານປະລະມານູສາກົນຂອງສະຫະປະຊາຊາດ ໄດ້ກ່າວວ່າ ໃນປີ 2011
ສະຖານທີ່ດັ່ງກ່າວ “ເປັນໄປໄດ້ສູງຫຼາຍ” ເຄີຍເປັນເຕົາແຍກປະລະມານູ.

ຜູ້ບັນຊາການກຳລັງປ້ອງກັນປະເທດຂອງອິສຣາແອລ ພົນໂທກາດີ ໄອເຊັນຄົດ (Gadi
Eisenkot) ໄດ້ກ່າວວ່າ ການໂຈມຕີທາງອາກາດນັ້ນ ຖືວ່າເປັນການເຕືອນ ທີ່ວ່າ
ອິສຣາແອລ ຈະບໍ່ອະນຸຍາດໃຫ້ມີກິດຈະການເຊັ່ນນັ້ນ ທີ່ຈະສົ່ງຜົນກະທົບຕໍ່ຄວາມ
ໝັ້ນຄົງຂອງຕົນ.

ທ່ານ ໄອເສັນຄົດ ໄດ້ກ່າວວ່າ “ເນື້ອຫາຂອງການໂຈມຕີຕໍ່ເຕົາແຍກປະລະມານູ ໃນປີ
2007 ນັ້ນ ກໍແມ່ນວ່າ ອິສຣາແອລ ຈະບໍ່ຍິນຍອມໃຫ້ມີການກໍ່ສ້າງ ທີ່ສາມາດກາຍ
ເປັນໄພຂົ່ມຂູ່ໄດ້. ນີ້ ກໍແມ່ນເນື້ອຫາ ໃນປີ 1981, ອັນນີ້ ກໍແມ່ນເນື້ອຫາ ໃນປີ 2007
ແລະ ອັນນີ້ ກໍເປັນເນື້ອຫາໃນອະນາຄົດ ສຳລັບພວກສັດຕູຂອງພວກເຮົາ.”

ອິສຣາແອລ ຍັງໄດ້ປະຕິບັດການ ໂຈມຕີທາງອາກາດ ໃນປີ 1981 ຕໍ່ເຕົາແຍກປະລະ
ມານູ ທີ່ກຳລັງກໍ່ສ້າງ ຢູ່ໃນປະເທດອີຣັກ.

ເມື່ອບໍ່ດົນມານີ້ ຕົນກໍໄດ້ດຳເນີນການໂຈມຕີທາງອາກາດຫຼາຍຄັ້ງ ຢູ່ໃນຊີເຣຍ ໂດຍ
ສ່ວນໃຫຍ່ ແລ້ວ ເຊື່ອກັນວ່າ ເປົ້າໝາຍກໍເພື່ອສະກັດກັ້ນການລຳລຽງອາວຸດ ບໍ່ໃຫ້
ເຂົ້າໄປເຖິງກຸ່ມຫົວຮຸນແຮງ ເຮສໂບລາ (Hezbollah) ຢູ່ໃນ ເລບານອນ. ກອງທັບຂອງ
ອິສຣາແອລ ບໍ່ໄດ້ໃຫ້ຄຳເຫັນ ຕໍ່ການໂຈມຕີທາງອາກາດເຫຼົ່ານັ້ນ ດັ່ງທີ່ຕົນໄດ້ຮັກສາ
ເລື່ອງບາງຢ່າງຂອງການໂຈມຕີ ໃນປີ 2007 ນັ້ນເປັນປິດສະໜາ ເຖິງແມ່ນວ່າ ຈະມີ
ການສັນນິຖານຢ່າງກວ້າງຂວາງວ່າ ຕົນເປັນຜູ້ຮັບຜິດຊອບ ກໍຕາມ.

ນາຍົກລັດຖະມົນຕີ ອິສຣາແອລ ທ່ານ ເບັນຈາມິນ ເນຕັນຢາຮູ (Benjamin
Netanyahu) ເມື່ອສອງສາມປີຜ່ານມານີ້ ຍັງໄດ້ຢືນຢັດວ່າ ຈະບໍ່ອະນຸຍາດ ໃຫ້ອີຣ່ານ
ມີອາວຸດນິເລຍໄດ້ ໂດຍກ່າວວ່າ ອັນນັ້ນຈະເກີດເປັນໄພຂົ່ມຂູ່ຕໍ່ອິສ ຣາແອລ ໄດ້.

Israel Syria
please wait
Embed

No media source currently available

0:00 0:00:26 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG