ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິສຣາແອລ ບຸກເລິກເຂົ້າໄປກວ່າເກົ່າ ໃນເມືອງຣາຟາ ຂະນະທີ່ ສະຫະລັດ ຮຽກຮ້ອງໃຫ້ມີການປົກປ້ອງພົນລະເຮືອນ


ບັນດາພວກຜູ້ຊາຍ ຂີ່ຢູ່ຫຼັງຂອງບົດບັນທຸກ ທີ່ບັນທຸກເຟີນີ້ເຈີ້ ແລະ ສິ່ງຂອງຕ່າງໆ ໃນລະຫວ່າງທີ່ຫຼົບໜີໄປທີ່ ເມືອງຄານ ຢູນິສ ໃນເຂດຣາຟາ ໃນທາງພາກໃຕ້ຂອງເຂດກາຊາ ໃນວັນທີ 11 ພຶດສະພາ 2024.
ບັນດາພວກຜູ້ຊາຍ ຂີ່ຢູ່ຫຼັງຂອງບົດບັນທຸກ ທີ່ບັນທຸກເຟີນີ້ເຈີ້ ແລະ ສິ່ງຂອງຕ່າງໆ ໃນລະຫວ່າງທີ່ຫຼົບໜີໄປທີ່ ເມືອງຄານ ຢູນິສ ໃນເຂດຣາຟາ ໃນທາງພາກໃຕ້ຂອງເຂດກາຊາ ໃນວັນທີ 11 ພຶດສະພາ 2024.

ກອງທັບອິສຣາແອລ ໄດ້ບຸກເລິກເຂົ້າໄປໃນເມືອງ ຣາຟາ ທາງພາກໃຕ້ຂອງເຂດ ກາຊາ ໃນວັນອາທິດວານນີ້, ໃນຂະນະທີ່ ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເກັນ (Antony Blinken) ໄດ້ສະແດງຄວາມບໍ່ພໍໃຈຕໍ່ການປະຕິບັດການຂອງ ອິສຣາແອລ, ແລະໄດ້ເນັ້ນຫນັກເຖິງຄວາມຈໍາເປັນໃນການປົກປ້ອງພົນລະເຮືອນ.

ກະ​ຊວງ​ການ​ຕ່າງ​ປະ​ເທດສະຫະລັດ ​ກ່າວ​ໃນ​ຕອນ​ແລງ​ຂອງ​ວັນ​ອາ​ທິດ​ວານນີ້​ວ່າ ທ່ານ ບລິງເກັນ “ໄດ້​ຢືນ​ຢັນ​ຄືນ​ໃໝ່ ກ່ຽວກັບການຄັດຄ້ານຂອງສະຫະລັດ ຕໍ່​ການ​ປະຕິບັດການພາກພື້ນດິນຄັ້ງໃຫຍ່ທາງ​ການ​ທະຫານ ​ໃນ​ເມືອງ ຣາຟາ” ​ໃນ​ຂະນະ​ທີ່​ທ່ານ ໄດ້ໂອ້ລົມທາງ​ໂທລະສັບ​ກັບ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອິສຣາ​ແອ​ລ ທ່ານ ໂຢອາຟ ກັລລັນຕ໌ (Yoav Gallant).

ການຖະ​ແຫຼງການກ່າວ​ວ່າ ທ່ານ ບລິງເກັນ ຍັງ​ໄດ້​ຢືນຢັນຄວາມມຸ້ງໝັ້ນຂອງ​ສະຫະລັດຄືນໃໝ່ ຕໍ່ “ຈຸດປະສົງຮ່ວມກັນຂອງການເອົາຊະນະ ກຸ່ມຮາມາສ.” ໃນຂະນະດຽວກັນ ກໍຊຸກຍູ້ໃຫ້ ທ່ານ ກັລລັນຕ໌ (Gallant) “ຊ່ວຍແກ້ໄຂສິ່ງທ້າທາຍດ້ານການຈັດສົ່ງການຊ່ວຍເຫຼືອ ຢູ່ພາຍໃນເຂດກາຊາ ໃນຂະນະທີ່ອິສຣາແອລຕິດຕາມກຸ່ມເປົ້າຫມາຍຮາມາສ.”

ປະມານ 300,000 ຄົນ ຂອງຊາວປາແລັສໄຕນ໌ 1.3 ລ້ານຄົນ ທີ່ໄດ້ຫຼົບໜີໄປພາກໃຕ້ຂອງເຂດກາຊາ ເມື່ອຫຼາຍເດືອນກ່ອນ ຕາມຄຳສັ່ງຂອງກອງທັບອິສຣາແອລ ເພື່ອຫຼົບໜີຈາກການໂຈມຕີໃສ່ພວກຫົວຮຸນແຮງຮາມາສ ໃນພາກເໜືອຂອງເຂດກາຊາ, ປັດຈຸບັນນີ້ ໄດ້ຖືກສັ່ງໃຫ້ເຄື່ອນຍ້າຍອີກເທື່ອນຶ່ງ, ເຊິ່ງຄັ້ງນີ້ ໃຫ້ໄປທາງທິດຕາເວັນຕົກສ່ຽງເໜືອຂອງເມືອງ ຣາຟາ, ໄປສູ່ເຂດນຶ່ງທີ່ຕັ້ງຢູ່ແຄມຝັ່ງທະເລເມດິເຕີເຣນຽນຂອງເຂດກາຊາ.

ຫົວໜ້າສິດທິມະນຸດຂອງອົງການສະຫະປະຊາຊາດ ທ່ານໂວລເກີ ເຕີກ (Volker Turk) ກ່າວໃນວັນອາທິດວານນີ້ວ່າ ການສູ້ລົບກັນທີ່ຍັງດຳເນີນຢູ່ ແລະຄຳສັ່ງອົບພະຍົບ ໄດ້ພາໃຫ້ “ມີການຍົກຍ້າຍຖິ່ນຖານຄັ້ງໃຫຍ່ຂອງປະຊາກອນທີ່ໄດ້ຮັບຜົນກະທົບທາງດ້ານຈິດໃຈຢ່າງໜັກໜ່ວງແລ້ວ.”

ທ່ານ ເຕີກ (Turk) ໄດ້ຕັ້ງຄຳຖາມວ່າ ປະຊາຊົນຄວນຈະໄປບ່ອນໃດໃ ເຂດກາຊາ, ໂດຍກ່າວວ່າ “ບໍ່ມີສະຖານທີ່ໃດປອດໄພ.”

ທ່ານ ເຕີກ (Turk) ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ໄດ້​ສະ​ແດງ​ຄວາມ​ກັງວົນໃຈ​ຊ້ຳ​ແລ້ວ​ຊ້ຳ​ອີກ ​ກ່ຽວ​ກັບ​ຜົນ​ກະ​ທົບທີ່​ຮ້າຍ​ແຮງ​ຂອງ​ການ​ບຸກ​ໂຈມ​ຕີ​ແບບ​ເຕັມຮູບແບບ ​ທີ່​ອາດຈະເກີດຂຶ້ນໄດ້​ຢູ່​ໃນ​ເມືອງ ຣາຟາ, ເຊິ່ງລວມ​ທັງ​ຄວາມ​ເປັນ​ໄປ​ໄດ້​ຂອງ​ອາດ​ຊະ​ຍາ​ກຳ​ທີ່​ຮ້າຍ​ແຮງ​ຕື່ມ​ອີກ. “ຂ້າພະເຈົ້າບໍ່ເຫັນວິທີທາງທີ່ຄໍາສັ່ງອົບພະຍົບຫລ້າສຸດ, ແມ່ນແຕ່ການໂຈມຕີເຕັມຮູບແບບທີ່ຫນ້ອຍລົງ ໃນເຂດທີ່ມີພົນລະເຮືອນຢູ່ຢ່າງໜາແໜ້ນ, ຈະສາມາດໄດ້ຮັບການປະນີປະນອມກັບຂໍ້ກຳນົດທີ່ມີຜົນຜູກມັດຂອງກົດຫມາຍມະນຸດສະທໍາສາກົນລະຫວ່າງປະເທດ ແລະ ມາດຕະການຊົ່ວຄາວທີ່ມີຜົນຜູກມັດ ຂອງທັງສອງຊຸດທີ່ໄດ້ອອກໂດຍສານຍຸຕິທຳສາກົນ.”

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG