ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຜູ້ໂຈມຕີ ສະຫຼະຊີບ ແນເປົ້າໝາຍ ໃສ່ ພວກທະຫານ ເອເມຣິກັນ ແລະພັນທະມິດ ຊາວເຄີດ ໃນຊີເຣຍ


ຂະບວນລົດຂອງທະຫານສະຫະລັດ ກຳລັງແລ່ນໄປຕາມ ຖະໜົນສາຍນຶ່ງ ພ້ອມກັບ ລົດຂອງພວກນັກລົບພັນທະມິດ ໃນທ້ອງຖິ່ນ, ຢູ່ໃນເມືອງ ມານບິຈ ທາງພາກເໜືືອຂອງຊີເຣຍ, ວັນທີ 31 ມີນາ 2018.
ຂະບວນລົດຂອງທະຫານສະຫະລັດ ກຳລັງແລ່ນໄປຕາມ ຖະໜົນສາຍນຶ່ງ ພ້ອມກັບ ລົດຂອງພວກນັກລົບພັນທະມິດ ໃນທ້ອງຖິ່ນ, ຢູ່ໃນເມືອງ ມານບິຈ ທາງພາກເໜືືອຂອງຊີເຣຍ, ວັນທີ 31 ມີນາ 2018.

ຜູ້ໂຈມ​ຕີ​ດ້ວຍ​ລະ​ເບີດສະຫຼະຊີບຄົນນຶ່ງຢູ່ໃນຊີເຣຍ ໄດ້ແນເປົ້າໝາຍ​ໃສ່ຂະບວນລົດ
ຂອງສະຫະລັດ ແລະ ພວກກຳລັງຊາວເຄີດທີ່ເປັນພັນທະມິດ ໃນການໂຈມ ຕີຮອບທີ
ສອງ ຕໍ່ກຳລັງຂອງສະຫະລັດ ໃນສັບປະດາແລ້ວນີ້.

ພັນເອກກອງທັບສະຫະລັດ ຊອນ ຣາຍແອນ ໄດ້ກ່າວວ່າ ບໍ່ມີຜູ້ໃດໄດ້ຮັບບາດ ເຈັບຫຼື
ເສຍຊີວິດ ໃນກຸ່ມສະມາຊິກ ຂອງກຳລັງປະສົມ ທີ່ນຳພາໂດຍສະຫະລັດ.

ພວກທີ່ເຫັນເຫດການ ກ່າວວ່າ ການໂຈມຕີໄດ້ເກີດຂຶ້ນ ຢູ່ທາງພາກຕາເວັນຕົກສຸດ ຂອງເມືອງຊາດາເດ ໃນແຂວງຮາຊາເກ ເທິງຖະໜົນສາຍນຶ່ງ ທີ່ກອງກຳລັງປະສົມ
ໄດ້ໃຊ້ເພື່ອສັນຈອນໄປມາຢູ່ເລື້ອຍໆ ໃນການສູ້ລົບກັບພວກຫົວຮຸນແຮງລັດອິສລາມ.

ບັນທຶກວີດີໂອ ທີ່ໄດ້ຖືກເປີດເຜີຍ ໂດຍກຸ່ມສິ້ງຊອມສິດທິມະນຸດ ໃນຊີເຣຍ ທີ່ມີຫ້ອງການ
ຕັ້ງຢູ່ໃນອັງກິດ ສະແດງໃຫ້ເຫັນ ຄວັນກຳລັງ​ພຸ່ງຂຶ້ນ ຈາກອັນທີ່ປາກົດ ວ່າ ເປັນລົດຫຸ້ມ
ເກາະ ຂອງກອງກຳລັງທະຫານບ້ານ ຊາວເຄີດ ໃນຊີເຣຍ.

ກຸ່ມສິ້ງຊອມ​ສິດ​ທະ​ມະ​ນຸດໃນ​ຊີ​ເຣຍ ​ເວົ້າວ່າ 5 ຄົນ ໄດ້ຖືກຂ້າຕາຍ ໃນເຫດລະເບີດ
ແຕກດັ່ງ​ກ່າວ.

ການໂຈມຕີ​ ໃນວັນຈັນວານນີ້ ມີຂຶ້ນ​ບໍ່​ເທົ່າ​ໃດ​ມື້ ຫຼັງຈາກການໂຈມຕີສະຫຼະຊີບ ທີ່ໄດ້
ສັງຫານ 19 ຄົນ ລວມທັງ ທະຫານສະຫະລັດສອງຄົນ ແລະພົນລະ​ເຮືອນ ອາເມຣິກັນ
ສອງຄົນ ຢູ່ໃນເມືອງມານບິຈ ທາງພາກເໜືອຂອງຊີເຣຍ.

ແຜນທີ່ສະແດງໃຫ້ເຫັນ ຈຸດທີ່ຕັ້ງຂອງ ເມືອງ ຊາດາເດ ໃນຊີເຣຍ
ແຜນທີ່ສະແດງໃຫ້ເຫັນ ຈຸດທີ່ຕັ້ງຂອງ ເມືອງ ຊາດາເດ ໃນຊີເຣຍ

ການໂຈມຕີນັ້ນ ຍັງໄດ້ເຮັດໃຫ້ທະຫານຂອງສະຫະລັດ 3 ຄົນບາດເຈັບ ແລະໄດ້ກໍ່ໃຫ້
ເກີດມີຄຳຖາມຫຼາຍຢ່າງ ກ່ຽວກັບວ່າ ແມ່ນຫຍັງຈະເກີດຂຶ້ນ ເວ​ລາກຳລັງສະຫະລັດ
ຖອນໂຕອອກຈາກຊີເຣຍ ຢ່າງຖາວອນແລ້ວ.

ພວກຫົວຮຸນແຮງລັດອິສລາມ ໄດ້ອອກມາອ້າງເອົາຄວາມຮັບຜິດຊອບ ໃນການໂຈມຕີ
ທັງສອງຄັ້ງ ໃນຖະແຫລງການຫຼາຍສະບັບທີ່ ນຳອອກເຜີຍແຜ່ໂດຍ ອົງການຂ່າວອາມັກ
ຂອງຕົນ.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ຮຽກຮ້ອງໃຫ້ຖອນກຳລັງ ສະຫະລັດ ອອກຈາກຊີເຣຍ ເມື່ອເດືອນແລ້ວນີ້ ໂດຍກ່າວວ່າ ກຸ່ມລັດອິສລາມ ຫຼື IS ໄດ້ປະລາໄຊ
ໄປແລ້ວ.

ບັນດາເຈົ້າໜ້າທີ່ທຳນຽບຫ້າແຈ ເມື່ອຕົ້ນເດືອນນີ້ ໄດ້ກ່າວວ່າ ຕົນໄດ້ເລີ້ມການຖອນ
ຍຸດໂທປະກອນບາງສ່ວນ ອອກຈາກຊີເຣຍແລ້ວ ແຕ່ວ່າ ກຳລັງທະຫານ ຂອງສະຫະລັດ
ປະມານ 2,000 ຄົນ ຍັງຈະປະຈຳການ​ຕໍ່​ໄປ ຈົນກວ່າ ສະພາບການພາກພື້ນດິນ ຈະ
ອຳນວຍໃຫ້ພວກເຂົາເຈົ້າ ຖອ​ນອອກມາໄດ້.


A suicide bomber in Syria has targeted a convoy of U.S. and allied Kurdish forces, in the second attack against U.S. forces in the past week.

U.S. military Col. Sean Ryan said there were no casualties among the U.S.-led coalition members.

Witnesses say the attack happened on the western edge of Shaddadeh town in Hassakeh province on a route frequently used by the U.S.-led coalition fighting Islamic State militants.

A video released by the Britain-based Syrian Observatory for Human Rights showed smoke rising from what appeared to be an armored vehicle belonging to the Syrian Kurdish militia.

The observatory said five people were killed in the explosion.

Monday's attack comes days after a suicide attack killed 19 people, including two U.S. service members and two American civilians, in the northern Syrian town of Manbij.

That attack also wounded three U.S. troops and raised questions about what happens once U.S. forces withdraw from Syria for good.

Islamic State militants claimed both attacks in statements carried by its Aamaq news agency.

U.S. President Donald Trump called for the withdrawal of U.S. forces from Syria last month, saying IS had been defeated.

The Pentagon confirmed earlier this month that it had begun pulling out some equipment from Syria, but that about 2,000 U.S. forces would remain in place until conditions on the ground allowed for them to leave.

XS
SM
MD
LG