ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ຕໍ່​ສູ້ ຕໍ່​ຕ້ານ​ຢາເສບ​ຕິດ ໃນ ຟີ​ລິ​ປິນ ກຳ​ລັງຫຼຸດ​ ຄວາມ​ຮຸນ​ແຮງ​ລົງ​ບໍ?


ປະ​ທາ​ນາ​ທິ​ບໍ​ດີ ຟີ​ລິບ​ປິນ ທ່ານ ໂຣດ​ຣິ​ໂກ ດູ​ເຕີ​ເຕ ກ່າວ​ຄຳ​ປາ​ໄສ ໃນ​ລະ​ຫວ່າງ ການ​ກ່າວ​ຄຳ​ປາ​ໄສ​ຕໍ່​ປະ​ເທດ​ຊາດ​ຄັ້ງ​ທີ​ສີ່​ຂອງ​ທ່ານ ໃນ​ລັດ​ຖະ​ສ​ະ​ພາ ຟີ​ລິບ​ປິນ, ເມືອງ ເກ​ຊອນ, ນະ​ຄອນຫຼວງ ມະ​ນີ​ລາ. 22 ກໍ​ລະ​ກົດ, 2019.
ປະ​ທາ​ນາ​ທິ​ບໍ​ດີ ຟີ​ລິບ​ປິນ ທ່ານ ໂຣດ​ຣິ​ໂກ ດູ​ເຕີ​ເຕ ກ່າວ​ຄຳ​ປາ​ໄສ ໃນ​ລະ​ຫວ່າງ ການ​ກ່າວ​ຄຳ​ປາ​ໄສ​ຕໍ່​ປະ​ເທດ​ຊາດ​ຄັ້ງ​ທີ​ສີ່​ຂອງ​ທ່ານ ໃນ​ລັດ​ຖະ​ສ​ະ​ພາ ຟີ​ລິບ​ປິນ, ເມືອງ ເກ​ຊອນ, ນະ​ຄອນຫຼວງ ມະ​ນີ​ລາ. 22 ກໍ​ລະ​ກົດ, 2019.

ການ​ຕໍ່​ສູ້​ກັບ​ການ​ຄ້າ​ຂາຍ​ຢາ​ເສບ​ຕິດ​ທີ່​ຜິດ​ກົດ​ໝາຍ​ຂອງປະ​ທາ​ນາ​ທິ​ບໍ​ດີ ຟີ​ລິບ​ປິນ
ທ່ານ ໂຣ​ດ​ຣິ​ໂກ ດູ​ເຕີ​ເຕ ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ສາ​ກົນ​ໃນ​ປີ 2016 ແລະ 2017
ທີ່​ຜ່າ​ນ​ມາ ດ້ວຍ​ສິ່ງ​ທີ່​ປາ​ກົດ​ວ່າ​ຈະ​ເປັນ​ການ​ສັງ​ຫານ​ຜູ້​ຕ້ອງ​ສົງ​ໄສ​ອະ​ຊະ​ຍາ​ກຳ​ຢາ​
ເສບ​ຕິດ ໂດຍບໍ່​ໄດ້​ຜ່ານ​ຂະ​ບວນ​ການ​ກົດ​ໝາຍ.

ໃນ​ການປ້ອງ​ກັນ​ການ​ຄັດ​ຄ້ານ​ຂອງ​ກຸ່ມ​ສິດ​ທິ​ມະ​ນຸດ​ຕ່າງໆ ຕໍ່​ສົງ​ຄາມ ກ່ຽວ​ກັບ ຢາ​ເສບ​
ຕິດ​ຂອງ​ລັດ​ຖະ​ບານ​ທ່ານ ດູ​ເຕີ​ເຕ ນັ້ນ, ບັນ​ດາ​ເຈົ້າ​ໜ້າ​ທີ່​ບັງ​ຄັບ​ໃຊ້​ກົດ​ໝາຍ ຕອນນີ້​
ກຳ​ລັງ​ທົດ​ລອງວິ​ທີ​ອື່ນ ໃນ​ການ​ຄວບ​ຄຸມ​ບັນ​ຫາ​ນັ້ນ ໃນ​ຂະ​ນະທີ່ກຳ​ລັງ​ພະ​ຍາ​ຍາມຫຼີກ
​ລ່ຽງ​ຄວາມ​ສົນ​ໃຈ​ຂອງ​ປະ​ຊາ​ຊົນ ກ່ຽວ​ກັບ ​ການ​ເຂັ່ນ​ຂ້າດັ່ງ​ກ່າວ​.

ທ່ານ ດູ​ເຕີ​ເຕ​ ໄດ້​ປະ​ຕິ​ຍານ​ໃນ​ລະ​ຫວ່າງ​ການ​ໂຄ​ສະ​ນາ​ຫາ​ສຽງ​ປະ​ທານ​າ​ທິ​ບໍ​ດີ ເມື່ອ​ປີ
2016 ວ່າ​ຈະ​ກຳ​ຈັດ​ການ​ເຮັດ​ຜິດ​ກົດ​ໝາຍ​ນັ້ນ​ພາຍ​ໃນ​ສາມ​ເດືອນ.

ອົງ​ການ​ການ​ບັງ​ຄັບ​ໃຊ້​ຢາ ຟີ​ລິບ​ປິນ ໄດ້​ລາຍ​ງານ​ວ່າ ຜູ້​ຕ້ອງ​ສົງ​ໄສ​ໃຊ້​ຢາ​ເສບ​ຕິດ
4,948 ຄົນ ແລະ ຜູ້​ຄ້າ​ຢາ​ໄດ້​ເສຍ​ຊີ​ວິດ​ໃນ​ລະ​ຫວ່າງ​ການ​ປ​ະ​ຕິ​ບັດ​ການ​ຂອງ​ຕຳ​ຫຼວດ
ຈາກ​ເດືອນ​ກໍ​ລະ​ກົດ 2016 ຫາ​ວັນ​ທີ 30 ເດືອນ​ກັນ​ຍາ​ຂອງ​ປີ​ກາຍນີ້, ໃນ​ຂະ​ນະ​ທີ່​ການ
​ຕາຍ​ທີ່​ເຊື່ອມ​ໂຍງ​ກັບ​ການ​ຕໍ່​ສູ້​ຕ້ານ​ຢາ​ເສບ​ຕິດ 22,983 ກໍ​ລະ​ນີນັ້ນ ແມ່ນ “ການ​ຄາດ​
ຕະ​ກຳ​ທີ່​ຢູ່​ພາຍ​ໃນ​ການ​ສືບ​ສວນ​ສອບ​ສວນ, ອີງ​ຕາມ​ການ​ກ່າວ​ຂອງ​ກຸ່ມ​ສະ​ໜັບ​ສະ​
ໜູນ​ສິດ​ທິ​ມະ​ນຸດ ນິວຢອກ ໃນ​ລາຍ​ງານ​ໂລກ 2019 ຂອງ​ເຂົາ​ເຈົ້າ. ບັນ​ດາ​ລັດ​ຖະ​ບານ​
ປະ​ເທດ​ຕາ​ເວັນ​ຕົກ ແລະ ອົງ​ການ​ສິດ​ທິ​ມະ​ນຸດ​ຂອງ ສະ​ຫະ​ປະ​ຊາ​ຊາດ ໄດ້​ສະ​ແດງ​
ຄວາມ​ຄິດ​ເຫັນ​ຕໍ່​ການ​ຕາຍ​ທັງຫຼາຍ, ແລະ ໄດ້​ເຮັດ​ໃຫ້​ເກີດ​ຄວາມ​ໂມ​ໂຫຈາກ​ທ່ານ
ດູ​ເຕີ​ເຕ.

ບັນ​ດາ​ນັກ​ວິ​ເຄາະ​ເຊື່ອ​ວ່າ ຕອນນີ້​ຕຳຫຼວດ ແລະ ເຈົ້າ​ໜ້າ​ທີ່​ຢາ​ເສບ​ຕິດ ໄດ້​ມີ​ຄວາມ​ລະ
​ມັດ​ລະ​ວັງ​ກວ່າ​ເກົ່າ​ໃນ​ລະ​ຫວ່າງ ການ​ບຸກກວດ​ຄົ້ນ ເພື່ອຫຼີກ​ລ່ຽງການ​ຕອບ​ໂຕ້​ຈາກ​ປະ
​ຊາ​ຊົນ ຟີ​ລິບ​ປິນ, ໃນ​ຂະ​ນະ​ທີ່​ພະ​ຍາ​ຍາມ​ໃຊ້​ວິ​ທີ​ການ​ໃໝ່​ເພື່ອ​ຢຸດ​ການ​ຄ້າ​ຂາຍ​.

ທ່ານ ເຣມັອນ ຄາ​ຊີ​ໂປ, ຜູ້​ອຳ​ນວຍ​ການ​ໃຫຍ່ ຂອງ​ກຸ່ມ​ຜູ້​ສະ​ໜັບ​ສະ​ໜູນ​ສິດ​ທິ​ມະ​ນຸດ
ຈາກສະ​ຖາ​ບັນ​ການ​ເມືອງ ແລະ ການ​ປະ​ຕິ​ຮູບ​ຄະ​ນະ​ການ​ເລືອກ​ຕັ້ງ ໄດ້​ກ່າວ​ວ່າ “ຕົວ
​ເລກ​ໄດ້ຫຼຸດ​ລົງ, ແຕ່​ນະ​ໂຍ​ບາຍ​ແມ່ນ​ຍັງ​ມີ​ຢູ່, ແຕ່​ການ​ປະ​ຕິ​ບັດ​ການ​ແມ່ນ​ຍັງ​ເຄັ່ງ​ຄັດ​
ກວ່າ​ເກົ່າ.” ໃນ​ແງ່​ຂອງ​ການ​ເຂັ່ນ​ຂ້າ​ນັ້ນ, ທ່ານ​ໄດ້​ກ່າວ​ວ່າ, “ຂ້າ​ພະ​ເຈົ້າ​ຄິດ​ວ່າ​ມັນ​ໄດ້​
ມີ​ການ​ຕຳ​ໜິ​ວິ​ຈານ​ໃນ​ລະ​ດັບ​ສູງ​ຈາກ​ສາ​ກົນ​ເລີ່ມ​ຂຶ້ນ​ແລ້ວ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG