ຄວາມສັບສົນວຸ້ນວາຍ ກ່ຽວກັບການໃຫ້ຄວາມເຫັນຂອງປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໃນເລື້ອງ “ການຄົ້ນຄວ້າກ່ຽວກັບຄູ່ແຂ່ງ” ທີ່ທ່ານຍິນດີຈະຮັບເອົາ ການຊ່ວຍເຫຼືອທາງດ້ານການເມືອງ ຈາກລັດຖະບານຕ່າງປະເທດ ສະຫຼຸບແລ້ວ ແມ່ນຢູ່ທີ່ຄຳຖາມນີ້.
ການຄົ້ນຄວ້າກ່ຽວກັບຄູ່ແຂ່ງ ເປັນ “ເລື້ອງທີ່ມີຄຸນຄ່າບໍ” ທີ່ຄົນຕ່າງປະເທດຖືກຫ້າມບໍ່ໃຫ້ນຳເອົາມາສະເໜີ ຕໍ່ການໂຄສະນາຫາສຽງທາງດ້ານການເມືອງຂອງອາເມຣິກັນ?
ໃນໃຫ້ແກ່ອົງການຂ່າວ ABC ໃນມື້ວັນພຸດຜ່ານມານີ້ ປະທານາທິບໍດີທຣຳກ່າວວ່າ ທ່ານອາດພິຈາລະຈາ ຕໍ່ແຫຼ່ງຂໍ້ມູນຕ່າງປະເທດ ທີ່ອາດຈະຊ່ວຍໃນການລົງສະໝັກແຂ່ງຂັນເອົາຕຳແໜ່ງຕື່ມອີກ ໃນປີ 2020 ຂອງທ່ານ.
ປະທານາທິບໍດີທຣຳກ່າວວ່າ "ມັນບໍ່ມີຫຍັງຜິດທີ່ຈະຮັບຟັງ ຖ້າຫາກມີໃຜຄົນນຶ່ງ ໂທມາຈາກປະເທດນຶ່ງ ເຊັ່ນວ່າ ນໍເວ ທີ່ເວົ້າວ່າ 'ພວກເຮົາມີຂໍ້ມູນ ກ່ຽວກັບຄູ່ແຂ່ງຂອງທ່ານ.'ໂອະ, ຂ້າພະເຈົ້າຄິດວ່າ ຂ້າພະເຈົ້າກໍຢາກຈະໄດ້ຍິນ ຂໍ້ມູນ ນັ້ນ."
ໃນເວລາຕໍ່ມາ ທ່ານທຣຳ ໄດ້ຕ່າວປີ້ນຄຳເວົ້າຂອງທ່ານ ແຕ່ຄວາມສັບສົນວຸ້ນວາຍຈາກການໃຫ້ຄວາມເຫັນຂອງທ່ານ ແມ່ນພຽງພໍ ທີ່ໄດ້ພາໃຫ້ທ່ານນາງ ແອລເລັນ ວາຍທຣອບ (Ellen Weintraub) ຫົວໜ້າກຳມາທິການການເລືອກຕັ້ງ ຂອງລັດຖະບານກາງ ອອກຖະແຫຼງການສະບັບນຶ່ງ ກ່າວຢ້ຳເຖິງການຫ້າມ ທີ່ມີມາເປັນເວລາດົນນານຂອງສະຫະລັດຕໍ່ການໃຫ້ຄວາມຊ່ວຍເຫຼືອຂອງຕ່າງປະເທດ ໃນການເລືອກຕັ້ງຂອງສະຫະລັດ.
ທ່ານນາງວາຍທຣອບ ທີ່ຖືກແຕ່ງຕັ້ງໂດຍອະດີດປະທານາທິບໍດີ ຈອຣຈ ດັບເບິນຢູ ບຸຊ ຂຽນວ່າ “ຂ້າພະເຈົ້າຂໍກ່າວຢ່າງເປັນທີ່ຈະແຈ້ງ ຮ້ອຍເປີເຊັນ ຕໍ່ປະຊາຊົນຊາວອາເມຣິກັນ ແລະຜູ້ລົງສະໝັກແຂ່ງຂັນເອົາຕຳແໜ່ງໃດໆຊາບວ່າ: ມັນເປັນເລື້ອງທີ່ຜິດກົດໝາຍ ສຳລັບບຸກຄົນໃດກໍຕາມ ທີ່ຈະຂໍຮ້ອງ ຮັບເອົາ ຫຼືໄດ້ຮັບສິ່ງໃດກໍຕາມ ທີ່ມີຄ່າ ຈາກຄົນຕ່າງປະເທດ ທີ່ພົວພັນກັບການເລືອກຕັ້ງ ຂອງສະຫະລັດ.”
ກົດໝາຍການເລືອກຕັ້ງຂອງສະຫະລັດໄດ້ຫ້າມບໍ່ໃຫ້ຄົນຕ່າງປະເທດເຮັດແລະຄະນະໂຄສະນາຫາສຽງຂອງສະຫະລັດ “ຮ້ອງຂໍແລະຮັບເອົາການຊ່ວຍເຫຼືອຫຼືການບໍລິຈາກເງິນ ຫຼືສິ່ງມີຄ່າໃດໆກໍຕາມ.”
ກົດໝາຍບໍ່ໄດ້ລະບຸວ່າ ແມ່ນຫຍັງແດ່ຄື “ສິ່ງທີ່ມີຄ່າ.” ແຕ່ແນວໃດກໍຕາມ ລະບຽບຂອງຄະນະກຳມາທິການເລືອກຕັ້ງລັດຖະບານກາງສະຫະລັດຖືວ່າ “ການບໍລິຈາກ ໃນທຳນອງດຽວກັນ” ທັງໝົດ ເຊັ່ນສະຖານທີ່ໃນຫ້ອງການ ອຸບປະກອນ ແລະການບໍລິການດ້ານໂຄສະນາ ແມ່ນ “ເປັນສິ່ງທີ່ມີຄ່າ” ທັງນັ້ນ.