ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ຮັບ​ມືກັບ​ການ​ລະ​ບາດ​ ຂອງ​ໄວ​ຣັ​ສ​ໂຄ​ໂຣ​ນາ ຂອງ ​ປ. ​ທ​ຣຳ ເຮັດ​ໃຫ້​ວໍ​ຊິງ​ຕັນ ແຕກ​ແຍກ​ກັນ


Trumps' Coronavirus Response
please wait

No media source currently available

0:00 0:02:34 0:00

ການ​ຮັບ​ມືກັບ​ການ​ລະ​ບາດ​ຂອງ​ໄວ​ຣັ​ສ​ໂຄ​ໂຣ​ນາຂອງ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳເຮັດ​ໃຫ້​ວໍ​ຊິງ​ຕັນ ແຕກ​ແຍກ​ກັນ

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ, ທ່ານ ດໍ​ໂນ​ລ ທ​ຣຳ ໃນ​ວັນ​ອັງ​ຄານ​ວານ ນີ້ ​ພະ​ຍາ​ຍາມ​ທີ່​ຈະປອບໃຈ​ຊາວ​ອາ​ເມ​ຣິ​ກັນ​ທີ່ຕົກ​ສະ​ທ້ານ ຕໍ່ການເພີ້ມ​ຂຶ້ນຂອງ​ຈຳ​ນວນ​ຄົນ​ຕິດເຊື້ອ​ໄວ​ຣັ​ສ​ໂຄ​ໂຣ​ນາ​ເປັນ​ຫລາຍ​ຮ້ອຍ​ຄົນໃນທົ່ວ​ປະ​ເທດ. ແຕ່​ວ່າ ​ຄະ​ນະ​ລັດ​ຖະ​ບານ​ຂອງ​ທ່ານ​ແມ່ນບໍ່​ເຫັນ​ພ້ອມ​ກັບ​ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ທີ່​ເວົ້າ​ວ່າ ແຜນ​ການ​ຂອງ​ທ່ານທ​ຣຳ​ເພື່ອ​ເຮັດ​ໃຫ້​ຜົນ​ກະ​ທົບ​ທາງ​ເສດ​ຖະ​ກິດ ​ຂອງວິ​ກິດ​ການ​ດັ່ງ​ກ່າວຫລຸດ​ລົງນັ້ນ ຈະ​ບໍ່ສາ​ມາດ​ຊ່ວຍຜູ້​ອອກ​ແຮງ​ງານ​ຊາວ​ອາ​ເມ​ຣິ​ກັນ ​ທີ່ຖືກ​ກະ​ທົບ​ໜັກ​ທີ່​ສຸດນັ້ນ​ໄດ້. Katherine Gypson, ນັກ​ຂ່າວ​ວີ​ໂອ​ເອ​ປະ​ຈຳລັດ​ຖະ​ສະ​ພາມີ​ລາຍ​ງານເພີ້ມ​ເຕີມກ່ຽວ​ກັບ​ເລື້ອງນີ້ ຈາກ​ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ ​ຢູ່​ທີ່​ມີ​ຄວາມ​ເປັນ​ຫ່ວງ​ນັບ​ມື້ ນັບ ຫລາຍ​ຂຶ້ນ ຊຶ່ງບົວ​ສະ​ຫວັນຈະ​ນຳ​ລາຍ​ລະ​ອຽດ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.


ເພື່ອເຮັດ​ໃຫ້​ປະ​ຊາ​ຊົນ​ອາ​ເມ​ຣິ​ກາຮູ້​ສຶກ​ດີ​ໃຈ ປະ​ທາ​ນາ​ທິ​ບໍ​ດີທ​ຣຳ ເວົ້າ​ວ່າ:
“ພວກ​ເຮົາ​ກຽມ​ພ້ອມ ແລະ​ພວກ​ເຮົາ​ເຮັດ​ໄດ້​ດີ​ຫລາຍ​ໃນເລື້ອງນີ້. ແລະ​ມັນ​ຈະ​ໝົດ​ໄປ. ມີ​ແຕ່ໃຫ້​ຄວາມສະ​ຫງົບໃຈ​ໄວ້, ມັນ​ຈະ​ໝົດ​ໄປເອງ.”

ແຕ່​ວ່າ ​ຜົນ​ກະ​ທົບ​ຕໍ່​ເສດ​ຖະ​ກິດ​ສະ​ຫະ​ລັດ ​ແມ່ນບໍ່​ໄດ້​ໝົດ​ໄປ​ເລີຍ ແລະ​ການ​ທີ່ມີຄຳ​ປະ​ກາດວ່າ ​ຂົງ​ເຂດ​ນຶ່ງ​ຢູ່ນອກ​ນະ​ຄອນ​ນິວຢອກໄດ້​ກາຍ​ເປັນ​ເຂດ​ທີ່​ຖືກ​ປິດໄວ້​ ແຫ່ງ​ທຳ​ອິດ​ໃນ​ສະ​ຫະ​ລັດນັ້ນ ເຮັດ​ໃຫ້ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ການ​ຮັບມື​ຂອງ​ລັດ​ຖະ​ບານ​ເພີ້ມ​ຂຶ້ນ.

ທ່ານຈ​ຊັກ ຊຸມ​ເມີ (Chuck Schumer), ຜູ້​ນຳ​ສຽງ​ສ່ວນ​ນ້ອຍ​ຢູ່​ໃນ​ສະ​ພາ​ສູງ​ກ່າວ​ວ່າ:
“ພວກ​ເຮົາ​ມີ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບການ​ຂາດ​ຄວາມສາ​ມາດ​ ແລະ​ຂາດ​ການ ເພັ່ງ​ເລັງໃສ່ການແຜ່​ລະ​ບາດຂອງເຊື້ອໄວ​ຣັ​ສໂຄ​ໂຣ​ນາ ​ຂອງທ່ານປະ​ທາ​ນາ​ທິ​ບໍ​ດີ. ພວກ​ເຮົາ​ເຊື່ອ​ວ່າ​ການ​ຂາດ​ການ​ເພັ່ງ​ເລັງຂອງ​ທ່ານ ​ກຳ​ລັງ​ເຮັດ​ໃຫ້ການ​ດຳ​ເນີນ​ຄວາມ​ພະ​ຍາມ​ໃນ​ການ​ແກ້​ໄຂວິ​ກິດ​ການ​ຂອງ​ສາ​ທາ​ລະ​ນະ​ຊົນດັ່ງ​ກ່າວ​ນີ້ ບໍ່​ໄດ້ຮັບ​ຜົນດີ ແລະເຮັດ​ໃຫ້​ຜົນ​ກະ​ທົບຕໍ່​ຕະ​ຫລາດ​ຮຸ້ນເພີ້ມ​ຄວາມ​ຮ້າຍ​ແຮງ​ຂຶ້ນ. ເທົ່າ​ທີ່​ຜ່ານ​ມາມີ​ຄຳ​ດຽວ​ທີ່​ສາ​ມາດໃຊ້​ພັນ​ລະ​ນາ​ກ່ຽວ​ກັບ​ການ​ຮັບ​ມື​ຂອງ​ຄະ​ນະ​ລັດ​ຖະ​ບານນີ້​ໄດ້ ຊຶ່ງ​ກໍ​ຄື ການຂາດ​ຄວາມ​ສາ​ມາດ."

ທີມ​ງານ​ຮັບ​ມື​ກັບເຊື້ອໄວ​ຣັ​ສໂຄ​ໂຣ​ນາຂອງ​ທຳ​ນຽບ​ຂາວ​ເວົ້າ​ວ່າ ຄະ​ນະ​ລັດ​ຖະ​ບານ​ກຳ​ລັງ​ມີ​ຄວາມ​ກ້າວ​ໜ້າ​ໃນ​ເລື້ອງແກ້​ໄຂການກວດ​ກາ​ພະ​ຍາດ​ທີ່ຊັກ​ຊ້ານັ້ນ.

ຮອງປະ​ທາ​ນາ​ທິ​ບໍ​ດີ ​ໄມ​ຄ໌ ເພັນ​ສ໌ ກ່າວ​ວ່າ:
"ການກວດ​ພະ​ຍາດແມ່ນ​ມີ​ໄວ້​ໃຫ້​ແລ້ວ ຢູ່​ໃນ​ຫ້ອງກວດ​ພະ​ຍາດ​ຂອງ​ທຸກໆ​ລັດ--ໃນ​ທ້າຍ​ອາ​ທິດນີ້, ຈະ​ມີຊຸດກວດ​ພະ​ຍາດ 4 ລ້ານ​ຊຸດອີກ ໄວ້​ໃຫ້ຄົນກວດພະ​ຍາດນີ້."

ແຕ່​ວ່າ ອຸດ​ສາ​ຫະ​ກຳ​ໃນ​ການ​ທ່ອງ​ທ່ຽວ​ທີ່​ມີ​ມູນ​ຄ່າ1.6 ຕື້​ໂດ​ລາ​ນັ້ນ ໄດ້​ຮັບ​ຜົນ​ກະ​ທົບ​ຢ່າງ​ຮ້າຍ​ແຮງ​ທີ່​ສຸດ ແລະ​ໃນຂະ​ນະ​ທີ່​ພວກ​ພະ​ນັກ​ງານຮູ້​ສຶກບໍ່​ແນ່​ໃຈວ່າ ເຂົາ​ເຈົ້າ​ຈະ​ໄດ້​ຮັບ​ເງິນ​ຄ່າ​ແຮງ​ງານຫລືບໍ່ ຖ້​າ​ເຂົາ​ເຈົ້າ​ພັກ​ການ​ຍ້ອນຄວາມ​ເຈັບ​ປ່ວຍ​ຢູ່ນັ້ນ, ຄະ​ນະ​ລັດ​ຖະ​ບານກໍ​ບໍ່ໄດ້​ໃຫ້​ລາຍ​ລະ​ອຽດອັນ​ໃດ​ຫລາຍກ່ຽວ​ກັບ​ການ​ຕັດພາ​ສີທີ່​ໄດ້​ສະ​ເໜີ​ໄປ ເພື່ອ​ກະ​ຕຸ້ນ​ເສດ​ຖະ​ກິດ.

ທ່ານ ແລ​ຣີ ຄັດ​ໂ​ລວ (Larry Kudlow), ທີ່​ປຶກ​ສາດ້ານ​ເສ​ດ​ຖະ​ກິດ​ຂອງ​ທ່ານ​ ທ​ຣຳເວົ້າ​ວ່າ:
“ຂ້າ​ພະ​ເຈົ້າ​ຄິດ​ວ່າ​ຈະຜົນ​ຕອບ​ແທນຈາກມັນ ຈະ​ເພີ້ມ​ຂຶ້ນ​ຢ່າງ​ໃຫຍ່.”

ການ​ທີ່​ທ່ານ​ທ​ຣຳ ​ສະ​ເໜີ​ໃຫ້​ຕັດ​ພາ​ສີ​ເຫລົ່າ​ນັ້ນຈົນ​ກວ່າ​ການ​ເລືອກ​ຕັ້ງ​ໃນ​ເດືອນ​ພະ​ຈິກນີ້ ຈະ​ສິ້ນ​ສຸດ​ລົງ ເຮັດ​ໃຫ້​ພວກ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ​ຫລາຍຄົນ​ເວົ້າ​ວ່າ ທ່ານບໍ່​ໄດ້​ເອົາ​ຜົນ​ປະ​ໂຫຍດ​ຂອງ​ຄົນ​ອາ​ເມ​ຣິ​ກັນ​ມາກ່ອນ​ໝູ່.

ທ່ານ​ນາງ ດອນ​ນາ ຊາ​ລາ​ລາ (Donna Shalala), ສະ​ມາ​ຊິກ​ສະ​ພາ​ຕ່ຳ​ສັງ​ກັດ​ພັກເດ​ໂມ​ແຄ​ຣັດໃຫ້​ຄຳ​ເຫັນ​ວ່າ:
“ພວກ​ເຮົາ​ຕ້ອງ​ອັດ​ຊ່ອງ​ຫວ່າງ​ຢູ່​ໃນ​ລະ​ບົບ​ການ​ຮັກ​ສາ​ປິ່ນ​ປົວ​ສຸ​ຂະ​ພາບໃຫ້​ໄດ້. ພວກ​ເຮົາ​ບໍ່​ຄວນຈະ​ຫລີກລ້ຽງ​ຈາກການ​ຮັບ​ຜິດ​ຊອບ ໂດຍຄິດ​ວ່າ ພຽງ​ແຕ່​ຢຸດ​ເກັບ​ພາ​ສີ​ເງິນ​ເດືອນ​ເທົ່າ​ນັ້ນ ກໍຈະ​ເຮັດ​ໃຫ້​ເກີດ​ຄວາມ​ແຕກຕ່າງສຳ​ລັບຜູ້​ອອກ​ແຮງ​ງານ​ໃນ​ປະ​ເທດ​ໄດ້ແລ້ວ."

ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ຫລາຍ​ຄົນກໍ​ລັ່ງ​ເລ​ໃຈ​ວ່າ ເຂົາ​ເຈົ້າ​ຄວນມາ​ຢູ່​ໃນ​ຫ້ອງ​ການ​ລັດ​ຖະ​ສະ​ພາ​ຂອງ​ຊາດຫລືບໍ່ ບາງ​ຄົນ​ກໍ​ໄດ້​ປິດ​ຫ້ອງ​ການ​ຂອງ​ຕົນ​ໄວ້ ຍ້ອນ​ຄວາມ​ລະ​ມັດ​ລະ​ວັງ ແລະບໍ່​ແນ່​ໃຈ​ວ່າ ​ເຂົາ​ເຈົ້າ​ອາດ​ກຳ​ລັງ​ຊ່ວຍ​ເຮັດ​ໃຫ້ເຊື້ອ​ໄວ​ຣັ​ສຈາກ​ເຂດ​ທີ່​ຖືກ​ກະ​ທົບ​ຢ່າງ​ໜັກ ເຊັ່ນ​ນະ​ຄອນຊິ​ອາ​ໂຕນັ້ນ ​ແຜ່​ຜາຍ​ອອກ​ໄປ​ຫລືບໍ່.

ທ່ານ​ນາງ ປ​ຣາ​ມີ​ລາ ຈາ​ຢາ​ພາ​ລ (Pramila Jayapal), ສະ​ມາ​ຊິກ​ສະ​ພາ​ຕ່ຳ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດເວົ້າ​ວ່າ:
“ສຳ​ລັບ​ພວກ​ເຮົາ​ທີ່​ຢູ່​ໃນ​ລັດ​ວໍ​ຊິງ​ຕັນ --ຊຶ່ງ​ເປັນຈຸດ​ສູນ​ກາງ​ຂອງ​ການ​ລະ​ບາດນີ້ -- ພາ​ກັນ​ບິນ​ໄປ ບິນ​ມາ ຊຶ່ງອາດ​ຈະ​ບໍ່​ແມ່ນ​ສິ່ງ​ທີ່​ສະ​ຫລາດ​ທີ່​ສຸດທີ່​ພວກ​ເຮົາ​ຄວນ​ເຮັດ."

ແຕ່​ວ່າ​ ປະ​ທານ​ສະ​ພາ​ຕ່ຳ, ທ່ານ​ນາງ ແນນ​ຊີ ເພີ​ໂລ​ຊີ (Nancy Pelosi) ບອກ​ພວກ​ສະ​ມາ​ຊິກ​ສະ​ພາ​ວ່າ ລັດ​ຖະ​ສະ​ພາ​ຈະ​ບໍ່​ໜີ​ຈາກ​ຕຶກ​ລັດ​ຖະ​ສະ​ພາ ໄປ ເພາະ​ພວກສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດເວົ້າ​ວ່າ ມີ​ວຽກ​ສຳ​ຄັນ​ຫລາຍ​ເກີນ​ໄປທີ່​ຕ້ອງເຮັດ.


ທ່ານ ຈ​ຊັກ ຊຸມ​ເມີ (Chuck Schumer) ກ່າວ​ເພີ້ມ​ອີກ:
“ພວກ​ເຮົາ​ຕ້ອງ​ມີ​ການກວດຫາ​ເຊື້ອ​ໄວ​ຣັ​ສ​ໂຄ​ໂຣ​ນາຢ່າງ​ແຜ່​ຫລາຍ ແລະບໍ່​ເສຍ​ຄ່າ. ສິ່ງ​ກີດ​ກັນ​ທີ່ເຮັດ​ໃຫ້​ການກວດ​ພະ​ຍາດບໍ່​ໄດ້​ຮັບ​ການອະ​ນຸມັດ, ທີ່ບໍ່​ອະ​ນຸ​ຍາດໃຫ້ຫ້ອງກວດ​ພະ​ຍາດ​ຂອງລັດ​ ແລະຂອງ​ເອ​ກະ​ຊົນ​ຕ່າງໆ ກວດ​ພະ​ຍາດ​ ແລະ​ດຳ​ເນີນ​ການກວດ​ຢ່າງວ່ອງ​ໄວ​ໄດ້ນັ້ນ ຕ້ອງ​ຍຸ​ຕິ​ລົງ.”

ຕ້ອງ​ໄດ້ມີ​ການກະ​ທຳ​ການເຊັ່ນ​ນັ້ນ ສະ​ຫະ​ລັດ​ຈຶ່ງ​ຈະ​ຫລີ​ກລ້ຽງ ແມ່ນ​ແຕ່ຈາກ​ຜົນກະ​ທົບທີ່​ຕາມ​ມາຈາກໄພ​ພິ​ບັດ​ຫລາຍກວ່ານັ້ນ​ໄດ້ອີກ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດຢູ່​ຂ້າງ​ລຸ່ມນີ້

U.S. President Donald Trump attempted to reassure nervous Americans Tuesday as cases of the coronavirus rose into the hundreds across the nation. But the administration is at odds with congressional Democrats who say Trump's plans to lessen the economic fallout of the crisis won't help the hardest-hit American workers. VOA's congressional correspondent Katherine Gypson has more from increasingly concerned lawmakers on Capitol Hill.]]

An appeal to the American people…

President Trump:
We're prepared, and we're doing a great job with it. And it will go away. Just stay calm, it will go away."

But the impact on the U.S. economy may not go away and with the announcement an area outside New York City became the first U.S. containment zone, growing concern about the administration response.

Chuck Schumer, Senate Minority Leader:
We are very worried about the president's incompetence and lack of focus on fighting the spread of coronavirus. We believe that his lack of focus is hamstringing efforts to address this public crisis, and inflicting pain on the stock market. One word could describe thus far the administration's response. Incompetence."

The White House coronavirus team said the administration was making progress in lagging testing.

Vice President Mike Pence:
"Testing is available at all state labs -- by the end of the week, 4 million tests will be available."

But as the $1.6 trillion travel industry takes a serious hit and workers wonder if they will have to take sick leave without pay, the administration offered few details on a proposed tax cut to stimulate the economy.

Larry Kudlow, Trump Economic Adviser:
I think there will be a big growth payoff."

Trump proposing those tax cuts last until after the November election prompting many Democrats to say he isn't putting the American people first.

Rep. Donna Shalala, Democrat:
We need to fill in the gaps in the health care system. We shouldn't get away with thinking that just a holiday on a payroll tax will make a difference for workers in this country."

Many lawmakers questioning if they should be in the nation's capitol at all some closing their offices out of caution and wondering if they're helping spread the virus from hard-hit areas such as Seattle.

Rep. Pramila Jayapal, Democrat:
For us in Washington state -- the epicenter -- flying back and forth is probably not the smartest thing for us to do."

But House Speaker Nancy Pelosi told lawmakers Congress would not leave the Capitol as Democrats said there was still too much important work to do.

Chuck Schumer, Senate Minority Leader:
We need widespread and free coronavirus testing. The bottlenecks that don't allow the approval of tests, that don't allow states and private labs to do the tests and do them quickly, must end."

Action so the U.S. can avoid even more catastrophic consequences.

XS
SM
MD
LG