ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມືລະເບີດສະຫຼະຊີບ ໂຈມຕີຖານທັບ ອີຣັກ


ແຜນທີເມືອງ Raqqa ປະເທດ ອີຣັກ.
ແຜນທີເມືອງ Raqqa ປະເທດ ອີຣັກ.

ກອງກຳລັງຮັກສາຄວາມປອດໄພໃນ ອີຣັກ ກ່າວວ່າ ປະຊາຊົນສອງຄົນໄດ້ເສຍຊີວິດ
ແລະ ຫົກຄົນໄດ້ຮັບບາດເຈັບ ເມື່ອພວກຫົວຮຸນແຮງໄດ້ໂຈມຕີຖານທັບແຫ່ງໜຶ່ງຕັ້ງຢູ່

ພາກເໜືອຂອງ ອີຣັກ ບ່ອນທີ່ບັນດາຜູ້ຊີ້ນຳກອງທັບ ສະຫະລັດ ປະຈຳການຢູ່. ບໍ່ໄດ້ມີ
ຄວາມກະຈ່າງແຈ້ງໃນທັນທີທັນໃດວ່າ ເຈົ້າໜ້າທີ່ ສະຫະລັດ ແມ່ນລວມຢູ່ໃນຈຳນວນ
ຜູ້ເສຍຊີວິດ ແລະ ບາດເຈັບນັ້ນຫຼືບໍ່.

ບັນດາເຈົ້າໜ້າທີ່ກ່າວວ່າ ພວກຕໍ່ຕ້ານລັດຖະບານສອງຄົນໄດ້ຖືກຂ້າຕາຍ ເມື່ອເສື້ອກັນ
ລະເບີດຂອງພວກເຂົາໄດ້ພັງທະລາຍ ຢູ່ຖານທັບຕັ້ງຢູ່ໃກ້ໆກັບເມືອງ Kirkuk. ພວກຫົວ
ຮຸນແຮງອີກສາມຄົນ ໄດ້ຖືກຍິງຕາຍໂດຍນັກຮົບຊາວ ເຄີດ Peshmerga.

ອົງການຂ່າວ Reuters ໄດ້ລາຍງານວ່າ ພວກລັດອິສລາມໄດ້ອ້າງເອົາຄວາມຮັບຜິດ
ຊອບສຳລັບການໂຈມຕີດັ່ງກ່າວ, ໂດຍເວົ້າວ່າພວກເຂົາໄດ້ເຮັດໃຫ້ພວກເຮັດສົງຄາມ
ສາສະໜາ ແລະ ພວກນອກສາສະໜາເສຍຊີິວິດ ແລະ ບາດເຈັບຫຼາຍສິບຄົນ ຕາມ
ການອ້າງອີງໃສ່ກອງກຳລັງ Peshmerga ແລະ ບັນດາຜູ້ຊີ້ນຳກອງທັບປະເທດຕາເວັນ
ຕົກ.

ກອງກຳລັງ ອີຣັກ ທີ່ໄດ້ຮັບການໜູນຫຼັງໂດຍແນວໂຮມນຳໜ້າໂດຍ ສະຫະລັດ ໄດ້ທຳ
ການຕໍ່ສູ້ເພື່ອຂັບໄລ່ພວກລັດອິສລາມອອກຈາກເມືອງ ໂມຊູລ ທີ່ຕັ້ງຢູ່ຫ່າງຈາກເມືອງ
Kirkuk ທາງພາກຕາເວັນຕົກສຽງເໜືອຂອງປະເທດ 140 ກິໂລແມັດ, ແຕ່ເຂດແດນ
ສ່ວນໃຫຍ່ແມ່ນຍັງຄົງຕົກຢູ່ພາຍໃຕ້ການຄວບຄຸມຂອງພວກຫົວຮຸນແຮງຢູ່.

Security forces in Iraq say two people were killed and six wounded when militants attacked a base in northern Iraq where U.S. military advisers are stationed. It was not immediately clear if U.S. personnel were among the dead and wounded.

Authorities say two of the insurgents were killed when their suicide vests detonated on the base located near Kirkuk.Three other militants were shot dead by Kurdish peshmerga fighters.

Reuters reports Islamic State has claimed responsibility for the attack, saying it had killed and wounded dozens of "crusaders and apostates," a reference to the peshmerga forces and the Western military advisers.

Iraqi forces backed by a U.S.-led coalition are fighting to dislodge Islamic State from Mosul, 140 kilometers northwest of Kirkuk, but large pockets of territory remain under militant control.


XS
SM
MD
LG