ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ອົງ​ການ IRC ຮຽກ​ຮ້ອງ ໃຫ້​ໃຊ້ ວິ​ທີ​ການ​ໃໝ່ ຮັບ​ມື ກັບ​ການ​ຂາດ​ອາ​ຫານ ຢູ່ ຊູ​ດານ​ໃຕ້


ຮູບ​ເດັກ​ນ້ອຍ ທີ່​ຂາດ​ສານ​ອາ​ຫານ​ຢ່າງ​ຮ້າຍ​ແຮງ ໄດ້​ຮັບ​ການ​ປິ່ນ​ປົວ ທີ່​ຄ​ລີ​ນິກ​ແຫ່ງ​ ຂອງ​ອົງ​ການ​ແພດ​ບໍ່​ມີ​ພົມ​ແດນ ທີ່​ເມືອງ Aweil ໃນ​ເຂດ Bahr al Ghaza ເໜືອ ປະ​ເທດ​ຊູ​ດານ​ໃຕ້ ເມື່ອ​ວັນ​ທີ 11 ຕຸ​ລາ 2016.
ຮູບ​ເດັກ​ນ້ອຍ ທີ່​ຂາດ​ສານ​ອາ​ຫານ​ຢ່າງ​ຮ້າຍ​ແຮງ ໄດ້​ຮັບ​ການ​ປິ່ນ​ປົວ ທີ່​ຄ​ລີ​ນິກ​ແຫ່ງ​ ຂອງ​ອົງ​ການ​ແພດ​ບໍ່​ມີ​ພົມ​ແດນ ທີ່​ເມືອງ Aweil ໃນ​ເຂດ Bahr al Ghaza ເໜືອ ປະ​ເທດ​ຊູ​ດານ​ໃຕ້ ເມື່ອ​ວັນ​ທີ 11 ຕຸ​ລາ 2016.

ຄາດ​ວ່າ ມີ​ພວກ​ເດັກ​ນ້ອຍ​ໃນ​ຊູ​ດານ​ໃຕ້​ຫຼາຍກວ່າ 750,000 ຄົນ ທີ່​ມີ​ອາ​ຍຸ​ຕ່ຳ​ກວ່າ 5 ປີ ຈະ​ປະ​ເຊີນ​ກັບ​ການ​ຂາດ​ອາ​ຫານ​ຢ່າງ​ຮ້າຍ​ແຮງ​ໃນ​ປີນີ້ ອີງ​ຕາມ​ຄະນະ​ກຳ​ມະ​ການ​ກູ້​ໄພ​ສາ​ກົນ ຫຼື IRC.

ໂຄ​ສົກ​ຄົນ​ໃໝ່​ຂອງ​ອົງ​ການ IRC ຍາ​ນາງ Mia Farrow ຊຶ່ງ​ເປັນ​ດາ​ຣາ​ຮອນ​ລີ​ວູດ ທີ່ຫາ​ກໍ​ກັບ​ຄືນ​ມາ​ແຕ່​ໄປ​ຢ້ຽມ​ຢາມ ​ລັດຢູ​ນີ​ຕີ ໃນ​ຊູ​ດານ​ໃຕ້ແລະ​ກ່າວ​ວ່າ ຍາ​ນາງ​ໄດ້​ຮູ້​ເຫັນ​ດ້ວຍ​ຕາ​ຂອງ​ຍາ​ນາງ​ເອງ ວ່າ​ອົງ​ການ IRC ໃຊ້​ວິ​ທີ​ການ​ໃໝ່ຂອງ​ຕົນ​ແບບ​ໃດ ​ທີ່​ອາດ​ຈະ​ຊ່ວຍ​ໃນ​ການ​ປິ່ນ​ປົວ​ພວກ​ເດັກ​ນ້ອຍ​ທີ່​ຂາດ​ອາ​ຫານຫຼາຍລ້ານ​ຄົນ ໃນ​ທົດ​ສະ​ວັດ​ຕໍ່​ໜ້າ ດີກວ່າ​ແບບ​ສະ​ບັບ​ທີ່​ໃຊ້​ໃນ​ການ​ປິ່ນ​ປົວ​ຂອງໂລກ​ໃນ​ປັດ​ຈຸ​ບັນ​ນີ້.

ຍາ​ນາງ​ໃຫ້​ຂໍ້​ສັງ​ເກດ​ວ່າ ລັດ​ຢູ​ນີ​ຕີ ແມ່​ນ​ປະ​ເຊີນ​ກັບ​ການ​ສູ້​ລົບ​ຮ້າຍ​ແຮງເປັນ​ພິ​ເສດ ​ໃນ​ບັນ​ຫາ​ຂັດ​ແຍ້ງ​ທີ່​ດຳ​ເນີນ​ມາ​ເປັນ​ເວ​ລາ 5 ປີ​ໃນ​ຊູ​ດານ​ໃຕ້ແລະ​ໄດ້​ບັງຄັບ​ໃຫ້​ປະ​ຊາ​ຊົນ​ຈຳ​ນວນ​ຫຼວງ​ຫຼາຍ​ຕ້ອງ​ໄດ້ຫຼົບ​ໜີ​ໄປ​ຈາກ​ເຮືອນ​ຊານ​ບ້ານ​ຊ່ອງແລະ​ປະ​ປ່ອຍ​ໃຫ້​ໃຮ່​ນາ​ຮົ້ວ​ສວນ​ຂອງ​ພວກ​ເຂົາ​ເຈົ້າ ຊຶ່ງ​ຕາມ​ປົກ​ກະ​ຕິ​ແລ້ວ​ແມ່ນປູກ​ອາ​ຫານ​ການ​ກິນ​ເພື່ອ​ລ້ຽງ​ດູ​ຄອບ​ຄົວ​ນັ້ນ ບໍ່​ໄດ້​ປູກ​ຝັງ​ຫຍັງ​ເລີຍ.

ນັກ​ເຄື່ອນ​ໄຫວ ເພື່ອ​ສິດ​ທິ​ມະ​ນຸດ Mia Farrow ໂອ້​ລົມ​ກັບ​ພະ​ນັກ​ງານ ອົງ​ການ IRC ທີ່​ສູນ​ແຫ່ງ​ນຶ່ງ ໃນ​ນະ​ຄອນ​ຈູ​ບາ ປະ​ເທດ​ຊູ​ດານ​ໃຕ້.
ນັກ​ເຄື່ອນ​ໄຫວ ເພື່ອ​ສິດ​ທິ​ມະ​ນຸດ Mia Farrow ໂອ້​ລົມ​ກັບ​ພະ​ນັກ​ງານ ອົງ​ການ IRC ທີ່​ສູນ​ແຫ່ງ​ນຶ່ງ ໃນ​ນະ​ຄອນ​ຈູ​ບາ ປະ​ເທດ​ຊູ​ດານ​ໃຕ້.

ຍານາງ Farrow ກ່າວ​ຕໍ່​ລາຍ​ການ ​ຊູ​ດານໃຕ້​ເປັນ​ຈຸດ​ເພັ່ງ​ເລັງ​ວ່າ “​ຊູ​ດານ​ໃຕ້​ພວມ​ຈະ​ເກີດ​ໄພ​ອຶດ​ຫິວ ມັນ​ແມ່ນ​ໄພ​ພິ​ບັດ​ທີ່​ຮ້າຍ​ແຮງ ສະ​ຖາ​ນະ​ການ​ດ້ານ​ມະນຸດ​ສະ​ທຳແລະ​ປະ​ຊາ​ຊົນທົ່ວ​ໄປ​ແລ້ວ​ແມ່ນມີ​ຄວາມ​ອຶດ​ຢາກ.”

ດາ​ຣາ​ຮອນ​ລີ​ວູດ​ຄົນ​ນີ້​ຍັງກ່າວ​ວ່າ ຍາງ​ນາງ​ໄດ້​ພົບ​ພໍ້​ກັບ​ຫຼາຍໆ​ຄົນ ທີ່​ໄດ້​ເວົ້າ​ສູ່​ຍາ​ນາງ​ຟັງວ່າ​ມັນ​ມີ​ຄວາມ​ຍາກ​ສ່ຳ​ໃດໃນ​ການ​ຊອກ​ຫາ​ອາ​ຫານ​ມາ​ລ້ຽງ​ຄອບ​ຄົວຂອງ​ພວກ​ເຂົາ​ເຈົ້າ.

ຍາ​ນາງ Farrow ກ່າວ​ວ່າ “ສິ່ງ​ທີ່​ໃຫ້​ກຳ​ລັງ​ໃຈ​ກໍ​ແມ່ນ​ການ​ພົບ​ພໍ້​ກັບ​ພວກ​ແມ່​ຍິງ​ເຫຼົ່າ​ນີ້​ທີ່​ເປັນ​ອາ​ສາ​ສະ​ໝັກ ແລະ​ເຮັດ​ວຽກ​ຢູ່​ໃນ​ປະ​ຊາ​ຄົມ​ຂອງ​ພວກ​ເຂົາ​ເຈົ້າ​ເອງ ເພື່ອ​ແກ້​ໄຂ​ບັນ​ຫາ​ການ​ເຈັບ​ປ່ວຍ​ໂດຍ​ທົ່ວ​ໄປ ທີ່​ພວກ​ເດັກ​ນ້ອຍ​ກຳ​ລັງ​ປະ​ເຊີນ​ຢູ່” ແລະ​ນັ້ນ​ແມ່ນ​ຮວມ​ທັງໂຣກ​ປອດບວມ ແລະ​ຖອກ​ທ້ອງ ເປັນ​ຕົ້ນ.

ຍາ​ນາງ Farrow ກ່າວ​ຕື່ມ​ວ່າ “ຂ້າ​ພະ​ເຈົ້າ​ ເບິ່ງ​ພວກ​ເຂົາ​ເຈົ້າ​ວ່າ ເປັນ​ວີ​ລະ​ຊົນ ຍ້ອນ​ພວກ​ເຂົາ​ເຈົ້າ ​ມີ​ຄວາມ​ໝາຍ​ໝັ້ນ​ຢ່າງ​ເປັນ​ການ​ເດັດ​ດ່ຽວ ​ຕໍ່​ປະ​ຊາ​ຊົນ​ຂອງ​ພວກ​ເຂົາ​ເຈົ້າ. ​ເດັກ​ນ້ອຍ​ໄດ້​ຖືກ​ສົ່ງ​ມາ​ຫາ​ພວກ​ເຂົາ​ເຈົ້າ ແລະ​ເຂົາ​ເຈົ້າ​ກໍ​ສາ​ມາດແກ້​ໄຂ​ບັນ​ຫາ​ການ​ເຈັບ​ປ່ວຍ​ເຫຼົ່າ​ນີ້​ໄດ້​ຢ່າງ​ວ່ອງ​ໄວ​ແລະ​ມີ​ປະ​ສິດ​ທິ​ຜົນ.”

ແຕ່​ຍາ​ນາງ Farrow ກໍ​ກ່າວ​ວ່າ ພວກ​ອາ​ສາ​ສະ​ໝັກ​ບໍ່​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ປິ່ນ​ປົວ​ການ​ຂາດ​ສານ​ອາ​ຫານ.

ໂຄງ​ການ​ອາ​ຫານ​ໂລກແລະ​ອົງ​ການ​ຢູ​ນີ​ເຊັ​ຟ ຂອງ​ສະ​ຫະ​ປະ​ຊາ​ຊາດ ເປັນ​ຜູ້​ຮັບ​ພາ​ລະ​ເຫຼົ່າ​ນີ້ ຫຼາຍ​ປີ​ຜ່ານ​ມາ​ແລ້ວ ແລະ​ໄດ້​ປິ່ນ​ປົວ​ພວກ​ເດັ​ກ​ນ້ອຍ​ຢູ່​ຕາມ​ສຸກ​ສາລາ​ແລະ​ຄ​ລີ​ນິກ​.

ອ່​ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG