ດ້ວຍການແຕ່ງກາຍໃນຊຸດກະໂປ່ງຍາວ ແລະຊຸດປະຈຳຊາດ ສຳລັບວາລະໂອກາດນີ້
ນາງ ໄປແມນ ຊາລີ ພ້ອມກັບສາມີ ແລະ ລູກສາວສີ່ຄົນ ໄດ້ໄປລໍຖ້າຢູ່ດ້ານນອກ ຂອງ
ໜ່ວຍເລືອກຕັ້ງ ໃນອີຣັກ ຈົນກວ່າ ສະມາຊິກຄອບຄົວຄົນສຸດທ້າຍ ຈະໄດ້ປ່ອນບັດ
ເລືອກຕັ້ງຂອງພວກເຂົາເຈົ້າ.
ເປັນຄັ້ງທຳອິດ ນັບຕັ້ງແຕ່ ພວກຫົວຮຸນແຮງລັດອິສລາມ ໄດ້ຖືກຂັບໄຫລ່ ອອກໄປຈາກ
ຫົວເມືອງໃຫຍ່ ຫົວເມືອງນ້ອຍ ແລະຄຸ້ມບ້ານຕ່າງໆ ເມື່ອປີກາຍນີ້ ບ່ອນທີ່ມີປະຊາຊົນ
ພົນລະເມືອງ ອາໄສຢູ່ຫຼາຍລ້ານຄົນ ກຳລັງພາກັນໄປໃຊ້ສິດອອກສຽງ ເພື່ອເລືອກເອົາ
ສະມາຊິກສະພາຊຸດໃໝ່ ແລະໃນທີ່ສຸດກໍແມ່ນ ລັດຖະບານຊຸດໃໝ່.
ນາງ ຊາລີ ກ່າວວ່າ “ພວກເຮົາຢາກໄດ້ອິດສະລະພາບ ແລະ ຊີວິດທີ່ງຽບສະຫງົບ
ໄກຈາກພວກກຸ່ມຫົວຮຸນແຮງ ແລະຫວັງວ່າ ລັດຖະບານຊຸດໜ້າ ຈະດີ. ເພາະວ່າ
ຕະຫຼອດເວລາສີ່ປີຜ່ານມາ ພວກເຂົາເຈົ້າ ບໍ່ໄດ້ເຮັດຫຍັງເລີຍ.”
ພວກຊາວເຄີດທີ່ມີສິດອອກສຽງຫຼາຍຄົນ ເຊັ່ນ ນາງ ຊາລີ ບໍ່ໄດ້ສະໜັບສະໜູນ ນາຍົກ
ລັດຖະມົນຕີ ໄຮເດີ ອາລ-ອາບາດີ ຫຼັງຈາກ ເກີດວິກິດການດ້ານການເມືອງເມື່ອປີ
ກາຍນີ້ ຈຶ່ງເຮັດໃຫ້ແບກແດດ ປິດສະໜາມບິນຊາວເຄີດຫຼາຍແຫ່ງ ແລະຍຶດເອົາດິນ
ແດນ ທີ່ໃນເມື່ອກ່ອນເຄີຍເປັນຂົງເຂດປົກຄອງດ້ວຍຕົນເອງເຄິ່ງນຶ່ງ.
ສຳລັບຊາວອີຣັກອື່ນໆແລ້ວ ທ່ານອາບາດີ ແມ່ນເປັນໜ້າຕາຂອງໄຊຊະນະ ທີ່ຜາບແພ້
ກຸ່ມລັດອິສລາມ ແລະ ເປັນຜູ້ທີ່ນິຍົມຊົມຊອບ ທີ່ຈະໄດ້ເປັນນາຍົກອີກເທື່ອນຶ່ງ. ສ່ວນ
ບັນດາຄູ່ແຂ່ງ ທີ່ນຳໜ້າ ປະກອບດ້ວຍ ອະດີດນາຍົກລັດຖະມົນຕີ ທ່ານ ນູຣີ ອາລ-
ມາລີກີ ແລະ ທ່ານ ຮາດີ ອາລ-ອາມີຣີ ເຊິ່ງນຶ່ງໃນສອງຜູ້ນຳນີ້ ແມ່ນມາຈາກກຸ່ມ ຮາຊດ໌
ຊາບບີ (Hashd Shaaby) ເຊິ່ງເປັນກອງກຳລັງທະຫານນິກາຍຊີອາຕົ້ນຕໍ ທີ່ ສະໜັບ
ສະໜູນ ກຳລັງຂອງອີຣັກ ໃນການຕໍ່ສູ້ກັບກຸ່ມລັດອິສລາມ.
ເຖິງແມ່ນວ່າ ທ່ານອາບາດີ ຈະເປັນທີ່ນິຍົມກໍຕາມ ມັນໄວໂພດ ທີ່ຈະເວົ້າໄດ້ວ່າ ຖ້າ
ຫາກເພິ່ນໄດ້ຖືກແຕ່ງຕັ້ງ ໃຫ້ເປັນນາຍົກລັດຖະມົນຕີ ໂດຍຄາດກັນວ່າ ຈະມີການເຈລະ
ຈາກັນຫຼາຍເດືອນ ກ່ອນທີ່ລັດຖະບານຊຸດໃໝ່ ຈະຖືກຕັ້ງຂຶ້ນ.
ພັກການເມືອງຕ່າງໆຂອງອີຣັກ ຕາມທຳມະດາແລ້ວ ຈະຕົກຢູ່ໃນ ເກືອບວ່າ ຕາມຊົນ
ເຜົ່າ ແລະ ຕາມສາສະໜາ. ແຕ່ການເຄື່ອນໄຫວ ໃນປີນີ້ ໄດ້ສະແດງໃຫ້ເຫັນວ່າ ມີການ
ຫັນປ່ຽນໄປໃນທິດທາງຂອງການຂ້າມສາສະໜາ ເພື່ອສຳພັນທະໄມຕີ ເຊິ່ງຈະເຮັດໃຫ້
ຂະບວນການນີ້ ຫຍຸ້ງຍາກສັບສົນ.