ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພວກປະ​ທ້ວງ​​ຊາວ​ອີ​ຣັກ ຫຼາຍ​ພັນ​ຄົນ ອອກ​ມາ​ກ່າວ​ປະ​ນາມ ການ​ໂຈມ​ຕີ​ທາງ​ອາ​ກາດ ຂອງ ສະ​ຫະ​ລັດ


​ພວກນັກ​ລົບ ​ໃສ່​ຊຸດ​ທະ​ຫານ ຈາກກຸ່ມ​ຮາ​ຊ ອາ​ລ-ຊາ​ບີ ເຜົາ​ກຳ​ແພງ​ສະ​ຖານ​ທູດ​ສະ​ຫະ​ລັດ ຢູ່​ໃນ​ນະ​ຄອນຫຼວງ​ແບກ​ແດດ ເພື່ອ​ປະ​ນາມ​ການ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ​ສະ​ຫະ​ລັດ, ວັນ​ທີ 31 ທັນ​ວາ 2019.
​ພວກນັກ​ລົບ ​ໃສ່​ຊຸດ​ທະ​ຫານ ຈາກກຸ່ມ​ຮາ​ຊ ອາ​ລ-ຊາ​ບີ ເຜົາ​ກຳ​ແພງ​ສະ​ຖານ​ທູດ​ສະ​ຫະ​ລັດ ຢູ່​ໃນ​ນະ​ຄອນຫຼວງ​ແບກ​ແດດ ເພື່ອ​ປະ​ນາມ​ການ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ​ສະ​ຫະ​ລັດ, ວັນ​ທີ 31 ທັນ​ວາ 2019.

ພວກ​ປະ​ທ້ວງຫຼາຍ​ພັນ​ຄົນ​ພາ​ກັນ​ໄປເຕົ້າ​ໂຮມ​ກັນ ​ຢູ່​ສະ​ຖານ​ທູດ​ສະ​ຫະ​ລັດໃນ​ນະ​ຄອນຫຼວງ​ແບັກ​ແດດ ໃນ​ວັນ​ອັງ​ຄານມື້ນີ້ ເພື່ອ​ກ່າວ​ປະ​ນາມ ການ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ​ສະ​ຫະ​ລັດ ທີ່​ແນ​ເປົ້າ​ໝາຍ​ໃສ່​ກຳ​ລັງ​ທະ​ຫານ​ບ້ານ​ທີ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ​ໂດຍ​ອີ​ຣ່ານ ທັງ​ຢູ່​ໃນ​ອີ​ຣັກ ແລະ​ຊີ​ເຣຍ.

ໃນ​ວັນ​ອາ​ທິດ​ຜ່ານ​ມາ ການ​ໂຈມ​ຕີ​ດັ່ງ​ກ່າວ ໄດ້​ກໍ່​ໃຫ້​ເກີດ​ຄວາມ​ໂກດ​ແຄ້ນ ແລະ​ການ​ຕ້ອງ​ຕິ​ ໂດຍ​ບັນ​ດາ​ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ​ຂອງ​ອີ​ຣັກ ແຕ່​ສະ​ຫະ​ລັດ ໄດ້​ອອກ​ມາ​ກ່າວ​ປົກ​ໃນ​ການ​ກະ​ທຳຂອງ​ຕົນ ແລະ​ເຕືອນ​ວ່າ ຕົນ​ອາດ​ຈະໂຈມ​ຕີ​ຕື່ມອີກ.

“ພວກ​ເຮົາ​ຈະ​ບໍ່​ປ່ອຍ​ໃຫ້​ອີ​ຣ່ານຫລີກ​ເວັ້ນ​ຄວາມ​ຮັບ​ຜິດ​ຊອບ ດ້ວຍ​ການ​ໃຊ້​ກຳ​ລັງ ໃນ​ນາມ​ຂອງ​ຕົນ ເພື່ອ​ໂຈມ​ຕີແຫຼ່ງ​ຜົນ​ປະ​ໂຫຍດ​ທັງຫຼາຍ​ຂອງ​ອາ​ເມ​ຣິ​ກາ” ນັ້ນ​ແມ່ນ​ຄຳ​ເວົ້າ​ຂອງເຈົ້າ​ໜ້າ​ທີ່​ອະ​ວຸ​ໂສປະ​ຈຳ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ທ່ານ​ນຶ່ງ ​ທີ່ ໄດ້​ກ່າວຕໍ່​ບັນ​ດາ​ນັກ​ຂ່​າວ​ໃນ​ວັນ​ຈັນ​ວານນີ້ ໂດຍ​ບັນ​ລະ​ຍາຍເຖິງ​ການ​ໂຈມ​ຕີ​ທາງ​ກາດ​ນັ້ນວ່າ ຢູ່​ໃນ​ລັກສະ​ນະແບບປ້ອງ​ກັນ.

ທ່ານ​ໄດ້​ກ່າວ​ໄປອີກວ່າ “ພວກ​ເຮົາ​ຈະ​ບໍ່​ປ່ອຍ​ໃຫ້​ອີ​ຣ່ານ ໃຊ້​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ໃນ​ການ​ຂະ​ຫຍາຍອິດ​ທິ​ພົນ​ ເພື່ອ​ດຳ​ເນີນ​ການ​ໂຈມ​ຕີ​ຕ່າງໆ ທີ່ປະ​ຕິ​ເສດ ບໍ່​ໄດ້​ເລີຍ ແລະ​ພວກ​ເຮົາ​ຈະ​ບໍ່​ຍອມ​ໃຫ້​ອີ​ຣ່ານ ປະ​ຕິ​ເສດ​ຕໍ່​ເລື້ອງ​ທີ່ບໍ່​ມີຄວາມ​ຈິງ ອີກ​ຕໍ່​ໄປ.”

ການ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ​ສະ​ຫະ​ລັດທີ່​ແນ​ເປົ້າ​ໝາຍ​ໃສ່ສາງ​ເກັບ​ອາ​ວຸດ ແລະ ​ສູນ​ບັນ​ຊາ​ການ​ແລະ​ຄວບ​ຄຸມຂອງ ​ກຸ່ມ​ກາ​ຕາ​ເອັບ ເຮັ​ສໂບ​ລ​ລາ ທີ່​ຕັ້ງ​ຢູ່​ໃນ​ແຫ່ງ​ຕ່າງໆ​ທົ່ວ​ອີ​ຣັກແລະ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຊີ​ເຣຍ ຊຶ່ງ​ໄດ້​ສັງ​ຫານ​ຢ່າງ​ໜ້ອຍ 25 ຄົນ ແລະ​ອີກຫຼາຍກວ່າ 20 ຄົນ​ບາດ​ເຈັບ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ ໄດ້​ກ່າ​ວວ່າ ການ​ໂຈມ​ຕີ​ດັ່ງ​ກ່າວ ເປັນ​ການ​ຕອບ​ໂຕ້​ຕໍ່​ການ​ໂຈມ​ຕີ​ດ້ວຍ​ຈະຫຼວດ ໃສ່​ຖານ​ທັບ​ຂອງ​ອີ​ຣັກ ເມື່ອ​ວັນ​ສຸກ​ຜ່ານ​ມາ ທີ່​ໄດ້​ສັງ​ຫານ ພະ​ນັກ​ງານ​ສັນ​ຍາ​ຈ້າງ​ປະ​ຈຳ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດຜູ້​ນຶ່ງ.

ບັນ​ດາ​ເຈົ້າ​ໜ້ານີ້ ໄດ້​ກ່າວ​ວ່າ ຫຼັກ​ຖານ​ທີ່ບໍ່​ຕ້ອງ​ສົງ​ໄສ​ເລີຍວ່າ ເປັນ​ຄວາມ​ຮັບ​ຜິດ​ຊອບ​ຂອງ ​ກຸ່ມ​ກາ​ຕາ​ເອັບ ເຮັ​ຊ​ໂບ​ລາ.

ໃນ​ວັນ​ຈັນ​ວານນີ້ ນ​າ​ຍົກ​ລັດ​ຖະ​ມົນ​ຕີອີ​ຣັກ ທ່ານອາ​ແດ​ລ ອັບ​ດູ​ລ ມາຫະດີ ໄດ້​ກ່າວ​ປະ​ນາມ​ການ​ໂຈມ​ຕີ​ຂອງ​ສະ​ຫະ​ລັດ ແລະ​ເຕືອນ​ໃນ​ຖະ​ແຫລງ​ການ​ວ່າ ມາດ​ຕະ​ການ​ຂອງ​ສະ​ຫະ​ລັດ ແມ່ນຍອມ​ຮັບ​ບໍ່​ໄດ້ ແລະກ່າວ​ວ່າ “ຈະ​ມີ​ຜົນທີ່ເປັນອັນ​ຕະ​ລາຍຕິດ​ຕາມ​ມາ.”

ຖະ​ແຫລງ​ການ​ສະ​ບັບ​ນຶ່ງ​ຈາກ​ລັດ​ຖະ​ບານ​ອີ​ຣັກ ສືບ​ຕໍ່​ປະ​ນາມ​ສະ​ຫະ​ລັດ ຊຶ່ງ​ບັນ​ລະ​ຍາຍ​ເຖິງ​ການ​ໂຈມ​ຕີ ນັ້ນ​ວ່າ “ລະ​ເມີດ​ຢ່າງ​ເປີດ​ແຜນ” ຕໍ່​ອະ​ທິ​ປະ​ໄຕ​ຂອງ​ອີ​ຣັກ ພ້ອມ​ດ້ວຍ​ກົດ​ລະ​ບຽບ​ທັງຫຼາຍ​ຂອງ​ການ​ປົກ​ຄອງ ທີ່​ວ່າ “ເປົ້າ​ໝາຍ ແລະຫຼັກ​ການ​ຕ່າງໆ” ຂອງ​ກຳ​ລັງ​ປະ​ສົມ​ທີ່​ນຳ​ພາ​ໂດຍ​ສະ​ຫະ​ລັດ​ຢູ່​ໃນ​ອີ​ຣັກ​ເພື່ອ ຕໍ່​ສູ້​ ແລະ​ເອົາ​ຊະ​ນະ ກຸ່ມກໍ່​ການ​ຮ້າຍ​ລັດ​ອິ​ສ​ລາມ.

ບັນ​ດາ​ເຈົ້າ​ໜ້າ​ທີ່ສະ​ຫະ​ລັດ ບໍ່​ຫົວ​ຊາ​ນຳ​ການ​ຕ້ອງ​ຕິ​ເຊັ່ນ​ນັ້ນ ແລະ​ແທນ​ທີ່​ຈະ​ຖິ້ມ​ໂທດ​ໃສ່​ອີ​ຣັກ ທີ່​ປ່ອຍ​ໃຫ້ກອງ​ກຳ​ລັງ​ ທີ່​ສະ​ໜັບ​ສະ​ໜຸນ​ໂດຍ​ອີ​ຣ່ານ ປະ​ຕິ​ບັດ​ການຢູ່ພາຍ​ໃນ​ປະ​ເທດຂອງ​ພວກ​ເຂົາ​ເຈົ້າ ໄດ້​ຕາມ​ໃຈ ເຖິງ​ແມ່ນ​ວ່າ ໄດ້​ມີ​ການ​ໂຈມ​ຕີ​ດັ່ງ​ກ່າວ​ຕໍ່​ສະ​ຫະ​ລັດ ແລະ​ກຳ​ລັງ​ປະ​ສົມ ມາ​ແລ້ວ 11 ເທື່ອ ໃນ​ໄລ​ຍະ​ສອງ​ເດືອນ​ຜ່ານ​ມາ ກໍ​ຕາມ.

Several thousand protesters gathered at the U.S. Embassy in Baghdad on Tuesday to condemn U.S. airstrikes targeting an Iranian-backed militia in Iraq and Syria.

The Sunday strikes have sparked anger and criticism by top Iraqi officials, but the United States is defending its actions and warning it could strike again.

"We are not going to let Iran get away with using a proxy force to attack American interests," a senior State Department official told reporters Monday, describing the strikes as defensive in nature.

"It has been a feature of Iran's expansionist foreign policy to conduct deniable attacks," the official added. "We are not giving Iran the fiction of deniability any longer."

The U.S. airstrikes targeting Kataeb Hezbollah weapons storage facilities and command and control locations across Iraq and eastern Syria killed at least 25 people and injured dozens more.

U.S. officials said the strikes were in response to a rocket attack on an Iraqi military base on Friday that killed a U.S. defense contractor. Officials said the evidence left no doubt Kataeb Hezbollah was responsible.

On Monday, Iraqi Prime Minister Adel Abdul Mahdi condemned the strikes, warning in a statement that the U.S. actions were unacceptable and "will have dangerous consequences."

A statement from the Iraqi government further chastised the United States, describing the strikes as a "flagrant violation" of Iraq's sovereignty, as well as of the rules governing the "goals and principles" of the U.S.-led coalition in Iraq to fight and defeat the Islamic State terror group.

U.S. officials brushed aside such criticism and instead placed blame on Iraq for allowing Iranian proxies to operate at will inside their country despite 11 such attacks on U.S. and coalition forces in the past two months.

XS
SM
MD
LG