ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວເຄີດໃນອີຣັກ ອ້າງວ່າ ພວກຫົວຮຸນແຮງລັດອິສລາມ ໃຊ້ອາວຸດເຄມີ


ຮູບພາບທີ່ສະພາຄວາມໝັ້ນຄົງປະຈຳເຂດເຄີດດິສຖານ ສະແດງໃຫ້ເຫັນ ໃນວັນທີ 14 ມີນາ 2015 ທີ່ວ່າມີການໃຊ້
ອາວຸດເຄມີດັ່ງກ່າວ.
ຮູບພາບທີ່ສະພາຄວາມໝັ້ນຄົງປະຈຳເຂດເຄີດດິສຖານ ສະແດງໃຫ້ເຫັນ ໃນວັນທີ 14 ມີນາ 2015 ທີ່ວ່າມີການໃຊ້ ອາວຸດເຄມີດັ່ງກ່າວ.

ລັດຖະບານ​ເຄີ​ດ ​ໃນ​ອີຣັກ ກ່າວ​ວ່າ ຕົນ​ມີ​ຫຼັກ​ຖານ​ທີ່ສະ​ແດງ​
ໃຫ້​ເຫັນ ວ່າ ​ພວກ​ຫົວ​ຮຸນແຮງ​ລັດ​ອິສລາມ ​ໃຊ້​ອາວຸດ​ເຄມີ​ຕໍ່
ກຳລັງ​ປ້ອງ​ກັນຂອງຊາ​ວ​ເຄີ​ດ.

ສະພາ​ຄວາມ​ໝັ້ນຄົງ​ປະຈຳເຂດເຄີ​ດດິສຖານ​ ​ໄດ້​ເປີດ​ເຜີຍ​
ຖະ​ແຫຼ​ງການ​ສະບັບ​ນຶ່ງ​ໃນ​ວັນ​ເສົາ​ວານ​ນີ້ ​ທີ່​ກ່າວ​ຫາ​ວ່າ ​ໄດ້
​ມີ​ການ​ໃຊ້​ແກ​ສ chlorine ​ໃນ​ການ​ໂຈມ​ຕີ​ສະຫລະ​ຊີບ​ເມື່ອ
ເດືອນ​ມັງກອນ​ຜ່ານ​ມາ ​ໃນ​ພາກ​ເໜືອ​ຂອງ​ອີຣັກ.

ຖະ​ແຫຼ​ງການ​ກ່າວ​ຕື່ມ​ວ່າ ການ​ວິ​ໄຈ​ໃນ​ຫ້ອງ lab ​ໄດ້​ພົບ​ເຫັນ
​ຮ່ອງຮອຍ​ແກສ chlorine ຈາກ​ບ່ອນ​ທີ່​ຖືກ​ໂຈມ​ຕີ​ນັ້ນ.

ພວກ​ຊາວ​ເຄີ​ດ ກ່າວ​ວ່າ ຫ້ອງ lab ທີ່​ວ່າ​ນີ້ ​ແມ່ນ​ຢູ່​ໃນ​ປະ​ເທດນຶ່ງ​ທີ່​ເປັນ​ພາຄີ​ຮ່ວມ​ຢູ່​ນຳກຸ່ມ​ປະສົມ​ພາຍ​ໃຕ້​ການ​ນຳພາ​ຂອງ​ສະຫະລັດ ທີ່​ທຳ​ກາ​ນຕໍ່ສູ້ຕ້ານ​ກຸ່ມ​ລັດ​ອິສລາມ​ ແຕ່​ພວກ​ເຂົາ​ເຈົ້າ​ບໍ່​ໄດ້​ລະບຸ​ຊື່​ປະ​ເທດ ຫຼືຫ້ອງ lab ​ໃຫ້​ຮູ້.

ອີງ​ຕາມ​ຖະ​ແຫຼ​ງການ​ສະບັບ​ດັ່ງກ່າວ ກໍ​ແມ່ນ​ວ່າ ການວາງ​ລະ​ເບີດສະຫລະຊີບ​ ໃນ​ວັນ​ທີ
23 ມັງກອນ​ຜ່ານ​ມາ ​ໄດ້​ເກີດ​ຂຶ້ນ​ໃນ​ຖະໜົນ​ສາຍ​ນຶ່ງ ລະຫວ່າງ​ເມືອງ Mosul ທີ່ຢູ່​ພາຍ​ໃຕ້​ການຄວບ​ຄຸມ​ຂອງ​ກຸ່ມ​ລັດ​ອິສລາມ ​ແລະ​ຊາຍ​ແດນ​ຂອງ​ຊີ​ເຣຍ.

​ໄດ້​ມີ​ການ​ສົງ​ໄສ​ມາກ່ອນ​ແລ້ວ​ວ່າ ​ກຸ່ມ​ລັດ​ອິສລາມ​ໄດ້​ໃຊ້​ແກ​ສ chlorine​ ໃນ​ການໂຈມ
​ຕີ​ຂອງ​ພວກ​ເຂົາຄັ້ງກ່ອນໆ ​ຢູ່ໃນ​ອີຣັກ ​ແລະ​ໃນ​ຊີ​ເຣຍນັ້ນ.

ການ​ກ່າວ​ຫາ​ໃນ​ວັນ​ເສົາ​ວານ​ນີ້ ​ໂດຍ​ລັດຖະບານ​ເຄີ​ດ ບໍ່​ສາມາດ​ພິສູດ​ໄດ້ຈາກ​ແຫ​ລ່ງ
ຂ່າວ​ທີ່​ເປັນ​ອິດ​ສະລະ.

Islamic State Iraq
please wait
Embed

No media source currently available

0:00 0:00:33 0:00

ການ​ກ່າວ​ຫາ​ນີ້​ມີ​ຂຶ້ນໃນ​ຂະນະ​ທີ່​ກຳລັງຂອງ​ອີຣັກ ​ແລະ​ພວກ​ສະມາຊິກຂອງ​ທະຫານ
ບ້ານ​ນິກາຍ​ Shi’ite ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ​ຈາກ​ອິຣ່ານຫຼາຍ​ພັນ​ຄົນ ຢຸດພັກ​ຊົ່ວຄາວ​
ເປັນ​ມື້​ທີ​ສອງ. ໃນ​ການ​ບຸກລຸກ​ຂອງ​ພວກ​ເຂົາ​ເຈົ້າ ​ເພື່ອ​ຍຶດ​ເອົາ​ເມືອງ Tikrit ຈາກ​ກຸ່ມ​
ລັດ​ອິສລາມ​ນັ້ນ. ພວກ​ມື​ປືນ​ດັກ​ຍິງຂອງ​ກຸ່ມ​ລັດ​ອິສລາມ ລະ​ເບີດ​ຕາມ​ແຄມ​ທາງ ​ແລະ
ການວາງ ກັບ​ດັກ​ຕ່າງໆ ​ໄດ້​ເຮັດ​ການ​ບຸກລຸກຊ້າ​ລົງ ຊຶ່ງ​ໄດ້ປະສົບຜົນສຳ​ເລັດມາ​ແລ້ວ
ໃນ​ການ​ຍຶດ​ເອົາ​ຫຼາຍ​ຂົງ​ເຂດ​ຄືນ.

ມີ​ລາຍ​ງານ​ວ່າ ພວກຜູ້​ບັນຊາ​ການ​ທະຫານ ກຳ​ລັງ​ວາງ​ຍຸດ​ທະ​ສາດ​ຂອງ​ເຂົາ​ເຈົ້າ​ເພື່ອ​
ເຂົ້າ​ຄວບ​ຄຸມ​ບັ້ນ​ສຸດ​ທ້າຍ​ໃນ​ເມືອງ​ດັ່ງກ່າວ.​

Iraqi Forces, Shi'ite Militias Press Offensive to Retake Tikrit
please wait

No media source currently available

0:00 0:00:40 0:00

XS
SM
MD
LG