ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງ​ກຳລັງ ​​ອີຣັກ ບຸກຄືບໜ້າ ແລະຫຍັບໃກ້ ເຂົ້າສູ່ເມືອງ Mosul ທຸກຂະນະ


Iraq Mosul
please wait
Embed

No media source currently available

0:00 0:00:46 0:00

ກຸ່ມ​ກຳລັງ​ພິ​ເສດ​ຂອງ​ອິຣັກ ​ໄດ້​ເລີ້ມ​ທຳ​ການ​ໂຈມ​ຕີເມືອງ Mosul ​ໂດຍ​ບຸກຜ່ານ​ແນວຕ້ານ​ຢັນ​ທີ່​ເຂັ້ມ​ແຂງຂອງກຸ່ມ​ລັດ​ອິສລາມ ​ໂດຍ​ເຂົ້າ​ໄປ​ເຖິງ​ເຂດ​ຊານ​ເມືອງ​ຂອງ​ເມືອງ​ດັ່ງກ່າວ.

​ພົນ​ຕີ Sami al-Aridi ​ໄດ້​ກ່າວ​ວ່າ ກອງ​ກຳລັງອີຣັກ ​ໄດ້​ບຸກ​ເຂົ້າ​ໄປ​ເຖິງ​ເຂດ Gojali ຂອງເມືອງ Mosul ​ໃນເຊົ້າວັນ​ອັງຄານ​ມື້​ນີ້ບ່ອນ​ທີ່​ພວກ​ເຂົາ​ເຈົ້າໄດ້​ສູ້​ລົບ​ຢ່າງ​ດຸ​ເດືອດ ກັບ​ກອງ​ກຳລັງ​ຂອງ​ກຸ່ມ​ລັດ​ອິສລາມ.

ທ່ານ​ໄດ້​ກ່າວ​ວ່າ ພວກ​ນັກ​ລົບ​ຂອງ​ກຸ່ມ​ລັດ​ອິສລາມ ​ໄດ້​ວາງ​ສິ່ງ​ກີດຂວາງ ​ໄປ​ທົ່ວ​ຕົວ​ເມືອງ ​ແລະ​ພະຍາຍາມ ທີ່ຈະ​ຍຸຕິ​ການ​ບຸກຄືບ​ໜ້າ​ຂອງກຳລັງ​ອີຣັກ.

ການ​ບຸກຄືບ​ໜ້າ​ຂອງ​ທະຫານ​ອີຣັກ ແມ່ນ​ໄດ້ມີ​ການ​ໂຈມ​ຕີ​ທາງ​ອາກາດໃສ່ກຸ່ມ​ລັດ​ອິສລາມ ລ່ວງ​ໜ້າ ​ໃນເຂດ Gojali. ພວກ​ນັກ​ລົບ​ຂອງ​ກຸ່ມ​ລັດ​ອິສລາມ​ຫຼືຈີ​ຮາດ​ດີ​ໄດ້​ໂຈມ​ຕີ​ຕອບ​ໂຕ້​ຄືນດ້ວຍລູກ​ສອນ​ໄຟ​ຕໍ່ຕ້ານ​ລົດ​ຖັງ​ ​ແລະ​ປືນ​ຍິງ​ລະ​ເບີດ​ມື.

ການບຸກຄືບ​ໜ້ານີ້ ​ໄດ້​ມີ​ຂຶ້ນ 2 ສັບປະດ​າ ຫຼັງ​ຈາກກອງ​ກຳລັງປະສົມ ຂອງ​ກອງທັບ​ ​ອີຣັກ ​ແລະຊາວ​ເຄີ​ດ ຊຶ່ງໜຸນ​ຫຼັງ​ໂດຍ​ພວກ​ທະຫານ​ບ້ານ Shi’ite ​ແລະການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ສະຫະລັດ ທີ່ເປີດ​ສາກ​ປະຕິບັດ​ງານ​ທາງ​ທະຫານ ທີ່​ໃຫຍ່​ທີ່​ສຸດ​ໃນ​ປະ​ເທດ ນັບ​ຕັ້ງ​ແຕ່ ປີ 2003 ​ເປັນຕົ້ນມາ ​ເພື່ອ​ກວດ​ລ້າງ​ພວກ​ຫົວ​ຮຸນ​ແຮງອິສລາມໃຫ້​ສິ້ນ​ຊາກ.

​ໃນ​ວັນ​ຈັນ​ວານ​ນີ້ ນາຍົກລັດຖະມົນຕີຂອງອີຣັກ ທ່ານ Haider al-Abadi ​ໄດ້​ເຕືອນ​ວ່າ ພວກ​ນັກ​ລົບ​ຂອງກຸ່ມ​ລັດ​ອິສລາມທີ່​ຍັງ​ຫຼົງ​ເຫຼືອ​ຢູ່​ເມືອງ Mosul ວ່າ ກອງທັບ​ຂອງ ທ່ານ ພ້ອມ​ແລ້ວ​ທີ່​ຈະ​ໂຈມ​ຕີ​ພວກ​ເຂົາ ຈາກ “ທຸກໆທີ່.”

“ພວກ​ເຂົາ​ເຈົ້າ​ບໍ່​ມີ​ທາງ​ອອກ ພວກ​ເຂົາ​ບໍ່​ສາມາດ​ຫລົບ​ໜີ​ໄປ​ໄດ້, ພວກ​ເຂົາ​ມີ​ພຽງ​ແຕ່​ຍອມ​ຈຳນົນ​ເທົ່າ​ນັ້ນ,” ຊຶ່ງ​ນັ້ນ​ແມ່ນ​ຄຳ​ເວົ້າ​ຂອງ​ທ່ານ al-Abadi ທີ່ໄດ້​ກ່າວ​ໃນ​ຂະນະ​ທີ່​ຄຳປາ​ໄສ​ທາງ​ໂທລະພາບ ​ແລະ​ກ່າວ​ຕື່ມ “ພວກ​ເຂົາ​ເຈົ້າ​ຈະ​ຕາຍ ຫຼື​ບໍ່​ກໍຍອມ​ແພ້.”

ພວກ​ນັກວິເຄາະ​ກ່າວ​ວ່າ ການ​ຕໍ່ສູ້ໃນ​ຂັ້ນຕໍ່​ໄປ ​ແມ່ນມີ​ທ່າ​ທາງ​ວ່າ ຈະ​ເປັນ​ການ​ຕໍ່ສູ້​ຢ່າງ​ລຳບາກ ​ໃນ​ຫຼາຍໆສັບປະດາ​ຕໍ່ໜ້າ ສ່ວນ​ນຶ່ງ​ກໍ​ແມ່ນ​ວ່າ ​ໄດ້​ມີ​ພົນລະ​ເຮືອນອາ​ໄສ​ຢູ່​ໃນ​ເມືອງ​ນີ້​ເປັນ​ຈຳນວນ​ໜາ​ແໜ້ນ ​ແລະ​ສ່ວນ​ນຶ່ງ​ກໍ​ແມ່ນ​ພວກ​ພົນລະ​ເຮືອນທີ່​ໄດ້​ຫລົບໜີ​ກ່າວ​ວ່າ ພວກ​ນັກ​ລົບ​ຂອງກຸ່ມລັດ​ອິສລາມ ​ໄດ້​ວາງ​ລະ​ເບີດ​ໄວ້​ຢູ່​ຕາມຕຶກ​ອາຄານ ​ແລະ​ຖະໜົນ​ຫົນທາງ ​ໃນ​ເມືອງດັ່ງກ່າວ​ນີ້.

ອີງ​ຕາມ ອົງການ​ສະຫະ​ປະຊາ​ຊາດ ມີ​ຜູ້​ຄົນເຖິງຫຼາຍ​ລ້ານຄົນ ອາດ​ກາຍ​ເປັນ​ຜູ້​ປະສົບ​ໄພ​ສົງຄາມ ​ໃນ​ຂະນະ​ທີ່​ການ​ສູ້​ລົບເພີ້ມທະວີ​ຂຶ້ນ​ໃນ​ເມືອງດັ່ງກ່າວ. ມີຫລາຍ​ກວ່າ 17 ພັນ 900 ຄົນ ​ໄດ້ພາ​ກົນ​ຫລົບໜີ​ໄປ​ຈາກ​ເມືອງ​ນີ້​ແລ້ວ ນັບ​ແຕ່​ການ​ປະຕິບັດ​ງານ​ທາງ ທະຫານ​ເລີ້ມຕົ້ນຂຶ້ນ.


An elite group of Iraqi Special Forces has begun its assault on Mosul, pushing through heavy resistance as the troops breach the Islamic State held city's outskirts.

Maj. Gen. Sami al-Aridi said troops had entered the Gojali neighborhood of Mosul Tuesday morning, where they encountered fierce fighting with Islamic State militants.

He said IS fighters had erected concrete barriers throughout the city to try and stop the advance of Iraqi soldiers.

The advance by Iraqi soldiers was preceded by heavy airstrikes on IS positions inside the Gojali neighborhood. The jihadists returned fire with guided anti-tank missiles and rocket propelled grenades.

The breakthrough comes two weeks after a coalition of Iraqi and Kurdish forces, backed Shi'ite militia and U.S. airstrikes, launched the largest military operation in the country since 2003 to clear the city of IS fighters.

On Monday, Iraqi Prime Minister Haider al-Abadi warned any remaining IS fighters in Mosul that his army is ready to close in on them "from every place."

"They don't have an exit, they don't have an escape, they can only surrender," he said during an address on state television. "They can die or they can surrender."

Analysts say the fighting ahead is likely to be more difficult in the coming weeks, in part because of the city's captive civilian population, and partly because civilians who have escaped say IS fighters have extensively rigged buildings and roadways in the city with explosives.

According to the United Nations, up to a million people could become displaced as the fighting intensifies in the city. More than 17,900 people have already fled the city since the beginning of the operation.

XS
SM
MD
LG