ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກະຊວງການຕ່າງປະເທດ ສະຫະລັດ ກ່າວວ່າ ວິກິດການ ເມືອງ Kirkuk ຍັງບໍ່ຈົບເທື່ອ


ພາບນີ້ໄດ້ມາຈາກວິດີໂອ ສະແດງໃຫ້ເຫັນ ທະຫານອີຣັກ ຢູ່ເທິງລົດທະຫານ ໃນເມືອງ Qatash ເຄື່ອນຍ້າຍໄປໂຮງງານແກ໊ສ ເມືອງ Kirkuk. 16 ຕຸລາ, 2017.
ພາບນີ້ໄດ້ມາຈາກວິດີໂອ ສະແດງໃຫ້ເຫັນ ທະຫານອີຣັກ ຢູ່ເທິງລົດທະຫານ ໃນເມືອງ Qatash ເຄື່ອນຍ້າຍໄປໂຮງງານແກ໊ສ ເມືອງ Kirkuk. 16 ຕຸລາ, 2017.

ກອງທັບຂອງ ອີຣັກ ກ່່າວໃນວັນພຸດມື້ນີ້ວ່າ ກອງກຳລັງຂອງເຂົາເຈົ້າ ໄດ້ຍຶດເອົາຫຼາຍ
ຂົງເຂດເພີ່ມເຕີມຈາກພວກນັກຮົບຊາວເຄີດ, ລວມທັງເຂື່ອນ Mosul, ຫຼັງຈາກໄດ້ດຳ
ເນີນການປະຕິບັດການເພື່ອຍຶດຄືນເມືອງ Kirkuk ແລະບໍ່ນໍ້າມັນໃນພາກເໜືອຂອງ
ປະເທດ.

ຖະແຫຼງການຂອງກອງທັບໄດ້ກ່າວວ່າ “ຄວາມປອດໄພໄດ້ກັບຄືນມາ” ໃນເມືອງ
Kirkuk ແລ້ວ.

ຊາວເຄີດ ໄດ້ເຂົ້າຄວບຄຸມຂົງເຂດດັ່ງກ່າວໃນປີ 2014 ໃນລະຫວ່າງການເຄື່ອນໄຫວ
ທີ່ວຸ້ນວາຍ ໂດຍພວກຫົວຮຸນແຮງລັດອິສລາມ ຢູ່ໃນພາກເໜືອ ແລະ ພາກຕາເວັນຕົກ
ຂອງ ອີຣັກ. ລັດຖະບານກາງຂອງປະເທດ ໄດ້ຮຽກຮ້ອງໃຫ້ຊາວ ເຄີດ ມອບການຄວບ
ຄຸມຄືນ ແລະໄດ້ປະຕິບັດຕາມຫຼັງຈາກອຳນາດການປົກຄອງຊາວເຄີດ ໄດ້ລົງປະຊາ
ມະຕິແຍກຕົວເປັນເອກະລາດໃນເດືອນທີ່ຜ່ານມາ.

ກອງກຳລັງອີຣັກ ໄດ້ປະເຊີນໜ້າກັບການຕໍ່ຕ້ານພຽງເລັກນ້ອຍ, ຈາກພວກນັກຮົບຊາວ
ເຄີດ ທີ່ໄດ້ຖອນຕົວອອກໄປ ໂດຍປາສະຈາກການຕໍ່ສູ້ ໃນຫຼາຍໆເຂດ ທີ່ຖືກຍຶດຄືນ
ໃນສອງສາມວັນທີ່ຜ່ານມາ.

ທັງສອງຝ່າຍໄດ້ຕໍ່ສູ້ຄຽງຂ້າງກັນ ໃນລະຫວ່າງ ການຂັບໄລ່ພວກລັດ ອິສລາມອອກ
ຈາກ ອີຣັກ ແລະ ແຕ່ລະຝ່າຍແມ່ນໄດ້ຮັບການສະໜັບສະໜູນທາງທະຫານຈາກ
ສະຫະລັດ.

ຮອງລັດຖະມົນຕີ ຊ່ວຍວ່າການກະຊວງການຕ່າງປະເທດ ສະຫະລັດ ຮັບຜິດຊອບ
ການປະຕິບັດການໃນອີຣັກ ທ່ານ Joseph Pennington ໄດ້ກ່າວໃນວັນອັງຄານ
ວານນີ້ວ່າ “ການປະຕິບັດການຂອງພວກເຮົາໃນເວລານີ້ແມ່ນເພັ່ງເລັງໃສ່ການຫຼຸດ
ຜ່ອນຄວາມເປັນໄປໄດ້ທີ່ຈະເກີດການປະເຊີນໜ້າກັນເພີ່ມເຕີມ, ເພັ່ງເລັງໃສ່ການ
ຫຼຸດຜ່ອນຄວາມເຄັ່ງຕຶງ, ການກັບຄືນສູ່ສະພາບປົກກະຕິ ແລະມີສະຖຽນລະພາບ.”

ໂຄສົກກະຊວງການຕ່າງປະເທດ ທ່ານນາງ Heather Nauert ໄດ້ກ່າວຕໍ່ບັນດານັກ
ຂ່າວວ່າ ສະຫະລັດ ບໍ່ເຂົ້າຂ້າງຝ່າຍໃດ ໃນຄວາມເຄັ່ງຕຶງລະຫວ່າງພັນທະມິດຂອງ
ຕົນ.

ທ່ານນາງ Nauert ໄດ້ກ່າວວ່າ “ບັນດາຜູ້ຊີ້ນຳຂອງພວກເຮົາບໍ່ໄດ້ສະໜັບສະໜູນລັດ
ຖະບານຂອງ ອີຣັກ, ແລະ ພວກເຮົາກໍບໍ່ໄດ້ສະໜັບສະໜູນການເຄື່ອນໄຫວ ຂອງລັດ
ຖະບານພາກພື້ນຂອງຊາວເຄີດ. ພວກເຮົາໄດ້ພະຍາຍາມທີ່ຈະເຮັດໃຫ້ສະຖານະ
ການສະຫງົບລົງ ດີທີ່ສຸດເທົ່າທີ່ຈະເຮັດໄດ້.”

ສະຫະລັດ ແມ່ນນຶ່ງໃນບັນດາຜູ້ທີ່ໄດ້ເຂົ້າຮ່ວມກັບ ອີຣັກ ໃນການຄັດ ຄ້ານການລົງ
ປະຊາມະຕິຂອງຊາວເຄີດ. ອີຣ່ານ ແລະເທີກີ, ເຊິ່ງຕ່າງກໍມີປະຊາກອນຊາວ ເຄີດ
ກຸ່ມໃຫຍ່ອາໄສຢູ່ໃນປະເທດນັ້ນ ກໍໄດ້ຄັດ ຄ້ານເຊັ່ນກັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Iraq Kurd
please wait
Embed

No media source currently available

0:00 0:00:30 0:00

XS
SM
MD
LG