ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ພວກ​ປະ​ທ້ວງ ຢ່າງ​ໜ້ອຍ​ 5 ຄົນ​ ຖືກ​ເຈົ້າ​ໜ້າ​ທີ່ ຍິງຕາຍ ຢູ່​ໃນ​ນະ​ຄອນ​ຫ​ຼວງ ແບັກ​ແດດ ຂອງ​ອີ​ຣັກ


​ພວກ​ປະ​ທ້ວງພາ​ກັນ​ດັງໄຟຂຶ້ນຢູ່​ຖະ​ໜົນ​ສາຍ​ນຶ່ງ ໃນເມືອງ Sadr ໃນ​ນະ​ຄອນຫຼວງ​ແບັກ​ແດດ ໃນ​ຂະ​ນະທີ່​ທຳການ​ປະ​ທ້ວງຢູ່ໃນ​ວັນ​ຈັນ ວັນທີ 4 ພະ​ຈິກ, 2019
​ພວກ​ປະ​ທ້ວງພາ​ກັນ​ດັງໄຟຂຶ້ນຢູ່​ຖະ​ໜົນ​ສາຍ​ນຶ່ງ ໃນເມືອງ Sadr ໃນ​ນະ​ຄອນຫຼວງ​ແບັກ​ແດດ ໃນ​ຂະ​ນະທີ່​ທຳການ​ປະ​ທ້ວງຢູ່ໃນ​ວັນ​ຈັນ ວັນທີ 4 ພະ​ຈິກ, 2019

ຢ່າງ​ໜ້ອຍ​ມີ 5 ຄົນ​ເສຍ​ຊີ​ວິດ​ເມື່ອ​ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບຂອງ​ອີ​ຣັກ​ໄດ້​ຍິງ​ກະ​ສຸນ​ປືນ​ແທ້ ​ໃສ່​ພວກ​ປະ​ທ້ວງ ໃນ​ນະ​ຄອນຫຼວງ​ແບັກ​ແດດ, ອີງ​ຕາມ​ຄຳ​ເວົ້າ​ຂອງຕຳ​ຫລວດ ແລະ​ພວກ​ເຈົ້າ​ໜ້າ​ທີ່​ໂຮງ​ໝໍ​ ​ໃນ​ວັນ​ຈັນ​ວານນີ້.

ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບໄດ້​ຍິງປືນ​ໃສ່​ພວກ​ປະ​ທ້ວງທີ່ເຂົ້າ​ໄປໃກ້ພາຍ​ໃນ 500 ແມັດ​ຈາກຫ້ອງ​ການຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ. ​ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບໃນ​ເມື່ອ​ກ່ອນໄດ້​ຍິງ​ແກັ​ສ​ນ້ຳ​ຕາ ແລະ​ລູກ​ປືນ​ຢາງເພື່ອ​ເຮັດ​ໃຫ້​ພວກ​ປະ​ທ້ວງ ທີ່​ພະ​ຍາ​ຍາມ​ແລ່ນ​ຜ່ານ​ເຄື່ອງ​ກີດ​ຂວາງ​ຢູ່​ໃກ້ຫ້ອງ​ການດັ່ງ​ກ່າວ​ໃຫ້ຖອຍ​ອອກ​ໄປ.

ຢ່າງ​ໜ້ອຍ​ມີ 250 ຄົນ​ເສຍ​ຊີ​ວິດ ນັບ​ແຕ່​ມີ​ການ​ປະ​ທ້ວງ​ຕ້ານ​ລັດ​ຖະ​ບານທີ່​ທຳ​ອິດ​ເລີ້ມ​ຕົ້ນ​ຂຶ້ນ​ໃນວັນ​ທີ​ນຶ່ງ​ເດືອນ​ຕຸ​ລາ​ຜ່ານ​ມານັ້ນ.

​ເມື່ອ​ຄືນ​ແລ້ວນີ້, ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ ໄດ້​ຍິງ​ພວ​ກປະ​ທ້ວງ​ຕາຍຢ່າງ​ໜ້ອຍ​ 4 ຄົນຢູ່​ໃນ​ເມືອງ​ຄ​າ​ບາ​ລາ (Karbala) ຊຶ່ງ​ເປັນ​ເມືອງ​ສັກ​ສິດ​ເມືອງ​ນຶ່ງ​ຂອງ​ອີ​ຣັກ ພາຍ​ຫລັງ​ທີ່​ກຸ່ມ​ນຶ່ງ​ ​ພະ​ຍາ​ຍາມປີນ​ກຳ​ແພງ​ຂອງ​ສະ​ຖານ​ກົງ​ສູນອີ​ຣ່ານ, ອີງ​ຕາມ​ຄຳ​ເວົ້າ​ຂອງ​ພວກ​ເຈົ້າ​ໜ້າ​ທີ່​ອີ​ຣັກໃນ​ວັນ​ຈັນ​ວານນີ້.

​ພວກ​ປະ​ທ້ວງໄດ້​ພາ​ກັນ​ໂຮມ​ຊຸມ​ນຸມ​ກັນ​ຢູ່​ໃນສະ​ຖານ​ທີ່​ດັ່ງ​ກ່າວໃນ​ຕອນແລງ​ຂອງວັນ​ອາທິດຜ່ານ​ມາ ແລະ​ຮ້ອງໂຮ​ຂຶ້ນ​ວ່າ "ອີ​ຣ່ານ​ອອກ​ໄປ, ຄາ​ບາ​ລາ (Karbala) ໃຫ້​ມີ​ອິດ​ສະຫ​ລະ​ຄື​ເກົ່າ."

ກ່ອ​ນຈະ​ມີການ​ຍິງ​ປືນ​ດັ່ງ​ກ່າວ ພວກ​ເຈົ້າ​ໜ້າ​ທີ່​ເວົ້າ​ວ່າ ພວກ​ປະ​ທ້ວງຍັງໄດ້​ພາ​ກັນແກວ່ງ​ສິ່ງ​ຂອງ​ຕ່າງໆ ​ໃສ່​ກຳ​ແພງ​ ແລະ​ພະ​ຍາ​ຍາມ​ທີ່​ຈະ​ຈູດ​ສະ​ຖານກົງ​ສູນ​ແຫ່ງນັ້ນ​ອີກ​ດ້ວຍ.

ເມື່ອ​ສອງ​ສາມ​ວັນ​ຜ່ານມານີ້ ພວກ​ປະ​ທ້ວງຕໍ່​ຕ້ານ​ລັດ​ຖະ​ບານຫລາຍ​ສິບ​ພັນ​ຄົນໄດ້​ໂຮມ​ຊຸມ​ນຸມ​ກັນ​ຢູ່​ທີ່​ຈະ​ຕຸ​ລັດຕາເ​ຣຍ (Tahrir) ໃນ​ນະ​ຄອນຫຼວງ​ແບັກ​ແດດ ແລະຢູ່​ທົ່ວ​ພາກ​ໃຕ້​ຂອງ​ອີ​ຣັກ​ໂດຍ​ເຮັດ​ໃຫ້​ຕະຫຼາດ​ຫຼາຍແຫ່ງ, ໂຮງ​ຈັກ​ໂຮງ​ງານ, ໂຮງ​ຮຽນ ແລະ​ມະ​ຫາ​ວິ​ທະ​ຍາ​ໄລ​ທັງຫຼາຍຕ້ອງ​ປິດ​ລົງ ຢູ່ໃນ​ການ​ປະ​ທ້ວງ​ຕໍ່​ຕ້ານລະ​ບົບ​ການ​ເມືອງ​ທີ່​ໄດ້​ຖືກ​ຕັ້ງ​ຂຶ້ນມາ​ຕັ້ງ​ແຕ່​ປີ 2003 ຫຼັງ​ຈາກ​ການ​ບຸກ​ເຂົ້າຢູ່​ໃນ​ປະ​ເທດທີ່​ນຳ​ພາ​ໂດຍ​ສະ​ຫະ​ລັດ ຊຶ່ງ​ໄດ້ໂຄ່ນ​ລົ້ມ​ຈອມ​ຜະ​ເດັດ​ການ ຊັດດາມ ຮຸ​ສ​ເຊນລົງ.

ນາ​ຍົກ​ລັດ​ຖະ​ມົນ​ຕີ ອາ​ແດ​ລ ອັບ​ດູ​ລ-ມາ​ດີ ໄດ້​ຮຽກ​ຮ້ອງ​ໃຫ້​ສະ​ຖານ​ທີ່​ແຫ່ງ​ຕ່າງໆ​ທີ່​ປິດ​ລົງນັ້ນໃຫ້​ເປີດ​ຄືນ​ອີກ ໂດຍ​ໃຫ້​ເຫດ​ຜົນ​ວ່າ ມັນເປັນ​ໄພ​ຂົ່ມ​ຂູ່​ຕໍ່ສະ​ຖານ​ທີ່​ຜະ​ລິດ​ນ້ຳ​ມັນ ແລະ​ການ​ປິດ​ຫົນ​ທາງ ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ອີ​ຣັກ “ຫຼາຍ​ລ້ານ” ​ໂດ​ລາແລະ​ສົ່ງ​ຜົນ​ເຮັດໃຫ້​ລາ​ຄາ​ເຄື່ອງ​ບໍ​ລິ​ໂພກໃນ​ປະ​ເທດ​ສູງ​ຂຶ້ນ.

ຜູ້​ນຳ​ຂອງ​ອີ​ຣັກ ໄດ້​ກ່າວ​ວ່າ “ມັນ​ເຖິງ​ເວ​ລາແລ້ວທີ່​ຊີ​ວິດ​ການ​ເປັນ​ຢູ່​ຄວນ​ກັບ​ຄືນ​ສູ່​ສະ​ພາບປົກ​ກະ​ຕິ.”

ພວກ​ນັກ​ສຶກ​ສາຫຼາຍ​ພັນ​ຄົນພາ​ກັນຂາດ​ໂຮງ​ຮຽນ ເພື່ອໄປ​ເຂົ້າ​ຮ່ວມ​ໃນ​ການ​ປະ​ທ້ວງ ພວກ​ເຂົາ​ຖິ້ມ​ໂທດ​ໃສ່​ບັນ​ດາ​ຜູ້​ນຳ​ຂອງ​ປະ​ເທດ ສຳ​ລັບ​ເລື້ອງ​ສໍ້​ລາດ​ບັງ ຫຼວງ​ທີ່​ມີ​ຢ່າງ​ແຜ່​ຫຼາຍ, ໄພ​ຫວ່າງ​ງານ​ທີ່​ສູງ​, ແລະບໍ​ລິ​ການ​ດ້ານ​ສາ​ທາ​ລະ​ນະ​ທີ່​ຂີ້​ຮ້າຍ. ​ບັນ​ດາ​ກຸ່ມ​ນັກ​ວິ​ຊາ​ການເຊັ່ນ ນັກວິ​ສະ​ວະ​ກອນ, ​ທ່ານ​ໝໍ ແລະ​ທະ​ນາຍ​ຄວາມ​ທັງຫຼາຍ ກໍ​ໄດ້ໃຫ້ການສະ​ໜັບ​ສະ​ໜຸນ​ຕໍ່ການ​ປະ​ທ້ວງ​ດັ່ງ​ກ່າວ.

​ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG