ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຣັກ ຄັດ​ຄ້ານ​ຕໍ່ການໂຈມຕີຂອງສະຫະລັດ ທີ່ໄດ້ສັງຫານ 1 ຄົນ ແລະອີກ 18 ບາດເຈັບ


ພວກສະມາຊິກຂອງກຸ່ມທະຫານບ້ານ ຊີໄອ ຂອງອີຣັກ ທີ່ຫາມຫີບສົບຂອງນັກລົບຮ່ວມກັບກຸ່ມທະຫານບ້ນ ກາຕາອິບ ເຮັສໂບລາ (Kataib Hezbollah militia), ຜູ້ທີ່ໄດ້ຖືກຂ້າຕາຍໃນການໂຈມຕີທາງອາກາດຂອງສະຫະລັດ ໃນແຂວງ ບາບີລ, ໃນລະຫວ່າງພິທີປົງສົບໃນນະຄອນຫຼວງແບກແດດ ຂອງອີຣັກ, ວັນທີ 26 ທັນວາ 2023.
ພວກສະມາຊິກຂອງກຸ່ມທະຫານບ້ານ ຊີໄອ ຂອງອີຣັກ ທີ່ຫາມຫີບສົບຂອງນັກລົບຮ່ວມກັບກຸ່ມທະຫານບ້ນ ກາຕາອິບ ເຮັສໂບລາ (Kataib Hezbollah militia), ຜູ້ທີ່ໄດ້ຖືກຂ້າຕາຍໃນການໂຈມຕີທາງອາກາດຂອງສະຫະລັດ ໃນແຂວງ ບາບີລ, ໃນລະຫວ່າງພິທີປົງສົບໃນນະຄອນຫຼວງແບກແດດ ຂອງອີຣັກ, ວັນທີ 26 ທັນວາ 2023.

ອີຣັກ ໃນວັນອັງຄານວານນີ້ ໄດ້ກ່າວປະນາມ ຕໍ່ການໂຈມຕີທາງອາກາດຂອງສະຫະລັດ ໃນດິນແດນຂອງອີຣັກ ໂດຍເອີ້ນການ​ໂຈມ​ຕີ​ເຫຼົ່າ​ນີ້ວ່າ “ການກະທຳທີ່ປອງຮ້າຍ” ແລະເປັນການລະເມີດອະທິປະໄຕຂອງອີຣັກ.

ກອງກຳລັງຂອງສະຫະລັດ ໄດ້ດຳເນີນການໂຈມຕີຫຼາຍບັ້ນໃນວັນຈັນຜ່ານມານີ້ ແລະໄດ້ແນເປົ້າໃສ່ພວກທະຫານບ້ານທີ່ໜຸນຫຼັງໂດຍອີຣ່ານ ຢູ່ໃນອີຣັກ ໃນການຕອບໂຕ້ຕໍ່ການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບ ເມື່ອຕອນເຊົ້າຂອງມື້ດຽວກັນນັ້ນ ທີ່ເຮັດໃຫ້ສະມາຊິກທະຫານສະຫະລັດ ສາມຄົນບາດເຈັບ.

ການໂຈມຕີທາງອາກາດຂອງສະຫະລັດ ໄດ້ສັງຫານສະມາຊິກ ຂອງກຳລັງຮັກສາຄວາມປອດໄພຂອງຕົນຜູ້ນຶ່ງ ອີຣັກໄດ້ກ່າວໃນວັນອັງຄານວານນີ້ ແລະເຮັດໃຫ້ປະຊາຊົນອີກ 18 ຄົນບາດເຈັບ ທີ່ລວມທັງພົນລະເຮືອນນຳດ້ວຍ ອີງຕາມລາຍງານຂ່າວ.

ລັດຖະບານຂອງອີຣັກ ໄດ້ເອີ້ນການໂຈມຕີຂອງສະຫະລັດ ວ່າ “ການລະເມີດຕໍ່ອະທິປະໄຕຂອງອີຣັກ ທີ່ບໍ່ຍອມຮັບໄດ້” ຖະແຫລງການຂອງລັດຖະບານ ໄດ້ກ່າວ. ຖະແຫລງການຍັງໄດ້ເນັ້ນຢ້ຳວ່າ ການໂຈມຕີທີ່ຄ້າຍຄືກັນໂດຍກຸ່ມຕິດອາວຸດທັງຫຼາຍ ຕໍ່ບັນດາທີ່ປຶກສາຂອງກຸ່ມພັນທະມິດນຳພາໂດຍສະຫະລັດນັ້ນ ແມ່ນການກະທຳທີ່ປອງຮ້າຍ ແລະລະເມີດອະທິປະໄຕຂອງອີຣັກ, ອັນເປັນທ່າທີຂອງກຸ່ມ ກາຕາອິບ ເຮັດໂບລາ ໄດ້ກ່າວຕ້ອງຕິ.

Iraq condemned on Tuesday U.S. airstrikes on Iraqi territory, calling them a "hostile act" and a violation of Iraq's sovereignty.

U.S. forces carried out the strikes Monday and targeted Iran-backed militias in Iraq in response to a drone attack earlier that day that injured three U.S. service members.

The U.S. strikes killed one member member of its security forces, Iraq said Tuesday, and wounded 18 other people, including civilians, according to news reports.

The government called the U.S. strikes "an unacceptable violation of Iraqi sovereignty," a government statement said. The statement also stressed that similar attacks by armed groups on U.S-led coalition advisers are hostile acts and violate Iraqi sovereignty, a position Kataib Hezbollah criticized.

XS
SM
MD
LG