ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ລມຕ ສະຫະພາບ ຢູໂຣບ ປະຊຸມ ນັດພິເສດ ກ່ຽວກັບ ອີຣັກ (ສະໄລດ໌/ວີດີໂອ)


ຫົວໜ້ານະໂຍບາຍການຕ່າງປະເທດ ຂອງອີຢູ ທ່ານນາງ
Catherine Ashton (ຂວາ) ໂອ້ລົມກັບ ລມຕ ຕ່າງປະເທດ ອີຕາລີ ທ່ານ Federica Mogherini (ທີ 2 ຈາກຊ້າຍ) ແລະ ລມຕ ຕ່າງປະເທດສະວີເດັນ ທ່ານ Carl Bildt (ທີ 2 ຈາກຂວາ) ໃນລະຫວ່າງກອງປະຊຸມໂຕະມົນ ຂອງ ລມຕ ຕ່າງປະເທດອີຢູ ທີ່ Brussels ໃນວັນສຸກ ມື້ນີ້.
ຫົວໜ້ານະໂຍບາຍການຕ່າງປະເທດ ຂອງອີຢູ ທ່ານນາງ Catherine Ashton (ຂວາ) ໂອ້ລົມກັບ ລມຕ ຕ່າງປະເທດ ອີຕາລີ ທ່ານ Federica Mogherini (ທີ 2 ຈາກຊ້າຍ) ແລະ ລມຕ ຕ່າງປະເທດສະວີເດັນ ທ່ານ Carl Bildt (ທີ 2 ຈາກຂວາ) ໃນລະຫວ່າງກອງປະຊຸມໂຕະມົນ ຂອງ ລມຕ ຕ່າງປະເທດອີຢູ ທີ່ Brussels ໃນວັນສຸກ ມື້ນີ້.

ລັດຖະມົນຕີການຕ່າງປະເທດສະຫະພາບຢູໂຣບ ຫລືອີຢູ ເປີດ
ປະຊຸມສຸກເສີນໃນວັນສຸກມື້ນີ້ ແນໃສ່ເພື່ອຊອກຫາຊ່ອງທາງໃຫ້ ມີການສະໜອງຕອບຫຼືເອົາທ່າທີແບບເປັນເອກກະພາ ກ່ຽວກັບ ການຕິດອາວຸດໃຫ້ແກ່ຊາວເຄີດ ເພື່ອຕໍ່ສູ້ກັບພວກມຸສລິມ ຫົວ
ຮຸນແຮງຈັດ ຢູ່ໃນອີຣັກ.

ການປະຊຸມທີ່ນະຄອນ Brussels ທີ່ມີຂຶ້ນນຶ່ງມື້ ຫລັງຈາກ ທ່ານ
Nouri al-Maliki ນາຍົກລັດຖະມົນຕີສອງສະໄໝທີ່ພວມດິ້ີ້ນຮົນ
ຕໍ່ສູ້ຂອງອີຣັກ ຍອມຮັບເອົາການກົດດັນຂອງນາໆຊາດໂດຍລາ
ອອກຈາກຕຳແໜ່ງແລະໃຫ້ການສະໜັບສະໜຸນຕໍ່ຜູ້ທີ່ຖືກສະເໜີ ແຕ່ຕັ້ງໃຫ້ເຂົ້າຮັບໜ້າທີ່ແທນທ່ານ.

ການເຄື່ອນໄຫວທີ່ວ່ານີ້ ອາດຊຸກຍູ້ໃຫ້ຕ່າງປະເທດ ໃຫ້ການຊ່ອຍເຫລືອທາງທະຫານເພີ້ມ ຂຶ້ນແກ່ຊາວອີຣັກ ທີ່ພວມສູ້ລົບກັບພວກຫົວຮຸນແຮງລັດອິສລາມ ທີ່ໄດ້ເຂົ້າຄວບຄຸມ ສ່ວນ ໃຫຍ່ໃນເຂດພາກເໜືອຂອງປະເທດ.

ສະຫະພາບຢູໂຣບ ໄດ້ມີການແບ່ງແຍກ ກ່ຽວກັບວ່າ ຈະຮັບມືແບບໃດ ກັບວິກິດການດັ່ງ ກ່າວ. ບາງປະເທດ ຮວມທັງອັງກິດແລະຝຣັ່ງ ແມ່ນເຫັນພ້ອມກັບການນຳພາຂອງສະຫະ ລັດ ໃນການໃຫ້ຄວາມຊ່ອຍເຫຼືອດ້ານອາວຸດ ແກ່ກຳລັງຊາວເຄີດ ທີ່ບໍ່ມີອາວຸດພຽງພໍນັ້ນ.

ສ່ວນປະເທດອື່ນໆ ຮວມທັງເຢຍຣະມັນ ຍັງມີຄວາມລັງເລໃຈທີ່ຈະເຂົ້າໄປພົວພັນໃນບັນ ຫາຂັດແຍ້ງໂດຍຢາກໃຫ້ມີການສົ່ງເຄື່ອງຊ່ອຍເຫລືອທາງດ້ານມະນຸດສະທຳໄປໃຫ້ເທົ່າ ນັ້ນ.

ຄວາມກົດດັນ ໄດ້ເພີ້ມທະວີຂຶ້ນ ໃຫ້ສະຫະພາບຢູໂຣບ ຊ່ອຍຍຸດຕິ ການບຸກໂຈມຕີ ຂອງ ພວກຫົວຮຸນແຮງ ຊຶ່ງຫຼາຍໆຄົນເຕືອນວ່າ ໃນທີ່ສຸດຈະໃຊ້ດິນແດນດັ່ງກ່າວເປັນບ່ອນຢັນ ເພື່ອໂຈມຕີປະເທດຕາເວັນຕົກນັ້ນ.

ກອງທັບອີຣັກໄດ້ຮັບການພິສູດໃຫ້ເຫັນວ່າບໍ່ສາມາດຮັບມືກັບພວກຫົວຮຸນແຮງໄດ້. ທ່ານ Maliki ທີ່ນັບຖືສາສະໜາອິສລາມນິກາຍຊີໄອທ໌ໄດ້ສູນເສຍການສະໜັບສະໜຸນຈາກປະ ຊາຄົມນາໆຊາດຢ່າງໄວວາ ແລະໄດ້ຖືກກ່າວຫາຢ່າງກວ້າງຂວາງວ່າ ບໍ່ສາມາດເຕົ້າໂຮມ ພັກຝ່າຍຕ່າງໆຂອງອີຣັກ ຄືປະຊາຄົມຊຸນນີ່ ຊາວເຄີດ ແລະປະຊາຄົມຊີໄອທ໌ ໃຫ້ເຂົ້າກັນ ໄດ້ ໃນລະຫວ່າງທີ່ທ່ານປົກຄອງປະເທດ ມາເປັນເວລາ 8 ປີ.

ໃນອັນທີ່ເບິ່ງກັນວ່າ ເປັນຄວາມກ້າວໜ້າທາງດ້ານການເມືອງໃນວັນພະຫັດ ວານນີ້ ທ່ານ Maliki ໄດ້ໃຫ້ຄຳໝັ້ນສັນຍາ ທີ່ຈະໃຫ້ການສະໜັບສະໜຸນຢ່າງເຕັມທີ່ຕໍ່ທ່ານ Haider al-
Abadi ທີ່ໄດ້ຖືກສະເໜີີໃຫ້ເຂົ້າຮັບຕຳແໜ່ງແທນທ່ານ.

ທ່ານ Maliki ເວົ້າວ່າ “ຂ້າພະເຈົ້າສາມາດກ່າວຕໍ່ທ່ານ ກໍຄືປະຊາຊົນອີຣັກທີ່ເຄົາລົບແລະ ນັບຖືວ່າຂ້າພະເຈົ້າບໍ່ຕ້ອງການຕຳແໜ່ງໃດໆແຕ່ຕຳແໜ່ງທີ່ໃຫຍ່ທີ່ສຸດກໍຄືການໃຫ້ຄວາມ ເຊື່ອໝັ້ນຂອງພວກທ່ານໃນຕົວຂ້າພະເຈົ້າ ແລະໃນມື້ນີ້ ຂ້າພະເຈົ້າຂໍປະກາດ ຕໍ່ໜ້າພວກ ທ່ານວ່າ ເພື່ອຊ່ອຍອຳນວຍຄວາມສະດວກ ໃຫ້ແກ່ຂັ້ນຕອນ ທາງດ້ານການເມືອງ ແລະ ການສ້າງຕັ້ງລັດຖະບານຊຸດໃໝ່ຂ້າພະເຈົ້າຂໍສະຫຼະການສະໝັກຂອງຂ້າພະເຈົ້າເພື່ອເຫັນ ແກ່ເພື່ອນ ຂອງຂ້າພະເຈົ້າ ກໍຄືທ່ານ Haider al-Abadi ໃນການທີ່ຈະປົກປັກຮັກສາຜົນ ປະໂຫຍດອັນສູງສົ່ງຂອງປະເທດຊາດບ້ານເມືອງ.”

Maliki Steps Down, Pledges Support for Abadi
please wait

No media source currently available

0:00 0:02:50 0:00

ໃນຕອນແລງ ຂອງວັນພະຫັດວານນີ້ ທຳນຽບຂາວ ໄດ້ສັນລະເສີນ ການເຄື່ອນໄຫວທາງ ດ້ານການເມືອງດັ່ງກ່າວ ໂດຍເວົ້າວ່າ ການໃຫ້ຄວາມສະໜັບສະໜຸນ ຂອງທ່ານ Maliki ຕໍ່ການແຕ່ງຕັ້ງທ່ານ Abadi ນັ້ນ ແມ່ນເປັນຂີດໝາຍ ຂອງບາດກ້າວທີ່ສຳຄັນ ອີກອັນນຶ່ງ ໄປສູ່ການປຸ້ມລຸມສາມັກຄີ ຂອງປະເທດຊາດ. ທີ່ປຶກສາທາງດ້ານຄວາມໝັ້ນຄົງແຫ່ງຊາດ ທ່ານນາງ Susan Rice ໃຫ້ຂໍ້ສັງເກດວ່າ ໄດ້ມີການອອກຖະແຫລງການສະໜັບສະໜຸນ ຈາກທົ່ວໂລກ ຕໍ່ທ່ານ Abadi.

ເລຂາທິການໃຫຍ່ ຂອງອົງການສະຫະປະຊາຊາດ ທ່ານ Ban Ki-moon ກໍໄດ້ສະແດງ ຄວາມຊົມເຊີຍຕໍ່ການຕັດສິນໃຈດັ່ງກ່າວ. ໃນຖະແຫຼງການທີ່ອອກໄປນັ້ນທ່ານ Ban ເວົ້າ ວ່າ ທ່ານຫວັງວ່າ ຈະມີການສ້າງຕັ້ງລັດຖະບານທີ່ປະກອບດ້ວຍຫລາຍພັກຝ່າຍໃນຂອບ ເຂດທີ່ກວ້າງຂວາງ ຂຶ້ນຢ່າງວ່ອງໄວ.

IRAQ CNPK
please wait
Embed

No media source currently available

0:00 0:01:58 0:00

XS
SM
MD
LG