ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີີຣັກ, ຈໍແດນ ແລະ ອີຈິບ ຈັດການປຶກສາຫາລື ເພື່ອປັບປຸງ ສາຍພົວພັນລະຫວ່າງກັນ


ຮູບນີ້ເປີດເຜີຍໂດຍພະລາດຊະວັງ ຈໍແດນ ໃນວັນທີ 25 ສິງຫາ 2020 ສະແດງໃຫ້ເຫັນ ກະສັດ ອັບດຸນລາ 2, ກາງ, ເດີນທາງມາຮອດກອງປະຊຸມສຸດຍອດ ທີ່ນະຄອນຫຼວງ ອຳມານ ກັບປະທານາທິບໍດີ ອີຈິບ ທ່ານ ອັບແດລ ຟັດທາ ແອລ-ຊີຊີ, ຊ້າຍ, ແລະ ນາຍົກລັດຖະມົນຕີ ອີຣັກ ທ່ານ ມຸສຕາຟາ ຄາດີມີ,
ຮູບນີ້ເປີດເຜີຍໂດຍພະລາດຊະວັງ ຈໍແດນ ໃນວັນທີ 25 ສິງຫາ 2020 ສະແດງໃຫ້ເຫັນ ກະສັດ ອັບດຸນລາ 2, ກາງ, ເດີນທາງມາຮອດກອງປະຊຸມສຸດຍອດ ທີ່ນະຄອນຫຼວງ ອຳມານ ກັບປະທານາທິບໍດີ ອີຈິບ ທ່ານ ອັບແດລ ຟັດທາ ແອລ-ຊີຊີ, ຊ້າຍ, ແລະ ນາຍົກລັດຖະມົນຕີ ອີຣັກ ທ່ານ ມຸສຕາຟາ ຄາດີມີ,

ບັນດາຜູ້ນຳຈາກປະເທດ ອີຣັກ, ຈໍແດນ ແລະ ອີຈິບ ໄດ້ຈັດການເຈລະຈາໃນນະຄອນຫຼວງ ອຳມານ ຂອງ ຈໍແດນ ໃນວັນອັງຄານທີ່ຜ່ານມາ ເພື່ອຂະຫຍາຍສາຍພົວພັນດ້ານເສດຖະກິດ ແລະ ການເມືອງ ທ່າມກາງຄວາມເຄັ່ງຕຶງທີ່ກຳລັງດຳເນີນຢູ່ໃນພາກພື້ນ. ການຢ້ຽມຢາມ ຈໍແດນ ຂອງ ນາຍົກລັດຖະມົນຕີອີຣັກ ທ່ານ ມຸສຕາຟາ ຄາດີມີ ໄດ້ມີຂຶ້ນລຸນຫຼັງ ການເດີນທາງມານະຄອນຫຼວງ ວໍຊິງຕັນ ໃນອາທິດທີ່ຜ່ານມາ, ແລະ ຄວາມເຄັ່ງຕຶງຢ່າງຕໍ່ເນື່ອງ ລະຫວ່າງ ສະຫະລັດ ກັບ ອີຣ່ານ. ໂຄສົກລັດຖະບານ ອີຣ່ານ ຄົນນຶ່ງກໍໄດ້ຮຽກຮ້ອງໃຫ້ທ່ານ ຄາດີມີ ໄປຢ້ຽມຢາມນະຄອນຫຼວງ ເຕຫະ ຣ່ານ ເຊັ່ນກັນ. ນັກ ຂ່າວ ວີໂອເອ ເອັດເຫວີດ ເຢຣານຽນ ມີລາຍງານ ຈາກນະຄອນຫຼວງ ໄຄໂຣ ປະເທດ ອີຈິບ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານ ໃນອັນ ດັບຕໍ່ໄປ.

ມັນເປັນກອງປະຊຸມສຸດຍອດທີ່ໄດ້ຮັບການຊົມເຊີຍເປັນຢ່າງສູງ, ດ້ວຍນາຍົກລັດຖະມົນຕີ ອີຣັກ ທ່ານ ມຸສຕາຟາ ຄາດີມີ ໄດ້ເຂົ້າຫາບັນດາປະເທດທີ່ມີໂອກາດເປັນພັນທະມິດຄື ອີຈິບ ແລະ ຈໍ ແດນ ໃນສິ່ງທີ່ປາກົດວ່າ ຈະເປັນການພະຍາ ຍາມທີ່ຈະຫຼຸດຜ່ອນການຢຶດເກາະທາງການເມືອງ ອີ ຣັກ ໂດຍ ອີຣ່ານ. ທະຫານ ບ້ານ ທີ່ສະໜັບສະໜູນ ອີຣ່ານ ໄດ້ຖືກກ່າວຫາວ່າ ແຊກແຊງການຕັດ ສິນໃຈ ຂອງລັດຖະບານ ອີຣັກ ແລະ ໂຈມຕີຜູ້ປະທ້ວງ ທີ່ຄັດຄ້ານພວກເຂົາ.

ສື່ມວນຊົນ ອາຣັບ ໄດ້ອະທິບາຍການປະຊຸມທີ່ວ່ານັ້ນ ເປັນການພະຍາຍາມທີ່ຈະສ້າງພັນທະມິດຂອງບັນດາລັດໃນພາກພື້ນທີ່ໃນທີ່ສຸດອາດຈະລົບລ້າງອິດທິພົນຂອງ ອີຣ່ານ. ແຕ່ແນວໃດກໍຕາມ, ໂຄສົກກະຊວງການຕ່າງປະເທດຂອງ ອີຣ່ານ ກໍໄດ້ທຳການເຄື່ອນໄຫວຢ່າງວ່ອງໄວ ເພື່ອເຊື້ອເຊີນທ່ານ ຄາດີມີ ໄປ ຢ້ຽມຢາມນະຄອນຫຼວງ ເຕຫະຣ່ານ, ລຸນຫຼັງການເດີນທາງຢ້ຽມຢາມນະຄອນ ຫຼວງ ອຳມານ ແລະ ການຢ້ຽມຢາມນະຄອນຫຼວງ ວໍຊິງຕັນ ເພື່ອພົບປະກັບປະທານາທິບໍດີ ສະຫະ ລັດ ທ່ານ ດໍໂນລ ທຣຳ ຂອງທ່ານ ຄາດີມີ.

ໃນລະຫວ່າງການຢ້ຽມຢາມ ວໍຊິງຕັນ ນັ້ນ, ທ່ານ ຄາດີມີ ໄດ້ກ່າວໃນການສຳພາດກັບໂທລະພາບ ອີຣັກ ວ່າ ທ່ານຫວັງທີ່ຈະສະໜັບສະໜູນພັນທະມິດໃນພາກພື້ນ, ທ່າມກາງສະພາບຂອງການເຄົາ ລົບເຊິ່ງກັນແລະກັນ.

(ທ່ານ ມຸສຕາຟາ ຄາດີມີ ກ່າວເປັນພາສາອາຣັບ)

ທ່ານ ຄາດີມີ, ຜູ້ທີ່ໄດ້ເຂົ້າກຳຕຳແໜ່ງໃນເດືອນພຶດສະພາທີ່ຜ່ານມາ, ໄດ້ກ່າວວ່າ ອີຣັກ ເຄົາລົບປະ ເທດເພື່ອນບ້ານຂອງເຂົາເຈົ້າ ແລະ ຄາດວ່າຈະໄດ້ຮັບການເຄົາລົບຈາກເຂົາເຈົ້າຄືນ. ທ່ານກ່າວວ່າການຢ້ຽມຢາມຂອງທ່ານໃນປະເທດ ຈໍແດນ ຈະຊ່ວຍປັບປຸງສາຍພົວພັນກັບລັດຖະບານ ອຳມານ ແລະ ທຳການສົນ ທະນາຕໍ່ໄປກັບ ອີຈິບ ໃນຄວາມພະຍາຍາມ ທີ່ຈະຂະຫຍາຍສາຍພົວພັນດ້ານ ທາງເສດຖະກິດລະຫວ່າງ ສາມປະເທດດັ່ງກ່າວ ແລະ ປຶກສາຫາລື ກ່ຽວກັບ ການພັດທະນາໃນພາກພື້ນ. ທ່ານໄດ້ກ່າວຕື່ມວ່າທັງສາມປະເທດນັ້ນ, ມື້ນຶ່ງອາດມີບົດບາດທີ່ສຳຄັນໃນພາກພື້ນ.

ບັນດາຜູ້ນຳ ອີຣັກ, ຈໍແດນ ແລະ ອີຈິບ ເຄີຍພົບປະກັນສອງຄັ້ງມາກ່ອນໃນ ບໍ່ເທົ່າໃດປີທີ່ຜ່ານມາ, ເຊິ່ງຄັ້ງນຶ່ງໃນເດືອນກັນຍາ 2019 ຊຶ່ງຈັດຂຶ້ນຕ່າງຫາກຢູ່ນອກກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ແລະ ໃນເດືອນມີນາຂອງ ປີນັ້ນໃນນະຄອນຫຼວງ ໄຄໂຣ.

ໜັງສືພິມ ອາຊາກ ອາລ-ອໍແຊັດ (Asharq al-awsat? ຂອງ ຊາອຸດີ ອາ-ຣາເບຍ ໄດ້ລາຍງານໃນວັນອັງຄານທີ່ຜ່ານມາວ່າ ອີຣ່ານ “ມີຄວາມເປັນຫ່ວງ ກ່ຽວກັບ ການສ້າງມິດຕະພາບລະຫວ່າງ ອີຈິບ, ອີຣັກ ແລະ ຈໍແດນ,” ແລະ ກ່ຽວກັບ “ການປາກົດຂຶ້ນຂອງພັນທະມິດໃໝ່ໃນພາກພື້ນ.”

ທ່ານ ພອລ ຊຸລລີວານ, ອາຈານສອນທີ່ມະຫາວິທະຍາໄລປ້ອງກັນປະເທດ ສະຫະລັດ ໄດ້ກ່າວຕໍ່ວີໂອເອວ່າ ໂອກາດຂອງການເປັນພັນທະມິດໃໝ່ ລະຫວ່າງ ອີຣັກ, ຈໍແດນ ແລະ ອີຈິບ ອາດພັດ ທະນາຂຶ້ນເປັນ “ແຖວຕ້ານ,” ຄື ໃນກິລາ ເຕະບານ ແລະ ຣັກບີ, ເພື່ອຕອບໂຕ້ຕໍ່ອິດທິພົນທີ່ມຸ່ງຮ້າຍເພີ່ມຂຶ້ນຂອງ ອີຣ່ານ.

ທ່ານໄດ້ກ່າວຕື່ມວ່າ “ມັນມັກຈະມີຜູ້ທີ່ຢາກຂັດຂວາງສິ່ງນີ້.” ອີງຕາມສື່ມວນຊົນ ອາຣັບ ນັ້ນ, ມັນຍັງບໍ່ມີຄວາມແນ່ນອນໃນທັນທີວ່າ ທ່ານ ຄາດີມີ ມີອິດທິພົນທາງການເມືອງ ເພື່ອຫຼີກລ່ຽງພວກຜູ້ນຳມຸສລິມ ນິກາຍຊີໄອ້ ທີ່ສະໜັບສະໜູນ ອີຣ່ານ ຫຼື ບໍ່, ຜູ້ທີ່ມີຄວາມເປັນໄປໄດ້ທີ່ຈະຄັດຄ້ານການເຄື່ອນໄຫວນັ້ນ.

ທ່ານ ທີໂອດໍ ຄາຣາຊິກ ແມ່ນນັກວິເຄາະຈາກບໍລິສັດທີ່ປຶກສາ Gulf State Analytics. ທ່ານໄດ້ບອກວີໂອເອວ່າ ນຶ່ງໃນບັນຫາທີ່ສຳຄັນທີ່ຜູ້ນຳທັງສາມທ່ານໄດ້ເພັ່ງເລັງໃສ່ແມ່ນຂໍ້ຕົກລົງສັນຕິພາບສະບັບຫຼ້າສຸດ ລະຫວ່າງ ສະຫະ ລັດ ອາຣັບ ເອມີເຣສ ກັບ ອິສຣາແອລ. ທ່ານຍັງໄດ້ກ່າວວ່າ ບັນ ຫາລະຫວ່າງ ອິສຣາແອລ ກັບ ປາແລັສໄຕນ໌ “ແມ່ນຢູ່ແຖວໜ້າ ແລະ ສູນກາງ” ໃນການເຈລະຈາຕ່າງໆ ແລະ ວ່າມັນມີຄວາມສຳຄັນຕໍ່ສາມປະເທດດັ່ງກ່າວ “ສຳລັບເຫດຜົນພາຍໃນຂອງພວກເຂົາເຈົ້າເອງ.”

ສື່ມວນຊົນ ອາຣັບ ໄດ້ລາຍງານວ່າ ຊາອຸດີ ອາຣາເບຍ ອາດເຂົ້າຮ່ວມກັບ ອີຣັກ, ຈໍແດນ ແລະ ອີຈິບ ສຳລັບການເປັນພັນທະມິດໃນພາກພື້ນໃນທີ່ສຸດ. ບັນດານັກວິເຄາະ ອາຣັບ ຫຼາຍຄົນໄດ້ສະເໜີວ່າ ນາຍົກລັດຖະມົນຕີ ຄາດີມີ ອາດຫວັງທີ່ຈະໄປຢ້ຽມຢາມ ຊາອຸດີ ອາຣາເບຍ ທ່າມກາງຄວາມພະຍາຍາມທີ່ຈະຖ່ວງດຸນສາຍພົວພັນກັບປະເທດ ອີຣ່ານ ທີ່ຢູ່ໃກ້ຄຽງນັ້ນ.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG