ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໔ ມິຖຸນາ ໒໐໒໓

ກຳລັງອີຣັກ ປະເຊີນໜ້າ ກັບການຕ້ານຢັນ ຢ່າງແຂງແຮງ ຈາກກຸ່ມລັດອິສລາມ ໃກ້ເມືອງ Mosul


ລົດຍິງລະບົບລູກສອນໄຟ ຂອງທະຫານອີຣັກ ແລະ ກຳລັງ Peshmerga ຂອງຊາວເຄີດ ຕັ້ງຢູ່ແນວໜ້າ ທີ່ເມືອງ Makhmour ວັນທີ 24 ມີນາ 2016.

ກຳລັງ​ທະຫານ​ອີຣັກໄດ້​ປະ​ເຊີນ​ໜ້າ​ກັບ​ການ​ຕ້ານຢັນຢ່າງ​ໃຫຍ່
​ໃນ​ບາດກ້າວ​ທຳ​ອິດ​ ຂອງ​ການ​ບຸກ​ໂຈມ​ຕີ ເພື່ອ​ຈະເຂົ້າຢຶດຄືນ
ເອົາ​ເມືອງ Mosul ທີ່​ໝັ້ນ​ອັນ​ແຂງແຮງຂອງກຸ່ມລັດ​ອິສລາມ.

ກຳລັງ​ທະຫານ​ອີຣັກ ປະມານ 4,000 ຄົນໄດ້​ເລີ້ມ​ບຸກຄືບ​ໜ້າ​ໄປ
ສູ່ຫລາຍໆ​ໝູ່​ບ້ານ​ປະມານ 75 ກິ​ໂລ​ແມັດທາງ​ພາກ​ຕາ​ເວັນ​ອອກ
ສຽງ​ໃຕ້​ຂອງ​ເມືອງ Mosul ໃນເວລາ 6 ​ໂມງ​ເຊົ້າ​ຂອງ​ວັນ​ພະຫັດ
​ວານ​ນີ້. ກຳລັງ Pershmerga ຂອງ​ຊາວ ​ເຄີ​ດ ກ່າວ​ວ່າ ໝູ່​ບ້ານ
​ຈຳນວນ​ໜຶ່ງ​ໄດ້​ຖືກ​ຍົກຍ້າຍ.

ລາຍ​ງານ​ໂດຍ​ກົງ​ຈາກສະຖານທີ່ດັ່ງກ່າວ ວີ​ໂອ​ເອ​ໄດ້​ສັງ​ເກດ​ເຫັນ
​ວ່າ​ ມີກອງ​ທະຫານ​ມາຈາກ​ສອງ​ທິດ​ທາງ ​ເຂົ້າ​ອອ້ມບັນດາ​ໝູ່​ບ້ານ​ເຫລົ່ານັ້ນ. ນາຍ​ພົນ Najat Ali ຈາກ​ກອງ​ກຳລັງ Pershmerga ​ໄດ້​ກ່າວ​ຕໍ່ວີ​ໂອ​ເອວ່າຕົກ​ມາ​ເຖິງ​ຕອນ​ບ່າຍ ກອງ​ທະຫານ​ ໄດ້​ເຂົ້າ​ຍຶດ​ເອົາ​ສີ່ບ້ານ ​ແຕ່​ຍັງ​ບໍ່​ສາມາດ​ຄວບ​ຄຸມບໍລິ​ເວນ​ທັງ​ໝົດ​ໄດ້​.

Iraqi Forces Start Offensive on IS Stronghold of Mosul
please wait

No media source currently available

0:00 0:01:16 0:00

ທ່ານ​ກ່າວ​ວ່າ “​ເຂົາ​ເຈົ້າ​ໄດ້​ບຸກ​ຄືບ​ໜ້າ​ແຕ່​ເວລາ​ເຂົາ​ເຈົ້າ​ໄດ້ໄປ​ເຖິງ​ບັນດາ​ໝູ່​ບ້ານ ພວກ
​ລັດ​ອິສລາມ ​ໄດ້ໂຈມ​ຕີ​ເຂົາ​ເຈົ້າ ​ດ້ວຍ​ລະ​ເບີດ​ສະລະ​ຊີບ ປືນ​ຄົກ ປືນກົນ ໂດຍ​ພວກ​ອາ
ວຸດ​ເຫລົ່າ​ນັ້ນ. ​ກຳລັງ​ອີຣັກ ​ໃນ​ເວລາ​ນີ້ໄດ້ຢຸດຢູ່​ກັບ​ທີ່ ​ເຂົາ​ເຈົ້າບໍ່​ສາມາດ​ບຸກ​ຄືບ​ໜ້າ​ໄດ້.

Iraq Forces, Backed by Peshmerga, Move on Mosul Villages
please wait

No media source currently available

0:00 0:00:40 0:00

ກອງ​ກຳລັງ​ເຫຼົ່ານີ້ ​ມາ​ຈາກ​ສອງ​ກອງພັນ​ອີຣັກ ທີ່​ໄດ້​ຮັບ​ການເຝິກ​ແອ​ບ ​ໂດຍສະ ຫະລັດ
​ຈາກກອງພົນ​ທີ 15 ຂອງ​ອີຣັກ. ​ນອກ​ນັ້ນ​ແລ້ວ ເຂົ້າ​ຮ່ວມ​ໃນ​ການ​ສູ້​ລົບ ຄັ້ງນີ້ ຍັງ​ມີ​ບັນດາ
ສະມາຊິກຊົນ​ເຜົ່າ Sunni ຊຶ່ງ​ບັນດາ​ຜູ້​ບັນຊາ​ການຂອງ​ກຳລັງ Peshmerga ກ່າ​ວວ່າ
​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ທີ່​ຈະ​ຮັກສາ​ແລະ​ຄວບ​ຄຸມເຂດທີ່​ມີ​ຊາວ Sunni ອາ​ໄສ​ຢູ່​ມາ​ແຕ່​ດັ້ງ​
ເດີມ​ນັ້ນ.

ເມືອງ Mosul ປະເທດ Iraq.
ເມືອງ Mosul ປະເທດ Iraq.

ຈາກ​ກອງຖົງຂີ້​ຊາຍປ້ອງ​ກັນ​ຢູ່​ແນວ​ໜ້າ ຄວັນ​ໄຟ​ສີດຳ​ໄດ້​ພຸ່ງ​ຂື້ນ​ສູ່​ທ້ອງຟ້າ​ຈາກ ​ໄລຍະໄກ
​ພວກທະຫານ Pershmerga ກ່າວ​ວ່າ ພວກ​ລັດ​ອິສລາມ ​ໄດ້​ຈູດ​ຕີນລົດ​ເພື່ອເຮັດ​ໃຫ້​ມີ
​ຄວັນ​ສີດຳ ​ໃນ​ຄວາມພ​ະຍາ​ຍາມເພື່ອ​ຈະ​ປິດ​ບັງທີ່​ໝັ້ນຂອງ​ເຂົາ​ເຈົ້າ.

ທະຫານ Iraqi Kurdish Peshmerga ກຳລັງຍົກມືສະແດງເຖິງໄຊຊະນະ.
ທະຫານ Iraqi Kurdish Peshmerga ກຳລັງຍົກມືສະແດງເຖິງໄຊຊະນະ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG