ການຟື້ນຕົວຄືນຢ່າງໄວວາຂອງອັດຕາແລກປ່ຽນເງິນຕາຂອງອີຣ່ານ ທຽບໃສ່ກັບເງິນ
ໂດລາຂອງສະຫະລັດ ໄດ້ຢຸດສະງັກລົງ ໃນວັນພຸດວານນີ້ ໃນຂະນະທີ່ຊາວອີຣ່ານ
ບາງຄົນ ພາກັນຈົ່ມວ່າ ພວກເຂົາເຈົ້າບໍ່ສາມາດຊອກແລກເງິນໂດລາ ໃນອັດຕາທີ່
ຖືກກວ່າ ອີງຕາມການລາຍງານຂອງອົງການຂ່າວອີຣ່ານ.
ອົງການຂ່າວບາງແຫ່ງຂອງອີຣ່ານ ລາຍງານວ່າ ລາຄາເງິນຣຽລ ໄດ້ພຸ່ງສູງຂຶ້ນເຖິງ
ປະມານ 100,000 ຣຽລຕໍ່ໂດລາ ຢູ່ໃນການແລກປ່ຽນເງິນຕາທີ່ບໍ່ເປັນທາງການ ໃນ
ວັນອັງຄານທີ່ຜ່ານມາ, ເພີ້ມຂຶ້ນຈາກ 190,000 ຣຽລຕໍ່ໂດລາ ທີ່ເປັນອັດຕາແລກ
ປ່ຽນ ທີ່ຕ່ຳຢ່າງເປັນປະຫວັດການ ຂອງເງິນຣຽລ ໃນອາທິດແລ້ວນີ້, ຊຶ່ງເປັນການ
ຂຶ້ນລາຄາເງິນຕາຂອງອີຣ່ານ ເກືອບຮອດ 50 ເປີເຊັນ ຢູ່ໃນເວລາພຽງແຕ່ມື້ດຽວ
ເທົ່ານັ້ນ. ແຕ່ວ່າ, ຢູ່ໃນເວັບໄຊ Bonbast.com ທີ່ຕິດຕາມເບິ່ງການແລກປ່ຽນ
ເງິນຕາ ທີ່ບໍ່ເປັນທາງການຂອງອີຣ່ານ ສະແດງໃຫ້ເຫັນວ່າໃນເວລາຕໍ່ມາ ເງິນຣຽລ
ໄດ້ຕົກໄປຢູ່ໃນອັດຕາ 147,000 ຣຽລ ຕໍ່ໂດລາ ໃນຕອນແລງຂອງວັນພຸດວານນີ້.
ອົງການຂ່າວ ຂອງລັດຖະບານອີຣ່ານ ລາຍງານວ່າ ໄດ້ມີການລຽນແຖວຢ່າງ ຍາວຍືດ
ຢູ່ຮ້ານແລກປ່ຽນເງິນຕາຕ່າງໆ ໃນວັນອັງຄານຜ່ານມາ ໃນຂະນະທີ່ ປະຊາຊົນພາກັນ
ເອົາເງິນໂດລາໄປແລກເອົາເງິນຣຽລຢູ່ນັ້ນ ຊຶ່ງໄດ້ເຮັດໃຫ້ລາ ຄາຂອງເງິນໂດລາສະ
ຫະລັດຕົກລົງ.
ລາຍງານຫລາຍສະບັບເວົ້າວ່າການພຸ່ງຂຶ້ນຂອງລາຄາເງິນຣຽລໃນວັນອັງຄານຜ່ານມາ
ແມ່ນເກີດມາຈາກຫລາຍປະເດັນ ລວມທັງການອະນຸຍາດຂອງລັດຖະບານອີຣ່ານໃຫ້
ທະນາຄານກາງ ແຊກແຊງເຂົ້າໃນຕະຫລາດແລກປ່ຽນເງິນຕາຫລາຍຂຶ້ນກວ່າເກົ່າ
ໃນວັນທີ 29 ກັນຍາຜ່ານມາ ເພື່ອຊ່ວຍພະຍຸງເງິນຕາ ຂອງ ປະເທດໄວ້. ລາຍງານ
ເຫລົ່ານັ້ນ ຍັງໄດ້ອ້າງເຖິງປະເດັນທາງດ້ານຈິດຕະສາດ ຊຶ່ງລວມທັງຄວາມຄິດຂອງ
ປະຊາຊົນທີ່ຄິດວ່າ ແຮງກົດດັນຫລາຍແຫລ່ງມາຈາກທາງນອກ ຕໍ່ເສດຖະກິດຂອງ
ອີຣ່ານ ອາດຈະຖືກຜ່ອນຜັນລົງ.
ແຕ່ວ່າ ໃນວັນພຸດວານນີ້ ມີຫລາຍຄົນທີ່ໂທຈາກອີຣ່ານ ເຂົ້າມາຫາການລາຍການ
ລົມກັນແບບກົງໆ ຂອງວີໂອເອພະແນກພາສາເປີເຊຍ ເວົ້າວ່າ ການລາຍງານ ຂອງ
ອົງການຂ່າວລັດຖະບານອີຣ່ານທີ່ເວົ້າວ່າ ເງິນໂດລາຖືກລົງນັ້ນ ແມ່ນບໍ່ໄດ້ສະທ້ອນ
ໃຫ້ເຫັນສະພາບຕົວຈິງ ຂອງຕະຫລາດແລກປ່ຽນເງິນຕາ.
ແມ່ຍິງຄົນນຶ່ງທີ່ບອກຊື່ນາງເອງວ່າ ໂຊແກນ ຢູ່ນະຄອນຫລວງເຕຫະຣ່ານ ເວົ້າວ່າ
ລາວໄປຮ້ານແລກປ່ຽນເງິນຕາໃນວັນພຸດວານນີ້ ເພື່ອຊອກແລກເງິນໃນອັດຕາປະ
ມານ 100,000 ຣຽລ ຕໍ່ໂດລາ ແຕ່ວ່າ ບໍ່ມີໃຜທີ່ຈະແລກເງິນໂດລາໃຫ້ໃນອັດນັ້ນ.
ແຕ່ ນາງກ່າວວ່າ ພວກແລກປ່ຽນເງິນຕາ ສະເໜີຂາຍເງິນໂດລາໃນອັດຕາ
147,000 ຣຽລ ຕໍ່ໂດລາ. ນາງກ່າວມ້ວນທ້າຍວ່າ “ທຸກຢ່າງແມ່ນຍັງມີຄາລາແພງຢູ່.”
ມີຄົນນຶ່ງອີກທີ່ໂທມາຈາກນະຄອນຫລວງເຕຫະຣ່ານ ທີ່ບອກວ່າ ລາວຊື່ ແອັຟຊິນ
ກໍເວົ້າວ່າ ບັນດາທະນາຄານ ແລະຮ້ານແລກປ່ຽນເງິນຕາ ຊື້ເງິນໂດລາຈະປະຊາຊົນ
ໃນອັດຕາປະມານ 100,000 ຣຽລ ຕໍ່ໂດລາ ແຕ່ວ່າ ຂາຍເງິນໂດລາ ອອກໃນອັດຕາ
147,000 ຣຽວ ຕໍ່ໂດລາ ທີ່ເປັນອັດຕາສູງກວ່າ ນັ້ນກໍໝາຍ ຄວາມວ່າ ເງິນໂດລາ
ບໍ່ໄດ້ອ່ອນຕົວລົງ ແຕ່ຢ່າງໃດເລີຍ.