ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເຈລະຈາ ນິວເຄລຍ ຂອງອີຣ່ານ ຍັງຕົກລົງກັນ ບໍ່ໄດ້ (ວີດີໂອ)


ທ່ານ Mohammad Javad Zari ລມຕ ຕ່າງປະເທດອິຣ່ານ (ກາງ)
ທ່ານ Mohammad Javad Zari ລມຕ ຕ່າງປະເທດອິຣ່ານ (ກາງ)
ການ​ເ​ຈລະ​ຈາ​ກັນ​ເລຶ່ອງນີວ​ເຄຼຍລະຫວ່າງ​ອິຣ່ານ ​ແລະ​ບັນດາ​ປະ​ເທດ​ມະ ຫາ​ອໍານາດ ​ໄດ້​ສິ້ນ​ສຸດ​ລົງ​ໃນ​ຕອນ​ເຊົ້າວັນ​ອາທິດ​ມື້​ນີ້ ທີ່​ນະຄອນ​ເຈ​ນີວາ ​ໂດຍ​ທີ່​ຕົກລົງ​ຫຍັງ​ກັນ​ບໍ່​ໄດ້ ​ແຕ່​ອິຣ່ານກໍ​ເວົ້າ​ວ່າ ຕົນ​ບໍ່​ຜິດ​ຫວັງ​ຫຍັງ​ເລີຍ.

ທ່ານ Mohammad Javad Zarif ລັດຖະມົນຕີ​ຕ່າງປະ​ເທດ​ອິຣ່ານ ບອກພວກ​ນັກ​ຂ່າວ ​ກ່ຽວ​ກັບ​ການເຈລະຈາ​ທີ່​ຍືດຍາວ​ເປັນ​ເວລາ​ສາມ​ວັນນັ້ນ​ວ່າ ເປັນ​ໄປ​ດ້ວຍ​ດີ ​ແລະໃຫ້ໂອກາດແກ່​ໝົດ​ທຸກ​ຝ່າຍ​ທີ່​ຈະ​ເສີມສ້າງສິ່ງຕ່າງໆ​ຕໍ່​ໄປ ຊຶ່ງ​ທ່ານ​ລັດຖະມົນ​ຕີ​ເວົ້າ​ ວ່າ ທ່ານ​ຫວັງ​ວ່າໜ້າ​ຈະ​ມີ​ການ​ຕົກລົງ​ກັນ​ໄດ້ ​ເວລາ​ການ​ເຈລະຈາ​ເລີ່​ມຂຶ້ນອີກ ​ໃນ​ວັນ​ທີ 20 ພະຈິກ​ນີ້.

​ໃນ​ເວລາ​ຕໍ່​ມາ​ຂອງ​ວັນ​ອາທິດ​ມື້​ນີ້ ທ່ານ William Hague ລັດຖະມົນຕີ ການ​ຕ່າງປະ​ເທດ​ອັງກິດ ກ່າວ​ຕໍ່​ໂທລະພາບ​ວ່າ ການ​ຕົກລົງ​ກ່ຽວ​ກັບ​ໂຄງ ການ​ນິວ​ເຄລຍທີ່​ເປັນ​ບັນ ຫາ​ໂຕ້​ແຍ້​ງຂອງ​ອີຣ່ານແມ່ນ​ສາມາດ​ບັນລຸ​ກັນ​ໄດ້ ​ແລະ​ອາດ​ຈະ​ສຳ​ເລັດ​ເສັດ​ສິ້ນພາຍ​ໃນ​ບໍ່​ເທົ່າ​ໃດ​ອາທິດ​ຂ້າງ​ໜ້ານີ້. ​ແຕ່​ແນວ ​ໃດ​ກໍ​ຕາມທ່ານ Hague ​ເວົ້າວ່າ ການ​ເຈລະ ຈາ​ໄດ້​ດຳ​ເນີນ​ໄປ​ດ້ວຍ​ຄວາມ ຍຸ່ງຍາກ​ຫຼາຍ.

ສ່ວນທ່ານ Hassan Rouhani ປະທານາທິບໍດີ​ອິຣ່ານ ​ກ່າວ​ທີ່​ນະຄອນ​ເຕຫະຣ່ານ​ໃນ​ວັນ​ອາທິດ​ມື້ນີ້ວ່າ ປະ​ເທດ​ຂອງ​ທ່ານຈະ​ບໍ່​ຍອມ​ຍົກ​ເລີກສິດທິ ​ໃນ​ດ້ານ​ນິວ​ເຄລຍຂອງ​ຕົນ ຮວມທັງ​ການ​ກັ່ນ​ທາດ​ຢູ​ເຣນຽມ ຢູ່​ໃນ​ດິນ​ແດນ ຂອງ​ອີຣ່ານ​ເອງ.

ເມື່ອ​ຕອນ​ເຊົ້າ​ວັນ​ອາທິດ​ມື້​ນີ້ ​ທີ່ນະຄອນ​ເຈ​ນີວາ ທ່ານ​ຈອນ ​ແຄ​ຣີ ລັດຖະ ມົນ​ຕີ​ຕ່າງປະ​ເທດ​ສະຫະລັດ​ກ່າວ​ຕໍ່​ກາ​ນສໍາ​ພາດ​ຂ່າວ​ວ່າ ບໍ່​ມີ​ຂໍ້​ສົງ​ໄສ​ຫຍັງ​ເລີຍ​ວ່າ ​ໝົດ​ທຸກ​ຝ່າຍ​ໄດ້​ກ້າວ​ເຂົ້າ​ໃກ້​ຈຸດ ​ທີ່​ພໍ​ຈະ​ຕົກລົງ​ກັນ​ໄດ້ ຫຼາຍກວ່າ ກ່ອນ​ການ​ເຈ​ລະຈາ​ເລີ່​ມຂຶ້ນ. ທ່ານ ​ແຄ​ຣີ ​ເວົ້າ​ວ່າ ການ​ເຈລະຈາ​ກັນທາງ​ການ​ທູດ​ຕ້ອງເປັນ​ໄປ​ເຖິງ​ວາລະ​ສຸດ​ທ້າ​ຍ ແຕ່​ກໍ​ເຕືອນວ່າ​ ມັນຈະ​ບໍ່​ເປີດ​ໄວ້ ຢ່າງບໍ່​ມີ​ກໍານົດ​.

ທ່ານ​ນາງ Catherine Ashton ຫົວໜ້າ​ກິດຈະການ​ຕ່າງປະ​ເທດ​ຂອງ ສະຫະພາບ​ຢູ​ໂຣບ ​ເວົ້າ​ວ່າ ການ​ເຈລະຈາ​ມີ​ຄວາມ​ກ້າວໜ້າ​ທີ່​ສຸດ ​ແຕ່​ກໍ​ຍັງ​ມີຄວາມ​ເຫັນ​ແຕກ​ຕ່າງ ກັນ​ຢູ່.

ການ​ເ​ຈລະ​ຈາ​ກັນ​ລະຫວ່າ​ງອິຣ່ານ ​ແລະ​ຫ້າ​ປະ​ເທດ​ສະມາຊິກ​ຖາ​ວອນ ຂອງ​ສະພາ​ຄວາມ​ໝັ້ນຄົງຢູ​ແອັນບວກ​ເຢຍຣະມັນ ​ແມ່ນ​ແນ​ໃສ່​ເພື່ອ​ຮຽກຮ້ອງ​ໃຫ້​ອິຣ່ານໂຈະ​ໂຄງ ການ​ນີວ​ເຄຼຍຂອງ​ຕົນ ຊຶ່ງ​ໂຮມ​ທັງການ​ກັ່ນ​ທາດຢູ​ເຣນຽມ ທີ່​ຈະ​ເຮັດ​ໃຫ້​ອິຣ່ານ ສາມາດ​ສ້າງ​ອາວຸດ​ນີວ​ເຄຼຍໄດ້. ເພື່ອ​ເປັນ​ການ​ແລກປ່ຽນ​ກັນ​ນັ້ນ ຢູແອັນ ​ຈະ​ຜ່ອນຜັນ​ການ​ລົງ​ໂທດ​ບາງ​ປະການ​ທີ່​ເຮັດ​ໃຫ້​ເສດຖະກິດອິຣ່ານ​ເປັນ​ອໍາມະພາດ​ນັ້ນ.

Iran Nuclear
please wait
Embed

No media source currently available

0:00 0:00:59 0:00
XS
SM
MD
LG