ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວ ອາ​ເມ​ຣິ​ກັນ ເຊື້ອ​ສາຍ ອີ​ຣ່ານ ໄວ້​ອາ​ໄລ​ໃຫ້​ຜູ້​ເສຍ​ຊີ​ວິດ, ປະ​ທ້ວງ​ຕໍ່​ຕ້ານ​ ລັດ​ຖະ​ບານ ເຕ​ຫະ​ຣ່ານ


ຊາວ ອາ​ເມ​ຣິ​ກັນ ເຊື້ອ​ສາຍ ອີ​ຣ່ານ ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ ແລະ ລອ​ສ ແອນ​ເຈີ​ລິ​ສ ໄດ້​ເຕົ້າ​ໂຮມ​ກັນ​ໃນ​ວັນ​ອາ​ທິດ​ວານນີ້ ເພື່ອ​ໄວ້​ອາ​ໄລ​ໃຫ້​ຜູ້​ທີ່​ເສຍ​ຊີ​ວິດ​ ເມື່ອ​ອີ​ຣ່ານ ໄດ້​ຍິງ​ເຮືອ​ບິນ​ໂດຍ​ສານ ຢູ​ເຄ​ຣນ ຕົກ, ແລະ ຜູ້​ປະ​ທ້ວງ​ທີ່​ສະ​ຫງົບໄດ້​ເສຍ​ຊີ​ວິດ ແລະ ບາດ​ເຈັບ ຈາກ​ການ​ທຳ​ຮ້າຍ​ຂອງກອງ​ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ ອີ​ຣ່ານ.

ກຸ່ມ​ຊາວ ອາ​ເມ​ຣິ​ກັນ ເຊື້ອ​ສາຍ ອີ​ຣ່ານ ​ຂະ​ໜາດ​ນ​ອ້ຍ​ໄດ້​ເຕົ້າ​ໂຮມ​ກັນຢູ່ ຖະ​ໜົນ ຟ​ຣີ​ດັອມ ພ​ລາ​ຊາ ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ ໃນ​ຕອນ​ແລງວັນ​ອາ​ທິດ​ວານນີ້, ສຳ​ລັບ​ການໄຕ້​ທຽນ​ສູດ​ມົນ​ເພື່ອ​ລະ​ນຶກ​ເຖິງ​ປະ​ຊາ​ຊົນ​ຜູ້​ບໍ​ລິ​ສຸດ​ທີ່​ໄດ້​ເສຍ​ຊີ​ວິດ​ໃນ​ສອງ​ສາມ​ອາ​ທິດ​ທີ່​ຜ່ານ​ມາໃນ ອີ​ຣ່ານ, ລວມ​ທັງ​ຜູ້​ໂດຍ​ສານ​ຂອງ​ເຮືອ​ບິນ ພາ​ນິດ​ຂອງ ຢູ​ເຄ​ຣນ 176 ຄົນ ແລະ ຊາວ ອີ​ຣ່ານ ຫຼາຍກວ່າ 1,000 ຄົນ​ທີ່​ໄດ້​ເສຍ​ຊີ​ວິດ​ໃນ​ການ​ປະ​ທ້ວງ ​ທີ່​ເກີດ​ຂຶ້ນ​ຍ້ອນ​ການ​ຂຶ້ນ​ລາ​ຄາ​ນ້ຳ​ມັນ​ແອັດ​ຊັງ​ໃນ​ເດືອນ​ພະ​ຈິກ​ປີ​ກາຍນີ້. ການຍອມ​ຮັບ​ຂອງ​ລັດ​ຖະ​ບານ ເຕ​ຫະ​ຣ່ານ ວ່າ​ເຂົາ​ເຈົ້າ​ໄດ້​ຍິງ​ເຮືອ​ບິນ​ຕົກ ​ໄດ້​ກໍ່​ໃຫ້​ເກີດ​ແນວ​ຄິດ​ຕໍ່​ຕ້ານ​ລັດ​ຖະ​ບານ, ອີງ​ຕາມ​ການ​ກ່າວ​ຕໍ່​ວີ​ໂອ​ເອ​ໂດຍ​ຜູ້​ປະ​ທ້ວງ​ບາງ​ຄົນ.

ນາງ ລິ​ລ​ລີ, ຜູ້​ປະ​ທ້ວງ​ຊາວ​ ອາ​ເມ​ຣິ​ກັນ ເຊື້ອ​ສາຍ ອີ​ຣ່ານ ໄດ້​ກ່າວ​ວ່າ “ປະ​ຊາ​ຊົນ​ບໍ່​ຢາກ​ໄດ້​ລັດ​ຖະ​ບານ ອີ​ຣ່ານ. ແລະ ທ່ານ ກາ​ສ​ເຊັມ ໂຊ​ເລ​ມາ​ນີ ແມ່ນ​ນັກ​ກໍ່​ການ​ຮ້າຍ.”

ທ້າວ ໂມ​ເນຍ ຜູ້​ປະ​ທ້ວງຊາວ ອາ​ເມ​ຣິກັນ ເຊື້ອ​ສາຍ ອີ​ຣ່ານ ໄດ້​ກ່າວ​ວ່າ “ເຈົ້າ​ຮູ້ບໍ່, ຖ້າ​ເຈົ້າ​ອອກ​ໄປປະ​ທ້ວງ​ຢູ່​ຖະ​ໜົນ, ເຈົ້າ​ອ​າດ​ຈະ​ຖືກ​ຈັບ, ເຈົ້າ​ອາດ​ຖືກ​ຂ້າ​ຕາຍ​ຢູ່​ຖະ​ໜົນ ແລະ ປະ​ຊາ​ຊົນ​ດັ່ງ​ກ່າວນີ້​ແມ່ນ​ກ້າ​ຫານຫຼາຍ.”

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ສະ​ແດງ​ຄວາມ​ສະ​ໜັບ​ສະ​ໜູນ​ຂອງ​ທ່ານ​ສຳ​ລັບ​ຜູ້​ປະ​ທ້ວງຊາວ ອີ​ຣ່ານ​ ໃນ​ວັນ​ເສົາ​ທີ່​ຜ່ານ​ມາ, ດ້ວຍ​ການ​ຂຽນ​ຂໍ້​ຄວາມເປັນ​ພາ​ສາ​ອັງ​ກິດ ແລະ ຟາ​ຊີ ​ໃນ​ທວິດ​ເຕີ​. ຜູ້​ປະ​ທ້ວງ​ຊາວ ອາ​ເມ​ຣິ​ກັນ ເຊື້ອ​ສາຍ ອີ​ຣ່ານ ບາງ​ຄົນ​ໄດ້​ຂອບ​ໃຈ​ທ່ານ​ສຳ​ລັບ​ການ​ສະ​ໜັບ​ສະ​ໜູນ​ນັ້ນ.

ທ້າວ ເຊ​ຄູ​ເຟ ຜູ້​ປະ​ທ້ວງ ອາ​ເມ​ຣິ​ກັນ ເຊື້ອ​ສາຍ ອີ​ຣ່ານ ໄດ້​ກ່າວ​ວ່າ “ມັນ​ມີ​ຄວາມ​ຫວັງ​ຢ່າງຫຼວງຫຼາຍ​ໃນ​ເວ​ລານີ້. ຂ້າ​ພະ​ເຈົ້າ​ໄດ້​ຍິນ​ມາ. ເພາະ​ວ່າ ປະ​ຊາ​ຊົນ​ສາ​ມາດ​ອ່ານ ແລະ ຕອນນີ້​ເຂົາ​ເຈົ້າ​ຮູ້​ສຶກ​ຄື​ວ່າ, ໂອ​ເຄ, ປະ​ທາ​ນາ​ທິ​ບໍ​ດີ ແຫ່ງ ອ​າ​ເມ​ຣິ​ກາ ເຊິ່ງ​ແມ່ນ​ປະ​ເທດ​ທີ່​ມີ​ລັດ​ຖະ​ບານ​ເປັນ​ປະ​ຊາ​ທິ​ປະ​ໄຕ​ທີ່​ສຸດ​ຢູ່​ໃນ​ໂລກ, ​ແມ່ນເຫັນ​ພ້ອມ​ກັບ​ພວກ​ເຮົາ, ສະ​ນັ້ນ​ເຂົາ​ເຈົ້າ​ແມ່ນ​ກຳ​ລັງ​ຮູ້​ສຶກວ່າ​ມີມັນ​ຄວາມ​ຫວັງ​ຂຶ້ນຫຼາຍ.”

ນາງ ຟາ​ຣາ​ມາ​ສ໌ ຊາ​ຟີ, ຜູ້​ປະ​ທ້ວງ​ອາ​ເມ​ຣິ​ກັນ ເຊື້ອ​ສາຍ ອີ​ຣ່ານ ​ກ່າ​ວວ່າ “ມັນ​ໜ້າ​ປະ​ທັບ​ໃນ​ທີ່​ທ່ານ​ໄດ້​ຂຽນ​ຂໍ້​ຄວາມ​ໃນ​ທວິດ​ເຕີ​ເປັນ​ພາ​ສາ ຟາ​ຊີ ຫຼື ອັງ​ກິດ, ແຕ່​ພວກ​ເຮົາ​ຢາກບອກ​ໃຫ້​ເພິ່ນ​ຮູ້​ວ່າ ພວກ​ເຮົາ​ບໍ່​ຕ້ອງ​ກາ​ນ​ສົງ​ຄາມ.”

ຝູງ​ຄົນ​ທີ່​ມີ​ຄວາມ​ຄິດ​ແຕກ​ຕ່າງ​ກັນ​ໄດ້​ອອກ​ມາ​ຊຸມ​ນຸມ​ໃນ​ນະ​ຄອນ ລອ​ສ ແອນ​ເຈີ​ລິ​ສ ໃນ​ວັນ​ອາ​ທິດ​ວານນີ້, ຫຼາຍ​ຄົນ​ໄດ້​ອອກ​ມາ​ຮ້ອງ​ຕໍ່​ຕ້ານ​ການ​ແຊກ​ແຊງ​ຂອງກອງ​ທັບ​ ສະ​ຫະ​ລັດ ໃນ ອີ​ຣ່ານ. ນັກ​ສຶກ​ສາຜະ​ລິດ​ຮູບ​ເງົາ​ໄວ​ໜຸ່ມ​ຄົນ​ນຶ່ງ​ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ວ່າ ລາວ​ໄດ້​ລົມ​ກັບ​ຄອບ​ຄົວ​ໃນ ອີ​ຣ່ານ ມື້​ຄືນ​ນີ້, ແລະ ເຂົາ​ເຈົ້າ​ມີ​ແຜນ​ທີ່​ຈະ​ແຂວນ​ຊີ​ວິ​ດ​ເທິງ​ເສັ້​ນ​ດ້າຍ ເພື່ອ​ປະ​ທ້ວງ​ຕໍ່​ຕ້ານ​ລັດ​ຖະ​ບານ ເຕ​ຫະ​ຣ່ານ.

Iranian Americans gathered in Washington, D.C. and Los Angeles Sunday to mourn those killed when Iran shot down a Ukrainian passenger jet, and peaceful protesters killed and wounded by Iranian security forces.


A small crowd of Iranian Americans gathered at Freedom Plaza in Washington, DC. Sunday evening, for a candlelight vigil to remember the innocent people killed in recent weeks in Iran, including 176 passengers of a Ukrainian passenger jet and more than 1,000 Iranian killed in protests sparked by gasoline price hikes in November. Tehran's admission that it shot down the airliner has galvanized anti-government sentiment, some protesters told VOA.


"People don't want [the] Iranian government.And [Iranian General] Qassem Soleimani is a terrorist."


"You know if you go in the streets, you might be jailed, you might be killed in the streets, and these people are so brave."


U.S. President Donald Trump expressed his support for Iranian protesters Saturday, tweeting in English and Farsi.Some of the Iranian Americans at the vigil thanked him for his support.


"There is so much hope right now. I hear it. Because people can read and now they feel like, okay, the president of America which is the most [democratic] government country in the whole world is with us, so they are feeling a lot of hope."


"It's nice of him to tweet in Farsi or English, but we wanted to tell him we don't want war!"


A mixed crowd also turned out in Los Angeles Sunday, many of them chanting against any U.S. military intervention in Iran.One young film student told VOA he had spoken with family in Iran last night, and they planned to put their lives on the line to protest against the Tehran government.

XS
SM
MD
LG