ອີຣ່ານແລະບັນດາປະເທດມະຫາອໍານາດໂລກ ຈະພົບປະກັນ
ອີກ ໃນ 3 ອາທິດຂ້າງໜ້ານີ້ ເພື່ອສືບຕໍ່ ອັນທີ່ທັງສອງຝ່າຍ
ເອີ້ນວ່າ ການເຈລະຈາ “ມີເນື້ອຫາສາລະ” ເພື່ອຫາທາງແກ້ໄຂ
ບັນຫາຄວາມເປັນຫ່ວງຂອງນາໆຊາດ ກ່ຽວກັບໂຄງການນີວ
ເຄລຍຂອງອີຣ່ານນັ້ນ.
ໃນລະຫວ່າງນີ້ ພວກຊ່ຽວຊານດ້ານນີວເຄລຍ ວິທະຍາສາດ
ແລະການລົງໂທດ ກໍຈະພະຍາຍາມແກ້ໄຂຄວາມແຕກຕ່າງ
ລະຫວ່າງສອງຝ່າຍ ທີ່ໄດ້ເຮັດໃຫ້ການປະເຊີນໜ້າກັນ ຍືດເຍື້ອ
ມາໄດ້ຫຼາຍກວ່າ ນຶ່ງທົດສະວັດແລ້ວນັ້ນ.
ສະຫະລັດ ຣັດເຊຍ ຈີນ ຝຣັ່ງ ອັງກິດ ແລະ ເຢຍລະມັນ ຕ້ອງການໃຫ້ອີຣ່ານ ພິສູດໃຫ້
ເຫັນວ່າ ການພັດທະນາໂຄງການນີວເຄລຍຂອງຕົນນັ້ນບໍ່ແມ່ນເພື່ອສ້າງອາວຸດນີວ
ເຄລຍ ໃນຂະນະທີ່ທາງກຸງ Tehran ພະຍາຍາມ ຫາທາງໃຫ້ມີການຜ່ອນເບົາການ
ລົງໂທດຂອງນາໆຊາດ ທີ່ແນໃສ່ເພື່ອໃຫ້ອີຣ່ານຢຸດເຊົາ ການກັ່ນທາດຢຸເຣນຽມ ໃຫ້ມີ
ຄຸນນະພາບຜະລິດອາວຸດໄດ້ນັ້ນ.
ລັດຖະມົນຕີການຕ່າງປະເທດຂອງອີຣ່ານ ທ່ານ Mohammed Javad Zarif
ໄດ້ກ່າວໃນວັນພຸດວານນີ້ ຫຼັງຈາກການເຈລະຈາມກັນເປັນເວລາ 2 ມື້ ທີ່ກຸງ Geneva
ວ່າ ທ່ານຫວັງວ່າການເຈລະຈາກັນນັ້ນຈະເປັນຂີດໝາຍການເລີ່ມຕົ້ນ ຂັ້ນຕອນໃໝ່
ຂອງອັນທີ່ທ່ານເອີ້ນວ່າ “ວິກິດການທີ່ບໍ່ຈໍາເປັນ.”
ສ່ວນໂຄສົກຂອງທໍານຽບຂາວ ທ່ານ Jay Carney ກ່າວວ່າ ການໂອ້ລົມສົນທະນາ
ໃນກຸງ Geneva ນັ້ນໄດ້ສະແດງໃຫ້ເຫັນເຖິງ “ລະດັບຂອງການເອົາຈິງເອົາຈັງ
ແລະເນື້ອຫາທີ່ບໍ່ເຄີຍເຫັນມາກ່ອນ.” ແຕ່ ທ່ານກໍໄດ້ເຕືອນຕໍ່ການຄາດຫວັງ
ທີ່ຈະເຫັນຄວາມກ້າວໜ້າໃນທັນທີທັນໃດ ໃນການເຈລະຈາເລື້ອງນີວເຄລຍນັ້ນ.
ທ່ານໄດ້ເອີ່ຍເຕື້ອງໄປເຖິງ ປະຫວັດສາດຂອງການບໍ່ໄວ້ວາງໃຈກັນ ລະຫວ່າງກຸງ
Tehran ແລະຝ່າຍຕາເວັນຕົກທີ່ທ່ານ ກ່າວວ່າ “ມັນເລິກຫລາຍ” ແລະວ່າ
ພວກນັກວິໄຈຂອງສະຫະລັດ ຈະສຶກສາເບິ່ງລາຍລະອຽດຕ່າງໆຂອງຂໍ້ສະເໜີ
ເປັນການສ່ວນໂຕຂອງຝ່າຍອີຣ່ານ ເພື່ອຍຸຕິການປະເຊີນໜ້າກັນດ້ານນີວເຄລຍນັ້ນ.