ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອິຣ່ານ ທົດ​ລອງ​ຍິງ ​ລູກ​ສອນ​ໄຟ ຂີ​ປະ​ນາວຸດ ໄລຍະ​ກາງ ທີ່ຂັດ​ຕໍ່ ​ມະຕິ ສປຊ.


ພາບ​ຈາກ​ກະຊວງ​ປ້ອງ​ກັນ​ປະ​ເທດ ອິຣ່ານ, 11 ຕຸລາ, 2015, ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ທົດ​ລອງ​ລູກ​ສອນ​ໄຟຂີ​ປະ​ນາວຸດ ໄລຍະ​ໄກ Emad ​ໃນ​ຂົງ​ເຂດ​ທີ່​ບໍ່​ໄດ້​ລະບຸ​ໃຫ້​ຮູ້.
ພາບ​ຈາກ​ກະຊວງ​ປ້ອງ​ກັນ​ປະ​ເທດ ອິຣ່ານ, 11 ຕຸລາ, 2015, ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ທົດ​ລອງ​ລູກ​ສອນ​ໄຟຂີ​ປະ​ນາວຸດ ໄລຍະ​ໄກ Emad ​ໃນ​ຂົງ​ເຂດ​ທີ່​ບໍ່​ໄດ້​ລະບຸ​ໃຫ້​ຮູ້.

ລາຍ​ງານ​ຂອງ​ສື່​ມວນ​ຊົນສະຫະລັດ ກ່າວ​ວ່າ ອີຣ່ານ ​ໄດ້​ທົດ​ລອງ
​ລູກ​ສອນ​ໄຟຂີ​ປະ​ນາວຸດ​ໄລຍະ​ປານກາງ ຊະນິດ​ໃໝ່ ​ຊຶ່ງ​ເປັນ​ການ​
ຂັດ​ຕໍ່​ມະຕິສອງ​ສະບັບຂອງ​ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​
ປະຊາ​ຊາດ.

​ເຈົ້າໜ້າ​ທີ່​ສະຫະລັດ ທີ່​ບໍ່​ປະສົງ​ອອກ​ນາມ ​ໄດ້​ບອກ​ກັບ​ສື່​ມວນ
​ຊົນ​ວ່າ ການ​ທົດ​ລອງ​ດັ່ງກ່າວ ມີ​ຂຶ້ນ​ໃນວັນ​ທີ 21 ພະຈິກ ​ແລະ​ພວກ
​ເຂົາ​ເຈົ້າ​ກ່າວ​ວ່າ ລູກ​ສອນ​ໄຟ​ທີ່​ຍິງທົດ​ລອງ ໄດ້​ຕົກ​ຢູ່ ​ໃນ​ດິນ​ແດນ
​ຂອງອີຣ່ານ​ເອງ. ອົງການ​ຂ່າວ Fox ​ໄດ້​ອ້າງແຫ​ລ່ງຂ່າວ​ລັບ​ທີ່​
ເຊື່ອ​ຖື​ໄດ້ວ່າ ການ​ທົດ​ລອງ​ທີ່​ກ່າວ​ມາ​ນີ້​ແມ່ນ ​ມີ​ຂຶ້ນໃກ້ໆ​ກັບ​ເມືອງ
​ທ່າChabahar ທີ່ຊາຍ​ແດນ ອີຣ່ານ ຕິດກັບ​ປາ​ກິ​ສຖານ.

​ໃນ​ເດືອນ​ຕຸລາ​ຜ່ານ​ມາ​ນີ້ ອີຣ່ານກໍ​ໄດ້​ທົດ​ລອງ ລູກ​ສອນ​ໄຟຂີ​ປະ​ນາ​ວຸດ ​ໄລຍະ​ໄກ ຊຶ່ງ​ພາ​ໃຫ້​ມີ​ການ​ປະນາມ​ໂດຍສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ. ສະພາ​ດັ່ງກ່າວ​ຍັງຖົກ
ຖຽງ​ກັນຢູ່​ວ່າ ຈະ​ຕອບ​ໂຕ້​ຄືນແນວ​ໃດຕໍ່​ການທົດ​ລອງ​ນີ້.

ຫຼັງ​ຈາກ​ການ​ທົດ​ລອງກ່ອນ​ໜ້າ​ນີ້ ທຳນຽບຂາວ ​ໄດ້​ກ່າວ​ວ່າ “ມັນ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ Tehran ໄດ້​ທຳ​ການລະ​ເມີດຕໍ່​ມະຕິຂອງສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ ດ້ານ​ໂຄງການ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດຂອງ​ອີຣ່ານ.” ແຕ່​ເຖິງ​ຢ່າງ​ນັ້ນ​ກໍ​ຕາມ ໂຄສົກທຳ​ນຽບຂາວ ທ່ານ Josh Earnest ​ໄດ້​ກ່າວ​ວ່າ ການ​ລ່ວງ​ລະ​ເມີດ​ທັງຫຼາຍ​ນັ້ນ“​ແມ່ນ​ແຍກໄວ້
ຕ່າງຫາກ”
ຈາກ​ຂໍ້​ຕົກລົງ​ໂຄງການ​ນິວ​ເຄລຍຄັ້ງປະ​ຫວັດ​ສາດ ທີ່​ໄດ້​ບັນລຸກັນ​ລະຫວ່າງ​ອິຣ່ານ ​ແລະ​ບັນດາ​ປະ​ເທດ​ມະຫາ​ອຳນາດ​ຂອງ​ໂລກ.

ພາຍໃຕ້​ຂໍ້​ຕົກລົງ ທີ່​ໄດ້​ບັນລຸກັນ​ໃນ​ເດືອນ​ກໍລະ​ກົດຜ່ານ​ມາ​ນີ້ ການ​ລົງ​ໂທດ​ສ່ວນ​ໃຫຍ່​ຕໍ່​ອິຣ່ານ ຈະ​ຖືກ​ຍົກ​ອອກ ​ໃນ​ການ​ແລກປ່ຽນ ​ເພື່ອ​ຫລຸດຜ່ອນໂຄງການ​ນິວເຄລຍຂອງອິຣ່ານ.

ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ຮັບ​ຜ່ານ​ມະຕິ​ສະບັບ​ນຶ່ງ​ໃນ​ປີ​ນີ້ ຮຽກຮ້ອງ​ໃຫ້​ອິຣ່ານ ລະ​ເວັ້ນ
​ການ​ປະຕິບັດ​ງານ​ກ່ຽວ​ກັບ​ລູກ​ສອນ​ໄຟຂີ​ປະ​ນາ​ວຸດ ທີ່​ໄດ້​ອອກ​ແບບ​ມາ​ເພື່ອ​ທຳ​ການລຳລຽງ
ອາ​ວຸດ​ນິວ​ເຄລຍ ​ເປັນ​ເວາ​ເຖິງ 8 ປີ.

ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ ຍັງ​ໄດ້ເກືອດ​ຫ້າມ​ໂຄງການ​ທົດ​ລອງລູກ​ສອນ​ໄຟຂີ​ປະ​ນາ​ວຸດ​ທຸກ​ຊະນິດ ຂອງ​ອິຣ່ານ ພາຍ​ໃຕ້ມະຕິ ​ປີ 2010.

XS
SM
MD
LG