ປະເທດຢູໂຣບ 6 ປະເທດເວົ້າວ່າ ຕົນຈະເຂົ້າຮ່ວມ ໃນລະບົບການເງິນທີ່ຫາກໍໄດ້ກໍ່ຕັ້ງ ຂຶ້ນມາເພື່ອຫລີກການລົງໂທດຂອງສະຫະລັດຕໍ່ອີຣ່ານ, ຊຶ່ງເປັນການທ້າທາຍຕໍ່ປະທານາທິບໍດີດໍໂນລ ທຣຳ ໃນບໍ່ເທົ່າໃດວັນ ກ່ອນໜ້າທີ່ທ່ານຈະໄປພົບກັບບັນດາຜູ້ນຳຂອງປະເທດເຫລົ່ານັ້ນ ໃນນະຄອນຫລວງລອນດອນ.
ຖະແຫລງການຮ່ວມໃນວັນສຸກວານນີ້ຂຽນວ່າ ແບລຈ້ຽມ, ເດັນມາກ, ຟິນແລນ, ເນເທີແລນ, ນໍເວ ແລະສະວີເດັນເວົ້າວ່າ ພວກເຂົາເຈົ້າກຳລັງຢູ່ໃນຂັ້ນຕອນທີ່ຈະກາຍເປັນຜູ້ມີຫຸ້ນສ່ວນຢູ່ໃນເຄື່ອງມືການຊ່ວຍເຫລືອດ້ານແລກປ່ຽນການຄ້າ ຫລື INSTEX. ອັງກິດ, ຝຣັ່ງ ແລະເຢຍຣະມັນໄດ້ເລີ້ມເປີດລະບົບ INSTEX ຂຶ້ນໃນເດືອນມັງກອນຜ່ານມາເພື່ອໃຫ້ບັນດາບໍລິສັດຕ່າງໆ ສາມາດ ເຮັດການຄ້າກັບອີ່ຣ່ານໄດ້ ໂດຍບໍ່ຕ້ອງໃຊ້ເງິນໂດລາຂອງສະຫະລັດ ຫລື ບໍ່ໄປຜ່ານທະນາຄານຂອງສະຫະລັດ, ເພື່ອເຮັດໃຫ້ບໍລິສັດເຫລົ່ານັ້ນ ໄດ້ຮັບການປົກປ້ອງບໍ່ໃຫ້ຖືກລົງໂທດຈາກສະຫະລັດ.
ທ່ານທຣຳໄດ້ເຮັດໃຫ້ການລົງໂທດຂອງສະຫະລັດຕໍ່ອີຣ່ານເພີ້ມຄວາມເຄັ່ງຄັດ ຂຶ້ນ ນັບແຕ່ເດືອນພະຈິກ 2018 ເປັນຕົ້ນມາ ໂດຍເປັນສ່ວນນຶ່ງຂອງການປຸກລະດົມໃຫ້ທຳການ "ກົດດັນໃນຂີດສູງສຸດ" ຕໍ່ເຕຫະຣ່ານ ເພື່ອໃຫ້ບັນລຸຂໍ້ຕົກລົງ ທີ່ຈະເຮັດໃຫ້ປະເທດດັ່ງກ່າວຍຸຕິການປະພຶດທີ່ຖືກມອງວ່າເປັນສິ່ງບໍ່ດີຂອງຕົນ. ໃນຕົ້ນປີກາຍນີ້ ທ່ານໄດ້ຖອນສະຫະລັດອອກຈາກຂໍ້ຕົກລົງປີ 2015 ຊຶ່ງໃນນັ້ນ ບັນດາປະເທດມະຫາອຳນາດໃນໂລກ ໄດ້ຜ່ອນຜັນການລົງໂທດຕໍ່ອີຣ່ານ ເພື່ອເປັນການແລກປ່ຽນກັບການຫລຸດຜ່ອນໂຄງການນິວເຄລຍຂອງອີຣ່ານ. ທ່ານ ທຣຳ ເວົ້າວ່າ ຂໍ້ຕົກລົງດັ່ງກ່າວ ບໍ່ເຄັ່ງຄັດພຽງພໍສຳລັບເຕຫະຣ່ານ.
ລັດຖະບານຂອງທ່ານທຣຳໄດ້ເຕືອນປະເທດອື່ນວ່າ ບໍ່ໃຫ້ມີສ່ວນກ່ຽວຂ້ອງກັບ ການທຳມາຄ້າຂາຍກັບອີຣ່ານໃນຫລາຍໆດ້ານ ຖ້າບໍ່ດັ່ງນັ້ນ ກໍຈະຖືກລົງໂທດ ຈາກສະຫະລັດໃນລະດັບຮອງລົງມາ. ແຕ່ວ່າ ສະຫະພາບຢູໂຣບ ທີ່ມີສະມາຊິກ 28 ປະເທດນັ້ນ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະເຮັດໃນສິ່ງຈຳເປັນທີ່ຕ້ອງໄດ້ເຮັດ ເພື່ອຮັກສາຄຳໝັ້ນໝາຍຂອງຕົນ ຢູ່ໃນຂໍ້ຕົກລົງນິວເຄລຍນັ້ນໄວ້ ໂດຍເຫັນວ່າ ຂໍ້ຕົກລົງດັ່ງກ່າວ ເປັນການປະກອບສ່ວນຢ່າງໃຫຍ່ຫລວງເຂົ້າໃນການຫ້າມແຜ່ຜາຍອາວຸດນິວເຄລຍ ແລະສະຖຽນລະພາບຢູ່ໃນເຂດພາກຕາເວັນອອກກາງ.
ຢູ່ໃນຖະແຫລງການຮ່ວມຂອງຕົນນັ້ນ, ທັງ 6 ປະເທດຢູໂຣບທີ່ວ່ານີ້ ໄດ້ເວົ້າວ່າ "ໃນສະພາບການທີ່ມີການສືບຕໍ່ໃຫ້ການສະໜັບສະໜຸນຂອງຢູໂຣບຕໍ່ຂໍ້ຕົກລົງດັ່ງກ່າວ ແລະຄວາມພະຍາຍາມທີ່ກຳລັງດຳເນີນໄປຢູ່ນີ້, ເພື່ອຈັດຕັ້ງປະຕິບັດພາກສ່ວນດ້ານເສດຖະກິດຂອງຂໍ້ຕົກລົງນັ້ນ, ແລະເພື່ອອຳນວຍຄວາມສະດວກ ແກ່ ການຄ້າທີ່ຖືກຕ້ອງຊອບທຳລະຫວ່າງຢູໂຣບກັບອີຣ່ານ, ພວກເຮົາດຽວນີ້ ກຳລັງຢູ່ໃນຂັ້ນຕອນທີ່ຈະກາຍເປັນຜູ້ມີຫຸ້ນສ່ວນຢູ່ໃນລະບົບ INSTEX, ໂດຍທີ່ຂຶ້ນກັບຂັ້ນຕອນທີ່ປະເທດຕ້ອງປະຕິບັດໃຫ້ສຳເລັດ."
ຄຳຖະແຫລງການດັ່ງກ່າວບໍ່ໄດ້ໃຫ້ລະອຽດວ່າຂັ້ນຕອນເຫລົ່ານັ້ນ ແມ່ນຫຍັງຫລື ບໍ່ເວົ້າວ່າ 6 ປະເທດເຫລົ່ານັ້ນ ຈະໃຊ້ເວລາດົນປານໃດ ຈຶ່ງຈະເຮັດສຳເລັດຂັ້ນຕອນເຫລົ່ານັ້ນ.
ອັງກິດ, ຝຣັ່ງ, ແລະເຢຍຣະມັນ ເວົ້າວ່າ ລະບົບ INSTEX ທຳອິດ ຈະອຳນວຍຄວາມສະດວກດ້ານການຄ້າກັບອີຣ່ານ ໃນສິນຄ້າທາງດ້ານມະນຸດສະທຳ ເຊັ່ນ ອາຫານ, ຢຸກຢາ, ແລະອຸປະກອນການແພດ ທີ່ສະຫະລັດໄດ້ປະກາດວ່າ ຖືກຍົກເວັ້ນຈາກການລົງໂທດຂອງຕົນນັ້ນ.