Boeing ບໍລິສັດ ຜະລິດຍານອະວະກາດ ຍັກໃຫຍ່ ຂອງສະຫະລັດ ໄດ້ລົງນາມ ໃນຂໍ້ຕົກລົງຊົ່ວຄາວ ເພື່ອຂາຍເຮືອບິນໂດຍສານ ອາຍພົ່ນຈຳນວນໜຶ່ງ ໃຫ້ແກ່ ອີຣ່ານ ໃນອັນທີ່ຈະເປັນຂໍ້ຕົກລົງດ້ານທຸລະກິດ ທີ່ໃຫຍ່ທີ່ສຸດ ລະຫວ່າງ ສະຫະລັດ ແລະ ອີຣ່ານ ໃນຮອບ 37 ປີ.
ການຊື້ຂາຍດັ່ງກ່າວນີ້ ຈະມີມູນຄ່າຫຼາຍເຖິງ 25 ຕື້ໂດລາ ໂດຍອີຣ່ານຈະຊື້ເຮືອ ບິນໂດຍສານອາຍພົ່ນຈຳນວນ 100 ລຳໃຫ້ແກ່ສາຍການບິນ ທີ່ລັດເປັນເຈົ້າຂອງ.
ໂດຍທີ່ສ່ວນໃຫຍ່ຂອງມາດຕະການລົງໂທດ ທາງດ້ານເສດຖະກິດ ຕໍ່ອີຣ່ານໄດ້ຖືກ ຍົກເລີກໄປແລ້ວ ຫຼັງຈາກທີ່ປະເທດດັ່ງກ່າວໄດ້ລົງນາມ ໃນຂໍ້ຕົກລົງດ້ານນິວເຄລຍ ເມື່ອບໍ່ດົນມານີ້ ສາຍການບິນອີຣ່ານ Air ແມ່ນພ້ອມແລ້ວ ທີ່ຈະຂະຫຍາຍຝູງເຮືອ ບິນຂອງຕົນ. ອີຣ່ານໄດ້ເຮັດຂໍ້ຕົກລົງໄປແລ້ວ ກັບບໍລິສັດ Airbus ຂອງຢູໂຣບ ເພື່ອຊື້ເຮືອບິນໂດຍສານຈຳນວນໜຶ່ງ ທີ່ຄອຍຖ້າການພິຈາລະນາຢູ່.
ບໍລິສັດ Boeing ກ່າວວ່າ ລັດຖະບານ ທ່ານໂອບາມາ ໄດ້ໃຫ້ການອະນຸມັດຕໍ່ຂໍ້ ຕົກລົງຂັ້ນຕົ້ນຂອງຕົນ ກັບອີຣ່ານ ຫຼັງຈາກທີ່ໄດ້ພິຈາລະນາວ່າ ເຕຫະຣ່ານ ໄດ້ ປະຕິບັດຕາມພັນທະຕ່າງໆຂອງຕົນ ພາຍໃຕ້ຂໍ້ຕົກລົງນິວເຄລຍ.
“Boeing ຈະສືບຕໍ່ປະຕິບັດຕາມ ການແນະນຳຂອງລັດຖະບານສະຫະລັດ ກ່ຽວກັບການເຮັດວຽກຮ່ວມກັບສາຍການບິນຂອງອີຣ່ານ ແລະ ສິ່ງໃດໆ ແລະ ສັນຍາທັງໝົດ ກັບ ສາຍການບິນຂອງອີຣ່ານ ຈະຂຶ້ນຢູ່ກັບການໃຫ້ ການອະນຸມັດໂດຍລັດຖະບານ” ອີງຕາມຖະແຫລງການ ສະບັບວັນອັງຄານ ວານນີ້ ຂອງບໍລິສັດ Boeing.
ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ