ຄວາມຂັດແຍ້ງທີ່ກຳລັງຮຸນແຮງຂຶ້ນລະຫວ່າງ ສະຫະລັດ ກັບ ອີຮ່ານ ແມ່ນກຳລັງເຮັດໃຫ້ການເຂົ້າຮ່ວມທີ່ອາດເປັນໄປໄດ້ຂອງ ເກົາຫຼີໃຕ້ ໃນພັນທະມິດການເດີນເຮືອທາງທະເລທີ່ນຳໜ້າໂດຍ ສະຫະລັດ ເພື່ອປົກປ້ອງການຂົນສົ່ງສາກົນຢູ່ພາຍໃນ ແລະ ໃກ້ຊ່ອງແຄບ ຮໍມຸສ ມີຄວາມສັບສົນ.
ມັນໄດ້ມີການຮຽກຮ້ອງຍິ່ງຂຶ້ນໃນ ເກົາຫຼີໃຕ້ ເພື່ອໃຫ້ລັດຖະບານປະຕິເສດ, ຫຼືຢ່າງໜ້ອຍພິຈາລະນາຄືນ, ການຮ້ອງຂໍຂອງ ສະຫະລັດ ເພື່ອເຂົ້າຮ່ວມກອງກຳລັງນັ້ນ, ທ່າມກາງຄວາມຢ້ານກົວວ່າ ປະຊາຊົນ ເກົາຫຼີໃຕ້ ອາດຖືກດຶງເຂົ້າໄປມີສ່ວນຮ່ວມໃນຄວາມຮຸນແຮງນັ້ນ.
ຄວາມຂັດແຍ້ງໄດ້ເພີ່ມຂຶ້ນໃນວັນພຸດມື້ນີ້, ດ້ວຍ ອີຣ່ານ ຍິງສິ່ງທີ່ເຂົາເຈົ້າເອີ້ນວ່າ ລູກສອນໄຟຂີປະນາວຸດ “ຫຼາຍສິບລູກ” ໃສ່ຖານທັບ ອີຣັກ ຢ່າງໜ້ອຍສອງແຫ່ງ ທີ່ມີກອງກຳລັງ ສະຫະລັດ ແລະ ສາກົນປະຈຳການຢູ່ນັ້ນ.
ບັນດາເຈົ້າໜ້າທີ່ ອີຣ່ານ ໄດ້ເວົ້າວ່າ ການໂຈມຕີດັ່ງກ່າວແມ່ນການແກ້ແຄ້ນສຳລັບການທີ່ ສະຫະລັດ ສັງຫານນາຍພົນລະດັບສູງຂອງ ອີຣ່ານ ທ່ານ ກາສເຊັມ ໂຊເລມານີ ໃນການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບ ຢູ່ນອກສະໜາມບິນ ແບັກແດດ ເມື່ອອາທິດທີ່ຜ່ານມາ.
ສະຖານະການດັ່ງກ່າວແມ່ນລະອຽດອ່ອນສຳລັບ ເກົາຫຼີໃຕ້, ເຊິ່ງແມ່ນພັນທະມິດທີ່ສຳຄັນຂອງ ສະຫະລັດ ທີ່ໄດ້ເຫັນ ອີຣ່ານ ເປັນຄູ່ຮ່ວມດ້ານການຄ້າທີ່ເປັນໄປໄດ້ເຊັ່ນກັນ.
ທ່ານ ຈາງ ຈີ ຮຽງ, ຜູ້ຊ່ຽວຊານ ກ່ຽວກັບ ຕາເວັນອອກກາງ ຢູ່ສະຖາບັນ ອາຊານ ສຳລັບການສຶກສານະໂຍບາຍ ຂອງ ເກົາຫຼີໃຕ້ ໄດ້ກ່າວວ່າ “ການກົດດັນຈາກ ສະຫະລັດ ເພື່ອໃຫ້ເຂົ້າຮ່ວມໃນກອງກຳລັງທາງທະເລ ແມ່ນຈະສູງຂຶ້ນ, ແຕ່ຕອນນີ້ສະຖານະການແມ່ນໄດ້ປ່ຽນແປງຢ່າງສິ້ນເຊີງ.”
ທ່ານ ຈາງ ກ່າວວ່າ ມັນອາດກາຍເປັນບັນຫາການເມືອງພາຍໃນ ທີ່ເອົາແນ່ບໍ່ໄດ້, ໃນບໍ່ເທົ່າໃດເດືອນກ່ອນການເລືອກຕັ້ງສະພາແຫ່ງຊາດຂອງ ເກົາຫຼີໃຕ້, ຖ້າກຳລັງທະຫານ ເກົາຫຼີໃຕ້ ໄດ້ກາຍເປັນເປົ້າໝາຍໃນຕ່າງປະເທດ.
ບັນນາທິການໜັງສືພິມ ອະນຸລັກນິຍົມ ຈູນກາງ ຂອງ ເກົາຫຼີໃຕ້ ໄດ້ກ່າວວ່າ “ຖ້າລັດຖະບານຕັດສິນໃຈທີ່ຈະສົ່ງທະຫານຂອງພວກເຮົາໄປ, ເກົາຫຼີໃຕ້ ອາດຕົກຢູ່ໃນສະຖານະການຫຍຸ້ງຍາກຂອງສົງຄາມລະຫວ່າງ ອີຣ່ານ ກັບ ສະຫະລັດ. ອີຣ່ານ ບໍ່ແມ່ນສັດຕູຂອງພວກເຮົາ ແລະ ສາມາດກາຍເປັນຕະຫຼາດຂະໜາດໃຫຍ່ ເມື່ອມາດຕະການລົງໂທດດ້ານເສດຖະກິດໄດ້ຖືກຍົກເລີກ.”
ໜັງສືພິມເສລີນິຍົມ ຮານຄຽວເຣ ກໍໄດ້ກ່າວເນັ້ນວ່າ ຄວາມຮຸນແຮງ ແມ່ນກຳລັງເຮັດໃຫ້ ເກົາຫຼີໃຕ້ “ຄິດຄືນ”