ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານາທິບໍດີ ອີຣ່ານ ທ່ານ Rouhani ຊະນະ ການເລືອກຕັ້ງ ສະໄໝທີສອງ


ແມ່ຍິງຄົນນຶ່ງ ຖືຮູບໂປສເຕີ ປະທານາທິບໍດີ ອີຣ່ານ ທ່ານ Hassan Rouhani ລະຫວ່າງການປ່ອນບັດເລືອກຕັ້ງ.
ແມ່ຍິງຄົນນຶ່ງ ຖືຮູບໂປສເຕີ ປະທານາທິບໍດີ ອີຣ່ານ ທ່ານ Hassan Rouhani ລະຫວ່າງການປ່ອນບັດເລືອກຕັ້ງ.

ອີຣ່ານໄດ້ເລືອກ​ເອົາ​ປະທານາທິບໍດີ Hassan Rouhani ​ໃຫ້​ເຂົ້າຮັບ​ຕຳ​ແໜ່ງຕື່ມ​ອີກ​
ສະ​ໄໝ​ນຶ່ງ. ​ໂທລະພາບ​ລັດຖະບານປະກາດ​ວ່າ ທ່ານ Rouhani ເປັນ​ຜູ້ຊະນະ​ ກາ​ນ
ລົງ​ຄະ​ແນນ​ສຽງ​ເລືອກ​ຕັ້ງ​ປະທານາທິບໍດີ ​ໂດຍ​ເອົາຊະນະຄູ່​ແຂ່ງທີ່​ມີ​ຄະ​ແນນ​ສຽງ
ໃກ້​ຄຽງ​ທີ່​ສຸດ ຄື ນັກ​ສອນ​ສາສະໜາ ​ຫົວ​ແຂງ​ກະດ້າງ ທ່ານ Ebrahim Raisi ຢ່າງ
​ງາຍ​ດາຍ​.

ຈາກການ​ນັບ​ຄະ​ແນນ​ສຽງເກືອບ​ທັງ​ໝົດ​ແລ້ວ ທ່ານ Rouhani ​ໄດ້​ຊະນະ​ກາຍ​ເຄິ່ງນຶ່ງ
​ ຂອງ​ການ​ລົງ​ຄະ​ແນນ​ສຽງ​ ​ໃນລະຫວ່າງບັນດາ​ຜູ້​ສະໝັກທັງ​ສີ່​ຄົນ.

ການ​ໄປ​ປ່ອນ​ບັດ​ຢ່າງ​ຫຼວງຫລາຍ​ຂອງ​ຜູ້​ມິ​ສິດ​ລົງ​ຄະ​ແນນ​ສຽງ​ໃນ​ວັນ​ສຸກ​ວານ​ນີ້ ​ເຮັດ
​ໃຫ້​ພວກ​ເຈົ້າ​ໜ້າ​ທີ່​ເລືອກ​ຕັ້ງ ຕ້ອງ​ໄດ້​ຕໍ່​ເວລາ​ປ່ອນ​ບັດ​ອອກ​ໄປ​ອີກ​ຈົນ​ຮອດ​ທ່ຽງ​ຄືນ.
ບັນດາ​ຜູ້​ປ່ອນ​ບັດ​ຈຳນວນ​ນຶ່ງ​ພາກັນ​ຢືນ​ລຽນ​ແຖວ​ຫລາຍ​ຊົ່ວ​ໂມງກ່ອນ ທີ່​ຈະ​ໄດ້
ປ່ອນ​ບັດ​.

ໜ່ວຍ​ປ່ອນ​ບັດ ຫຼາຍ​ກວ່າ 60,000 ​ແຫ່ງ ​ໄດ້​ເປີດບໍລິການໃຫ້​ປະຊາຊົນ​ອີຣ່ານ 56
ລ້ານ​ຄົນ​ທີ່​ໄດ້​ລົງ​ທະບຽນ​ປ່ອນ​ບັດ ໄປ​ໃຊ້​ສິດ​ໃຊ້ສຽງຢູ່​ໃນ​ທົ່ວ​ປະ​ເທດ.

ທ່ານ Rouhani ​ເດີມ​ພັນອະນາຄົດທາງ​ການ​ເມືອງ​ຂອງ​ທ່ານ ​ໂດຍອາ​ໄສ​ສັນຍານິວ
​ເຄລຍ ທີ່​ເປັນ​ຂີດໝາຍສໍາ​ຄັນ​ ​ແລະ​ພາ​ໃຫ້​ມີ​ການ​ຜ່ອນ​ຜັນ ການ​ລົງ​ໂທດ​ທາງ​ເສດ
ຖະກິດ ຕໍ່ອີຣ່ານນັ້ນ. ແຕ່​ວ່າ ທ່ານ Ebrahim Raisi ທີ່​ເປັນຄູ່​ແຂ່ງ​ຂອງ​ທ່ານ Rouhani

ໄດ້​ຕໍາໜິສັນຍາ​ດັ່ງ​ກ່າວວ່າຍັງເຮັດ​ໃຫ້ການລົງ ​ໂທດທາງ​ດ້ານການບໍລິການທະນາຄານ
​ແລະການ​ເງິນມີ​ຜົນ​ບັງຄັບ​ໃຊ້​ຢູ່.

ພວກນັກວິ​ໄຈທາງ​ການ​ເມືອງ​ເຫັນ​ວ່າ ທ່ານ Rouhani ​ເປັນ​ຜູ້ສະໝັກ​ທີ່​ຄາດຫວັງ​ວ່າ​
ຈະ​ເປັນຜູ້​ຊະນະ. ພ້ອມດຽວ​ກັນທ່ານ​ຍັງ​ມີປະຫວັດທີ່​ເປັນ​ຜົນ​ດີແກ່ທ່ານ ​ຄ້າຍຄື​ກັນ
ກັບປະທາ​ນາ​ທິບໍດີທີ່​ກໍາລັງ​ດໍາລົງ​ຕໍາ​ແໜ່ງທຸກ​ຄົນ ທີ່​ໄດ້​ຊະນະ​ການ​ເລືອກ​ຕັ້ງຄືນນັບ​
ແຕ່​ປີ 1981 ​ເປັນຕົ້ນມາ.

ສ່ວນທ່ານ Raisi ຜູ້ນຳ​ຝ່າຍ​ອະນຸລັກ​ນິຍົມ ​ຫົວ​ແຂງ​ກະດ້າງ ​ໄດ້​ລົງ​ສະໝັກ ​ໂດຍ​ສ່ວນ​
ໃຫຍ່​ແມ່ນເອົາ​ໂຄງການ​ເສດຖະກິດ​ມາ​ເປັນ​ບ່ອນ​ອີງ ​ໃຫ້​ສັນຍາ​ວ່າ ຈະ​ສ້າງວຽກ​ເຮັດ
​ງານ​ທໍາ​ໃຫ້​ແກ່​ຄົນ​ເປັນ​ຫຼາຍໆລ້ານ​ຄົນ​ແລະ​ກໍ​ຈະ​ແກ້​ໄຂ​ອັດຕາ​ຄົນ​ຫວ່າງ​ງານທີ່ຢູ່​ໃນ
ລະດັບ 12.7 ​ເປີ​ເຊັນ​. ຫຼາຍ​ຄົນ​ເຫັນ​ວ່າ​ທ່ານ Raisi ມີ​ຄວາມ​ໃກ້​ຊິດ​ກັບ​ Ayatollah
Ali Khamenei ຜູ້​ນໍາພາ​ສູງ​ສຸດ​ຂອງ​ອີຣ່ານ​ໃນ​ປັດຈຸ​ບັນ ​ແຕ່ວ່າ ທ່ານ Khamenei
ກໍ​ບໍ່​ໄດ້​ກ້າວ​ໄປ​ເຖິງ​ຂັ້ນຈະໃຫ້ ການ​ຮັບ ຮອງ​ແກ່​ທ່ານ Raisi.

ຢູ່​ໃນ​ລະບົບ​ລັດຖະບານ​ຂອງ​ອີຣ່ານ ທີ່​ໄດ້​ປະຕິບັດ​ກັນ​ ນັບ​ແຕ່​ທີ່​ມີ​ການ​ປະຕິວັດ​ອິສ
ລາມ ​ໃນ​ປີ 1979 ​ເປັນຕົ້ນມາ ຜູ້​ສະໝັກທຸກ​ຄົນ​ຕ້ອງ​ໄດ້​ຮັບການ​ກວດກາ​ໂດຍ​ຄະນະ​ກໍາມະການ ດ້ານ​ສາສະໜາ ກ່ອນ​ຈະ​ໄດ້​ຮັບ​ການ​ອະນຸມັດໃຫ້​ລົງ​ສະໝັກ​ເລືອກ​ຕັ້ງ​
ເປັນປະທານ​າທິບໍດີ​ໄດ້. ເຖິງ​ແມ່ນ​ວ່າ ​ຜູ້​ນໍາ​ສູງ​ສຸດ​ຈະເປັນ​ຜູ້​ທີ່ມີ​ສິດ​ຕັດສິນ​ຊີ້ຂາດກ່ຽວ
ກັບ​ນະ​ໂຍບາຍ​ຂອງ​ລັດຖະບານ ​ແຕ່​ວ່າ ປະທານາທິ ບໍດີ​ກໍ​ຍັງ​ມີ​ອິດ​ທິພົນຕໍ່ລັດຖະ
ບານຢູ່.

ທ່ານ Mostafa Hashemitaba ຜູ້​ສະໝັກທີ່​ສະໜັບສະໜູ​ນການ​ປະຕິ​ຮູບ ຜູ້ຊຶ່ງກ່ອນ
ໜ້າ​ນີ້ ໄດ້​ລົງ​ແຂ່ງຂັນ​ເປັນ​ປະທານາທິບໍດີ ​ໃນ​ປີ 2001 ​ແລະ​ອະດີດ​ລັດຖະມົນ​ຕີ​ກະ​ສິ​
ກຳທ່ານ Mostafa Mirsalim ກໍ​ມີ​ຊື່​ໃນ​ປ່ອນ​ບັດ​ໃນ​ວັນ​ສຸກ​ວານ​ນີ້. ທັງ​ສອງ​ທ່ານ​ບໍ່​ໄດ້​
ຮັບຄະ​ແນນ​ສຽງ​ຫລາຍປານ​ໃດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG