ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອີຣ່ານ ຫາຊ່ອງທາງ ເອົາທ່າທີແຂງແກ່ນຂຶ້ນ ຫລັງຈາກນັກວິທະຍາສາດ ດ້ານນິວເຄລຍຖືກສັງຫານ


ທະຫານພາກັນຫາມສົບຂອງທ່ານ Mohsen Fakhrizadeh, ນັກວິທະຍາສາດທີ່ຖືກສັງຫານໃນວັນສຸກຜ່ານມາ ໃນພິທີສົ່ງສະການທີ່ນະຄອນເຕຫະຣ່ານ, ວັນທີ 30 ພະຈິກ, 2020
ທະຫານພາກັນຫາມສົບຂອງທ່ານ Mohsen Fakhrizadeh, ນັກວິທະຍາສາດທີ່ຖືກສັງຫານໃນວັນສຸກຜ່ານມາ ໃນພິທີສົ່ງສະການທີ່ນະຄອນເຕຫະຣ່ານ, ວັນທີ 30 ພະຈິກ, 2020

ສະພາແຫ່ງຊາດຂອງອີຣ່ານໄດ້ຮັບຮອງເອົາກົດໝາຍທີ່ຈະງົດການກວດກາຂອງອົງການສະຫະປະຊາຊາດ ກ່ຽວກັບສະຖານທີ່ນິວເຄລຍຂອງປະເທດໄວ້ ຖ້າວ່າການລົງໂທດດ້ານນໍ້າມັນແລະທະນາຄານບໍ່ຖືກຍົກເລີກ.

ມາດຕະການທີ່ໄດ້ຮັບການອະນຸມັດ ໃນວັນອັງຄານວານນີ້, ຍັງຈະຮຽກຮ້ອງໃຫ້ລັດຖະບານ ເພີ່ມການກັ່ນທາດຢູເຣນຽມຂອງຕົນ ຖ້າຫາກວ່າປະເທດຢູໂຣບທີ່ເຊັນຂໍ້ຕົກລົງນິວເຄຼຍປີ 2015 ບໍ່ສາມາດເຮັດໃຫ້ການລົງໂທດຖືກຍົກເລີກໄດ້.

ສະພາອີຣ່ານໄດ້ຮັບຜ່ານຮ່າງກົດໝາຍດັ່ງກ່າວ ເພື່ອຕອບໂຕ້ຄືນຕໍ່ການສັງຫານນັກວິທະຍາສາດນິວເຄລຍຊັ້ນນຳຂອງອີຣ່ານ ໃນວັນສຸກຜ່ານມາ, ທ່ານໂມເຊນ ຟາຄຣີຊາເດ (Mohsen Fakhrizadeh). ກົດໝາຍດັ່ງກ່າວ ຍັງຕ້ອງໄດ້ຮັບການອະນຸມັດ ຈາກສະພາກາດຽນ (Guardian) ທີ່ເຝົ້າຕິດຕາມເບິ່ງລັດຖະທຳມະນູນ, ແລະຜູ້ນຳສູງສຸດອາຢາໂຕລາ ອາລີ ຄາເມນີ (Ayatollah Ali Khamenei).

ຫລັງຈາກຮັບຜ່ານຮ່າງກົດໝາຍດັ່ງກ່າວແລ້ວ, ບັນດາສະມາຊິກສະພາກໍພາກັນຮ້ອງຂຶ້ນວ່າ "ອາເມຣິກາຈົ່ງຕາຍຊະ” ແລະ "ອິສຣາແອລຈົ່ງຕາຍຊະ."

ຕໍ່ມາລັດຖະສະພາໄດ້ຮັບຮອງເອົາຮ່າງກົດໝາຍສະບັບສຸດທ້າຍເຊິ່ງຈະເຮັດໃຫ້ບັນດາປະເທດໃນຢູໂຣບ, ຣັດເຊຍ ແລະຈີນມີເວລານຶ່ງເດືອນ ເພື່ອຫລຸດຜ່ອນການລົງໂທດຕໍ່ຂະແໜງພະລັງງານຂອງຕົນ ແລະຟື້ນຟູການເຂົ້າເຖິງລະບົບທະນາຄານໃນໂລກໄດ້.

ສະຫະລັດໄດ້ລົງໂທດຕໍ່ອີຣ່ານຫລັງຈາກປະທານາທິບໍດີດໍໂນລ ທຣຳ ໄດ້ຖອນຕົວອອກຈາກຂໍ້ຕົກລົງນິວເຄລຍດັ່ງກ່າວ ໃນປີ 2018 ເຊິ່ງເຮັດໃຫ້ການພົວພັນລະຫວ່າງສອງຝ່າຍຊຸດໂຊມລົງ.

ບັນດາສະມາຊິກສະພາອີຣ່ານໄດ້ຊຸກຍູ້ໃຫ້ມີວິທີການປະເຊີນໜ້າກັນຫຼາຍຂຶ້ນ ນັບຕັ້ງແຕ່ສະຫະລັດໄດ້ຖອນຕົວອອກຈາກຂໍ້ຕົກລົງດັ່ງກ່າວ. ຮ່າງກົດໝາຍດັ່ງກ່າວໄດ້ຖືກສະເໜີເປັນຄັ້ງທຳອິດໃນເດືອນສິງຫາ ແຕ່ກໍໄດ້ຮັບພະລັງແຮງ ຫຼັງຈາກທ່ານຟາຄຣີຊາເດໄດ້ຖືກສັງຫານ.

ທ່ານຟາຄຣີຊາເດໄດ້ນຳພາໂຄງການທີ່ອິສຣາແອລ ແລະບັນດາປະເທດຕາເວັນ ຕົກກ່າວວ່າ ມັນເປັນການປະຕິບັດງານທາງທະຫານ ເພື່ອຄົ້ນຫາຄວາມເປັນໄປໄດ້ໃນການສ້າງອາວຸດນິວເຄລຍ. ອີຣ່ານໄດ້ຢືນຢັດວ່າ ໂຄງການນິວເຄລຍຂອງຕົນແມ່ນມີຈຸດປະສົງໃນທາງສັນຕິເທົ່ານັ້ນ.

ອີຣ່ານໄດ້ກ່າວຫາອິສຣາແອລວ່າ ໄດ້ສັງຫານທ່ານຟາຄຣີຊາເດ ໃນຂະນະທີ່ອິສ ຣາແອລ ທີ່ໄດ້ດຳເນີນສົງຄາມລັບຕໍ່ອີຣ່ານແລະບັນດາຕົວແທນຂອງປະເທດດັ່ງ ກ່າວຢູ່ໃນພາກພື້ນມາເປັນເວລາດົນນານນັ້ນ ໄດ້ປະຕິເສດການໃຫ້ຄຳເຫັນໃດໆ. ບໍ່ມີໃຜອອກມາອ້າງເອົາຄວາມຮັບຜິດຊອບເລີຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG