ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຣ່ານ ກ່າວວ່າ ຕົນມີເທັກໂນໂລຈີ ເພື່ອສ້າງລູກສອນໄຟນຳວິຖີທີ່ໄວກວ່າສຽງ


ແຟ້ມພາບ - ພາບນີ້ສະໜອງໂດຍ ກະຊວງປ້ອງກັນປະເທດຂອງອີຣ່ານ ເມື່ອວັນທີ 25 ພຶດສະພາ 2023, ສະແດງໃຫ້ເຫັນ ການທົດລອງລູກສອນໄຟຂີປະນາວຸດ ຢູ່ໃນສະຖານທີ່ທີ່ບໍ່ໄດ້ຖືກເປີດເຜີຍ. ອີຣ່ານ ໄດ້ກ່າວໃນວັນພຸດ ວ່າ ຕົນມີເທັກໂນໂລຈີ ເພື່ອສ້າງລູກສອນໄຟນຳວິຖີ. (AFP photo/HO/Iran Defense Ministry Website)
ແຟ້ມພາບ - ພາບນີ້ສະໜອງໂດຍ ກະຊວງປ້ອງກັນປະເທດຂອງອີຣ່ານ ເມື່ອວັນທີ 25 ພຶດສະພາ 2023, ສະແດງໃຫ້ເຫັນ ການທົດລອງລູກສອນໄຟຂີປະນາວຸດ ຢູ່ໃນສະຖານທີ່ທີ່ບໍ່ໄດ້ຖືກເປີດເຜີຍ. ອີຣ່ານ ໄດ້ກ່າວໃນວັນພຸດ ວ່າ ຕົນມີເທັກໂນໂລຈີ ເພື່ອສ້າງລູກສອນໄຟນຳວິຖີ. (AFP photo/HO/Iran Defense Ministry Website)

ອີຣ່ານ ໄດ້ກ່າວໃນວັນພຸດວານນີ້ວ່າ ຕົນມີເທັກໂນໂລຈີເພື່ອສ້າງລູກສອນໄຟ ນຳວິຖີທີ່ໄວກວ່າສຽງ ຫຼື Supersonic ດັ່ງທີ່ສື່ມວນຊົນຂອງທາງການອີຣ່ານ ໄດ້ລາຍງານ ເຊິ່ງເປັນການປະກາດທີ່ອາດຈະເພີ້ມຄວາມເປັນຫ່ວງໃຫ້ແກ່ຝ່າຍຕາເວັນຕົກ ກ່ຽວກັບຄວາມອາດສາມາດທາງດ້ານລູກສອນໄຟຂອງເຕຫະຣ່ານ ອີງຕາມອົງການຂ່າວຣອຍເຕີສ໌.

ການປະກາດນີ້ ມີຂຶ້ນບໍ່ເທົ່າໃດວັນຫຼັງຈາກມີລາຍງານຕ່າງໆ ກ່ຽວກັບ ການເດີນ ທາງໄປຮອດທະເລແດງ ຂອງກຳປັ່ນລົບສະຫະລັດສອງລຳ ພ້ອມດ້ວຍກຳລັງ ທະຫານມາຣີນ ແລະທະຫານເຮືອສະຫະລັດ ຫຼາຍກວ່າ 3,000 ຄົນ ຢູ່ໃນກຳປັ່ນດັ່ງກ່າວ. ກອງກຳລັງສະຫະລັດໄປຢູ່ທີ່ນັ້ນ ເພື່ອກີດກັ້ນບໍ່ໃຫ້ ອີຣ່ານ ຢຶດ ແລະຮາວີພວກກຳປັ່ນບັນທຸກສິນຄ້າ ທີ່ເດີນທາງຜ່ານຊ່ອງແຄບອ່າວຮໍຣ໌ມູສ (Hormuz).

“ລູກສອນໄຟນຳວິຖີໄວກວ່າສຽງ ຈະເປີດໜ້າໃໝ່ໃນໂຄງການປ້ອງກັນຂອງ ອີຣ່ານ ຂະນະທີ່ມັນເປັນການຍາກທີ່ຈະສະກັດກັນລູກສອນໄຟນຳວິຖີ ທີ່ບິນດ້ວຍຄວາມໄວເໜືອກວ່າສຽງ” ອົງການຂ່າວ Tasnim ຂອງທາງການໄດ້ ລາຍງານ.

ອົງການຂ່າວ Tasnim ລາຍງານຕື່ມວ່າ “ລູກສອນໄຟນຳວິຖີໃໝ່ນີ້ ກຳລັງຢູ່ ໃນຂັ້ນທົດລອງຢູ່.”

ເຖິງແມ່ນຈະມີການຄັດຄ້ານຂອງສະຫະລັດ ແລະປະເທດໃນຢູໂຣບ ກໍຕາມ ອີຣ່ານ ໄດ້ກ່າວວ່າ ຕົນຈະພັດທະນາໂຄງການລູກສອນໄຟໃນດ້ານ “ການ ປ້ອງກັນ” ຂອງຕົນຕໍ່ໄປ. ເຖິງຢ່າງໃດກໍຕາມ ບັນດານັກວິເຄາະດ້ານການ ທະຫານຕາເວັນຕົກກ່າວວ່າ ອີຣ່ານ ບາງເທື່ອກະເວົ້າໂຍກໃນຄວາມອາດສາ ມາດທາງດ້ານລູກສອນໄຟຂອງຕົນ.

Iran said on Wednesday it has the technology to build a supersonic cruise missile, Iranian state media reported, an announcement likely to heighten Western concerns about Tehran's missile capabilities.

The announcement comes days after reports on the arrival of more than 3,000 U.S. sailors and Marines aboard two U.S. warships in the Red Sea. The U.S. forces are there to deter Iran from seizing and harassing merchant ships traveling through the Gulf's Strait of Hormuz.

"The supersonic cruise missile will open a new chapter in Iran's defense program, as it is extremely difficult to intercept a cruise missile flying at supersonic speeds," the semi-official Tasnim news agency reported.

"The new cruise missile is currently undergoing its tests," it added.

Despite U.S. and European opposition, Iran has said it will further develop its "defensive" missile program. However, Western military analysts say Iran sometimes exaggerates its missile capabilities.

XS
SM
MD
LG