ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຣ່ານ ເວົ້າວ່າ ເຂົາເຈົ້າໄດ້ຂະຫຍາຍ ການກັ່ນທາດຢູເຣນຽມ ເຖິງ 20 ເປີເຊັນ


ພາບນີ້ຖືກເຜີຍແຜ່ໂດຍອົງການພະລັງງານປະລະມະນູຂອງ ອີຣ່ານ, 6 ພະຈິກ, 2019, ສະແດງໃຫ້ເຫັນພາຍໃນໂຮງງານ ຟໍໂດ, ເຊິ່ງແມ່ນສະຖານທີ່ເກັບຮັກສາທາດຢູເຣນຽມ, ໃນເມືອງ ຄອມ, ທາງພາກເໜືອຂອງປະເທດ. ("AFP photo/Ho/Atomic Energy Organization of Iran)
ພາບນີ້ຖືກເຜີຍແຜ່ໂດຍອົງການພະລັງງານປະລະມະນູຂອງ ອີຣ່ານ, 6 ພະຈິກ, 2019, ສະແດງໃຫ້ເຫັນພາຍໃນໂຮງງານ ຟໍໂດ, ເຊິ່ງແມ່ນສະຖານທີ່ເກັບຮັກສາທາດຢູເຣນຽມ, ໃນເມືອງ ຄອມ, ທາງພາກເໜືອຂອງປະເທດ. ("AFP photo/Ho/Atomic Energy Organization of Iran)

ອີຣ່ານ ເວົ້າວ່າ ເຂົາເຈົ້າໄດ້ເລີ່ມກັ່ນທາດຢູເຣນຽມ ເຖິງ 20 ເປີເຊັນ, ເຊິ່ງແມ່ນບາດກ້າວຫຼ້າສຸດຂອງເຂົາເຈົ້າເພື່ອຫຍັບຫ່າງອອກຈາກຂໍ້ຕົກລົງສາກົນປີ 2015 ທີ່ໄດ້ຈຳກັດ ໂຄງການນິວເຄລຍຂອງເຂົາເຈົ້າ ໃນການແລກປ່ຽນກັບການຜ່ອນ ເບົາມາດຕະການລົງໂທດ.

ສື່ມວນຊົນລັດຖະບານໄດ້ກ່າວຢໍ້າຄຳເວົ້າຂອງໂຄສົກລັດຖະບານ ທ່ານ ອາລີ ຣາບີເອ ວ່າລະດັບການກັ່ນທີ່ສູງກວ່າເກົ່າໄດ້ເລີ່ມຂຶ້ນໃນວັນຈັນວານນີ້ຢູ່ໂຮງງານ ຟໍໂດ (Fordo), ເຊິ່ງຕັ້ງຢູ່ໃນພູ.

ກ່ອນໜ້ານີ້, ອີຣ່ານ. ໄດ້ກັ່ນທາດຢູເຣນຽມເຖິງລະດັບ 4.5 ເປີເຊັນ.

ການກັ່ນ ໃນລະດັບທີ່ສູງກວ່າເກົ່າ ໄດ້ເພີ່ມຄວາມຢ້ານກົວວ່າ ອີຣ່ານ ຈະເຮັດ ວຽກໄປສູ່ການສ້າງອາວຸດນິວເຄລຍ, ເຊິ່ງຕ້ອງການກັ່ນທາດດັ່ງກ່າວໃຫ້ໄດ້ໃນລະດັບ 90 ເປີເຊັນ. ອີຣ່ານ ໄດ້ກ່າວ ເປັນເວລາຫຼາຍປີມາແລ້ວວ່າ ເຂົາເຈົ້າບໍ່ມີແຜນດັ່ງກ່າວ ແລະ ວ່າໂຄງການນິວເຄລຍຂອງເຂົາເຈົ້າ ແມ່ນມີຈຸດປະສົງໃນທາງສັນຕິເທົ່ານັ້ນ.

ເພື່ອຮັບປະກັນວ່າ ອີຣ່ານ ບໍ່ມີອາວຸດນິວເຄລຍໄວ້ຄອບຄອງນັ້ນ ໄດ້ກະຕຸ້ນໃຫ້ກຸ່ມມະຫາອຳນາດໂລກ 6 ປະເທດ ເຮັດຂໍ້ຕົກລົງນິວເຄລຍທີ່ມີການຈຳກັດການ ກັ່ນທາດຢູເຣນຽມຢູ່ໃນລະດັບ 3.67 ເປີເຊັນລວມຢູ່ໃນຂໍ້ຫ້າມອື່ນໆ.

ການເຄື່ອນໄຫວຂອງ ອີຣ່ານ ແມ່ນວິທີຫຼ້າສຸດເພື່ອຫຍັບຫ່າງອອກຈາກຂໍ້ຕົກລົງນິວເຄລຍ ໃນຂະ ນະທີ່ເຂົາເຈົ້າພະຍາຍາມທີ່ຈະກົດດັນປະເທດທີ່ຮ່ວມລົງນາມອື່ນໆ ໂດຍສະເພາະປະເທດໃນຢູໂຣບ, ເພື່ອໃຫ້ປະຕິບັດຕາມຄຳສັນຍາ ກ່ຽວກັບ ການຜ່ອນເບົາມາດຕະການລົງໂທດ.

ສະຫະລັດ ໄດ້ຖອນຕົວອອກຈາກຂໍ້ຕົກລົງນັ້ນໃນປີ 2018 ແລະ ໄດ້ກຳນົດມາດຕະການລົງໂທດທາງເສດຖະກິດ, ໂດຍສະເພາະແນເປົ້າໃສ່ພາກສ່ວນນໍ້າມັນທີ່ສຳຄັນຂອງ ອີີຣ່ານ.

ຄວບຄືບໜ້າຫຼ້າສຸດ, ເຊິ່ງ ອີຣ່ານ ໄດ້ກ່າວຕໍ່ອົງການສິ້ງຊອມປະລະມະນູຂອງ ສະຫະປະຊາຊາດໃນອາທິດທີ່ຜ່ານມາວ່າ ເຂົາເຈົ້າຈະດຳເນີນຕໍ່, ພ້ອມກັບການປ່ຽນແປງປະທານທິບໍດີ ສະຫະລັດ ໃນບໍ່ເທົ່າໃດອາທິດຂ້າງໜ້າ.

ຜູ້ທີ່ຖືກເລືອກເປັນປະທານາທິບໍດີຄົນໃໝ່ ທ່ານ ໂຈ ໄບເດັນ ໄດ້ກ່າວວ່າ ທ່ານ ຈະເຂົ້າຮ່ວມໃນຂໍ້ຕົກລົງນິວເຄລຍຄືນ ຖ້າ ອີຣ່ານ ກັບເຂົ້າມາເພື່ອປະຕິບັດຕາມຂໍ້ຕົກລົງນັ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG